21.9.11

ຄົນໃນເງົາມືດ Case Study

ຂ້ອຍເກືອບອອກໂຮງຮຽນ ຕັ້ງແຕ່ຕອນຂ້ອຍຮຽນຢູ່ມັດທະຍົມສາມ ພຸ້ນ ແລ້ວລະ ແຕ່ຖືວ່າຂ້ອຍຍັງໂຊກດີຢູ່ ທີ່ພໍ່ເຖົ້າ ແລະ ແມ່ເຖົ້າຂອງຂ້ອຍ ພະຍາຍາມຊຸກຍູ້ ແລະ ໃຫ້ກຳລັງໃຈຕລອດມາ. ເພິ່ນມັກເວົ້າໃຫ້ຂ້ອຍວ່າ: “ຄົນເຮົາ ເມື່ອຍັງມີຊີວິດກໍຕ້ອງສູ້…” ເຖິງວ່າເພິ່ນຈະໃຫ້ກຳລັງໃຈ ແຕ່ຂ້ອຍ ກໍລຳບາກໃຈທີ່ຈະຮຽນ ເພາະດຽວນີ້ ເພື່ອນຝຸງ ທີ່ເຄີຍສະໜິດສະໜົມ ກໍປ່ຽນໄປ, ປະການໜຶ່ງ ພໍ່ເຖົ້າແມ່ເຖົ້າເພິ່ນກໍແກ່ແລ້ວ ຖ້າຂ້ອຍຮຽນ ແມ່ນໃຜ ຈະຊ່ວຍວຽກເພິ່ນ ເພາະດຽວນີ້ນອກຈາກຂ້ອຍແລ້ວກໍບໍ່ມີໃຜອີກ ແຕ່ເພິນກໍພະຍາຍາມໃຫ້ຂ້ອຍຕັ້ງໃຈຮຽນ ເພື່ອ ອະນາຄົດ ແລະ ເປັນທີ່ເພິ່ງຂອງພວກເພິ່ນຍາມແກ່ຊະລາ …. ນິ້ລະຄືຈຸດເລີ່ມຕົ້ນຂອງການມີໃຈສູ້ຂອງຂ້ອຍ.
ເດືອນກ່ອນໆນັ້ນ ມີນັກໂຄສະນາມາທີ່ບ້ານຂອງພວກເຮົາ ແລະ ໄດ້ເວົ້າເລື່ອງ ຂອງເອດສ໌ ວ່າຕິດຕໍ່, ບໍ່ຕິດ ຕໍ່ໄດ້ແນວໃດ ແລະ ໃນນັ້ນກໍມີເອື້ອຍຜູ້ໜຶ່ງ ລາວວ່າລາວຕິດເອດສ໌ມາຫລາຍປີ ແຕ່ຊ້ອຍບໍ່ເຊື່ອດອກ ເພາະລາວ ຍັງງາມ ແຕ່ຂ້ອຍຈື່ວ່າ: “ ຄົນທີ່ຕິດເອດສ໌ ຖ້າຍອມຮັບການຢູ່ຮ່ວມກັບເອດສ໌ໄດ້ ກໍສາມາດມີສຸຂະພາບທີ່ແຂງແຮງ ໄດ້… ” ແລະ ຄຳເວົ້າ ນີ້ລະທີ່ເຮັດໃຫ້ຂ້ອຍຄິດໄດ້ວ່າ: “ ຄົນທີ່ມີຄວາມເຫງົາ ເປົ່າປ່ຽວ ຖ້າຍອມຮັບຄວາມຈິງກໍສາ ມາດຢູ່ ຮ່ວມກັບຄວາມເຫງົາໄດ້…”.

ນັບແຕ່ມີນັກໂຄສະນາມາທີ່ບ້ານຂອງພວກເຮົາ ມີບາງຢ່າງກໍທຳທ່າ ວ່າດີຂຶ້ນສຳລັບຂ້ອຍ ແຕ່ຂ້ອຍກໍຍັງບໍ່ ໝັ້ນໃຈດອກວ່ານັ້ນມັນແມ່ນ “ຄວາມຈິງ” ແຕ່ເຖິງແນວໃດ ດຽວນີ້ມີໝູ່ຂ້ອຍຄົນໜຶ່ງຍອມມານັ່ງຮ່ວມໂຕະຮຽນກັບ ຂ້ອຍ ແລະ ມີອາຈານຫລາຍຄົນເວລາຂຶ້ນຫ້ອງສອນ ກໍຍ່າງມາຮອດໂຕະທີ່ຂ້ອຍນັ່ງ ແລະ ຖາມຂ້ອຍ ແຕ່ສ່ວນ ຫລາຍກໍແມ່ນຖາມກ່ຽວກັບບົດຮຽນຫລາຍກ່ວາຄວາມທຸກສຸກ…ສິ່ງນີ້ ມັນໄດ້ເຮັດໃຫ້ຂ້ອຍໃສ່ໃຈໃນການຮຽນ ຫລາຍກ່ວາເກົ່າ ຈົນຂ້ອຍສາມາດຮຽນໄດ້ໃນລະດັບດີ….
ມີມື້ໜຶ່ງມີນັກໂຄສະນາຄົນທີ່ເຄີຍມາທີ່ບ້ານຂອງພວກເຮົາ ໄດ້ມາພົບກັບພໍ່ເຖົ້າ ແລະ ແມ່ເຖົ້າ ບໍ່ຮູ້ວ່າ ເພິ່ນໄດ້ເວົ້າ ຫຍັງກັບພໍ່ເຖົ້າ ແລະ ເພິ່ນກໍບໍ່ໄດ້ເວົ້າຫຍັງກັບຂ້ອຍນອກຈາກບອກວ່າ: “ຕັ້ງໃຈຮຽນເດີຫລານ ຖ້າ ຫລານຕັ້ງໃຈ ຮຽນໄດ້ດີ ເພິ່ນຈະມີລາງວັນ ໃຫ້…” ຂ້ອຍເອງກໍບໍ່ສົນໃຈຫຍັງຫລວງຫລາຍ ແລະ ບໍ່ໄດ້ຊັກຖາມພໍ່ ເຖົ້າຕື່ມອີກ ຍອກຈາກເອົາຖົງປຶ້ມໄປມ້ຽນ ປ່ຽນເຄື່ອງແລ້ວໄປເກືອໝູນ້ອຍສອງໂຕທີ່ແມ່ເຖົ້າຫາກໍ່ອາມາລ້ຽງ.
 
ຈາກນັ້ນປະມານອາທິດໜຶ່ງ ຜູ້ອຳນວຍການໂຮງຮຽນກໍເອີ້ນຂ້ອຍ ໄປພົບ ແລະ ພາເຂົ້າໄປໃນເມືອງ ພ້ອມ ກັບເພື່ອນຮ່ວມໂຮງຮຽນ ອີກສອງຄົນ….ເພິ່ນພາໄປທີ່ທະນາຄານ ແລະເອົາແບບຟອມຫຍັງ ບຸສອງສາມໃບ ມາໃຫ້ຂຽນ ກ່ອນທີ່ເພິ່ນຈະເອົາປຶ້ມນ້ອຍຫົວເຫລືອງ ໃຫ້ພວກເຮົາເບິ່ງ ແລະ ບອກວ່າ: “ ນີ້ເປັນບັນຊີເງິນຂອງ ພວກເຈົ້າທີ່ ໄດ້ຮັບການຊ່ວຍເຫລືອຈາກຜູ້ໃຈບຸນ ໃນໂຄງການ ຮຽນດີ ແຕ່ຍາກຈົນ ເງິນບໍ່ຫລາຍ ແຕ່ສາມາດຊື້ປຶ້ມ ຫລື ອຸປກອນການຮຽນໄດ້…. ພວກເຈົ້າສາມາດມາຖອນ ເງິນໄດ້ຕາມຈຳນວນ ແລະ ເວລາທີ່ເພິ່ນ ໄດ້ກຳນົດໄວ້ ແຕ່ຕ້ອງມີອາຈານພາມາຖອນເທົ່ານັ້ນ…ຖ້າພວກເຈົ້າ ຕ້ອງການ ການຊ່ວຍຕໍ່ໄປ ກໍຕ້ອງຕັ້ງໃຈຮຽນ ຈົນກວ່າຈະ ຈົບມັດທະຍົມສົມບູນ….”
ນັບແຕ່ມື້ນັ້ນເປັນຕົ້ນມາ ເຫັນໄດ້ວ່າເພື່ອນໃນຫ້ອງຮຽນ, ໃນໂຮງຮຽນ ໄດ້ຫັນມາສົນໃຈຂ້ອຍຫລາຍຂຶ້ນ ເພື່ອນເກົ່າທີ່ເຄີຍເອີ້ນກັນຊຸມຕຳໝາກຫຸ່ງຕອນຢູ່ ມ໒ ດຽວນີ້ບາງຄົນກໍກັບມາກິນຕຳໝາກຫຸ່ງຮ່ວມຈານດຽວ ກັບຂ້ອຍແລ້ວ…ແຕ່ຂ້ອຍກໍບໍ່ລືມຄຳເວົ້າເຫລົ່ານີ້: “ຄົນເຮົາ ເມື່ອຍັງມີຊີວິດກໍຕ້ອງສູ້…”, “ ຄົນທີ່ຕິດເອດສ໌ ຖ້າຍອມຮັບການຢູ່ຮ່ວມກັບເອດສ໌ໄດ້ ກໍສາມາດມີສຸຂະພາບທີ່ແຂງແຮງ ໄດ້… ” ແລະ “ ຄົນທີ່ມີຄວາມເຫງົາ ເປົ່າປ່ຽວ ຖ້າຍອມຮັບຄວາມຈິງກໍສາ ມາດຢູ່ ຮ່ວມກັບຄວາມເຫງົາໄດ້…” ແຕ່ຂ້ອຍກໍບໍ່ຮູ້ວ່າ ຂ້ອຍຕ້ອງອົດທົນ ໄປອີກດົນປານໃດ ທຸກຢ່າງຈຶ່ງກັບມາເໝືອນເດີມໄດ້ ຫລືວ່າມັນຈະເປັນດັ່ງສາຍນ້ຳທີ່ບໍ່ໄຫລກັບນໍ້…. 
 ຂອບໃຈເຈົ້າຂອງບົດ “ສະດຸດຕາ ສາຍຮຸ່ງ”
(ຂອບໃຈສຳລັບທ່ານທີ່ອ່ານ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...