11.2.15

ຫາກມີໂອກາດ ທ່ານຈະໄປທ່ຽວຫລວງພະບາງບໍ່ ?

ຫລວງພະບາງເມືອງງາມອາຣາມຮຸ່ງ, ເມືອງນຸ່ງສິ້ນໄໝ, ຂັວນໃຈນັກທ່ອງທ່ຽວ, ເມືອງກ້ຽວຄຳຫວານ, ຕຳນານຂັບທຸ້ມ, ງາມພູຕັ້ງກາງເມືອງ ເລື່ອງລືວັດທະນະທໍາ, ເອາະຫລາມໃສ່ສະຄານ, ງານຊ່ວງ ເຮືອເດືອນເກົ້າ, ວັດເກົ່າແກ່ມາກມີ, ຕາດກວາງຊີ ລະ ຖ້ຳຕິ່ງ ເປັນມິ່ງເມືອງມໍລະດົກໂລກ
ແຂວງຫຼວງພະບາງ Luangprabang Province ເປັນແຂວງໜຶ່ງທີ່ນອນໃນພາກເໜືອຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີເນື້ອທີ່ປະມານ 18,000 ກິໂລແມັດມົນທົນ. ເມືອງຫລວງພະບາງ ເປັນເມືອງເອກຂອງແຂວງນີ້ ເຊິ່ງຕັ້ງຢູ່ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນໍ້າຄານ ຊຶ່ງໄຫຼມາປ່ອງໃສ່ກັນ ເມືອງຫຼວງພະບາງໃນອະດີດແມ່ນ ລາຊະທານີ ທີ່ຮຸ່ງເຮືອງແລະເຟື່ອງຟູທີ່ສຸດຂອງອານາຈັກລ້ານຊ້າງ.  ນັບໄດ້ວ່າ ເມືອງຫຼວງພະບາງ ແມ່ນເມືອງງົດງາມ ທີ່ເຕັມໄປດ້ວຍສິນລະປະຂອງສະຖາປັດຕະຍະກຳ ວັດທະນະທຳ ປະເພນີ ລະ ຂະຫນົບທຳນຽມ ໃນການດຳລົງຊີວິດຂອງປະຊາຊົນ...ຈຶ່ງເຮັດໃຫ້ອົງການ ຢູເນສໂກ ໄດ້ຂຶ້ນທະບຽນໃຫ້ັເປັນ ເມືອງມໍລະດົກໂລກທາງວັດທະນະທຳຂອງມວນມະນຸດຊາດ ຕັ້ງແຕ່ ປີ ຄ.ສ 1995 ເປັນຕົ້ນມາ.
ຫໍພິພິທະພັນແຫ່ງຊາດ(ພະລາຊະວັງເກົ່າ) ຕັ້ງຢູ່ໃຈກາງເມືອງຫລວງພະບາງ(ບ້ານຈູມຄ້ອງ) ເຊິ່ງກ່ອນນີ້ເປັນພະລາຊະວັງຂອງເຈົ້າຊີວິດ ເຊິ່ງສ້າງຂຶ້ນໃນປີ ຄ.ສ 1904. ປັດຈຸບັນພິພິທະພັນແຫ່ງນີ້ ໄດ້ກາຍເປັນບ່ອນວາງສະແດງວັດຖຸພັນທີ່ມີຄ່າ ໃນລາຊະການຕ່າງໆ ແລະ ໄດ້ເປີດໃຫ້ນັກທ່ອງທ່ຽວໄດ້ເຂົ້າຊົມທຸກມື້ ໃນເວລາ 8:30-11:30 AM ແລະ 1:30-3:30 PM ແລະ ມາຮອດກາງຄືນ ບໍລິເວນນີ້ກໍຈະຈັດເປັນຕະຫລາດນັດ ຂາຍຜະລິດຕະພັນປະເພດເຄື່ອງຫັດຖະກຳ ແລະ ຂອງທີ່ລະລຶກ ເຊິ່ງຫລາຍຄົນທີ່ໄປຫລວງພະບາງຍາກທີ່ຈະພາດ...
ວັດຊຽງທອງ ເປັນວັດເກົ່າແກ່ ສ້າງຂຶ້ນສະໄໝເຈົ້າໄຊຍະເສດຖາທິລາດເປັນເຈົ້າຊີວິດ(ຄ.ສ 1559-1560) ວັດນີ້ກໍຕັ້ງຢູ່ແຄມຂອງ ບ້ານຊຽງທອງ ໃຈກາງເມືອງຫລວງພະບາງ ເປັນວັດທີ່ສະແດງອອກເຖິງສີລະປະ ຂອງຄວາມເປັນຊາດລາວແທ້ໆ ນັກທ່ອງທ່ຽວສາມາດເຂົ້າຊົມໄດ້ແຕ່ເວລາ 8:00 AM-5:00 PM
ນອກນີ້ ທີ່ເມືອງຫລວງພະບາງຍັງມີພະທາດພູສີ, ວັດວາອາຮາມ ທີ່ເກົ່າແກ່ ແລະ ມີສະຖານທີ່ທ່ອງທ່ຽວດ້ານ ວັດທະນະທຳ ອີກຢ່າງຫລວງຫລາຍ ເຊິ່ງເໝາະແກ່ການທ່ຽວຊົມ
ປາກນ້ຳຄານ ປ່ອງໃສ່ນ້ຳຂອງ
ນ້ຳຕົກຕາດກວາງຊີ ທີ່ຫລວງພະບາງ ກ່ອນທີ່ຕາດແຫ່ງນີ້ຈະເຈື່ອນ(ພາບປີ 1997)
ຕາດກວາງຊີ ເປັນຕາດທີ່ມີນ້ຳຕົກສວຍງາມຕະລອດປີ ຕັ້ງຢູ່ບ້ານທ່າແປ້ນ ຫ່າງຈາກຕົວເມືອງຫລວງພະບາງ ປະມານ 25 ກິໂລແມັດ, ນ້ຳຕົກແຫ່ງນີ້ເປັນນ້ຳຕົກທີ່ສວຍງາມເປັນພິເສດ ເພາະມີສີມໍລະກົດ(ຂຽວສົດໃສ), ມີບ່ອນເປັນວັງ, ເປັນພັກ ທີ່ຮົາສາມາດລົງຫລິ້ນໄດ້ ເຊິ່ງມັນຢູ່ທ່າມກາງປ່າໄມ້ໃຫຍ່ທີ່ມີຄວາມອຸດົມດ້ວຍຕົ້ນໄມ້ໃຫຍ່ ແລະ ພືດຫລາຍຊະນິດ
ໃນບໍລິເວນນ້ຳຕົກຕາດກວາງຊີ ຍັງມີການບໍລິການທ່ຽວປ່າ ໂດຍທ່ານສາມາດຍ່າງເລາະຊົມປ່າທຳມະຊາດໄດ້ ໂດຍໃຊ້ເວລາຍ່າງປະມານ 3-4 ຊົ່ວໂມງ ເຊິ່ງນີ້ແມ່ນການທ່ອງທ່ຽວແບບອະນຸລັກ ເຊິ່ງປະຊາຊົນມີສ່ວນຮ່ວມ. ໃນການທ່ອງທ່ຽວແບບໜທ່ານຈະໄດ້ສຳຜັດກັບວິຖີຊີວິດຂອງຊົນເຜົ່າມົ້ງ ພ້ອມຄວາມງົດງາມຂອງທຳມະຊາດ
ທ່ານສາມາດໄປທ່ຽວຕາດກວາງຊີໄດ້ທຸກມື້  ເປີດບໍລິການແຕ່ 8:00 AM - 5:00 PM
(ຕາດແສ້ ທີ່ຫລວງພະບາງ 1997)
ຕາດແສ້ ເປັນຕາດຫີນປູນ ມີສາມຖ້ານ ເຊິ່ງມີຄວາມສວຍງາມຫລາຍ ຕາດແຫ່ງນີ້ຫ່າງຈາກເມືອງຫລວງພະບາງປະມານ 16 ກິໂລເມັດ, ມັນຕັ້ງຢູ່ເຂດບ້ານແອນ ເມືອງຊຽງເງິນ, ຕາດແສ້ຈະມີນ້ຳຫລາຍໃນຍາມຝົນ ແຕ່ຄົນທີ່ຈະໄປທ່ຽວຕາດແສ້ ຕ້ອງບໍ່ຢ້ານນ້ຳ ເພາະຫລັງຈາກຂີ່ລົດໄປແລ້ວ ຕ້ອງໄດ້ຂີ່ເຮືອໄປຕາມແມ່ນ້ຳຄານປະມານ 10 ນາທີ. ໃນບໍລິເວນຕາດແຫ່ງນີ້ຍັງມີບໍລິການຂີ່ຊ້າງນຳທ່ຽວທຳມະຊາດນຳອີກ....ເປີດບໍລິການແຕ່ 8:00 AM - 5:00 PM
ຫາກທ່ານຕັ້ງໃຈວ່າຈະໄປທ່ຽວຫລວງພະບາງ ທ່ານຈະບໍ່ຜິດຫວັງ ເພາະສະຖານທີ່ທ່ອງທ່ຽວມີຢ່າງຫລວງຫລາຍ ໂດຍສະເພາະໃນເມືອງຫລວງພະແບາງ ແລະ ເມືອງທີ່ໃກ້ຄຽງ ດັ່ງນັ້ນ ຈຶ່ງເຮັດໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດ ຢ່າງຫລວງຫລາຍພາກັນໄປທ່ຽວຫລວງພະບາງ....
ປີນີ້ ເປັນປີທີ 20 ທີ່ຫລວງພະບາງໄດ້ກາຍເປັນເມືອງມໍລະດົກໂລກ ແລະ ເປັນປີທີ່ເມືອງຫລວງພະບາງ ໄດ້ຍົກຍ້ອງໃຫ້ເປັນເມືອງຍອດນິຍົມອັນດັບໜຶ່ງຂອງໂລກ ດ້ວຍຄະແນນ 97,14% ຈາກການໃຫ້ຄະແນນຂອງນັກ ທ່ອງທ່ຽວທົ່ວໂລກ ໂດຍຜ່ານວາລະສານ ວັນເດີລາສ ປະຈຳປີ 2015 ແລະ ໃນນີ້ປະເທດ ສປປລາວ ຍັງຕິດອັນດັບ 8 ໃນ 10 ປະເທດຍອດນິຍົມຕື່ມອີກ ດ້ວຍຄະແນນ 95,25%....ລາຍລະອຽດເຂົ້າອ່ານໄດ້ຕາມລິ້ງລຸ່ມນີ້:
ສະຖານທີ່ພັກຊົມທິວທັດ ທີ່ພູຄູນພຽງຟ້າ ເມືອງພູຄູນ ຂ.ຫລວງພະບາງ
ສະຖານທີ່ພັກຊົມທິວທັດ ທີ່ພູຄູນພຽງຟ້າ ເມືອງພູຄູນ ຂ.ຫລວງພະບາງ(ດ້ານຫລັງ)
(ສະຖານທີ່ ທີ່ຄວນຈະໄປ ຫາກໄດ້ໄປຫລວງພະບາງ)
ຂອບໃຈທີ່ອ່ານ....ມື້ໜ້າຈະມາເວົ້າສູ່ຟັງໃໝ່
ສະບາຍດີ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...