23.2.18

ໄປເຫັນແລ້ວບໍ່...ວັດໂພແທ່ນໂບຣານາຣາມ ນະ

ວັດໂພແທ່ນໂບຣານາຣາມ
....ຂ້ອຍເລົ່າເລື່ອງຂອງຂ້ອຍທີ່ຕິດພັນ....ແລະ....
ອັດສະຈັນແບບຊາວບ້ານເລົ່າ ເຮົາຈະກ່າວສູ່ຟັງ(ເລົ່າຕາມພາບ-ຖ້າເພິ່ນຕົວະເຮົາ-ເຮົາຕົວະຕໍ່)
(ປະຕູວັດ ແຕ່ຕອນນີ້ຄົນບໍ່ຄ່ອຍຜ່ານ ເພາະເພິ່ນໄດ້ເຈາະກຳແພງວັດແທນ ເພື່ອໃຫ້ຂະບວນແຫ່ຜາສາດເຜິ້ງເຂົ້າໄປໄດ້)
ເມື່ອງບໍແຕນ ເປັນເມື່ອງໜຶ່ງທີ່ຢູ່ໃຕ້ສຸດຂອງແຂວງໄຊຍະບູລີ ມີຊາຍແດນຕິດກັບປະເທດໄທທັງສາມດ້ານ ທີ່ສຳຄັນເມືອງນີ້ກຳລັງພັດທະນາຫລາຍໆດ້ານ ເຊັ່ນແຫ່ລງທ່ອງທ່ຽວ ຢູ່ເມືອງນີ້ສວຍງາມຫລາຍມີພູຜາປາໄມ້ ແລະ ໄດ້ຊື່ວ່າເປັນເມືອງທີ່ມີນ້ຳຕົກຕາດຫລາຍກວ່າໝູ່ໃນແຂວງໄຊຍະບູລີ(ເລື່ອງນ້ຳຕົກບໍ່ຂໍກ່າວ-ຈະເວົ້າເລື່ອງວັດລະພໍ).
ກ່ອນການປົດປ່ອຍ ສຳນັກປົກຄອງເມືອງແມ່ນຕັ້ງຢູ່ "ບໍ່ແຕນ" ແຕ່ຫລັງຈາກການປົດປ່ອຍບໍ່ດົນ ແລະ ເພື່ອສະດວກສະບາຍຂອງຊາວເມືອງໃນການມາປະສານວຽກຢູ່ຫ້ອງການຕ່າງໆຂອງເມືອງ ບໍ່ໃຫ້ມີໄລຍະທາງທີ່ຫ່າງໄກລື່ນກັນຫລາຍ ແລະ ເພື່ອບໍ່ໃຫ້ສຳນັກເມືອງໃກ້ກັບຊາຍແດນ(ໄທ)ເກີນໄປ ເພິ່ນກໍຍ້າຍຫ້ອງການປົກຄອງເມືອງມາຕັ້ງຢູ່ "ນາກອກ" ແຕ່ກໍຍັງຮັກສາຊື່ "ເມືອງບໍ່ແຕນ" ໄວ້ຄືເກົ່າ(ບ່ອນໝາຍສັນຍາລັກໄວ້ ແມ່ນສະຖານທີ່ຕັ້ງຂອງວັດໂພແທ່ນໂບຣານາຣາມ).

(ແກ້ງທຽນ-ເອີ້ນຕາມຊື່ຫອຍຊະນິດໜຶ່ງ ເຊິ່ງກ່ອນນີ້ອາໄສຢູ່ແກ້ງນີ້ຫລາຍ ຄື "ຫອຍທຽນ" (ຫອຍກົ້ນຍາວໆ ບາງເຂດອາດເອີ້ນຫອຍເຫລັກຊີ)
ຕາດທີ່ຢູ່ໃກ້ ເຂົ້າໄປເຖິງງ່າຍກວ່າໝູ່ແມ່ນຕາດຮຳ ແລະ ມີແກ້ງທຽນ ເຊິ່ງມີຄວາມງົດງາມຫຼາຍໆ, ເສັ້ນທາງກໍ່ສະດວກສະບາຍຫລາຍ ແຕ່ວຽງຈັນໄປ 5-6 ຊົ່ວໂມງ ກໍ່ຮອດແລ້ວ.
(ຂ້າມຂົວນີ້ໄປ ບໍ່ຮອດ 2 ຊມ ກໍຮອດບໍ່ແຕນແລ້ວ)
ວັດໂພແທ່ນໂບຣານາຣາມ ຫລືຊາວບ້ານທົ່ວໄປເອິ້ນກັນວ່າ ວັດບ້ານໃຫຍ່ ເມືອງບໍ່ແຕນ ປະຈຸບັນນີ້ກຳລັງມີການມີການບູຣະນະປະຕິສັງຂອນຫລາຍຢ່າງ.
ວັດໂພແທ່ນໂບຣານາຣາມ ເປັນວັດເກົ່າແກ່ແຫ່ງໜຶ່ງຂອງແຂວງໄຊຍະບູລີ ມີຜູ້ເຖົ້າແກ່ເລົ່າສູ່ຟັງວ່າ ວັດນີ້ສ້າງຂຶ້ນມາດົນແລ້ວ ຕາມແລວທາງ ຫລື ເສັ້ນທາງຜ່ານຂອງຂະບວນຊ້າງ, ມ້າ ຂອງເຈົ້າໄຊຍະເສດຖາທິລາດ ທີ່ໄປສ້າງພຣະທາດ "ສີສອງຮັກ" (ລະວ່າງປີ ພ.ສ 2103 ແລະ ສຳເລັດ ພ.ສ 2106) ແຕ່ກໍບໍ່ມີໃຜຈື່ວ່າສ້າງປີໃດແທ້; ເປັນວັດທີ່ມີຮູບແຕ້ມຝາຜະໜັງກ່ຽວກັບນິທານຊາດົກ ໃຫ້ເຫັນຢູ່ຝາສິມ ເຊິ່ງມີຢູ່ທັງຂ້າງນອກ ແລະ ຂ້າງໃນຂອງສິມ ແລະ ວັດແຫ່ງນີ້ເປັນວັດດຽວທົ່ວແຂວງໄຊຍະບູລີ ທີ່ມີຫໍພຣະໄຕປິດົກຄູ່ຮຽງກັນຢູ່ ແຕ່ຍ້ອນຄວາມເກົ່າແກ່ ເຮັດໃຫ້ຫໍໄຕຣ ມີຄວາມຊຸດໂຊມຈົນຕ້ອງໄດ້ ສ້າງຫລັງໃໝ່ຂຶ້ນມາປ່ຽນແທນ(ມີຮູບໃຫ້ເບິ່ງຢູ່ດ້ານລຸ່ມ).
ຜ່ານມາວັດແຫ່ງນີ້ມີການບູລະນະປະຕິສັງຂອນມາຫລາຍໆຄັ້ງໂດຍນາຍຊ່າງເປັນຊາວບ້ານເອງ ເຊິ່ງແຕ່ລະຄັ້ງທີ່ມີການບູລະນະນັ້ນກໍ່ມີການປ່ຽນແປງໄປ ໃນນັ້ນລວມທັງຮູບແຕ້ມບາງສ່ວນ(ວັດແຫ່ງນີ້ ມີຫລາຍບ້ານຄ້ຳເຊັ່ນບ້ານ: ໃຫຍ່ໃຕ້-ເໜືອ, ເຕົາເກືອ, ດອນ, ດອນດູ່...ປະມານ 8 ບ້ານ).

ວັດໂພແທ່ນຖືໄດ້ວ່າເປັນວັດໃຫຍ່ຂອງເມືອງ ແລະ ເປັນວັດດຽວ ໃນ 4 ເມື່ອງໃຕ້ ຂອງແຂວງໄຊຍະບູລີ ທີ່ຍັງມີຮູບແຕ້ມສີນໍ້າໝາກ ຄືກັບວັດສີສະເກດ ທີ່ນະຄອນຫລວງວຽງຈັນ. ການບູລະນະຂອງນາຍຊ່າງທີ່ເປັນຊາວບ້ານນັ້ນ ອາດຄິດແຕ່ຢາກບູລະນະ ເລີຍເອົາສີໄປທາທັບຮູບແຕ້ມເກົ່າບາງສ່ວນ ແລະ ແຕ້ມຮູບເລື່ອງພຣະເຫວດສັນດອນລົງໃສ່ໃໝ່ກໍມີ.
ດ້ວຍຄວາມເປັນຫວ່າງໃນດ້ານສິລະປະ, ວັດທະນະທຳ ທີ່ຕິດພັນກັບວັດ ແບບເກົ່າບູຮານທີ່ຍັງເຫລືອຢູ່ ດີແທ້ທາງ ພະແນກ ຖວທ ແຂວງໄຊຍະບູລີ ແລະ ກົມບູຮານຄະດີຂອງກະຊວງ(ຖວທ) ຄວນຈະເຂົ້າໄປສຶກສາລະອຽດ ແລະ ທຳຄວາມເຂົ້າໃຈກັບຊາວບ້ານ, ຊ່ວຍຊາວບ້ານ ເພື່ອຮັກສາຮູບແຕ້ມທີ່ເຫລືອຢູ່ໃຫ້ຄົງທົນ ເພື່ອເປັນການຮັກສາໄວ້ເຊິ່ງມູນມໍລະດົກ ທາງວັດທະນະທຳໄວ້ໃຫ້ລູກ ໃຫ້ຫລານໄດ້ເຫັນ ແລະ ສຶບຕໍ່ໄປ....
ຮູບແຕ້ເດີມ ທີ່ຍັງປະກົດໃຫ້ເຫັນ ທາງດ້ານນອກຂອງຝາສິມ ເຊິ່ງເປັນເລື່ອງລາວທີ່ຕິດພັນກັບສາສນາພຸດ, ຝາສິມນີ້ ມີຄວາມໜາຫລາຍ ກໍ່ດ້ວຍດິນຈີ່ ປະສົມປະທາຍດິນໜຽວ ທີ່ຄົນເຖົ້າແກ່ເລົ່າວ່າ ມີການປະສົມນ້ຳໝາກຂາມສົ້ມ ແລະ ໃຍເຟືອງ ແລະ ຂີ້ແກບ..., ຫໍສົງທີ່ເຫັນ ແມ່ນເຮັດດ້ວຍໄມ້ ແລະ ເກົ່າແກ່ຫລາຍຕາມການເວລາ ລະຫວ່າງປີ 1978-1981 ທີ່ຂ້ອຍບວດເປັນຈົວນ້ອຍ ຈຳພັນສາຢູ່ວັດນີ້ ກໍເຫັນເປັນແບບນີ້ລະ(ສະເພາະສີ) ແຕ່ບໍ່ເຖິງຂັ້ນເອົາເຊືອກມັດຈ່ອງໄວ້ແບບນີ້ເທື່ອ(ການເວລາທຳລາຍໄດ້ທຸກຢ່າງ) ສີນ້ຳໝາກເລົ່ານີ້ ເພິ່ນວ່າ ມີສ່ວນປະສົມຂອງ "ນ້ຳກ້ຽງ" (ຢາງຂອງຕົ້ນໄມ້ຊະນິດໜຶ່ງທີ່ເປັນພິດຮຸນແຮງ) ເຊິ່ງຄົນບູຮານເຊື່ອວ່າ "ນ້ຳກ້ຽງ" ຊ່ວຍເຮັດໃຫ້ສີກຸ້ມດົນ ແລະ ບໍ່ເຊື່ອມສະຫລາຍໄດ້ງ່າຍ(ກັນນ້ຳໄດ້).
ຮູບແຕ້ຝາຜະໜັງເລົ່ານີ້ ຂ້າພະເຈົ້າຮູ້ແຕ່ວ່າ ມັນຕິດພັນກັບນິທານຊາດົກ ແຕ່ຂ້າພະເຈົ້າບໍ່ໄດ້ຮູ້ເລື່ອງທັງໝົດ ແລະ ຄວາມໝາຍທັງໝົດ ແຕ່ສິ່ງທີ່ແປກຕາຂອງຂ້າພະເຈົ້າກໍຄືຮູບແຕ້ມແບບເກົ່າ ແຕ່ສີໃໝ່ ໃນບານປະຕູສິມ ແລະ ລູກຕິ່ງປ່ອງຢ້ຽມ ເຊິ່ງໃນສາຍຕາຂອງເຮົາມັນເປັນສິ່ງທີ່ບໍ່ກົມກືນກັນປານໃດ(ອາດມີການຂັດສີໃໝ່ ຈາກຂອງເດີມ) ໃຜມີຄວາມຊ່ຽວຊານດ້ານນີ້ ຊ່ວຍ ໄປເບິ່ງ ແລະ ຫາຫົນທາງອະນຸລັກຮັກສາຊ່ວຍແດ່.
ດ້ານໃນສິມ: ຮູບແຕ້ກໍຍັງເປັນເລື່ອງທີ່ກ່ຽວພັນກັບ ສາສນາ ຄືກັນ ເຖິງແມ່ນວ່າມັນບໍ່ຖືກແສງແດດ, ຖືກຄວາມປຽກຊຸ່ມ ຂອງນ້ຳຝົນເທົ່າຮູບແຕ້ມຢູ່ຂ້າງນອກກໍຕາມ ແມ່ຮູບເລົ່ານີ້ກໍເສົ້າໝອງຫລາຍແລ້ວ ຄົງເປັນເພາະຄວັນໄຟ ທີ່ເກີດຈາກການຈູດທູບ,ຈູດທຽນບູຊາ ຫຼື ພິທີການໄຫວ້ພຣະຂອງພຣະສົງ-ສາມະເນນ ມານັບຮ້ອຍປີ.
(ນີ້ແມ່ນພາບໄປຢາມບ້ານເມື່ອປີ 2009)
ສິມແຫ່ງນີ້ ຈະມີທີ່ນັ່ງແຍກອອກເປັນສະເພາະ 3 ແທ່ນ(ທີ່ນັ່ງ)ຄື: ທີ່ນັ່ງສຳລັບຄູບາ, ສຳລັບຈົວ ແລະ ພໍ່ອອກ-ແມ່ອອກ ໃນເວລາເຂົ້າໄປໄຫວ້ພຣະ ແລະ ພຣະພຸດທະຮູບໃນສິມນີ້ ແມ່ນຄຸມຜ້າຈີວອນໄວ້ຕະລອດເວລາ ເຊິ່ງຕ່າງຈາກພຣະພຸດທະຮູບຫລາຍໆວັດທີ່ເຄີຍເຫັນມາ.
ປະຕູເຂົ້າ ທີ່ພຣະ-ຈົວເຂົ້າ ກ້ຳດ້ານຂ້າງພຣະປະທານ ໄດ້ຮັບການປ່ຽນແປງສີສັນ ດ້ວຍຊ່າງທີ່ເປັນຊາວບ້ານ, ສ່ວນປະຕູຂ້າງດ້ານຫລັງ ທີ່ພໍ່ອອກ-ແມ່ອອກ ນິຍົມເຂົ້າ ຍັງຮັກສາຮູບແຕ້ມໄວ້...
ຮູບປັ້ນສິງເລົ່ານີ້(ມີຢູ່ທຸກປະຕູ) ແມ່ນເປັນພາຫານະໃຫ້ຂ້ອຍຂີ່ ໃນເວລາເລົ່າບົດສູດມົນ, ເລົ່າເທດ ດ້ວຍໜັງສືຜູກ ດ້ວຍທູບຄັ້ງລະ 1 ດອກ ແລະ ກໍເປັນບ່ອນອີງຍາມລັກນອນຫລັບ ຫລັງຈາກໄຫວ້ພຣະເຊົ້າ(ບໍ່ທັນແຈ້ງ) ແລະ ແມ່ນບ່ອນທີ່ຂ້ອຍໄດ້ອາບນ້ຳແບບບໍ່ຕັ້ງໃຈ(ຍາພໍ່ວັດນີ້ ເວລາຈົວນ້ອຍເລົ່າໜັງສືລາວຈະຟັງ ແລະ ແຍກສຽງອອກໄດ້ວ່າສຽງໃຜເປັນໃຜ ຢູ່ຈຸດຂອງວັດ...ຈຸດໃດສຽງງຽບລົງ ເພິ່ນກໍຈະຫີ້ວຄຸນ້ຳໄປຫາ ເພື່ອປຸກໃຫ້ຕື່ນດ້ວນນ້ຳນັ້ນລະ...ແຕ່ຮູບປັ້ນສິງເລົ່ານີ້ ບາງທີກໍຊ່ວຍຈົວນ້ອຍໄດ້ ຍ້ອນຂ້ອຍມັກໃຊ້ຜ້າຄຸມປົກໄວ້ ລະໄປລີ້ນອນຢູ່ແຈອື່ນ ໂດຍສະເພາະກໍຢູ່ຫໍລະຄັງ ຊັ້ນ 3 ພຸ້ນລະ.
ຕອນເປັນຈົວນ້ອຍ ອັນທີ່ບໍ່ມັກທີ່ສຸດກໍຄືການກວາດໃບໂພ ເພາະກວາດຍາກຍ້ອນເດີ່ນວັດນີ້ ມີຂີ້ດິນຊາຍເປັນສ່ວນຫລາຍ ເພາະແຕ່ລະປີ ມີການຂົນຊາຍເຂົ້າວັດ ແລະ ຫຍ້າກໍບໍ່ມັກເກີດໃນເຂດນີ້ ແລະ ແຕ່ກ່ອນ ຂ້າງກົກໂພ(ແຈວັດ) ກໍຈະມີຫໍກອງ ແລະ ຫໍລະຄັງ ທີ່ເຮັດດ້ວຍໄມ້(ຕອນນີ້ເພິ່ນມ້າງອອກແລ້ວປຸກຫໍໃໝ່ແທນຂ້າງໆບ່ອນເກົ່າທີ່ຕິດແຈຕ້າຍວັດ)
ຕົ້ນໂພ(ແຕ່ກ່ອນຈະມີຕົ້ນຕານຢູ່ນຳ-ວັດນີ້ມີ 3 ຕົ້ນ) ແລະ ກຳແພງວັດ ບົງບອກເຖິງຄວາມເກົ່າແກ່, ກຳແພງວັດບໍ່ສູງ ແຕ່ມີຄວາມໜາຫລາຍ ແລະ ໃຊ້ວັດສະດຸກໍ່ສ້າງ ແລະ ວິທີການກໍ່ແບບດຽວກັນກັບການກໍ່ຝາສິມ ທີ່ມີເສົາເປັນໄມ້. ຍ້ອນຕົ້ນໂພໃຫຍ່ ແລະ ມີກິ່ງກ້ານສາຂາກ້ວາງ.ຕົ້ນໂພບາງຕົ້ນ ຊາວບ້ານໄດ້ຕັດອອກເພາະງ່າຂອງມັນເລືອຕໍ່ເກີນໄປ ເຮັດໃຫ້ຍາກໃນການແຫ່ຕົ້ນເຜິ້ງ-ແຫ່ກັນຫລອນ ໃນຍາມເຮັດບຸນ(ວັດນີ້ ເພິ່ນຈະເຮັດບຸນພຣະເວສ ຫລື ບຸນມະຫາຊາດ ໃນເດືອນ ຫົກເພັງ ຂອງທຸກໆປີ)ທາງເຂົ້າຜ່ານກຳແພງດ້ານສວນໝາກພ້າວທີ່ເຫັນໃນພາບເທິງນັ້ນ ແມ່ນເພິ່ນເຈາະກຳແພງເຮັດໃໝ່ ຍ້ອນປະຕູໂຂງຂອງວັດແຄບ ບໍ່ສາມາດເອົາລົດ ຫລື ປະສາດເຜິ້ງຕົ້ນໃຫຍ່ໆເຂົ້າຜ່ານໄດ້(ຄິດເສຍດາຍກຳແພງເດີມຢູ່ໃນໃຈ).
ຄວາມສູງ ແລະ ຄວາມໜາຂອງກຳແພງວັດກໍເທົ່ານີ້ລະ(ພາບນີ້ປີ 2009)

ນີ້ຄືຫໍກອງທີ່ສ້າງຂຶ້ນໃໝ່ ທົດແທນໂຕເກົ່າ ຈາກ 2 ຫລັງ ເປັນຫລັງດຽວ. ເວົ້າເລື່ອງຫໍກອງ ກ່ອນນີ້ ຫໍກອງ ແລະ ຫໍລະຄັງ ແມ່ນຄົນລະຫລັງ ແຕ່ຕິດກັນ, ຢູ່ກ້ອງຫໍກອງຈະມີໂປງ...ການລຸກຕີກອງເດິກ ແມ່ນໜ້າທີ່ຂອງຈົວນ້ອຍ(ຜູ້ທີ່ມີອາຍຸພັນສາໜ້ອຍກ່ວາເພິ່ນ) ເຊິ່ງຕອນນັ້ນ ຕ້ອງລຸກມາຕີນຳກັນເທື່ອລະ 2-3 ຄົນ; ຜູ້ຕີກອງ, ຕີຄ້ອງ, ຕົບແຊ່ງ; ຫລັງຈາກຕີກອງເດິກແລ້ວກໍຕ້ອງໄດ້ຕີລະຄັງ ກັບທັ່ງໂປພ້ອມກັນ ເຊິ່ງບ່ອນຢູ່ຂອງລະຄັງນັ້ນ ພັດສູງກ່ວາເພິ່ນ(ຊັ້ນສາມ) ແລະ ພິເສດ ທຸກເທື່ອທີ່ຕີລະຄັງ ກໍສະມີສຽງດົນຕີເສີມແບບຂົນໜາວລຸກ ຂົນຫົວພຶງ(ໝາຫອນເປັນໝູ່ໆ ປະສານ)...ຍ້ອນຄວາມມືດ(ຕອນນັ້ນບໍ່ມີໄຟຟ້າຄືທຸກມື້) ເຮັດໃຫ້ຊຸມຈົວນ້ອຍຄິດຫາແຕ່ຜີ(ຜີເຜດຕົ້ນໂພ).....ກ່ວາຕີລະຄັງຈົບບົດ ຄົນທີ່ຢູ່ລຸ່ມກໍປົບຜ່າຍຂຶ້ນກຸດຕິໄປປະ...ດັ່ງນັ້ນ ການຕີລະຄັງ ເປັນເລື່ອງທີ່ຈົວນ້ອຍບໍ່ມັກສຸດຂີດ ຈົນຕ້ອງໄດ້ແບ່ງຝຽນກັນ.
ທີ່ພັກຖາວອນຂອງຍາດຕິພີ່ນ້ອງເລົ່ານີ້ ຢູ່ອີກແຈວັດດ້ານໜຶ່ງ ແຖວດຽວກັບຫໍກອງ-ຫໍລະຄັງ, ແຕ່ກ່ອນຢູ່ກະໂຕແຈວັດນີ້ ມີກໍໄມ້ໄຜ່ຄຳກໍບັກໃຫຍ່ ຫລຽວໄປເບິ່ງຍາມໃດກໍຂົນໜາວລຸກຍາມນັ້ນ ໂດຍສະເພາະ ຍາມລົມພັດມາໄມ້ໄຜ່ສີກັນ ຍິ່ງເປັນຕາຢ້ານ(ຕາມພາສາຈົວນ້ອຍ 12-13 ປີ) ແຕ່ຕອນນີ້ ຍັງເຫລືອພຽງຕົ້ນ ຈັນໄດ(ຕົ້ນເກດ ຫລື ບາງເຂດອາດເອີ້ນຈັນຜາ ຫລື ຕົ້ນຈັນ) ເຊິ່ງເປັນຕົ້ນໄມ້ທີ່ມີດອກຫອມຫວນ, ຕົ້ນຈັນໄດຕົ້ນນີ້ ເປັນລູກຂອງຕົ້ນກ່ອນ ທີ່ຢູ່ຂ້າງສິມ(ຕິດກັບທາດ) ແຕ່ດຽວນີ້ ຍ້ອນຄວາມແກ່ ແລະ ຂ້າງໃນເປັນໂກນ ມັນໄດ້ລົ້ມໂຄ່ນລົງແລ້ວເມື່ອຫລາຍປີກ່ອນ ຍ້ອນຮັບນ້ຳໜັກບໍ່ໄຫວ ຈາກພາຍຸຝົນທີ່ຕົກຕໍ່ເນື່ອງຫລາຍວັນ.
ຕົ້ນຈັນໄດຕົ້ນເກົ່າທີ່ລົ້ມຫາຍຕາຍຈາກນັ້ນ ແມ່ນຢູ່ເຄິ່ງກາງຂອງຝາສິມ ແລະ ມີຄວາມສູງເກືອຍຊໍ່າຫລັງຄາສິມ ແລະ ມີຫລາຍງ່າ. ແຕ່ຕອນນີ້ເພິ່ນໄດ້ປຸກຫໍໄຫວ້(ຫໍພະ)ແທນໃສ່ບ່ອນທີ່ຕົ້ນຈັນໄດຕົ້ນນັ້ນ, ສ່ວນທາດທີ່ເຫັນ ແມ່ນເກົ່າແກ່ ບໍ່ຮູ້ວ່າສ້າງແຕ່ຍາມໃດ ສະໄໝໃດລະ ແຕ່ເຊື່ອວ່າ ຄົງມີອາຍຸຢູ່ໃນໄລຍະດຽວກັນກັບສິມຫລັງນີ້...ແລະ ອາດມີສ່ວນກ່ຽວພັນກັບຕຳນານຕານເຈັດຍອດ(ສົມບັດທີ່ຫວັງນຳໄປທຳບຸນສ້າງທາດສີສອງຮັກ ໄປບໍ່ທັນເພິ່ນແລ້ວກ່ອນ).
ຕອນເຮົາເປັນຈົວນ້ອຍ ວັດໂພແທ່ນ ຈະມີ 2 ເຂດ ຄືເຂດໃນ ແລະ ນອກ ເຊິ່ງເຂດນອກນີ້ ມີກຳແພງທີ່ເຮັດດ້ວຍໄມ້, ມີສິ່ງປຸກສ້າງ ດ້ວຍໄມ້ຄ້າຍກຸດຕິ ເຊິ່ງມີໄວ້ສຳລັບຮອງຮັບພະສົງຈາກຕ່າງບ້ານມາຮ່ວມງານສຳຄັນໆ ໂດຍສະເພາະໃນປະເພນີບຸນເດືອນຫົກເພັງ(ເປັນບຸນພຣະເວສ ຂອງວັດນີ້) ເຊິ່ງເຮົາມັກເອີ້ນວ່າ: "ຜາມໄຊ" ເພາະໃນໄລຍະບຸນພະເວສນັ້ນ ເກືອບວ່າທຸກດ້ານຂອງວັດ ເພິ່ນຈະປຸກຜາມ ມຸງຫຍ້າ ຍົກພື້ນ (ບໍ່ຖາວອນ ແລ້ວບຸນລະເລີກອອກ) ເພື່ອຮອງຮັບຜູ້ມາຮ່ວມທຳບຸນ ທີ່ບໍ່ມີບ່ອນພັກພາອາໄສ ບໍ່ມີຍາດພີ່ນ້ອງ. ຫລັງທີ່ເຫັນນີ້ແມ່ນຫລັງທີ່ສ້າງຂຶ້ນມາໃໝ່ ແລະ ໃຫຍ່ກ່ວາເກົ່າ ເພາະທາງຂຶ້ນໄດ້ກວມເອົາກຳແພງວັດ ເພື່ອເຮັດໃຫ້ໄປມາຫາກັນສະດວກ ແລະ ທັງເຮັດໜ້າທີ່ຄືຫ້ອງປະຊຸມຂອງບ້ານ ດ້ານວັດທະນະທຳ. ແຕ່ກ່ອນ ກຳແພງວັດດ້ານນີ້ ເພິ່ນມັກເຮັດຮ້ານໝໍລຳຊູໃສ່ ຕອນເຮົາເປັນເດັກນ້ອຍກໍມາຫິວຫລັບຫິວນອນ, ມາຮ້ອງມາໄຫ້ນຳໝໍລຳຢູ່ເດີ່ນວັດດ້ານນີ້ລະ ແລະ ເຂດກຳແພງວັດບໍລິເວນນີ້ ກໍມີຕົ້ນຈັນໄດ ສ່ວນໃນເດີ່ນວັດ(ເຂດນອກ) ກໍມີຕົ້ນລານນຳ.
ປະມານ 9 ປີກ່ອນ ທີ່ຂ້ອຍໄດ້ໄປຖ່າຍຮູບວັດນີ້(ຮູບດ້ານຂວາມື) ທຽບໃສ່ດຽວນີ້ ເຫັນວ່າມີອັນປ່ຽນໄປ...ເປັນຕົ້ນແມ່ນຫລັງຄາຂອງສິມມີການຮື້ເຮັດໃໝ່ບາງສ່ວນ(ເດີມແທ້ຫລັງຄາສິມ ແລະ ສາລາ ຫລື ຫໍແຈກ ຕອນຂ້ອຍເປັນຈົວນ້ອຍນັ້ນ ແມ່ນມຸງດ້ວຍເກັດໄມ້ດູ່ ຄົງຍ້ອນການຜຸພັງ ເພິ່ນຈຶ່ງປ່ຽນມ່ເປັນສັງກະສີ ແລະ ດິນແບບຍຸກສະໄໝໃນປັດຈຸບັນ), ເສົາຄ້ຳກໍປ່ຽນຈາກໄມ້ ເປັນເສົາດິນຕິດດອກ ແລະ ຮູ້ສຶກວ່າ ຮູບບາງອັນກໍປ່ຽນສີ ແລະ ມີການເສີມດ້ວຍການປູກດອກໄມ້ ອ້ອມສິມ ແລະ ຫໍແຈກ ເພື່ອຄວາມງາມ ແລະ ກັນການເຊາະຂອງນ້ຳຝົນທີ່ຕົກຈາກສາຍຄາ.

ເຮົາຈະເຫັນວ່າ ຮູບແຕ້ມໃໝ່ ໄດ້ປະກົດເດັ່ນຊັດຂ້າງດ້ານໜ້າຂອງສິມ ແຕ່ ຮູບແຕ້ເກົ່າເກືອບເບິ່ງບໍ່ເຫັນຍັງປະກົດໃຫ້ເຫັນທີ່ສີໜ້າຂອງຫໍແຈກ, ສ່ວນຝາຂອງຫໍແຈກນັ້ນ ກໍຍັງແມ່ນຝາແບບເດີມໆ ໂດຍໃຊ້ເຕັກນິກດຽວກັນກັບການກໍ່ຝາສິມ ແລະ ກຳແພງວັດ, ມັນມີຄວາມໜາຫລາຍ ເຊິ່ງຢູ່ເທິງຝານັ້ນ ຈະມີການນຳເອົາພຣະພຸທຮູບປາງຕ່າງໆ ທີ່ເຮັດດ້ວຍຫີນ, ດິນ, ເຂົາສັດ...ມາປະທັບໄວ້ ເພື່ອສັກກະລະບູຊາ.
 ເຖິງແມ່ນຈະຜ່ານມາຫລາຍສິບປີ ພຣະພຸທຮູບເລົ່ານີ້ ຍັງລື້ງ ໃນສາຍຕາ ແລະ ຢູ່ໃນຄວາມຊົງຈຳຂອງຂ້ອຍ.
ໃນມື້ທີ່ຂ້າພະເຈົ້າໄປບ້ານ ແລະ ນຳທຽນຫອມ ແລະ ກັບໄຟແຊັກ ໄປຖວາຍວັດນັ້ນ ຈຶ່ງໄດ້ຮູ້ວ່າ ປັດຈຸບັນ ວັດແຫ່ງນີ້ ມີພຣະ 1 ອົງ ແລະ ຈົວ 2 ອົງ ປະຈຳຢູ່ ເຊິ່ງຕ່າງຈາກເມື່ອຫລາຍສິບປີກ່ອນ ທີ່ມີເປັນສິບ ເປັນຊາວ, ເຫດຜົນກໍເນື່ອງຈາກວ່າ ຄົນໜຸ່ມ ດຽວນີ້ ນິຍົມຮຽນໃນລະບົບສາມັນສຶກສາ ຫລາຍກ່ວາໂຮງຮຽນວັດ ແລະ ຢູ່ວັດນີ້ ພັດບໍ່ມີໂຮງຮຽນ ຖ້າບວດຮຽນຕ້ອງໄດ້ຂຶ້ນມາຮຽນຢູ່ໂຮງຮຽນພຣະປະຣິຍັດຕິທຳ(ໂຮງຮຽນສົງ) ຢູ່ເມືອງອື່ນ ໂດຍສະເພາະເມືອງປາກລາຍ ຫລື ໄຊຍະບູລີ ຫລື ມາຮຽນ ຢູ່ນະຄອນຫລວງເລີຍ ແລະ ບາງອົງກໍຈະກັບໄປຈຳພັນສາ(3 ເດືອນ) ທີ່ບ້ານເກີດເທົ່ານັ້ນ ຈຶ່ງເຮັດໃຫ້ວັດໃຫຍ່ໆນີ້ງຽບເຫງົາ ແຕ່ຈົວນ້ອຍກໍຍັງສະໜຸກກວາດໃບໂພ ເໝືອນຕອນເຮົາເປັນຈົວນ້ອຍປະຈຳຢູ່...555.
ຫໍທຳມາດ ໃນຫໍແຈກວັດນີ້ ໄດ້ກາຍເປັນຈຸດເລີ່ມຕົ້ນໃຫ້ຂ້ອຍກ້າວມາເປັນຜູ້ມັກເທດ, ມັກແລ...ແລະ ກາຍມາເປັນໂຄສົກເວົ້າໃສ່ໄມ ຈັດລາຍການທາງວິທະຍຸກະຈາຍສຽງແຫ່ງຊາດລາວ... ຜ່ານມາຫລາຍສິບປີ ຄືວ່າບໍ່ມີການປ່ຽນແປງໃນສາຍຕາ ຍັງມີຄຸນຄ່າແຫ່ງສິນ, ແຫ່ງຄວາມງາມ ແລະ ຄວາມຈົດຈຳ ແບບເຫື່ອຍ້ອຍໜ້າຍ້ອຍຫລັງ ໄຄຄ້າວແຕກ ຈົນສຽງເຫລີສຽງໄຫລ ຈາກການໄດ້ຂຶ້ນເວທີຄັ້ງທຳອິດ, ຄັ້ງທີສອງ ແລະ ອີກຫລາຍຄັ້ງ ກ່ອນຈະຊິນເຄີຍ.
ຫໍໄຕຣ...ວັດແຫ່ງນີ້ເປັນພຽງວັດດຽວ ໃນບັນດາວັດຢູ່ 4 ເມືອງໃຕ້ ຂອງແຂວງໄຊຍະບູລີ. ຫໍໄຕຣໃນວັດນີ້ ຕັ້ງຢູ່ກາງນ້ຳ ເອີ້ນວ່າ "ໜອງຜຳ" ແລະ ມີ 2 ຫລັງ(ໃນຮູບເທິງແມ່ນຫລັງດຽວກັນ ລະຫວ່າງອັນເກົ່າ ແລະ ອັນສ້າງຄືນໃໝ່), ໜອງແຫ່ງນີ້ ກໍແມ່ນນອນໃນອານາເຂດຂອງວັດ ຢູ່ສ່ວນທ້າຍຂອງສວນໝາພ້າວ. ຕອນເຮົາຍັງເປັນຈົວນ້ອຍ ໝາກພ້າວ, ໝາກຕານ ມີຫລາຍແທ້ໆ ຖີ່ກັນແບບວ່າ ຂຶ້ນຕົ້ນນີ້ ລະໄປລົງຕົ້ນນັ້ນ...ແຕ່ເວລານີ້ຍັງບໍ່ຫລາຍປານໃດ ເພາະຕົ້ນແກ່ ແລະ ສູງ ຈຳຕ້ອງຕັດລົງ. ໝາກພ້າວທີ່ໄດ້ຈາກສວນນີ້ ກາງພັນສາຈະນຳມາໜີບເອົານ້ຳມັນ ເພື່ອເອົາໄວ້ໄຕ້ໃນບຸນອອກພັນສາ ເຊິ່ງມີຫລາຍຕົ້ນເປັນໝາກພ້າວຫອມ ແລະ ກ່ອນນີ້ ກໍມີຕົ້ນລານນຳອີກ 2-3 ຕົ້ນ ເພື່ອເອົາໃບມາຂຽນໜັງສື(ກໍພໍຂຽນໄດ້ຮຽນຂຽນເປັນເລັກນ້ອຍ ຈົນນິ້ວມືກິ່ວ) ແຕ່ຕອນນີ້ບໍ່ມີແລ້ວ ເພາະໝົດອາຍຸໄຂ ແລະ ບໍ່ເຫັນເກີດໃໝ່ມາແທນ.
 ເວົ້າເຖິງຫໍໄຕຣ ເວົ້າມາຍາມໃດກໍຍັງສຽວໆຢູ່ ເພາະຕ້ອງຂຶ້ນໄປດ້ວຍການກ່າຍເກີນໄມ້ໄຜ່, ເນື່ອງຈາກວ່າຕອນທີ່ຍັງເປັນຈົວນ້ອຍ ຈຳພັນສາຢູ່ວັດນີ້ 3 ພັນສາ(ຈຳສະເພາະກາງພັນສາ ເພາະອອກພັນສາແລ້ວ ແມ່ນເດີນທາງມາຮຽນ ມັດທະຍົມສົງຢູ່ວັດສີສະຫວ່າງວົງ ເມືອງໄຊຍະບູລີ) ເນື່ອງຈາກເປັນຄົນທີ່ມີນ້ຳໜັກບໍ່ຫລາຍ ແຕ່ລະປີ ຕ້ອງໄດ້ຂຶ້ນເອົາໜັງສືໃບລານ ທີ່ເປັນໜັງສືຜູກ(ນິທານ) ອອກມາເຊັດຖູ ທຳຄວາມສະອາດ ເພື່ອກຽມໄວ້ເທດ(ອ່ານ) ສູ່ພໍ່ອອກແມ່ອອກຟັງ ຍ້ອນວ່າຢູ່ວັດນີ້ ຕອນກາງຄືນຈະມີພໍ່ອອກ ແມ່ອອກ ມາຟັງເທດນິທານເລື່ອງຕ່າງໆເຊັ່ນ: ສັງສິນໄຊ, ພະລັກພະລາມ, ນາງແຕງອ່ອນ, ນາງຜົມຫອມ ແລະ ອື່ນໆ ທຸກໆຄືນ ຕະຫລອດພັນສາ 90 ວັນ ແລະ ບໍ່ມີສະເພາະວັດນີ້ເທົ່ານັ້ນ ທີ່ອ່ານ ຫລື ເລົ່າ(ເທດ)ເລື່ອງເກົ່າໆສູ່ອອກຕົນຍາດໂຍມຟັງ ແຕ່ທຸກວັດໃນຂົງເຂດນີ້ ແມ່ນເຮັດຄືກັນໝົດ ບໍ່ວ່າຈະເປັນວັດ ບ້ານນອກ(ບໍ່ແຕນ), ນາຂ່າ, ບໍ່ສ້ານ, ບ້ານໃຫຍ່, ໜອງຜັກບົ້ງ, ໂຄງຊ້າງ, ທ່ານາງ....ແຕ່ບ່ອນທີ່ເກັບໜັງສືໃບລານ ຫລື ໜັງສືຜູກທີ່ດີທີ່ສຸດ ແລະ ຫລາຍທີ່ສຸດ ແມ່ນ ຢູ່ຫໍໄຕຣ ສອງຫລັງຂອງວັດໂພແທ່ນໂບຣານາຮາມ ບ່ອນດຽວນີ້ລະ.
ການຂຶ້ນໄປເອົາໜັງສື ຜູ້ຂຶ້ນຕ້ອງປີນເກີນໄມ້ໄຜ່ຂຶ້ນໄປ, ຕ້ອງມີນ້ຳໜັກເບົາ ແລະ ອ່ານໜັງສືທຳ, ໜັງສືລາວເດີມ, ໄທໃຫຍ່ໄດ້ ສົມຄວນ ບໍ່ດັ່ງນັ້ນ ການທີ່ເອົາໜັງສືມາຜິດເລື່ອງພຽງຄັ້ງດຽວ ມີໂອກາດຕົກນ້ຳໄດ້ ເພາະຜູ້ທີ່ຈັບຄຶງເກີນໃຫ້ ບໍ່ຢາກໃສ່ໃຈເທົ່າໃດລະ...ຖ້າເປັນຄັ້ງທີສອງທີສາມ...
ຫໍໄຕຣ ເຖິງແມ່ນຈະມີການບູລະນະໃໝ່ ແຕ່ຂ້າພະເຈົ້າກໍຍັງບໍ່ຮູ້ວ່າ ໃນນັ້ນ ມີໜັງສືຫຍັງແດ່, ມີຈັກເລື່ອງ, ໄດ້ຮັບການປົກປັກຮັກສາເປັນລະບົບ, ມີການຖ່າຍ ໄມໂຄຣຟີມ ໄວ້ແລ້ວຫລືບໍ່ ??? ແຕ່ສິ່ງທີ່ຂ້ອຍຈຶ່ບໍ່ລືມອີກຢ່າງນອກຈາກຫໍໄຕຣໃນໜອງຜຳນີ້ແລ້ວ ຍັງຈື່ໄດ້ວ່າ ໜອງແຫ່ງນີ້ ຍັງມີຜັກບົ້ງ, ໝາກຈັບ ແລະ ແຕ່ລະປີຈະມີຜຳເກີດໃຫ້ຊາວບ້ານໄດ້ນຳໄປແຕ່ງອາຫານ. ບໍ່ພຽງເທົ່ານີ້ ໜອງແຫ່ງນີ້ ຍັງເປັນບ່ອນເຊື່ອງເຂົ້າຕົ້ມງານບຸນຫໍ່ເຂົ້າ(ນ້ອຍ-ໃຫຍ່) ຂອງຂ້ອຍ ຈົວນ້ອຍທີ່ຄ່ຽມຄົມ ໜ້ອຍໜຶ່ງ ດ້ວຍການນຳເອົາເຂົ້າຕົ້ມ ທີ່ເພິ່ນມາໃສ່ບາດນັ້ນຢັດໃສ່ບັ້ງໄມ້ແລ້ວອັດແໜ້ນດ້ວຍດິນດາກ ກ່ອນຈະລົງໜອງໄປຕອກຫລັກ ເອົາເຊືອກມັດບັ້ງເຂົ້າຕົ້ມຕິດຫລັກໄວ້ໃນນ້ຳ ທີ່ພື້ນສະນີ້ ແທນທີ່ຈະນຳໄປຕາກແດດໃຫ້ແຫ້ງ...(ສລາດໜ້ອຍ)
...ຄືມາຍາວແທ້ລະ....ເອົາເລື່ອງສຸດທ້າຍສາ ທີ່ຢາກຈະເລົ່າໃຫ້ຟັງ...
ທ່ານເຫັນຫຍັງແຕກຕ່າງແດ່ ລະຫວ່າງພຣະປາງຫ້າມສະໝຸດ ທີ່ປະທັບຢືນ ຂ້າງຊ້າຍ ແລະ ຂ້າງຂວາ ຂອງອົງພຣະປະທານ
ພຣະສອງອົງນີ້ ຜູ້ເຖົ້າຜູ້ແກ່ບອກວ່າເຮັດດ້ວຍໄມ້ເປືອຍ ຄົງມີອາຍຸນັບຮ້ອຍປີຄືກັນນັ້ນລະ.
...ແຕ່...ມັນມີເລື່ອງເລົ່າມາຍາວນານຫລາຍຊົ່ວຄົນ ແລະ ຫລາຍເລື່ອງຕິດຕໍ່ກັນ ທີ່ພົວພັນເຖິງພຣະໃນນີ້...
ທ່ານຄົງເຫັນແລ້ວ ເຖິງຄວາມແຕກຕ່າງຂອງພຣະພຸທຮູບ ປາງຫ້າມມະຫາສະໝຸດ ສອງອົງນີ້...ເດີມທີ ພຣະສອງອົງນີ້ ມີຄວາມເໝືອນກັນທັງໝົດ ແຕ່ປັດຈຸບັນ ແລະ ນານມາແລ້ວ ພັດມີຄວາມຕ່າງທີ່ເຮົາເຫັນປະຈັກຕາກໍຄື "ສຽນພຣະ" ຂອງອົງທີ່ປະທັບຂ້າງຊ້າຍຂອງພຣະປະທານ(ຂ້າງຂວາຂອງເຮົາ)....
ມີເລື່ອງເລົ່າກັນມາດົນນານແລ້ວວ່າພຣະພຸທຮູບອົງນີ້ ສາມາດສະເດັດອອກຈາກຖານປະທັບໄດ້, ເພິ່ນເລົ່າວ່າ: ກ່ອນນີ້ຫລາຍ(ກ່ອນປົດປ່ອຍຫລາຍປີ) ທຸກໆວັນສິນ ຕອນກາງຄືນຈະເຫັນແສງເປັ່ງປະກາຍເປັນເລົາອອກເຊິ່ງຕົ້ນຈັນໄດຫລັງສິມ(ຕົ້ນທີ່ລົ້ມລົງ)ອອກສູ່ທ້ອງຟ້າເປັນທາງຍາວໃນສາຍຕາ, ບາງຄົນກໍເລົ່າວ່າ ມີແສງແບບວ່ານີ້ອອກຈາກຕົ້ນໂພຕົ້ນແຈວັດ, ບາງຄົນກໍວ່າ ແມ່ນແສງຂອງພຣະ ເພິ່ນສະເດັດໄປວັງຊ້າງເພື່ອສົນທະນາທຳ(ວັງຊ້າງ ເພິ່ນວ່າເປັນວັງນ້ຳທີ່ມີຄວາມເລິກທີ່ສຸດ ຂອງນ້ຳເຫືອງ ແລະ ມີຖ້ຳຢູ່ໃຕ້ນ້ຳ ແຕ່ຂ້າພະເຈົ້າກໍບໍ່ຮູ້ວ່າມັນຢູ່ຈຸດໃດຂອງສາຍນ້ຳເຫືອງ ຫລື ມັນເປັນພຽງເລື່ອງເລົ່າກັນມາ); ບໍ່ພຽງເທົ່ານີ້ ບາງຄົນກໍເລົ່າວ່າ ເວລາຝົນຕົກແຮງ ມັກຈະເຫັນ(ຄົນ)ເໝືອນພຣະ ອອກມາຢືນຕາກຝົນຢູ່ສາຍຄາສິມ ດ້ານຊ້າຍຂອງພຣະປະທານ ເຄື່ອນໄຫວເໝືອນການຊັກຜ້າ(ຜ້າທີ່ພາດຢູ່ແຂນຂອງເພິ່ນນັ້ນລະ) ແລະ ເລື່ອງເລົ່າສຸດທ້າຍກໍຄື ຊາວບ້ານໄດ້ພົບເຫັນພຣະພຸທຮູບອົງນີ້ ຢືນນິ້ງຄາປະຕູສິມດ້ານດັ່ງກ່າວ ເຊິ່ງຊາວບ້ານເລົ່າກັນວ່າ ຄົງເປັນຍ້ອນ ເກດ(ສຽນ)ຂອງພຣະໄດ້ຕຳເອົາຂອບປະຕູ ຈົນເຮັດໃຫ້ແກ້ວວິເສດຢູ່ໃນສຽນນັ້ນຟົ້ງອອກໄປ ຈຶ່ງເຮັດໃຫ້ເພິ່ນໝົດລິດ ບໍ່ສາມາດເຂົ້າມາປະທັບທີ່ຖານເດີມໄດ້ ອັນເປັນເຫດເຮັດໃຫ້ສຽງຂອງພຣະພຸທຮູບອົງນີ້ແຕກຫັກໄປສ່ວນໜຶ່ງ(ດັ່ງທີ່ເຫັນໃນຮູບ)....ແລະ ແຕ່ນັ້ນມາ ກໍບໍ່ມີເລື່ອງເລົ່າກ່ຽວກັບພຣະພຸທຮູບ ປາງຫ້າມສະໝຸດ ອົງນີ້ອີກເລີຍ...
ແຕ່ສຳລັບຄວາມຄິດຫງຳຂອງຂ້າພະເຈົ້າຄິດວ່າ: ການທີ່ຊາວບ້ານ ໄປພົບພຣະ ຯລຯ ຄາປະຕູຢູ່ນັ້ນ ອາດບໍ່ແມ່ນການສະເດັດ ດ້ວຍແກ້ວວິເສດ ແຕ່ອາດແມ່ນການລັກ ເພາະກ່ອນນີ້ ກໍມີຜູ້ເຖົ້າຜູ້ແກ່ເຄີຍເລົ່າເຖິງ ການລ່າຊັບສົມບັດຕົກຄ້າງ ລະຫວ່າງທາງ ສະໄໝການກໍ່ສ້າງພຣະທາດສີສອງຮັກ ເຊິ່ງສ່ວນໜຶ່ງທີ່ນຳໄປສົມທົບບໍ່ທັນ ຍ້ອນເພິ່ນກໍ່ສ້າງສຳເລັດກ່ອນ ຈຶ່ງໄດ້ມີການຊຸກເຊື່ອງໄວ້ ເຊິ່ງເຂດນີ້ມີຫລາຍຈຸດທີ່ ມີຄຳເວົ້າປິດສະໜາ ບອກບ່ອນເຊື່ອງວັດຖຸເງິນຄຳເລົ່ານັ້ນ ຕາມຕຳນານ: "ຕານເຈັດຍອດ"...ເຊິ່ງພຣະທາດ ດ້ານຫລັງສິມ ທີ່ເຫັນຢູ່ນີ້ ກໍອາດມີສ່ວນກ່ຽວພັບກັບຕຳນານດັ່ງກ່າວ....(ຄິດເອງເດີ້)
ດ້ານຫລັງຂອງພຣະປະທານ ມີຮູ(ໃຫຍ່ພໍຫລົມໝາກນາວ)ຜູ້ເຖົ້າຜູ້ເກົ່າ ເລົ່າສືບຕໍ່ກັນມາວ່າ ຮູນັ້ນແມ່ນຮູລວງ(ເຄີຍໄດ້ຍິນເລື່ອງເລົ່າ ຄວາມສຳພັນຂອງລວງ ກັບວັດແຫ່ງນີ້ ແຕ່ບໍ່ຈື່ລະ) ເຊິ່ງຈະມາຄອຍປົກປັກຮັກສາ ບໍ່ໃຫ້ມີໄພ ຫລື ອາເພດຊົ່ວຮ້າຍເກີດຂຶ້ນແກ່ຊາວບ້ານຊາວເມືອງ ຄຸ້ມຄອງໃຫ້ຢູ່ດີມີສຸກ, ບາງຄົນຍິ່ງເລົ່າວ່າ ຖ້າເຮົາເອົາໝາກນາວປ່ອນລົງຮູນີ້ ມັນຈະໄປຟູຂຶ້ນທີ່ນ້ຳສ້າງຂ້າງວັດ(ດຽວນີ້ເພິ່ນໄດ້ຖົມແລ້ວ ເພາະເປັນທີ່ສ່ວນບຸກຄົນ) ເຊິ່ງນ້ຳໃນສ້າງນັ້ນ ບໍ່ສາມາດດື່ມໄດ້ ເພາະເປັນນ້ຳເຄັມ....ເຖິງຂ້ອຍຈະເປັນຈົວນ້ອຍທີ່ອ່າວດື້ແດ່ ແຕ່ຂ້ອຍກໍບໍ່ກ້າປ່ອນໝາກນາວລົງໃນຮູ້ນັ້ນ...ໄດ້ພຽງຄິດຢາກປ່ອນເບິ່ງຊື່ໆເທົ່ານັ້ນລະ...ເພາະຢ້ານ..
ວັດແຫ່ງນີ້ ມີເລື່ອງເລົ່າຢ່າງຫລວງຫລາຍ ແລະ ຜ່ານມາຫລາຍຍຸກຫລາຍສະໄໝ, ມີໄລຍະທີ່ມີຄູບາອາຈານ, ນັກປາດ ອາໄສ, ເຄີຍມີພຣະສົງສາມເນນພຳນັກຢູ່ເປັນຮ້ອຍ, ເປັນຊາວ, ເປັນສິບ ແລະ ມີພຽງອົງດຽວ ກໍມີ....ວັດແຫ່ງນີ້ ເຄີຍເປັນວັດຮ້າງ ຫລາຍປີຕິດຕໍ່ກັນ ແລະ ອາດມີຫລາຍກ່ວາ 1 ຄັ້ງ(ຄັ້ງສຸດທ້າຍ ພາຍຫລັງປົດປ່ອຍໃໝ່ໆ).. ໃນເວລາທີ່ເປັນວັດຮ້າງ ຊາວບ້ານ ກໍບໍ່ມີໃຜກ້າຍ່າງຜ່ານ ເພາະຊາວບ້ານເຮືອນໃກ້ວັດນັ້ນ ໄດ້ເລົ່າສືບກັນມາວ່າ: ມັກເຫັນສິ່ງແປກໆ, ສຽງແປກໆ ໃນຕອນກາງຄືນ ຢູ່ໃນວັດນີ້ເຊັ່ນ: ສຽງລະຄັງ, ສຽງກອງ,ເພນ-ກອງຫາງ...ແລະ ສຽງທີ່ໄດ້ຍິນຫລາຍກ່ວາໝູ່ກໍຄື ສຽງກວດຕາດ(ກວດໃບໄມ້ໃນເດີ່ນວັດ)ກ່ອນຟ້າຈະສະຫວ່າງ...(ຂົນຄີງລຸກຕອນພິມວັກນີ້)...ນີ້ເປັນເລື່ອງເລົ່າທີ່ເຮັດໃຫ້ຂ້ອຍເປັນຈົວນ້ອຍ ບໍ່ມັກຝຽນຂຶ້ນຕີລະຄັງ ໃນມື້ຕີກອງເດິກ...(ວັນສິນ)....
ຂອບໃຈທີ່ທ່ານໄດ້ອົດສາອ່ານ ເລື່ອງເລົ່າຂອງຊາວບ້ານ
ຂອບໃຈ ຫາກທ່ານ ໄດ້ເສີມຕໍ່ເລື່ອງເລົ່າທີ່ເຮົາຍັງບໍ່ຮູ້ ແລະ ບໍ່ທັນໄດ້ຂຽນລົງນີ້
ສາທຸ ໆໆ...ຂໍໃຫ້ທຸກຄົນຢູ່ດີມີແຮງ
...ມີເວລາໄປຢາມບ້ານ, ໄປຢາມວັດບ້ານຂ້ອຍແດ່ເດີ້...
ວັດໂພແທ່ນໂບຣານາຣາມ ຫລື ວັດບ້ານໃຫຍ່ ເມືອງບໍ່ແຕນ(ໄຊຍະບູລີ)

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...