25.12.11

Merry Christmas

Merry Christmas 2012
ສະບາຍດີປີໃໝ່ ໒໐໑໒
ໃຫ້ທຸກໆທ່ານ ຈົ່ງມີອາຍຸ, ວັນນະ, ສຸຂະ, ພະລະ ເທີ້ນ
(ຂອບໃຈ)

17.12.11

8.12.11

ເລືອດໃນອົກແທ້ໆ

ຂ້ອຍມີລູກທັງໝົດ ໖ ຄົນ ສອງຄົນນັ້ນໃຫຍ່ແລ້ວເປັນສາວໂຮງງານ, ສອງຄົນຍັງນ້ອຍຢູ່ ແລະ ອີກສອງ ຄົນກຳລັງຊອນບ່າວ ຮຽນຢູຫ້ອງ ມ໔ ແລະ ມ໖ ຄອບຄົວກໍຈັດວ່າເປັນຄອບຄົວທີ່ທຸກຍາກ ລຳບາກ ຫລາຍແທ້ໆ ເພາະ ມາຮອດປັດຈຸບັນນີ້ເຮືອນຊິຊຸກຫົວນອນເປັນຂອງຕົນເອງກໍຍັງບໍ່ມີ.


ລູກຊາຍສອງຄົນທີ່ຮຽນຢູ່ນີ້ ຂ້ອຍຕັ້ງຄວາມຫວັງໄວ້ກັບພວກເຂົາສູງ ເພາະຂ້ອຍຢາກໃຫ້ເຂົາຕັ້ງໃຈຮຽນ ເພື່ອຈະໄດ້ຊ່ວຍພໍ່ແມ່, ມີວຽກເຮັດງານທຳໃນອະນາຄົດ. ແຕ່ມາຮອດມື້ນີ້ ຄວາມຫວັງຂອງຂ້ອຍມັນຄ່ອຍສະຫຼາຍ ໄປມື້ລະເລັກລະນ້ອຍ ຄວາມຄາດຫວັງຂອອງຂ້ອຍນັ້ນຄົງເປັນດັ່ງທີ່ຫວັງໄວ້ບໍ່ໄດ້ເມື່ອລູກຊາຍຂ້ອຍຄົນເປັນອ້າຍ ເລີ່ມມີພຶດຕິກຳທີ່ບໍ່ດີ….ກ່ອນນີ້ ຂ້ອຍໄດ້ຍິນຜູ້ເປັນນ້ອງມາເວົ້າສູ່ຂ້ອຍຟັງວ່າອ້າຍຂອງມັນຕິດເກມຄອມພິວເຕີ ແລະ ສະນຸກເກີ້ ບາງມື້ໄປໂຮງຮຽນຊ້າ ແລະ ບາງມື້ບໍ່ໄປເລີຍ ແຕ່ຂ້ອຍກໍບໍ່ໃສ່ໃຈ ມັນອາດໃສ່ຮ້າຍອ້າຍຂອງມັນ.


ຫລາຍເທື່ອຂ້ອຍສັງເກດເຫັນວ່າ ຕອນແລງເວລາກິນເຂົ້າ ຄືວ່າມັນຟ້າວໄປທີ່ໃດຈັກບ່ອນນີ້ລະ ແຕ່ມັນ ກໍບໍ່ລືມຄອບຂ້ອຍກ່ອນມັນຈະອອກເຮືອນ ມັນມັກບອກຂ້ອຍວ່າ: “ບໍ່ຕ້ອງຫ່ວງເຮົາ ເຮົາອາດກັບເດິກ ເພາະໄປ ຮຽນໜັງສືຢູ່ເຮືອນໝູ່”…ເມື່ອມັນເວົ້າແນວນີ້ຂ້ອຍກໍບໍ່ໃສ່ໃຈ ບາງເທື່ອຂ້ອຍກໍບອກມັນວ່າ ໄປມາໃຫ້ມີສະຕິ…ແຕ່ ບາງເທື່ອມັນກໍບໍ່ກັບມານອນ ແຕ່ມັນກໍບໍ່ລືມໂທມາຄອບຂ້ອຍວ່າ: “ ບໍ່ຕ້ອງຫ່ວງເຮົາ ເຮົານອນເຮືອນໝູ່ເພາະເດິກ ແລ້ວ ຖ້າກັບຢ້ານຄົນລັດທາງ ”… ຂ້ອຍກໍບໍ່ວ່າຫຍັງ ເພາະຄິດວ່າດີແລ້ວທີ່ມັນບໍ່ກັບ ຍ້ອນຂ້ອຍເປັນຫ່ວງເວລາ ກັບບ້ານ ເພາະໄລຍະນີ້ມັກໄດ້ຍິນຂ່າວການດຶງກະເປົາ, ຕີເອົາລົດ ຂອງຜູ້ເດີນທາງຍາມເດິກດື່ນປະຈຳ.


ລູກຊາຍຜູ້ເປັນນ້ອງຂ້ອຍກໍຊື່ນຊົມດີໃຈກັບມັນ ເພາະນອກຈາກມັນຮຽນອ່າວດີແລ້ວ ເລີກຮຽນມາມັນກໍ ຊ່ວຍວຽກເຮືອນການຊານຊ່ວຍແມ່ ເພາະເອື້ອຍໆຂອງມັນມັກເຮັດວຽກລ່ວງເວລາປະຈຳ, ວັນເສົາ ແລະ ອາທິດ ມັນກໍໄປຊອກເງິນ ໂດຍໄປຊ່ວຍລ້າງຈອກ, ລ້າງຖ້ວຍ-ຊາມ ຢູ່ເຮືອນຄົນຮູ້ຈັກຮ່ອມເຂົ້າເຮືອນຍ້ອນເຂົາເຈົ້າຂາຍ ກາເຟ, ຂາຍເຝີ ມັນຊອກເງິນຈ່າຍມັນເອງ ແຕ່ຍັງດີທີ່ມັນໃຊ້ເງິນເປັນປະໂຫຍດເພາະມັນເອົາເງິນນັ້ນໄປຈ້າງຮຽນ ພາສາຕ່າງປະເທດໃນບ່າຍຂອງມື້ວັນເສົາ ແລະ ອາທິດ.


ໄລຍະຫລັງໆມານີ້ ຂ້ອຍສັງເກດເຫັນວ່າລູກຊາຍກົກຂອງຂ້ອຍມີອາການໜ້າເປັນຫ່ວງ ເບິ່ງແລ້ວເໝືອນ ກັບມັນອົກຫັກ ມັນເຫງົາ ແລະ ຊຶມເສົ້າ ຈົນບາງເທື່ອຂ້ອຍກໍຄິດສົງສານມັນ ຍ້ອນເຫັນວ່າມັນມີອາການໜ້າເປັນ ຫ່ວງ ບາງເທື່ອມືມັນສັ່ນເຊັນ ຂ້ອຍກໍຄິດແຕ່ວ່າ ມັນຄົງເມື່ອ ເພາະເຫັນມັນເສົ້າຊຶມມື້ໃດ ເອີ້ນກິນເຂົ້າມັນກໍບໍ່ຍອມ ມາກິນ ບາງເທື່ອເຮົາເອີ້ນຄຳສອງຄຳມັນກໍບໍ່ຕອບ ເໝືອນມັນບໍ່ໄດ້ຍິນສຽງຂອງເຮົາຊັ້ນລະ… ໃນໄລະຍະນີ້ລະທີ່ ນ້ອງຂອງມັນມັກບອກຂ້ອຍເຕືອນມັນ ເພາະບໍ່ຄ່ອຍເຫັນມັນໄປໂຮງຮຽນ ແຕ່ຂ້ອຍບໍ່ເຊື່ອດອກ ເພາະແຕ່ລະມື້ມັນ ກໍນຸ່ງເຄື່ອງ ເອົາກະເປົາເປ້ຂອງມັນ ແລະ ບອກເຮົາວ່າ: “ໄປຮຽນກ່ອນ”…


ແລງມື້ໜຶ່ງ ໃນເວລາທີ່ຂ້ອຍກຳລັງກິນເຂົ້າ ຂ້ອງຕື່ນໝົດແຮງ ຍ້ອນມີອີ່ຫຍັງບຸກະທົບໃສ່ຫລັງຄາສັງກະສີ ຢ່າງແຮງ ຈາກນັ້ນບໍ່ດົນຂ້ອຍກໍເຫັນຜູ້ເປັນອ້າຍຍ່າງກະຟຸບກະຟາບອອກເຮືອນໄປໂດຍບໍ່ຄອບລາ ແລະ ບໍ່ໄດ້ຍິນ ສຽງຂ້ອຍທີ່ເອີ້ນຕາມຫລັງມັນ….ບັກຜູ້ເປັນນ້ອງຈ້ອງເບິ່ງໜ້າຂ້ອຍດົນເຕີບເໝືອນມັນຢາກບອກສິ່ງໃດສິ່ງໜຶ່ງກັບຂ້ອຍ ແຕ່ມັນກໍບໍ່ໄດ້ເວົ້າຫຍັງຫລາຍນອກຈາກບອກຂ້ອຍວ່າ: “ ແມ່….ມັນຕິດເພື່ອນບໍ່ດີ…” ແລ້ວມັນກໍຍົກພາ ເຂົ້າອອກມາ ແລ້ວພວກຂ້ອຍກໍກິນເຂົ້າໂດຍບໍ່ມີໜ້າບັກລູກຊາຍໃຫຍ່….


ຄືນນັ້ນ ຂ້ອຍນອນບໍ່ຄ່ອຍຫລັບເພາະຄິດນຳລູກຊາຍຜູ້ໃຫຍ່ວ່າ ມັນເປັນຫຍັງແທ້…ມັນແມ່ນແທ້ບໍທີ່ວ່າ ມັນຕິດເພື່ອນທີ່ບໍ່ດີ….ຕອນເຊົ້າມື້ຕໍ່ມາ ຂ່າວທີ່ຂ້ອຍບໍ່ຕ້ອງການໄດ້ຍິນກໍໄດ້ຟັງຈາກຫົວໜ້າ ປກສ ບ້ານ ທີ່ມາ ແຈ້ງບອກພວກເຮົາແຕ່ເຊົ້າວ່າລູກຊາຍຜູ້ໃຫຍ່ຂອງຂ້ອຍຖືກຈັບຢູ່ຮ້ານສະນຸກເກີ້ຍ້ອນການພະນັນ ແລະ ເສບ ຢາ…ເຖິງຂ້ອຍບໍ່ຮ້ອງໄຫ້ ແຕ່ນ້ຳຕາມັນກໍໄຫລ ຂ້ອຍເຫຼືອໃຈທີ່ລູກເກີດຈາກເລືອດກ້ອນດຽວກັນ ເປັນຫຍັງຈຶ່ງ ບໍ່ຄືກັນແທ້ໆ…. 
ຂອບໃຈທີ່ອ່ານ
(ສະດຸດຕາ ສາຍຮຸ່ງ ຂຽນບົດ)

2.12.11

ມາໃຫ້ຄວາມອົບອຸ່ນ ແລະ ອຸດໜູນການຮຽນ

ນີ້ແມ່ນການປະຕິບັດກິດຈະກຳການກຸສົນ
ຂອງພະນັກງານວິທະຍຸກະຈາຍສຽງແຫ່ງຊາດລາວ 
(ຖ້າອ່ານຍາກ ໃກ້ກົດໃສ່ບ່ອນຕ້ອງການອ່ານເພື່ອຂະຫຍາຍ)
ທ່ານສາມາດມີສ່ວນຮ່ວມກັບພວກເຮົາໄດ້
ຂອບໃຈຫລາຍໆ

1.12.11

ແດ່...ວັນຊາດແຫ່ງ ສປປ ລາວ ຄົບຮອບ ໓໖ ປີ

ທ້າວ ທະນະໄຊ ໄຊອຸດົມ(ເບິ່ງບົດຮຽນຖ້າເອື້ອຍເລີກຮຽນ)

10.11.11

ສຸກສັນວັນເກີດ....ແດ່ຄົນໄກ

ໂລກຈະກ້ວາງເທົ່າໃດ ກໍບໍ່ໄກດັ່ງທີ່ຄິດ
ກອນນີ້ຝາກແທນຄວາມຄິດຮອດເພື່ອນມິດຊາວລາວທີ່ຢູ່ແດນໄກ
ແຖມໃຫ້

ຂອບໃຈທີ່ອ່ານ

4.11.11

ຊິເລົ່າເລື່ອງຂອງ “ ໄກ່ໃຫຍ່ ” ໃຫ້ຟັງ


ຊ້ອຍຫາກໍກັບມາແຕ່ໄປສົ່ງຊະການນ້ອງຊາຍຂອງແຟນ ທີ່ຫາກໍເສຍຊີວິໄປເມື່ອຄືນວານນີ້ຍ້ອນເຫດການ ທີ່ຄາດຄາດບໍ່ເຖິງ່ວາມັນຈະຮຸນແຮງປານນີ້…ຕາມທີ່ແຟນຂອງຂ້ອຍເລົ່າສູ່ຟັງ “ໄກ່ໃຫຍ່” ນອງຊາຍຂອງ ລາວເປັນ ຄົນບໍ່ມັກປາກ ແຕ່ເມື່ອໄດ້ປາກແລ້ວມັນກໍບໍ່ຄ່ອຍມ່ວນ, ມັນໄປຫລິ້ນໄປທ່ຽວຕາມພາສາໄວລຸ້ນ ໃນບາງໂອກາດທີ່ ມັນມັກໃຫ້ເຫດຜົນໄດ້ເຊັ່ນ ໄປວັນເກີດໝູ່, ໄປເບິ່ງຮູບເງົາໃນບາງວັນເສົາ ຫລື ອາທິດ ທີ່ມັນວ່າມີຣູບເງົາຕ່າງປະ ເທດມາສາຍທີ່ສູນການຄ້າ ຫລື ດົນໆມັນກໍໄປທ່ຽວແບບປິກນິກ(Picnic) ກັບໝູ່ໆຂອງມັນຄັ້ງໜຶ່ງ.

ນັບແຕ່ມັນເຂົ້າຮຽນຢູ່ ມ໖ (ປິນີ້) ມານີ້ມັນປະກົດມີບາງຢ່າງປ່ຽນໄປ ແຕ່ໄທເຮືອນກໍບໍ່ຄ່ອຍສົນໃຈເທົ່າໃດ ເພາະພວກເຮົາຖືວ່າມັນເປັນກົດເກນຂອງໄວລຸ້ນ ປະມານສອງເດືອນຫລັງຈາກເຂົ້າຮຽນ ມັນອອດ ອ້ອນໃຫ້ພໍ່ແມ່ ຊື້ລົດຄັນໃໝ່ໃຫ້ ມັນບອກວ່າລົດຄັນທີ່ໃຊ້ຢູ່ຫັ້ນໝູ່ຂອງມັນບອກວ່າເຊີຍຫລາຍ ແລະ ບໍ່ໃຫ້ຮ່ວມກຸ່ມແລ້ວ ແມ່ນແຕ່ ຈອດລົດໃນໂຮງຮຽນມັນກໍເຄີຍເວົ້າວ່າ ໝູ່ຂອງມັນຫັ້ນບໍ່ຍອມໃຫ້ຈອດລົດ ຢູ່ໃກ້ ຖ້າມັນບໍ່ຊື້ລົດໃໝ່ຄືກັບເຂົາ ແລະ ຈະບໍ່ຍອມຮັບເປັນໝູ່ນຳອີກ…ຍ້ອນອີຕົນລູກແມ່ຈຶ່ງຕົກລົງຊື້ລົດຄັນໃໝ່ຕາມທີ່“ໄກ່ໃຫຍ່” ຕ້ອງການໃຫ້ ມື້ທີ່ເອົາ ລົດອອກຮ້ານນັ້ນ ເບິ່ງມັນມີຄວາມສຸກເອົາແທ້ໆ ສ່ວນແມ່ເຮັດໜ້າແຈ່ວແລ່ວຍ່າງໂຕປານຊິປິວເຂົ້າໃນເຮືອນ ເຊິ່ງ ເປັນເວລາດຽວກັນ ກັບສຽງເອີ້ນຈາກ“ໄກ່ໃຫຍ່”ວ່າໄປລອງລົດກ່ອນເດີ້….ແລ້ວມັນກໍເລັັ່ງລົດອອກໄປ ລືມໃສ່ ຮອດໝວກກັນກະທົບ….

ສັງເກດເຫັນວ່ານັບແຕ່ມື້ນັ້ນເປັນຕົ້ນມາ “ໄກ່ໃຫຍ່” ມີການປ່ຽນໄປເໝືອນກັບວ່າມັນມີວຽກຫລາຍ ເອົາແທ້ໆ ບາງມື້ກໍບອກແມ່ວ່າມື້ນີ້ມີເຕະບານນັດສຳຄັນຂາດບໍ່ໄດ້, ຄືນນີ້ຕ້ອງກັບເດິກ ເພາະຮຽນເພີ່ມ ເພາະ ໃກ້ສອບເສັງແລ້ວ, ມື້ນີ້ຈະກັບບ້ານຊ້າ ເພາະຈ້າງອາຈານສອນພິເສດ….ສ່ວນແມ່ກໍໄດ້ແຕ່ ຫົວປິ່ນນຳການຊອກ ຫາເງິນເພື່ອໃຫ້ລູກເປັນຄ່າຮຽນ…

ແຟນຂ້ອຍເວົ້າໃຫ້ຟັງ່ວາ ມື້ໜຶ່ງ ຫລັງຈາກທີ່ “ໄກ່ໃຫຍ່” ອອກເຮືອນໄປ ເຊິ່ງເວລານັ້ນລາວເບິ່ງໂທລະພາບ ຢູ່ກໍໄດ້ຍິນສຽງແມ່ຈົ່ມແຮງໆວ່າ ຫ້ອງ “ໄກ່ໃຫຍ່”  ຈັ່ງແມ່ນຮົກເຮື້ອປານຮັງໜູ ແລະ ມີກິ່ນເໝັນອັບ ເໝັນຄວັນຢາ ຈົນຊິສະມັກ ເຊິ່ງຜ່ານມາບໍ່ເຄີຍເປັນແບບນີ້ມາກ່ອນ…ການຈົ່ມຂອງແມ່ມັນໄດ້ເຮັດໃຫ້ຂ້ອຍ ຄິດເໝືອນມີລາງສັງ ຫອນບອກວ່າ: “ໄກ່ໃຫຍ່” ມັນມີພຶດຕິກຳທີ່ບໍ່ສົມປະສົງແລ້ວ, ການກັບເຮືອນ ເດິກໆດື່ນໆຂອງມັນໂດຍທີ່ຂ້ອຍ ແລະ ແມ່ເອງບໍ່ຄ່ອຍໃສ່ໃຈນັ້ນມັນອາດເປີດຊ່ອງທາງໃຫ້“ໄກ່ໃຫຍ່” ປ່ຽນພຶດຕິກຳ….ແລະ ຈາກມື້ນັ້ນມາແຟນ ຂອງຂ້ອຍກໍພະຍາຍາມທີ່ຈະບອກແມ່ ແຕ່ແມ່ກໍບໍ່ເຊື່ອວ່າມັນ ຈະເປັນໄປໄດ້ ເພາະ “ໄກ່ໃຫຍ່” ເຄີຍເປັນນັກຮຽນດີ, ມີຄຸນສົມບັດ ຈົນຖືກຍົກຍ້ອງມາແລ້ວຕອນຢູ່ ມ໔.

ແລ້ວມື້ທີ່ທຸກຄົນບໍ່ຄາດຄິດກໍມາເຖິງ ເມື່ອສຽງໂທລະສັບດັງຄັ້ງແລ້ວຄັ້ງເລົ່າຕອນສີ່ໂມງເຊົ້າ ແລ້ວແຟນ ຂອງຂ້ອຍເອງນີ້ລະ ອົດທົນຕໍ່ສຽງດັງຂອງໂທລະສັບນັ້ນບໍ່ໄຫວຈຶ່ງອອກມາຮັບໂທລະສັບທີ່ຫ້ອງຮັບແຂກ ທຳອິດ ຄິດວ່າພໍ່ທີ່ໄປວຽກຕ່າງ ແຂວງນັ້ນໂທມາໃຫ້ໄປຮັບຢູ່ຄິວລົດ ແຕ່ມັນບໍ່ແມ່ນ…..ມັນເປັນໂທລະສັບ ທີ່ແຈ້ງມາ ຈາກໂຮງໝໍ ບອກວ່າ “ໄກ່ໃຫຍ່” ຕາຍແລ້ວ…ທຳອິດລາວບໍ່ເຊື່ອ ຟ້າວແລ່ນໄປໄຕ້ໄຟ ໄຂປະຕູ ເບິ່ງຫ້ອງຂອງ “ໄກ່ໃຫຍ່”….ຕອນນີ້ລະທີ່ລາວຕົກໃຈຈົນບອກບໍ່ຖືກ ແລະ ແມ່ ເມື່ອຮູ້ຂ່າວກໍເປັນລົມ ກ່ອນຈະຕັ້ງສະຕິໄດ້ ກໍໃຊ້ເວລາເກືອບຊົ່ວໂມງ.

ມາຮູ້ທີຫລັງວ່າ: “ໄກ່ໃຫຍ່” ກາຍເປັນບຸກຄົນສຳຄັນຂອງແກ໋ງ“….” ເຊິ່ງແຜ່ອິດທິພົນດ້ວຍການທ້າຊິ້ງລົດ ແລະ ຍາດດສາວເຂົ້າມາຮ່ວມກຸ່ມ ແລະ ທ້າລັກເອົາຊັບສົມບັດທີ່ມີຄ່າກ່ວາມາໃຫ້ກຸ່ມເພື່ອການໃຊ້ຈ່າຍ, ຫລິ້ນກິນ ຟຸມເຟືອຍ….ມື້ນີ້ໂຊກບໍ່ເຂົ້າຂ້າງ ເມື່ອການແຂ່ງລົດຊິງສາວ ໄດ້ກ້າວເຖິງການຂີ່ລົດໃຊ້ດາບ ໄລ່ຟັນກັນກັບຄູ່ຕໍ່ສູ້ ຈົນ“ໄກ່ໃຫຍ່” ຖືກຟັງທີ່ກົກແຂນຂ້າງຊ້າຍກ່ອນລົດຈະເສຍຫລັກລົ້ມຖະໄຫລລົງ…ຈົນເຖິງແກ່ຊີວິດ..

2.11.11

ບັກເພັດ ຫລື ບັກເຜດ....ແທ້ຫວະ ?

ເປັນຫຍັງຄົນເຮົາ “ກິນເຂົ້າຜ່າຫົວໃຈຄືກັນ ມັນຄືບໍ່ຄືກັນ” ຄຳເວົ້ານີ້ ຂ້ອຍເຄີຍໄດ້ຍິນພໍ່ລຸງ “ທອງປັນ” ເວົ້າເປັນປະຈຳ ໂດຍສະເພາະມື້ໄດມີໝູ່ເກົ່າເພື່ອນແກ່ມາຫລິ້ນກິນເຫລົ້ານຳ….ຄວາມຈິງແລ້ວ ພໍ່ລຸງ“ທອງປັນ” ລາວມີລູກຫລາຍຄົນເຕີບ ແຕ່ລະຄົນກໍໃຫຍ່ຈົນເປັນຄອບເປັນຄົວແລ້ວລະ ແຕ່ອັນທີ່ລາວມັກຈົ່ມໃຫ້ຫລາຍກ່ວາ ເພິ່ນແມ່ບັກເພັດ ເຊິ່ງຫລາຍຄົນມັກເວົ້າໃຫ້ມັນວ່າ “ບັກເຜດ”. 
ບັກເພັດ ຫລື ວ່າ “ບັກເຜດ” ນີ້ ຕອນຍັງນ້ອຍນີ້ມັນເປັນເດັກທີ່ສະຫລາດ ຊ່າງເວົ້າຊ່າງວ່າ ຕອນອ້າຍ ມັນຮຽນຢູ່ ປ໓ ມັນເຂົ້າ ປ໑ ແຕ່ບາດອ້າຍມັນຮຽນຢູ່ ປ໕ ມັນຮຽນຢູ່ ປ໔ ມັນຮຽນ ແລະ ເສັງຂ້າມຫ້ອງ ໄດ້ວ່າຊັ້ນ ສາອັນຄວາມເກັ່ງຂອງມັນນັ້ນນະ…ຕອນທີ່ຮຽນມັດທະຍົມ - ອຸດົມສອງອ້າຍນ້ອງນີ້ ກໍຮຽນ ໄລ່ຫ້ອງກັນໄປ ແບບ ສະບາຍໆ ເພາະທັງອ້າຍທັງນ້ອງຕ່າງກໍຮຽນເກັ່ງ…ພາຍຫລັງຈົບອຸດົມແລ້ວອ້າຍພໍ່ ໃຫ້ໄປຮຽນຢູ່ໂຮງຮຽນກ່ຽວ ກັບກົນຈັກການກະເສດນີ້ລະ ຫລັກສູດ ໓ ປີ, ສ່ວນນ້ອງ ມັນກໍເກັ່ງເສັງເອົາທຶນ ເຂົ້າມະຫາວິທະຍາໄລໄດ້ຮຽນ ກ່ຽວກັບການບໍ ລິຫານໂຮງ ແຮມ ຫລື ທ່ອງທ່ຽວນີ້ລະ ແລະ ຕອນນີ້ລະທີ່ ຂ້ອຍຄິດວ່າ ເດັກສອງຄົນນັ້ນມີອັນຂັດ ແຍ່ງກັນ ເພາະ ພໍ່ມັນກໍມັກ ມາຈົ່ມເຈັບຫົວຍ້ອນຫາເງິນ ສົ່ງລູກ ຮຽນ…ລາວຄົງໝົດເງິນຫລາຍເຕີບນັ້ນລະກ່ວາລູກ ຊາຍທັງສອງ ຮຽນຈົບນັ້ນນະ….ຕອນທີ່ອ້າຍຂອງ “ບັກເຜດ” ຮຽນຈົບໃໝ່ ມັນມາຂໍອະນຸຍາດນຳພໍ່ຂໍເຮັດວຽກ ຢູ່ໃນເມືອງ ເປັນລູກຈ້າງ ຂອງຮ້ານແປງ ລົດແຫ່ງໜຶ່ງ ພໍນ້ອງຊາຍມັນໄດ້ຍິນ ມັນຫົວຂວັນອ້າຍຂອງມັນປານວ່າ ຫລັງຄາ ເຮືອນຊິເພີງນີ້ຕວາ…ມັນເວົ້າວ່າວຽກນີ້ຕໍ່າໆ ໂຕດຳໆ ບໍ່ມີອະນາຄົດ ບໍ່ຄືມັນທີ່ໄປໃສມາໃສກໍໃສ່ກາລະ ວັດ ມັດນັກໄທ(Necktie) ນຸ່ງເຄື່ອງງົດງາມ ເຮັດວຽກໃນຫ້ອງແອ…ສະບາຍ…ຕອນມັນເວົ້ານີ້ “ບັກເຜດ” ຍັງຮຽນ ບໍ່ທັນຈົບເທື່ອ. 
ຕອນນີ້ ໕ ປີຜ່ານໄປແລ້ວ ຜູ້ເປັນອ້າຍຫັ້ນກໍກັບມາຢູ່ບ້ານ ຕັ້ງອູ່ສ້ອອມແປງລົດ ນັບແຕ່ລົດຖີບ, ລົດຈັກ ລົດນ້ອຍ ລົດໃຫຍ່ ຄັນບໍ່ເພພິລຶກພິໂລ ມັນແປງໄດ້ ຊາວບ້ານຫລາຍຄົນດີໃຈນຳມັນ ເພາະຊາວບ້ານ ບໍ່ໄດ້ເອົາ ລົດໄປແປງໄກ ດຽວນີ້ ມັນປຸກເຮືອນເປັນຂອງຕົນເອງ ແລະ ມີລົດກະບະເກົ່າໆຄັນໜຶ່ງ ແລ່ນນຳ ບ້ານນຳເມືອງເພິ່ນ ສ່ວນໃຫຍ່ກໍແລ່ນວຽກສ້ອມແປງຂອງມັນນັ້ນລະ ຫລາຍເທື່ອລົດຊາວບ້ານເພຢູ່ປ່າພຸ້ນ ມັນກໍນຳໄປແປງ ດຽວນີ້ ຫລານຊາຍຂ້ອຍຄົນໜຶ່ງກໍໄດ້ຝາກເຮັດວຽກນຳມັນນີ້ລະ….ສ່ວນ“ບັກເຜດ” ມັນກໍຮຽນຈົບໄດ້ເກືອບສາມປີແລ້ວ ຍັງບໍ່ມີວຽກທີ່ຈະເຮັດເປັນຫລັກເປັນຖານ ມີແຕ່ຊອກເລື່ອງມາຜານມູນ ມັງຂອງພໍ່ມັນ ປີກ່ອນຫັ້ນພໍມັນກໍໄດ້ຂາຍ ດິນນາຕອນໜຶ່ງ ເພື່ອໄປແຕ່ງເມຍໃຫ້ມັນຢູ່ໃນເມືອງພຸ້ນ…ພໍ່ຂາຍດິນບໍ່ພໍ ອ້າຍມັນນກໍໄດ້ຊ່ວຍຫລາຍເຕີີບຫັ້ນລະ. 
ຫວ່າງສອງສາມມື້ມານີ້ ລຸງ“ທອງປັນ” ລາວຄົງອຸກໃຈນັ້ນລະ ນັ່ງກອ໊ກເຫົ້າຂາວຄົນດຽວ ທັງອອກປາກ ຈົ່ມຈົນຊາວບ້ານໄດ້ຍິນນຳວ່າ: “ບັກເຜດ” ມັນໂທລະສັບມາຂໍໃຫ້ພໍ່ມັນຊອກເງິນໄປໃຫ້ມັນອີກຫລາຍລ້ານ ມັນວ່າ ມັນເປັນໜີ້ທະນາຄານ ຍ້ອນຍືມເງິນມາແລ່ນເອກະສານໄປເຮັດວຽກຢູ່ຕ່າງປະເທດ ແລ້ວຖືກ ເຂົາຕົ້ມ. ລຸງທອງປັນ ເອງລາວຄົງອຸກໃຈບໍ່ໜ້ອຍ ເພາະສອງສາມເດືອນກ່ອນ ກໍໄດ້ຂ່າວວ່າ ນາອີກຜັ່ນ ໜຶ່ງທີ່ລາວວ່າຈະຮັກສາໄວ້ໃຫ້ ຫລານ ລູກ“ບັກເຜດ” ນັ້ນລະ ຕ້ອງໄດ້ຂໍຮ້ອງໃຫ້ຜູ້ເປັນອ້າຍສ້ວຍເອົາ ຍ້ອນເອົາເງິນນັ້ນໄປເຮັດງານຜູກແຂນ ອອກກຳໃຫ້ເມຍ ແລະ ລູກຜູ້ທຳອິດຂອງ“ບັກເຜດ” ນັ້ນລະ…ອ້າຍມັນກໍຈັ່ງແມ່ນໃຈດີ ເອົາເງິນໃຫ້ແລ້ວບໍ່ພໍ ຍັງເອົາເຂົ້າໄປສີໄດ້ເຂົ້າສານຫລາຍເປົາໃສ່ລົດກະບະເກົ່າໆ ຂອງມັນໄປສົ່ງ“ບັກເຜດ” ຮອດເມືອງພຸ້ນ… 
ມາຮອດທຸກມື້ນີ້ ເຖິງວ່າລຸງທອງປັນຈະຮູ້ວ່າ ໂຊກວາດສະໜາຂອງຄົນ ເຮົາແຂ່ງຂັນກັນບໍ່ໄດ້ກໍຈິງ ແຕ່ລາວ ເອງກໍອົດທີ່ຈະກຸ້ມໃຈ ເຫລືອໃຈ ບໍ່ໄດ້ຍ້ອນ ເປັນຫຍັງຄົນເຮົາຈຶ່ງຕ້ອງເລືອກແຕ່ສິ່ງດີໆໃຫ້ກັບຕົນເອງ, ຢາກໄດ້, ຢາກມີ…ແຕ່ບໍ່ຍອມເຮັດ ໂດຍຍາມໃດກໍຫາແຕ່ຖົງຢາມາແກ້ ວ່າ ວຽກນັ້ນບໍ່ສົມກັບຕົນເອງ…ວຽກບໍ່ສົມ ຫລື ຂີ້ຄ້ານກັນແທ້…. ທຸກເທື່ອທີ່ລຸງທອງປັນເລີ່ມຊຶມເຫລົ້າ ລາວມັກລະບາຍອອກມາ ແນວນີ້ລະ.

(ຂອບໃຈທີ່ອ່ານ)

29.10.11

ອ້າຍບ່າວປ່ຽນໄປ

# ມື້ນີ້ຕ່າງ  ຫລາຍຮ້ອຍປີ  ຕາມປະຫວັດ
ມັກຂະໜາດ  ເລື່ອງສິນໄຊ  ເປັນຊາຍກ້າ
ເສິກສູ້ຍັກ  ຊື່ກຸມພັນ  ສິ້ນຊີວາ
ນຳເອົາອາ ສຸມຸນທາ ສູ່ນະຄອນ…
 # ແຕ່ຕອນນີ້  ເສິກເສືອ  ບໍ່ໄດ້ຫ່ວງ
ແຕ່ໜັກຊວງ  ເສິກຊາຍ  ໄລ່ຂົ່ມເຫັງ
ບັງຄັບໃຈ ໃຫ້ເປັນຍິງ ກຸມກັນເອງ
ຂ້ອຍຈະຮ້ອງ ເປັນເພງ ຈັ່ງໃດດີ….
 
# ໄມ້ຂະຍຸງ ໄມ້ແຕ້  ແລະ ໄມ້ຄ່າ
ເປັນລາຄາ ມີໃນລາວ  ເຂົາໄຂວ່ຫາ
ຫລາຍດົງດອນ ຫລາຍຫ່ອມພູ ເຂົາບາກໜ້າ
ແຕ່ພໍ່ຄ້າ ມາຫລີກໄມ້  “ປ່າດຽວກັນ” ນີ້ນໍ…
(ຂອບໃຈທີ່ອ່ານ)

ຢາກໄດ້ ....ຈັດໃຫ້ແດ່

ອີ່ປາວ່າ: “ ຢາກໄດ້ຮັກ ຕ້ອງໃຫ້ຮັກ ເຂົາກ່ອນຕີ້
ຮັກເກີດມີ ຮັກຈະສອນ ໃຫ້ຊາບຊຶ້ງ
ຮັກເກີດແລ້ວ ມາກຫລາກຫລາຍ ຄວນຄຳນຶງ
ຮັກມັນຈຶ່ງ ຈີລັງ ຢັ້ງຢືນນານ...
# ມີນ້ຳໃຈ ອົດທົນ ສັບສົນຜ່ານ
ຮັກຍືນນານ ເສຍສະຫລະ ສຸດຈະຜອງ
ຮັກມາກນ້ອຍ ຖະໜອມຈິດ ໃຫ້ຜຸດຜ່ອງ
ສອງປະຄອງ ຄຽງຂ້າງ ຢ່າຫ່າງໃຈ
# ກາຍແລະໃຈ ບໍລິສຸດ ດຸດດັ່ງແກ້ວ
ບໍ່ແມ່ນແນວ ເອົາຄວາມຮັກ ມາຊັ່ງຜອງ
ຕີລາຄາ ຄວາມຮັກນັ້ນ ເປັນເງິນທອງ
ນ້ຳຕານອງ ມີຄົນໝອງ ມາແລ້ວເຫລືອຄະນາ…
ແຕ່ນຸ້ນວ່າ: “ ຢາກໄດ້ລົດ ຈັກຄັນ ມັນຄົງສຸກ
ຄົງສະໜຸກ ມີລົດຖີບ ໃຊ້ໄຟຟ້າ
ເວລາໄປ ຊື້ຕຳສົ້ມ ໃຫ້ອີ່ປາ
ຄົງສະບາຍອຸລາ ຍິ້ມລ່າເລີງ… ວ່າບໍ່...໕໕໕໕
....ຂອບໃຈທີ່ອ່ານ....

27.10.11

ນາງນ້ອຍຫລົງທາງ...

ລຸງຄຳ ແລະ ປ້າແສງກໍແມ່ນຄອບຄົວໜຶ່ງທີ່ພົບບັນຫາທີ່ໜ້າເຫັນໃຈຈາກການຄ້າມະນຸດ. ເລື່ອງລາວທັງໝົດມັນເລີ່ມຈາກລູກສາວນ້ອຍຂອງລາວທີ່ກຳລັງຮຽນຢູ່ມັດທະຍົມສີ່ ທີ່ມີຄວາມຕ້ອງການວັດຖຸສິ່ງຂອງທີ່ໄວໜຸ່ມກຳລັງນິຍົມ ໂດຍສະເພາະແມ່ນລົດຈັກ, ໂທລະສັບ ຫລຸ້ນໃໝ່ທີ່ຫລາຍຄົນມີໃຊ້...

ນາງນ້ອຍ ຫລື ນ້ອຍ ເປັນສາວສາວນ້ອຍທີ່ຍັງຮຽນຢູ່ມັດທະຍົມຕົ້ນ ເປັນຄົນທີ່ມີນິດໄສແຕກຕ່າງຈາກ ຫລາຍຄົນໃນຫລຸ້ນດຽວກັນ…ມື້ໃດບໍ່ໄປໂຮງຮຽນກໍແມ່ນໄປລ້ຽງງົວ-ລ້ຽງຄວາຍຈົນຜູ້ຊາຍຫລຸ້ນລາວຄາວດຽວ ກັນເອີ້ນມັນວ່າ: “ບັກ ຫ ນ້ອຍ”….ແຕ່ນາງນ້ອຍກໍບໍ່ສົນໃຈໃນການເອີ້ນຂອງພວກເຂົາ.

ມື້ວານນີ້ “ນາງນ້ອຍ” ກັບມາບ້ານດ້ວຍສີໜ້າບໍ່ຊື່ນບໍ່ບານ ເພາະວັນນີ້ອີ່ແສງມັນເອົາໂທລະສັບໜ່ວຍງາມ ມາໃຫ້ມັນເບິ່ງ ແລະ ອວດສັບພະຄຸນວ່ານອກຈາກອາໂຫລຫາກັນໄດ້ແລ້ວຍັງ “ສາມາດຟັງເພງ, ຖ່າຍຮູບນິ້ງ ຮູບເໜັງໄດ້”….ເຖິງວ່າຕົນເອງຢາກໄດ້ຈົນໃຈຈະຂາດກໍຕາມ ນ້ອຍກໍຮູ້ດີວ່າ ຕົນເອງບໍ່ມີປັນຍາຫາເງິນມາຊື້ໄດ້… ໃນເວລາທີຍ່າງກັບຈາກໂຮງຮຽນນັ້ນເອງ “ບັກໂຕ່” ເຊິ່ງເປັນຄົນບ້ານດຽວກັນມັນຂີ່ລົດຈັກຄັນໃໝ່ແລ່ນກາຍ ທັງບີບແກໃສ່ຈົນນາງຕື່ນ ກໍໄດ້ມາອວດສັບພະຄຸນຂອງລົດວ່າ ລົດຄັນນີ້ພໍ່ມັນຫາກໍ່ຊື້ມາໃຫ້ທຽວໂຮງຮຽນ, ມັນວ່າ ໃນບ້ານນີ້ບໍ່ມີໃຜຊື້ມາໃຊ້ເທື່ອເພາະມັນເປັນຫລຸ້ນໃໝ່ລ້າສຸດ ປະຫຍັດນ້ຳມັນ, ທົນທານ, ງາມ…. ສິ່ງວ່ານີ້ມັນໂລດ ວົນໄປວົນມາຢູ່ ໃນມະໂນນຶກຂອງນາງນ້ອຍ….

ມື້ນີ້ ຕອນທີ່ກັບຈາກການໄປຊອກໜໍ່ໄມ້ ອີ່ນາງແສງ ໝູ່ຂອງນ້ອຍຍິ່ງເວົ້າຊັກຊວນລາວວ່າ ຈະໃຫ້ລາວ ໄປເປັນເພື່ອນໃນການໄປເຮັດວຽກ….ແສງເວົ້າກັບນ້ອຍວ່າ: ລາວຄົງບໍ່ຮຽນຕື່ມອີກແລ້ວ ເພາະພໍແມ່ກໍບໍ່ມີເງິນ, ປະການສຳຄັນ ລາວໄດ້ຮັບປາກກັບ “ ປ້າຕິມ” ຄົນໃນເມືອງໄວ້ແລ້ວວ່າ ຈະໄປເຮັດວຽກນຳລາວ ເພາະເຖິງແນວ ໃດ ລາວກໍຈ່າຍຄ່າຊື້ໂທລະສັບລ່ວງໜ້າໃຫ້ແລ້ວ ແລະ ຕໍ່ໄປຖ້າໄດ້ເຮັດວຽກກໍຈະຂໍໃຫ້ເພິ່ນຊື້ລົດຈັກລ່ວງໜ້າ ໃຫ້ຕື່ມອີກ….ນ້ອຍ ບໍ່ປາກເມື່ອແສງເວົ້າສິ່ງນີ້ສູ່ຟັງ ແຕ່ສ່ວນເລິກຂອງຫົວໃຈກໍບໍ່ຄັດຄ້ານຖ້າແສງຕ້ອງການໃຫ້ໄປ ເຮັດວຽກເປັນໝູ່ຢູ່ໃນເມືອງ ເພາະໂທລະສັບ, ລົດຈັກ….ແສງກໍຕ້ອງການຄືກັນ…ສ່ວນການຮຽນນ້ອຍເຫັນວ່າ ໃນບ້ານຂອງລາວບໍ່ມີແມ່ຍິງຄົນໃດຮຽນຈົບສູງໆ ມີວຽກເຮັດງານທຳອື່ນ ນອກຈາກເອົາຜົວ, ເຮັດໄຮ່ເຮັດນາ ຊຳຊາມື້ຊຳຊາວັນໄປເທົ່ານັ້ນ…

ແລະ ແລ້ວກໍສົມດັ່ງຄວາມຕັ້ງໃຈຂອງປ້າ“ຕິມ” ເພາະສອງສາມມື້ຕໍ່ມາ ມີຍິງສາວລຸ່ນລາວຄາວດຽວກັບ ນາງນ້ອຍ ສາມ-ສີ່ຄົນ ຍອມຂຶ້ນລົດຕູ້ສີຂາວເດີນທາງເຂົ້າໃນເມືອງ ໂດຍທີ່ພວກເຂົາເລົ່ານັ້ນບໍ່ຮູ້ເລີຍວ່າ ຈຸດໝາຍ ປາຍທາງທີ່ແທ້ຈິງຂອງຕົນເອງນັ້ນຢູ່ທີ່ໃດ ?

ໜຶ່ງປີຫົກເດືອນຜ່ານໄປ…..ມີຊາຍແປກໜ້າສອງຄົນມາທີ່ບ້ານຂອງນ້ອຍ….ເຂົາເຈົ້າຖາມຫາພໍ່ຂອງລາວ ເຊິ່ງໄດ້ສ້າງຄວາມແປກໃຈບໍ່ນ້ອຍໃຫ້ແກ່ພໍ່ ແລະ ແມ່ຂອງນ້ອຍ…ຊາຍສອງຄົນນັ້ນແມ່ນພະນັກງານຈາກຫ້ອງ ການສະຫວັດດິການສັງຄົມເມືອງ ແລະ ໄດ້ແຈ້ງໃຫ້ພໍ່-ແມ່ຂອງນ້ອຍຮູ້ວ່າດຽວນີ້ທາງແຂວງເພິ່ນແຈ້ງມາວ່າ ມີໄທເຂດເຮົານີ້ລະຫລາຍຄົນ ໃນນັ້ນມີຄົນຊື່ນ້ອຍເຊິ່ງຢູ່ບ້ານນີ້ຄົນໜຶ່ງເຊິ່ງນາງຖືກຈັບສົ່ງມາແຕ່ຕ່າງປະເທດ ຖານເຂົ້າເມືອງຜິດກົດໝາຍ ແລະ ຖືກບັງຄັບ ຄ້າຂາຍປະເວນີ….ພວກເຂົາຈົ່ມວ່າ….ທໍລະມານຫລາຍ ຖືກເຂົາ ບັງຄັບທຸບຕີສາລະພັດ ບາດກັບບ້ານກໍບໍ່ມີເງິນຈັກອັດຕິດໄມ້ຕິດມືມາ ເຄື່ອງໜຸ່ງ ຂອງຖືກໍບໍ່ມີຈັກ ຢ່າງວ່າ ຊັ້ນເດ້...ຖ້າວ່າພ້ອມໃນການເດີນທາງ ພວກເຮົາຢາກໃໃຫ້ໄປຮັບຮອງເອົານາງກັບມາບ້ານ ສູ່ອ້ອມກອດຂອງພໍ່ແມ່ສາ…

24.10.11

ຮັກ ແຕ່ລັກອິດສາໃນໃຈ...




ນັກຮຽນດີ ແລະ ນັກຮຽນເກັ່ງຄົນໜຶ່ງ ຂອງໂຮງຮຽນມັດທະຍົມປາຍ “…..” ທີ່ໄດ້ຮັບລາງວັນ…ມີຊື່ວ່າ:
“ ທ້າວ ຈັນດີ ” ເວົ້າແລ້ວ ລາວຮຽນເກັ່ງມາແຕ່ຕອນລາວຢູ່ປະຖົມພຸ້ນລະ. ປັດຈຸບັນລາວຮຽນຢູ່ຫ້ອງ ມ໖ ແລ້ວ ລາວເປັນຂວັນໃຈ ຂອງໝູ່ເພື່ອນໃນຫ້ອງ ກໍຄືໂຮງຮຽນຂອງເຮົາ….


ປີກາຍນີ້ ໃຮໂຮງຮຽນຂອງພວກເຮົາໄດ້ຈັດແຂ່ງຂັນນັກຮຽນເກັ່ງລະດັບເມືອງຂຶ້ນ ຈັນດີລາວຄວ້າໄປ ໒ ວິຊາ ຄືໂລກອ້ອມໂຕ ແລະ ພາສາລາວ…ນອກນີ້ລາວຍັງມັກຫລິ້ນກິລາປະເພດບານສົ່ງ, ການຂຽນບົດກາບ ກອນກວນໆແຕ່ມີຄະ ຕິເຕືອນໃຈຕິດ ກະດານຂ່າວຂອງໂຮງຮຽນເປັນປະຈຳ….
ຍ້ອນກອນກວນໆຂອງລາວນັ້ນເອງຈຶ່ງເປັນເຫດເຮັດໃຫ້ຂ້ອຍຜິດກັບລາວຫລາຍຄັ້ງ ຂ້ອຍຄິດວ່າ ລາວ ພະຍາຍາມຕຳນິຂ້ອຍ ແລະ ເວົ້າສຽດໃຫ້ຂ້ອຍຍ້ອນການປະພຶດຂອງຂ້ອຍນີ້ລະ ແຕ່ບາງຢ່າງພຶດຕິກຳນັ້ນມັນ ກໍບໍ່ໄດ້ແມ່ນທາດແທ້ຂອງຂ້ອຍເລີຍ ຮອດມື້ນີ້ເຖິງກອນບົດນັ້ນຖືກດຶງອອກຈາກກະດານຂ່າວຂອງໂຮງຮຽນໄປ ແລ້ວກໍຕາມ ແຕ່ຂ້ອຍຍັງຈຳມັນໄດ້:

# ພໍ່ທຳງານ ຮ້ອນແດດ ສຸດແຜດເຜົາ
ລູກດື່ມເຫລົ້າ ຟັງເພງ ສະໜຸກເຫລືອ
ແມ່ຂາຍຜັກ ກິນເຂົ້າ ກັບກ້ອນເກືອ
ລູກເອື້ອເຟື້ອ ເພື່ອນຝຸງທ່ຽວໂລເລ


# ພໍ່ຫາເງິນ ສົ່ງລູກຮຽນ ພຽນອຸດສາ
ລູກກັບພານ ພົບຄົນຊົ່ວ ມົ້ວໃຫ້ເຫັນ
ແມ່ກະຫາຍ ຟາຍດື່ມນ້ຳ ບໍ່ມີເຢັນ
ລູກໂລດເຕັ້ນ ດື່ມເຫລົ້າແດງ ແພງເຈັບໃຈ….

ແລະ ໃນຕອນທ້າຍຂອງກອນ ບົດນັ້ນອ່ານແລ້ວ ມັນຍິ່ງເຮັດໃຫ້ຂ້ອຍຢາກຮ້າຍຕື່ມອີກທີ່ເຂົາບອກວ່າຫວັງດີກັບເຮົາ
# ທີ່ຂຽນມາ ກໍເພາະວ່າ ໃຈມັນຫວັງ
ຢາກໃຫ້ນາງ ໃນໜຶ່ງນັ້ນ ທີ່ຝັນຫາ
ມີຄວາມສຸກ ທຸກວັນຄືນ ຊື່ນຊີວາ
ຈາກຄົນທີ່ ຄອຍຫ່ວງຫາ ທຸກໆນາທີ…. 


ໃນຫ້ອງຮຽນທີ່ງຽບເຫງົາໃນມື້ທີ່ອາຈານບໍ່ຂຶ້ນຫ້ອງ “ຈັນດີ” ພະຍາຍາມຊວນຊວນໝູ່ຂຶ້ນໜ້າກະດານ ເຮັດເໝືອນກັບວ່າ “ເປັນອາຈານສອນ” ຂ້ອຍເອງກໍບໍ່ເຂົ້າໃຈວ່າ ຈັນດີ ເຖິງຈະເປັນນັກຮຽນເກັ່ງ ແຕ່ກໍບໍ່ໄດ້ໝາຍ ຄວາມວ່າລາວຈະໄດ້ທີ ໑ ຫລື ໒ ທຸກເດືອນ ຍັງມີຄົນທີ່ຮຽນໄດ້ຄະແນນດີກວ່າລາວຢູ່ ແຕ່ຂ້ອຍຍັງສັບສົນໃນໃຈ ຢູ່ວ່າ ເປັນຫຍັງທຸກຄົນໃນຫ້ອງຈຶ່ງເຊື່ອຟັງ ແລະ ປະຕິບັດຕາມລາວ…ທັງໆທີ່ວ່າລາວບໍ່ໄດ້ເປັນຫົວໜ້າຫ້ອງ, ບໍ່ໄດ້ເປັນຫົວໜ້າຊາວໜຸ່ມ, ບໍ່ໄດ້ເປັນຫົວໜ້າປ້ອງກັນໂຮງຮຽນ….ເພື່ອນຮ່ວມຫ້ອງທີ່ຂ້ອຍເຄີຍຖາມຍ້ອນຄວາມ ອິດສາທີ່ເຫັນເຂົາມີໝູ່ຄູ່ເປັນບໍລິວານ… ເຂົາໃຫ້ ເຫດຜົນວ່າ: ຈັນດີ ເປັນຄົນທີ່ເປັນມິດກັບທຸກຄົນ, ມີລະບຽບ, ມີຄວາມ ຈິງໃຈ, ເອື້ອເຟື້ອເພື່ອແພ່ ແລະ ບໍ່ຫວັງຜົນກັບສິ່ງທີ່ເຂົາໄດ້ຊ່ວຍເຫລືອຄົນອື່ນໄປແລ້ວ….

ເຊົ້າວານກ່ອນຂຶ້ນຫ້ອງຮຽນ ຂ້ອຍເຫັນເຂົາທີ່ຫ້ອງການຄູ ໃນໃຈກໍຄິດຢາກຫົວເຍາະເຍີ້ຍໃຫ້ສຽງດັງໆ ເພາະການທີ່ນັກຮຽນເຂົ້າໄປຫ້ອງການຄູນັ້ນບັນຫາດຽວກໍຄືການປະພຶດຜິດກົດ…ແລ້ວເຂົາກໍຫາຍໜ້າໄປ
ໝົດມື້ ເຊິ່ງຂ້ອຍເອງກໍບໍ່ໄດ້ໃສ່ໃຈ ມີພຽງເພື່ອນຮ່ວມຫ້ອງຂອງຂ້ອຍເທົ່ານັ້ນທີ່ຈັບກຸ່ມກັນ…ຄິດວ່າເຂົາຄົງເວົ້າ
ເຖິງເລື່ອງທີ່ ເກີດຂຶ້ນກັບຄົນຊື່ “ຈັນດີ”…


ຕອນບ່າຍມື້ນີ້ ມີສິ່ງໜຶ່ງທີ່ສ້າງຄວາມຕະລຶງແກ່ຂ້ອຍ ແລະ ເພື່ອນຮ່ວມຫ້ອງຫລາຍຄົນ ເມື່ອຄູປະຈຳຫ້ອງ ກ້າວເຂົ້າມາໃນຫ້ອງຮຽນຂອງພວກເຮົາແລ້ວເວົ້າວ່າ: “ ມື້ນີ້ຄູມີຂ່າວດີມາບອກ ”, ນັກຮຽນທຸກຄົນງຽບປານ ແປ້ນປິດປາກ….ຄູປະຈຳຫ້ອງກ່າວຕໍ່ວ່າ: “ ນັກຮຽນໃນຫ້ອງຂອງເຮົາໜຶ່ງຄົນໄດ້ຮັບການຍ້ອງຍໍຈາກ ກະຊວງ ສຶກສາ... ຍ້ອນການເສັງນັກຮຽນເກັ່ງທົ່ວປະເທດປີນີ້…ທັງໄດ້ຮັບທຶນການສຶກສາຈາກສະມາຄົມພໍ່ແມ່ ນັກຮຽນ ແລະ ຈະໄດ້ເດີນທາງໄປທັດສະນະສຶກສາທີ່ປະເທດຍີ່ປຸ່ນສອງອາທິດ ”….ພວກຂ້ອຍໂຮແຊວຂຶ້ນດ້ວຍ ຄວາມດີໃຈ ທັງທີ່ບໍ່ທັນຮູ້ວ່າແມ່ນໃຜທີ່ໄດ້ຮັບສິ່ງນີ້….ແລະ ແລ້ວອາຈານຜູ້ອຳນວຍການໂຮງຮຽນກໍຍ່າງເຂົ້າ ມາໃນຫ້ອງໂດຍທີ່ພວກເຮົາບໍ່ໄດ້ຕັ້ງໂຕກ່ອນ ຕາມມາດ້ວຍ “ທ. ຈັນດີ” ແລະ ຍິງໄວກາງຄົນອີກຄົນໜຶ່ງ
ເຊິ່ງທັງສອງຄົນນີ້ ມີດອກໄມ້ຊໍ່ໃຫຍ່ ແລະ ກ່ອງຂອງຂວັນ…..


ຜູ້ອຳນວຍການເວົ້າກັບພວກເຮົາວ່າ: ປີກາຍນີ້ ຈັນດີ ໄດ້ເຂົ້າຮ່ວມສອບເສັງນັກຮຽນເກ່ງລະດັບເມືອງ ແຕ່ບໍ່ເຖິງຂັ້ນວ່າໄດ້ດີເລີດ, ປີນີ້ເຂົາໄດ້ເຂົ້າເສັງນັກຮຽນເກັ່ງລະດັບປະເທດ ລາວກໍຍັງບໍ່ໄດ້ລະດັບທີ່ດີເລີດ ແຕ່ສິ່ງ ທີ່ດີເລີດໃນວິຊາທີ່ຖືກຂັ້ນເທິງຍ້ອງຍໍນັ້ນກໍຄື  “ການໃຊ້ພາສາລາວທີ່ຖືກຕ້ອງ” ພວກນ້ອງຄວນຖືເປັນ ແບບຢ່າງ ສ່ວນວ່າລາວຮຽນເກັ່ງໄດ້ແນວໃດນັ້ນ ຄັນຢາກຮູ້ຖາມເອົາເອງເດີ້….ແຕ່ອັນສຳຄັນ ຖ້າພວກນ້ອງຕັ້ງໃຈຮຽນ, ເປັນ ນັກຮຽນດີ, ເປັນລູກທີ່ດີ ແລະ ເປັນຄົນດີຂອງສັງຄົມແລ້ວ….ທຸກຄົນຈະໄດ້ຮັບການຍ້ອງຍໍຄືກັບ ຈັນດີນີ້ລະ…

ຂອບໃຈ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...