8.12.11

ເລືອດໃນອົກແທ້ໆ

ຂ້ອຍມີລູກທັງໝົດ ໖ ຄົນ ສອງຄົນນັ້ນໃຫຍ່ແລ້ວເປັນສາວໂຮງງານ, ສອງຄົນຍັງນ້ອຍຢູ່ ແລະ ອີກສອງ ຄົນກຳລັງຊອນບ່າວ ຮຽນຢູຫ້ອງ ມ໔ ແລະ ມ໖ ຄອບຄົວກໍຈັດວ່າເປັນຄອບຄົວທີ່ທຸກຍາກ ລຳບາກ ຫລາຍແທ້ໆ ເພາະ ມາຮອດປັດຈຸບັນນີ້ເຮືອນຊິຊຸກຫົວນອນເປັນຂອງຕົນເອງກໍຍັງບໍ່ມີ.


ລູກຊາຍສອງຄົນທີ່ຮຽນຢູ່ນີ້ ຂ້ອຍຕັ້ງຄວາມຫວັງໄວ້ກັບພວກເຂົາສູງ ເພາະຂ້ອຍຢາກໃຫ້ເຂົາຕັ້ງໃຈຮຽນ ເພື່ອຈະໄດ້ຊ່ວຍພໍ່ແມ່, ມີວຽກເຮັດງານທຳໃນອະນາຄົດ. ແຕ່ມາຮອດມື້ນີ້ ຄວາມຫວັງຂອງຂ້ອຍມັນຄ່ອຍສະຫຼາຍ ໄປມື້ລະເລັກລະນ້ອຍ ຄວາມຄາດຫວັງຂອອງຂ້ອຍນັ້ນຄົງເປັນດັ່ງທີ່ຫວັງໄວ້ບໍ່ໄດ້ເມື່ອລູກຊາຍຂ້ອຍຄົນເປັນອ້າຍ ເລີ່ມມີພຶດຕິກຳທີ່ບໍ່ດີ….ກ່ອນນີ້ ຂ້ອຍໄດ້ຍິນຜູ້ເປັນນ້ອງມາເວົ້າສູ່ຂ້ອຍຟັງວ່າອ້າຍຂອງມັນຕິດເກມຄອມພິວເຕີ ແລະ ສະນຸກເກີ້ ບາງມື້ໄປໂຮງຮຽນຊ້າ ແລະ ບາງມື້ບໍ່ໄປເລີຍ ແຕ່ຂ້ອຍກໍບໍ່ໃສ່ໃຈ ມັນອາດໃສ່ຮ້າຍອ້າຍຂອງມັນ.


ຫລາຍເທື່ອຂ້ອຍສັງເກດເຫັນວ່າ ຕອນແລງເວລາກິນເຂົ້າ ຄືວ່າມັນຟ້າວໄປທີ່ໃດຈັກບ່ອນນີ້ລະ ແຕ່ມັນ ກໍບໍ່ລືມຄອບຂ້ອຍກ່ອນມັນຈະອອກເຮືອນ ມັນມັກບອກຂ້ອຍວ່າ: “ບໍ່ຕ້ອງຫ່ວງເຮົາ ເຮົາອາດກັບເດິກ ເພາະໄປ ຮຽນໜັງສືຢູ່ເຮືອນໝູ່”…ເມື່ອມັນເວົ້າແນວນີ້ຂ້ອຍກໍບໍ່ໃສ່ໃຈ ບາງເທື່ອຂ້ອຍກໍບອກມັນວ່າ ໄປມາໃຫ້ມີສະຕິ…ແຕ່ ບາງເທື່ອມັນກໍບໍ່ກັບມານອນ ແຕ່ມັນກໍບໍ່ລືມໂທມາຄອບຂ້ອຍວ່າ: “ ບໍ່ຕ້ອງຫ່ວງເຮົາ ເຮົານອນເຮືອນໝູ່ເພາະເດິກ ແລ້ວ ຖ້າກັບຢ້ານຄົນລັດທາງ ”… ຂ້ອຍກໍບໍ່ວ່າຫຍັງ ເພາະຄິດວ່າດີແລ້ວທີ່ມັນບໍ່ກັບ ຍ້ອນຂ້ອຍເປັນຫ່ວງເວລາ ກັບບ້ານ ເພາະໄລຍະນີ້ມັກໄດ້ຍິນຂ່າວການດຶງກະເປົາ, ຕີເອົາລົດ ຂອງຜູ້ເດີນທາງຍາມເດິກດື່ນປະຈຳ.


ລູກຊາຍຜູ້ເປັນນ້ອງຂ້ອຍກໍຊື່ນຊົມດີໃຈກັບມັນ ເພາະນອກຈາກມັນຮຽນອ່າວດີແລ້ວ ເລີກຮຽນມາມັນກໍ ຊ່ວຍວຽກເຮືອນການຊານຊ່ວຍແມ່ ເພາະເອື້ອຍໆຂອງມັນມັກເຮັດວຽກລ່ວງເວລາປະຈຳ, ວັນເສົາ ແລະ ອາທິດ ມັນກໍໄປຊອກເງິນ ໂດຍໄປຊ່ວຍລ້າງຈອກ, ລ້າງຖ້ວຍ-ຊາມ ຢູ່ເຮືອນຄົນຮູ້ຈັກຮ່ອມເຂົ້າເຮືອນຍ້ອນເຂົາເຈົ້າຂາຍ ກາເຟ, ຂາຍເຝີ ມັນຊອກເງິນຈ່າຍມັນເອງ ແຕ່ຍັງດີທີ່ມັນໃຊ້ເງິນເປັນປະໂຫຍດເພາະມັນເອົາເງິນນັ້ນໄປຈ້າງຮຽນ ພາສາຕ່າງປະເທດໃນບ່າຍຂອງມື້ວັນເສົາ ແລະ ອາທິດ.


ໄລຍະຫລັງໆມານີ້ ຂ້ອຍສັງເກດເຫັນວ່າລູກຊາຍກົກຂອງຂ້ອຍມີອາການໜ້າເປັນຫ່ວງ ເບິ່ງແລ້ວເໝືອນ ກັບມັນອົກຫັກ ມັນເຫງົາ ແລະ ຊຶມເສົ້າ ຈົນບາງເທື່ອຂ້ອຍກໍຄິດສົງສານມັນ ຍ້ອນເຫັນວ່າມັນມີອາການໜ້າເປັນ ຫ່ວງ ບາງເທື່ອມືມັນສັ່ນເຊັນ ຂ້ອຍກໍຄິດແຕ່ວ່າ ມັນຄົງເມື່ອ ເພາະເຫັນມັນເສົ້າຊຶມມື້ໃດ ເອີ້ນກິນເຂົ້າມັນກໍບໍ່ຍອມ ມາກິນ ບາງເທື່ອເຮົາເອີ້ນຄຳສອງຄຳມັນກໍບໍ່ຕອບ ເໝືອນມັນບໍ່ໄດ້ຍິນສຽງຂອງເຮົາຊັ້ນລະ… ໃນໄລະຍະນີ້ລະທີ່ ນ້ອງຂອງມັນມັກບອກຂ້ອຍເຕືອນມັນ ເພາະບໍ່ຄ່ອຍເຫັນມັນໄປໂຮງຮຽນ ແຕ່ຂ້ອຍບໍ່ເຊື່ອດອກ ເພາະແຕ່ລະມື້ມັນ ກໍນຸ່ງເຄື່ອງ ເອົາກະເປົາເປ້ຂອງມັນ ແລະ ບອກເຮົາວ່າ: “ໄປຮຽນກ່ອນ”…


ແລງມື້ໜຶ່ງ ໃນເວລາທີ່ຂ້ອຍກຳລັງກິນເຂົ້າ ຂ້ອງຕື່ນໝົດແຮງ ຍ້ອນມີອີ່ຫຍັງບຸກະທົບໃສ່ຫລັງຄາສັງກະສີ ຢ່າງແຮງ ຈາກນັ້ນບໍ່ດົນຂ້ອຍກໍເຫັນຜູ້ເປັນອ້າຍຍ່າງກະຟຸບກະຟາບອອກເຮືອນໄປໂດຍບໍ່ຄອບລາ ແລະ ບໍ່ໄດ້ຍິນ ສຽງຂ້ອຍທີ່ເອີ້ນຕາມຫລັງມັນ….ບັກຜູ້ເປັນນ້ອງຈ້ອງເບິ່ງໜ້າຂ້ອຍດົນເຕີບເໝືອນມັນຢາກບອກສິ່ງໃດສິ່ງໜຶ່ງກັບຂ້ອຍ ແຕ່ມັນກໍບໍ່ໄດ້ເວົ້າຫຍັງຫລາຍນອກຈາກບອກຂ້ອຍວ່າ: “ ແມ່….ມັນຕິດເພື່ອນບໍ່ດີ…” ແລ້ວມັນກໍຍົກພາ ເຂົ້າອອກມາ ແລ້ວພວກຂ້ອຍກໍກິນເຂົ້າໂດຍບໍ່ມີໜ້າບັກລູກຊາຍໃຫຍ່….


ຄືນນັ້ນ ຂ້ອຍນອນບໍ່ຄ່ອຍຫລັບເພາະຄິດນຳລູກຊາຍຜູ້ໃຫຍ່ວ່າ ມັນເປັນຫຍັງແທ້…ມັນແມ່ນແທ້ບໍທີ່ວ່າ ມັນຕິດເພື່ອນທີ່ບໍ່ດີ….ຕອນເຊົ້າມື້ຕໍ່ມາ ຂ່າວທີ່ຂ້ອຍບໍ່ຕ້ອງການໄດ້ຍິນກໍໄດ້ຟັງຈາກຫົວໜ້າ ປກສ ບ້ານ ທີ່ມາ ແຈ້ງບອກພວກເຮົາແຕ່ເຊົ້າວ່າລູກຊາຍຜູ້ໃຫຍ່ຂອງຂ້ອຍຖືກຈັບຢູ່ຮ້ານສະນຸກເກີ້ຍ້ອນການພະນັນ ແລະ ເສບ ຢາ…ເຖິງຂ້ອຍບໍ່ຮ້ອງໄຫ້ ແຕ່ນ້ຳຕາມັນກໍໄຫລ ຂ້ອຍເຫຼືອໃຈທີ່ລູກເກີດຈາກເລືອດກ້ອນດຽວກັນ ເປັນຫຍັງຈຶ່ງ ບໍ່ຄືກັນແທ້ໆ…. 
ຂອບໃຈທີ່ອ່ານ
(ສະດຸດຕາ ສາຍຮຸ່ງ ຂຽນບົດ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...