31.10.18

ວຽງໄຊ ເມືອງແຫ່ງໄຊຊະນະ VIENG XAI – THE HIDDEN CITY

ວຽງໄຊ ເມືອງແຫ່ງໄຊຊະນະ 
VIENG XAI – THE HIDDEN CITY

ເມືອງວຽງໄຊ ຢູ່ຫ່າງຈາກເມືອງຊໍາເໜືອ ເຊິ່ງເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ ປະມານ 30 ກິໂລແມັດ ມີລົດໂດຍສານ ແລ່ນເປັນປະຈຳແຕ່ລະມື້ຫຼາຍຖ້ຽວ ແຕ່ຄົນສ່ວນຫລາຍ ປັດຈຸບັນ ເສັ້ນທາງສະດວກສະບາຍນິຍົມ ໃຊ້ລົດສ່ວນຕົວເປັນສ່ວນຫລາຍ ແລະ ເຮົາຈະເຫັນນັກທ່ອງທ່ຽວພາກັນເດີນທາງຈາກເມືອງຊຳເໜືອໄປທ່ຽວ ເມືອງວຽງໄຊ ດ້ວຍລົດຈັກທີ່ໃຫ້ເຊົ່າເປັນປະຈຳ ເພາະໄລຍະທາງນັ້ນ ໃຊ້ເວລາປະມານ 1 ຊົ່ວໂມງ ກໍໄປຮອດຈຸດ ໝາຍແລ້ວ. 
ວຽງໄຊ ເປັນເມືອງໜຶ່ງໃນແຂວງຫົວພັນ ເຊິ່ງເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດທີ່ງົດງາມ ເຊິ່ງສະຖານທີ່ທ່ອງທ່ຽວເລົ່ານັ້ນ ໄດ້ກາຍເປັນເໝືອນແມ່ເຫຼັກທີ່ດຶງດູດໃຫ້ຜູ້ຄົນພາກັນ ໄປທ່ຽວຊົມເມືອງວຽງໄຊ ໂດຍສະເພາະແມ່ນຖ້ຳທ່ານຜູ້ນຳ ເຊິ່ງເປັນຖ້ຳຫີນປູນ ທີ່ຢັງຢາຍໄປຕາມຜາຫີນທີ່ສູງຊັນ; ຖ້ຳເລົ່ານີ້ ເປັນທັງຖ້ຳທີ່ເກີດໂດຍທຳມະຊາດ ແລະ ມະນຸດເຮົາສ້າງຂຶ້ນໃນສະໄໝສົງຄາມຕ້ານພວກຈັກກະພັດ ອາເມລິກາ ແລະ ລູກແຫຼ້ງຂອງພວກເຂົາ. 
ຖ້ຳທຳມະຊາດຫຼາຍແຫ່ງຖືກດັດແປງໃຫ້ເປັນທີ່ຢູ່ອາໄສ, ເປັນໂຮງຮຽນ, ໂຮງໝໍ, ທີ່ຫລົບໄພ, ບ່ອນຫຼິ້ນກິລາ, ຫ້ອງປະຊຸມ ແລະ ອື່ນໆ ມີບາງຖ້ຳສາມາດຮອງຮັບຄົນໄດ້ເປັນພັນໆຄົນກໍມີ ທັງໝົດນີ້ແມ່ນ ສ້າງຂຶ້ນເພື່ອເປັນບ່ອນເຮັດວຽກ ແລະ ຫຼົບໄພຈາກການໂຈມຕີທາງອາກາດຕໍ່ຜູ້ນຳ, ທະຫານ ແລະ ປະຊາຊົນ ໃນໄລຍະທີ່ເກີດມີສົງຄວາມຮຸກຮານ. 
ນີ້ຄືທີ່ພັກຜູ້ນຳ ເວລາມາປະຊຸມ ແລະ ບໍ່ສາມາກັບຖ້ຳທີ່ພັກຂອງຕົນເອງໄດ້ທັນ(ຖ້ຳທ່ານ ໄກສອນ ພົມວິຫານ)
ຖ້ຳປະຫວັດສາດຜູ້ນຳ ເມືອງວຽງໄຊ ສ່ວນໃຫຍ່ຕັ້ງຢູ່ ພາຍໃນເທດສະບານເມືອງ ຈຶ່ງມີຄວາມສະດວກໃນການທ່ຽວຊົມ, ແຕ່ຖ້ຳຜູ້ນຳ ຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການປັບປຸງ ດ້ານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກໄດ້ທັງໝົດເທື່ອ. ຖ້ຳຜູ້ນຳ ທີ່ຄົນທົ່ວໄປຮູ້ຈັກກັນດີ ແລະ ເປີດໃຫ້ຜູ້ມາທ່ຽວໄດ້ເຂົ້າຊົມໄດ້ແລ້ວຫຼາຍແຫ່ງ ເຊັ່ນ: ຖ້າທ່ານໄກສອນ ພົມວິຫານ, ຖ້ຳທ່ານ ສຸພານຸວົງ, ຖ້ຳທ່ານ ໜູຮັກ ພູມສະຫວັນ,ຖ້ຳທ່ານພູມີວົງວິຈິດ, ຖ້ຳທ່ານ ຄຳໄຕ ສີພັນດອນ, ຖ້ຳທ່ານ ສີສະຫວາດ ແກ້ວບຸນພັນ, ຖ້ຳທ່ານນາຍພົນ ສິງກະໂປ ສີໂຄດຈຸນລະມະນີ, ຖ້ຳທ່ານ ໄຟດ່າງ ລໍເບຼຍຢາວ, ຖ້ຳທ່ານສີທົນ ກົມມະດຳ, ຖ້ຳທ່ານ ພູນ ສີປະເສີດ, ຖ້ຳທ່ານ ສີສົມພອນ ລໍວັນໄຊ ເປັນຕົ້ນ. 
ນີ້ຄືຫ້ອງປະຊຸມບັນດາທ່ານຜູ້ນຳ ລະດັບກົມການເມືອງ(ຖ້ຳທ່ານ ໄກສອນ ພົມວິຫານ)
ໃນທັດສະນະຂອງຂ້າພະເຈົ້າ ຄິດວ່າການທີ່ທ່ານຜູ້ນຳ ໄດ້ເລືອກເອົາສະຖານທີ່ແຫ່ງນີ້(ວຽງໄຊ) ເປັນຖານທີ່ໝັ້ນຕ້ານພວກຈັກກະພັດນັ້ນ ຄົງເປັນ ເພາະວ່າ ເມືອງວຽງໄຊ ມີພູຜາຫີນສູງຊັນສະຫຼັບສັບຊ້ອນອ້ອມຮອບ ອັນຈະເຮັດໃຫ້ຍາກແກ່ການໂຈມຕີທາງ ອາກາດຂອງສັດຕູຜູ້ຮຸກຮານ. 
(ບໍລິເວນປາກຖ້ຳ ປະທານ ໄກສອນ ພົມວິຫານ)
ຖ້ຳທ່ານ ໄກສອນ ພົມວິຫານ ເປັນຖ້ຳຫີນປູນ ເຊິ່ງມີການປັບປຸງຈາກຖ້ຳໂດຍທຳມະຊາດ ໃນປີ 1964 ໃຫ້ເປັນທີ່ຢູ່ອາໄສ, ຫ້ອງພັກການນຳ, ຫ້ອງເຮັດວຽກ, ຫ້ອງປະຊຸມ , ຫ້ອງຫຼິ້ນກິລາ ໂດຍສະເພາະກິລາ ປິ່ງປ່ອງ ເພາະໂດຍສ່ວນໂຕແລ້ວ ທ່ານ ປະທານ ໄກສອນ ພົມວິຫານ ເພິ່ນມັກກິລາປະເພດນີ້.

ຖ້ຳທ່ານປະທານ ສຸພານຸວົງ ກໍແມ່ນຖ້ຳໜຶ່ງທີ່ໃຫຍ່ ແລະ ຢູ່ບໍ່ໄກຈາກຖ້ຳທ່ານປະທານ ໄກສອນ ເຊິ່ງດ້ານໃນຖ້ຳກໍມີການປັບປຸງ ຕົບແຕ່ງຄືກັນ ພຽງແຕ່ວ່າ ໃນຖ້ານີ້ບໍ່ມີຫ້ອງພັກການນຳເໝືອນ ຖ້າທ່ານ ປະທານ ໄກສອນ.

ບໍລິເວນໜ້າຖ້ຳ ເຮົາຈະເຫັນອ່າງນ້ຳ(ພຸ) ທີ່ມີຂະໜາດໃຫຍ່ ເປັນຮູບຫົວໃຈ ເຊິ່ງອ່າງນ້ຳແຫ່ງນີ້ ຄວາມຈິງແລ້ວມັນເກີດຂຶ້ນຍ້ອນ ຍົນຂອງສັດຕູມາຖິ້ມລະເບີດໃສ່ ແຕ່ບໍ່ສາມາດເຮັດໃຫ້ທ່ານ ສຸພານຸວົງ ແລະ ຄົນອື່ນໆໄດ້ຮັບອັນຕະລາຍ ດັ່ງນັ້ນ ທ່ານ ປະທານ ສຸພານຸວົງ ຈຶ່ງໄດ້ແນະນຳໃຫ້ອ້າຍນ້ອງພະນັກງານ ໄດ້ພາກັນສ້າງເປັນອ່າງນ້ຳ(ພຸ)ເປັນຮູບຫົວໃຈແທນຂຸມລະເບີດດັ່ງກ່າວ ເພື່ອເປັນສັນຍາລັກບອກສັດຕູວ່າ: “ສັດຕູໄດ້ເຂົ້າມາຢ່ຳຍີຫົວໃຈຂອງຄົນລາວ”
ນອກນີ້ແລ້ວ ບໍລິເວນທາງຂຶ້ນຖ້ຳ ເຮົາກໍຈະພົບຕົ້ນໄມ້ທີ່ມີໃບ “ສີແດງ” ເຊິ່ງຄວາມຈິງແລ້ວບໍ່ສະເພາະແຕ່ໃຊ້ເປັນຢາປິ່ນປົວຄົນເຈັບປ່ວຍເທົ່ານັ້ນ ຍັງມີຄວາມໝາຍເຖິງ “ຄວາມກ້າຫານ ທີ່ຍອມເສຍສະຫຼະໄດ້ແມ່ນແຕ່ເລືອດ ແລະ ຊີວິດ ເພື່ອອິດສະຫຼະພາບຂອງຊາດລາວ” 
ຖ້ຳຜູ້ນຳ ທີ່ເມືອງວຽງໄຊ ໄດ້ກາຍເປັນສະຖານທີ່ສຳຄັນທາງປະຫວັດສາດ ທີ່ໄດ້ກາຍເປັນສັນຍາລັກ ທີ່ບໍ່ຍອມຈຳນົນຕໍ່ສັດຕູ, ເປັນສັນຍາລັກແຫ່ງຂະບວນການກູ້ຊາດ…ປັດຈຸບັນນີ້ ມັນໄດ້ນອນໃນ ດວງໃຈຂອງຄົນລາວ ແລະ ມັນໄດ້ກາຍເປັນສະຖານທີ່ແຫ່ງຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ໂດຍສະເພາະ “ຄົນວຽງໄຊ” ...
(ຕິດຕາມຕອນຕໍ່ໄປ)
ສະບາຍດີ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...