8.7.15

ວັງວຽງແດນມິ່ງເມືອງຊອງ

ມາວັງວຽງ ນັບຄັ້ງຈົນບໍ່ຈື່ ຄິດຢາກເວົ້າກ່ຽວກັບວັງວັງ ແຕ່ບໍ່ມີໂອກາດ ຈຶ່ງຍາດເວລາທີ່ມາມາເຝິກອົບຮົມຄັ້ງວັນທີ 6-10 ກໍລະກົດ 2015 ນີ້ລະ ພໍໄດ້ມີເວລາເປັນຂອງຕົນເອງແດ່ເລັກນ້ອຍ ກໍເລີຍຂຽນໄປຕາມອາລົມ...
ກ່ອນນີ້ຫລາຍປີ ໄດ້ມີໂອກາດໜ້ອຍໜຶງ ພາຄອບຄົວມາທ່ຽວວັງວຽງ ແຕ່ມາຍາມທີ່ຝົນຕົກ ເລີຍທ່ຽວບໍ່ມ່ວນປານໃດ ແຕ່
ດ້ວຍ​ພູມສັນຖານ ​ແລະ ​ບັນຍາກາດ​ຂອງ​ເມືອງ​ວັງ​ວຽງ ​ທີ່​ໂອ​ບອ້ອມ​ໄປ​ດ້ວຍ​ພູ​ຜາ​​ ແລະ​ ສາຍ​ນ້ຳ ​ເຮັດ​ໃຫ້​ວັງ​ວຽງ​ຖືກຍົກ​ຍ້ອງ​ໃຫ້​​ຄື​ ກຸ້ຍ​ຫຼິນ ຂອງ​ປະ​ເທດ​ຈີນ ​ໂດຍ​ສະ​ເພາະ​ໃນ​ຕອນ​ເຊົ້າທີ່​ມີສາຍ​ໝອກລອຍ​ພາດ​ຜ່ານຂຸນ​ເຂົາ​ ແລະ ​​ແມ່ນໍ້າຊອງ ຈຶ່ງຢາກໃຫ້ຫລາຍຄົນໃຫ້ໂອກາດຕົນເອງໄດ້ມາພັກຜ່ອນຢ່ອນອາລົມ ພໍໄດ້ສະບາຍໃຈ....
ປັດຈຸບັນ​ເມືອງ​ວັງ​ວຽງ​ ເປັນ​ສະຖານ​ທີ່​ຍອດ​ນິຍົມ ​ຂອງ​ບັນດາ​ນັກ​ທ່ອງທ່ຽວມີທັງມາແບບເປັນໝູ່ຄະນະ ຫລື ມາແບບແບັກ​ແພັກ​ເກີ້ຢ່າງ​ເຕັມ​ໂຕ ເພາະມີກິດຈະ​ກຳ​ອັນ​ຫຼາກຫຼາຍ ເຊິ່ງສ່ວນ​ໜຶ່ງ​ແມ່ນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່ມັກ ການປະຈົນ​ໄພ ບໍ່​ວ່າ​ຈະ​ເປັນ​ການພາຍ​ຄາ​ຍັກ, ຂີ່​ກົງ​ເບັງ, ທ່ຽວຊົມ​ຖ້ຳງາມ ​ເປັນຕົ້ນ.
ເມືອງ​ວັງ​ວຽງ​ນອກ​ຈາກ​ຈະ​ເປັນ​ເມືອງ​ທີ່​ສວຍ​ງາ​ມທີ່​ຖືກ​ໂອບອ້ອມ​ດ້ວຍ​ໜ່ວຍພູ​ແລະ​ຜາ​ຫິນ​ອັນ​ສະຫຼັບຊ້ອນ​ ພ້ອມ​ທັງ​ສາຍ​ນ້ຳຊອງ​ທີ່​ແສນ​ງາມ​ແລ້ວ ຍັງ​ມີ​ຖ້ຳທີ່ໜ້າທ່ອງ​ທ່ຽວ​ຈຳນວນ​ຫຼວງຫຼາຍ ​ເຊັ່ນ ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູ​ຄຳ, ຖ້ຳນ້ຳ, ​ຖ້ຳນອນ ​ແລະ​ ຜາຕັ້ງ. 
ຖ້ຳຈັງ​ຕັ້ງຢູ່ ​ໄກ​ຈາກ​ສະໜາມບິນ​ເກົ່າ​ປະມານ 500 ​ແມັດ ​ເພິ່ນ​ຈະ​ເປີດ​ໃຫ້​ເຂົ້າທ່ຽວ​ຊົມ ​ແຕ່​ເວລາ 8:00 ​ 17:00 ​ໂມງ ​ເປັນ​ຖ້ຳ​ແຫ່ງ​ດຽວ​ທີ່​ມີ​ໄຟຟ້າ​ຕິດ​ຕັ້ງຢູ່​ພາຍ​ໃນ​ຖ້ຳກ່ອນໝູ່, ​ໃນ​ອະດີດ​ປະ​ຊະ​ຊາ​ຊົນ​ເຊື່ອ​ວ່າ​ຖ້ຳ​ແຫ່ງ​ນີ້​ເປັນ​ຖໍ້າສັກສິດ ຖ້າ​ໃຜ​ເຮັດ​ສິ່ງ​ທີ່​ບໍ່​ດີ​ບໍ່ງາມ​ໃນ​ຖ້ຳຈະ​ເກີດ​ອາການ​ຈັງ ​ເຊິ່ງອາການ​ຈັງ​ໄດ້​ກາຍ​ມາ​ເປັນ​ຊື່ຂອງຖໍ້າ ທີ່ເອີ້ນກັນສືບມາວ່າ “ຖ້ຳຈັງ”. ຫາກຕ້ອງການທ່ຽວຊົມຖໍ້າຈັງ ທ່ານຕ້ອງອອກ​ແຮງ​ຂຶ້ນຂັ້ນ​ໄດ 147 ຂັ້ນ ທີ່ມີລັກສະນະຊັນ ​ເຊິ່ງທາງ​ຂ້າງ​ເທິງ​ນັ້ນ ເຮົາຈະ ມອງເຫັນວິວທີ່​ງາມໆ​ຂອງ​ຂົວ​ສີແສດຂ້າມນ້ຳຊອງ ແລະ​ ເມືອງ​ວັງ​ວຽງ​ ໃຫ້​ເບິ່ງ​ເຊິ່ງຖືວ່າເປັນ​ລາງ​ວັນ​ສຳລັບ​ຄົນ​ອົດ​ທົນ​ຂຶ້ນຂັ້ນ​ໄດ ນັບ​ວ່າ​ເປັນ​ຈຸດ​ຊົມ​ວິວທິວ​ທັດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ເມືອງ​ວັງ​ວຽງ​ອີກ​ດ້ວຍ.
​ເມື່ອ​ເຂົ້າ​ໄປ​ພາຍ​ໃນ​ຖ້ຳຈັງ​ທ່ານ​ຈະ​ໄດ້​ສຳ​ຜັດ​ກັບ​ອາກາດ​ເຢັນ​ສະບາຍທ່າມກາງ​ຫີນ​ຍ້ອຍ​ຫີນ​ງອກອັນ​ງົດ​ງາມ​ທີ່​ສຸດ ​ເມື່ອ​ມີ​ແສງ​ໄຟຟ້າ​ສາດ​ສ່ອງ​​ເກີດມີ​ສີ​ສັນ​ເປັ່ງປະກາຍ ​ເຮັດ​ໃຫ້​ພາຍ​ໃນ​ເບິ່ງ​ລຶກລັບ​ຄື​ດັ່ງ​ເມືອງ​ໃນ​ເທບ​ນິຍາຍ​ທີ່​ມີ​ສະ​ເໜ່ຊວນຫຼົງ​​ໄຫຼ ​ໂດຍ​ທ່ານ​ສາມາດຍ່າງ​​ເລາະ​ຊົມ​ໄດ້​ຕາ​ມທາງ​ຊີ​ມັງ​ທີ່​ເຮັດ​ໄວ້​ຢ່າງ​ດີ ​ແລະ ​ຖ້າ​ຍ່າງ​​ໄປ​ທາງ​ຊ້າຍ​ສຸດ​​ເສັ້ນທາງ​ຈະ​ພົບ​ກັບ​ຈຸດ​ຊົມ​ວິວທີ່ສວຍ​ງາມ​ບໍ່​ນ້ອຍໜ້າບໍລິ​ເວນ​ປາກ​ທາງ​ເຂົ້າຖ້ຳ.
ເວລາຊ່າງສັ້ນ ບໍ່ມີເວລາພໍທີ່ຈະບັນຍາຍສູ່ຟັງ ຫວ່າງໆຍາມໃດຈະກັບມາເວົ້າສູ່ຟັງໃໝ່ ມື້ນີ້ທ້ອງຟ້າບໍ່ສົດໃສ ເພາະມີຝົນຕົກມາແຕ່ວານນີ້ ແຕ່ກໍມີນັກທ່ອງທ່ຽວ ຢ່າງຫລວງຫລາຍ ຍ່າງໄປມາ....ຈົນຫູໜວກ ແລະ ລາຍຕາ...

ຫາກມື້ໃດມີເວລາ, ມື້ໃດທີ່ຍັງມີໂອກາດມາວັງວຽງອີກ....ເລື່ອງເລົ່າຈະມີໃໝ່...
ສະບາຍດີ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...