6.8.13

ຄຳຄວນຂອງຄົນໄກບ້ານເກີດ...

# ຊີວິດ ຫາກປຽບນາວານ້ອຍ ລອຍລ່ອງໃນທາລາ
ຫາທີເພິງພິງພັກ ໄດ້ຊົ່ວຄາວພຽງນ້ອຍ
ຄອຍຜູ້ຄົນມາຍ້າຍ ມາພາຍເພິງວາດ
ຄາດຄູ່ຄຽງນັ່ງທ້າຍ ມີໃຜນ້ໍ....ຊິລໍ່າຫລຽວ.....
(ທ່າເຮືອບ້ານແກ້ງສະດອກ ມ.ປາກຊັນ-ບໍລິຄຳໄຊ)

# ເມື່ອອາລຸນ ວັນໃໝ່ ໄດ້ເບີກຟ້າ
ສຸລິຍາ ສາດແສງ ສ່ອງສົດໃສ
ເປັນເໝືອນຄົນ ພົ້ນຄວາມທຸກ ອຸກອັ່ງໃຈ
ຫລືວ່າ ຍັງມີໃຜ ໃຝ່ພະວົງ.....
(ຕາເວັນຂຶ້ນທີ່ສະຖານທີ່ພັກຜ່ອນນ້ຳໂຄນ ມ ໄຊທານີ ນ.ວຽງຈັນ)

# ຝົນຕົກມາ ນ້ຳໃນນາອັ່ງລົ້ນ............ໜຸ່ມສາວພາກໄກໜີ
ປ່ອຍປະ ຄົນຊະລາເດັກ...................ລໍ່າຄອງຄອຍຖ້າ
ນັບຂໍ້ມື...ສາມສີ່ຫ້າ.......................ຫລາຍວັນບໍ່ມີຈວບ
ບ່າວສາວ ຜູ້ຈາກບ້ານ......................ປານນີ້ບໍ່ຫວນມາ......
(ທົ່ງນາກ່ອນຮອດດ່ານນາແມວ ລາວ-ວຽດ)
# ເມື່ອຍາມນາ ໜ້າຝົນ ຟ້າໝົ່ນສີ
ແຕ່ຕູ້ມີ ດີໃຈ ບໍ່ໝົ່ນໝອງ
ແຕ່ລາງຄົນ ງ່ວມເຫງົາ ເຝົ້າທາງຄອງ
ບໍ່ເຫັນນ້ອງ ນາງມາ ນ້ຳຕານອງ....
(ນາພໍ່ຕູ້ສາ ບ້ານພະຂາວ ມ.ໄຊທານີ ນ.ວຽງຈັນ)

# ຍາມຟ້າເຫງົາ ເຄົ້າຝົນ ຄົນຄິດຮອດ
ຂໍແຊ່ວສອດ ວາຈາ ຖາມຂ່າວເຖິງ
ເມືອ່ມອງພາບ ແສນສະບາຍ ໃຈລື່ນເລີງ
ຍັງລຳເພິງ ຄິດເຖິງເມືອງ ເລື່ອງລືນາມ...
(ມູມໜຶ່ງຂອງເມືອງໜອງແຮດ ຂ.ຊຽງຂວາງ-ຖ່າຍຈາກ ສະຖານີວິທະຍຸຊຸມຊົນ)

# ໄກກາຍ ເຖິງມີພັນສາຍນ້ຳຂັ້ນ....... ບໍ່ຫວາດຫວັ່ນຊິໄປຫາ
ໄກຕາ ພັນກິໂລກໍຍັງຈົດ................ຈື່ຈຳໂສມໜ້າ
ໄກໃຈ ເຖິງວ່າພຽງຝາກັ້ນ.............. ບໍ່ຝັນຫາເຫັນຈວບ
ໄກຮັກ ເຖິງວ່າພັນຂອບຟ້າ.............ອາສາດັ້ນດຸ່ງຫາ ເຈົ້າແລ້ວ...
(ແຄມນ້ຳມ່າ ມ.ຊຽງຄໍ້ ແຂວງຫົວພັນ)
(ຂອບໃຈທີ່ອ່ານ ມີພາບງາມໆມື້ໜ້າຈະມາເອົາລົງໃຫ້ເບິ່ງໃໝ່)

25.6.13

ເພີດເພີນກັບການເດີນທາງສາຍນີ້...ເຄີຍໄປແລ້ວບໍ່ ?

 ເສັ້ນທາງສາຍໃໝ່ຈາກເມືອງກາສີ(ແຂວງວຽງຈັນ)ສູ່ເມືອງນານ(ແຂວງຫລວງພະບາງ
ເປັນເສັ້ນທາງທີ່ຫາກໍຕັດໃໝ່ ຍັງບໍ່ທັນສຳເລັດ ໑໐໐% ເທື່ອ
 ເສັ້ນທາງນີ້ ມີທຳມະຊາດທີ່ສວຍງາມຫລາຍ ຕັດຜ່ານກາຍບ້ານຄົນທີ່ຕັ້ງຢູ່ຫ່າງໆກັນ
 
 ...ສ່ວນຫລາຍເວລາທີ່ຂີ່ລົດໄປ ດົນໆຈະເຫັນຄົນໃນທ້ອງຖິ່ນອອຢູ່ຫາກິນຕາມທຳມະຊາດ...
 ຫລາຍບ່ອນ ເວລາທີ່ຂີ່ລົດໄປ ເໝືອນກັບວ່າເຮົາກຳລັງຂຶ້ນສູ່ທ້ອງຟ້າ ຍ້ອນຄວາມສູງຊັນຂອງເສັ້ນທາງ
ດົນໆເຮົາກໍຈະເຫັນສະຖານທີ່ພັກລົດຂອງກອງກໍ່ສ້າງທາງ ເປັນໄລຍະໆໄປ
 ມີຫລາຍຈຸດທີ່ພວກເຮົາສາມາດພັກລົດ ແລະ ເປັນບ່ອນທີ່ມີທຳມະຊາດສວຍງາມຫລາຍ
 ເກືອບຕລອດສາຍທາງ ເຮົາຈະເຫັນຕາຝັ່ງທີ່ສູງຊັນ ຍ້ອນນັກສ້າງທາງຕ້ອງໄດ້ຂຸດພູເຮັດທາງ
 ແລະຫລາຍບ່ອນເຮົາຈະເຫັນວ່າໜ້າທາງສູງບໍ່ຕ່າງຫຍັງກັບສັນພູ
 ແຕ່ເວລາທີ່ເຮົາແນມລົງມາຈຶ່ງຈະຮູ້ໄດ້ວ່າ ເຮົາຢູ່ສູງປານກັບວ່າ“ເໜືອເມກ”
 ແຕ່ເຖິງແນວໃດ ກໍອົດໃຈບໍ່ໄຫວ ທີ່ຈະບໍ່ຈອດລົດຖ່າຍພາບຊົມວິວ
 ເຮົາບໍ່ຮູ້ດອກວ່າ ເຮົາຢູ່ສູງພຽງໃດ ເພາະຍັງບໍ່ທັນມີປ້າຍບອກເຖິງລະດັບສູງ....ຫາກທຽບໃສ່ໜ້ານ້ຳທະເລ
ແຕ່ຮູ້ໄດ້ວ່າກຸ່ມເມກ-ໝອກ ຫລື ອາຍນ້ຳ ມັນບໍ່ໄດ້ຢູ່ສູງກ່ວາບ່ອນເຮົາຢູ່ເລີຍ....
 ເສັ້ນທາງຈະປຽກຊຸ່ມເປັນສ່ວນຫລາຍ ໂດຍສະເພາະໜ້າຝົນ ຍ້ອນອາຍໝອກ ເຊິ່ງຕ້ອງເພີ່ມຄວາມລະມັດລະວັງໃນການຂັບລົດ ບວກກັບສະພາບຂອງຖະໜົນທີ່ຄ້ອຍຊັນ
 ...ທາງໜ້າ ຍັງມີຜາສູງຍັງບໍ່ທັນມີປ້າຍເຕືອນ ແລະບໍ່ມີຮາວປ້ອງກັນເປັນສ່ວນຫລາຍ...
 ທາງຄົດໂຄ້ງ ຈົນບາງເທື່ອຄິດວ່າເສັ້ນທາງມັນສຸດເທົ່ານີ້
 ແຕ່ເຖິງແນວໃດກໍຕາມ ເສັ້ນທາງປະມານ ໗໐ ກິໂລ ໃຊ້ເວລາເດີນທາງປະມານ ໒ ຊົ່ວໂມງ ກໍເຫັນວ່າ ມີຫລາຍຢ່າງທີ່ເພິງພໍໃຈກັບການເດີນທາງສາຍນີ້. ເກືອບທັງໝົດຂອງໄລຍະເສັ້ນທາງຕັດໃໝ່ແມ່ນປູຢາງແລ້ວ ແຕ່ຍັງບໍ່ທັນມີປ້າຍເຕືອນ....ພໍເທົ່າໃດ ເນື່ອງຈາກຍັງສ້າງບໍ່ທັນສຳເລັດ. ດັ່ງນັ້ນ ຫາກທ່ານໃດສົນໃຈກໍລອງໆໄປເບິ່ງທຳມະຊາດທີ່ສວຍງາມ ຂໍພຽງໃຫ້ທ່ານມີສະຕິໃນການຂັບຂີ່ ແນ່ນອນວ່າທ່ານຈະປອດໄພ ບໍ່ເປັນເໝືອນພາບລຸ່ມນີ້...
(ພາບລຸ່ມບໍ່ໄດ້ກ່ຽວພັນກັບເສັ້ນທາງໄລຍະດັ່ງກ່າວເດີ້)
...ຂັບລົດຊ້າໄດ້ພວງມາໄລ ຂັບລົດຈັງໄຮ ໄດ້ພວງມາລາ...
(ຂອບໃຈທີ່ອ່ານ ສະບາຍດີ)

4.6.13

ໃຜໄດ້ໄປທ່ຽວຊົມອຸດທິຍານຫີນຕັ້ງແລ້ວແດ່...

(ຄຳຂວັນແຂວງຫັວພັນ)
ງົດງາມນ້ຳມ້າສ່ອງໃສ, ວຽງໄຊປະຫັວດສາດ, ຜ້າໄໝຊຳໃຕ້, ຫີນຕັ້ງຜາເມືອງ,  ຖິ່ນພູສາມເສົ້າ, ຄົກເຂົ້ານ້ຳລິນ, ແຜ່ນດິນວິຣະຊົນ

ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຄົນຍັງບໍ່ໄດ້ໄປທ່ຽວຊົມພໍປານໃດ ເນື່ອງຈາກເສັ້ນທາງຍັງລຳບາກ ຫາກແມ່ນຍາມຝົນ ຕ້ອງໃຊ້ລົດຂັບເຄື່ອນສີ່ລໍ້ເທົ່ານັ້ນ. ດຽວນີ້ເພິ່ນກຳລັງປັບປຸງເສັ້ນທາງນີ້ຢູ່.... “ຫີນຕັ້ງ” ຫລາຍຄົນເຄີຍໄດ້ຍິງຜ່ານຫູ ແຕ່ຫລາຍຄົນຍັງບໍ່ຮູ້ເທື່ອວ່າມັນຢູ່ແຫ່ງຫົນໃດ. ສະຖານທີ່ທ່ອງທ່ຽວ“ຫີນຕັ້ງ” ຕັ້ງຢູ່ ເມືອງຫົວເມືອງ, ແຂວງຫົວພັນ ແມ່ນອີກຈຸດຫນຶ່ງທີ່ຫນ້າສົນໃຈສະຖານທີ່ດັ່ງ ກ່າວຕັ້ງຢູ່ໃນບໍລິເວນສັນພູກອງພັນເຂດບ້ານ “ປ່າຈ່າ” ຫ່າງໄກຈາກເທດສະບານເມືອງຊຳເໜືອປະມານ ໖໔ ກິໂລແມັດ ແລະ ຫ່າງຈາກເສັ້ນທາງຫລວງໝາຍເລກ ໖ ຕາມເສັ້ນທາງດິນແດງ ປະມານ ໗ ກິໂລແມັດ ເຊິ່ງທັງສອງຟາກທາງສະພາບແວດລ້ອມຍັງດີຫລາຍ ມີປ່າໄມ້ແປກສະຫລັບເປັນຍ່ານໆໆ

ບ້ານປ່າຈ່າ ເປັນບ້ານຂອງຊົນເຜົ່າ”ກຶມໝຸ“ ແລະ ປະຊາຊົນບ້ານນີ້ ແລະ ໃກ້ຄຽງຈະຄອຍດູແລຮັກສາ ສະຖານທີ່ທ່ອງທ່ຽວແຫ່ງນີ້...

ພໍເຮົາເຂົ້າເຖິງບໍລິເວນຫີນຕັ້ງ ເຮົາຈະເຫັນແຜ່ນຫີນຕັ້ງລຽງລາຍກັນເປັນຈຸດໆ ເຊິ່ງຊາວບ້ານບອກວ່າ ຫີນຕັ້ງນີ້ມີຫລາຍກຸ່ມ ແລະ ກິນເນື້ອທີ່ຫລາຍກີໂລຕາແມັດ

ຕາມກສານສັນລະສູດຂອງ ນັກບູຮານຄະດີໃຫ້ຮູ້ວ່າ : ຫີນຕັ້ງ ດັ່ງກ່າວມີອາຍຸເກົ່າແກ່ປະມານ໑.໕໐໐ກວ່າປີ ຜ່ານມາແລ້ວ, ຈາກຊົນເຜົ່າກຸ່ມຫນຶ່ງໄດ້ປະຮ່ອງ ຮອຍຫີນຕັ້ງຈຳນວນຫລາຍກ່ວາ ໑໐໐ ອັນ ຢັ່ງຢາຍຍາວຢຽດໄປຕາມສັນພູ “ກອງພັນ” ເຊິ່ງນັກສຳຫລວດໄດ້ ຈັດເປັນ ກຸ່ມໃຫຍ່ ແລະ ກຸ່ມນ້ອຍອີກຫລາຍໆກຸ່ມ. ຫີນຕັ້ງດັ່ງກ່າວແມ່ນ ຫີນກະດິດຖືກຕັດໃຫ້ ເປັນແຜ່ນບາງສູງຕັ້ງຢູ່ເປັນຈຸດ ໃນພື້ນດິນບໍລິເວນດັ່ງກ່າວເຮັດ ເປັນຮູບວົງມົນ, ມີເສັ້ນຜ່າ ສູນກາງປະມານ ໒ ແມັດຂຶ້ນໄປກໍມີ.


ການສຳສຫລວດ ຄັ້ງທຳອິດມີຂຶ້ນໃນປີ ຄສ ໑໙໓໑ ຈາກນັກຄົ້ນ ຄວ້າຊາວຝຣັ່ງ(ຄາດວ່າທີມດຽວກັບການຄົ້ນຄ້ວາຫລັກຖານທົ່ງໄຫຫີນ) ໄດ້ເຮັດການສຳຫລວດບາງບູຮານຄະດີໃນບໍລິເວນຫີນຕັ້ງແຫ່ງນີ້. ເບື້ອງຕົ້ນແມ່ນໄດ້ຄົ້ນພົບວັດຖຸບູຮານຈຳນວນຫນຶ່ງເຊັ່ນ : ໂຖໃສ່ກະດູກ ທີ່ເຮັດດ້ວຍດິນເຜົາ, ດ້ານໃນມີເຄື່ອງປະດັບ ເອ້ຈຳນວນ ຫນຶ່ງທີ່ກ່ຽວຂ້ອງກັບ ພິທີກຳເຮັດດ້ວຍດິນເຜົາເຊັ່ນ : ກອງ, ແຄນທອງ, ກອກຢາ, ໄຫ ເຫລົ້າ, ຖ້ວຍຈານ, ນ້ຳເຕົ້າດິນ ແລະ ອື່ນໆ(ບໍ່ຮູ້ວ່າເພິ່ນໄດ້ເກັບຮັກສາວັດຖຸເລົ່ານັ້ນໄວ້ບໍ່). ແຕ່ເຖິງຢ່າງໃດຫີນ ຕັ້ງແຫ່ງນີ້ ຍັງຄົງເຊື່ອງຊ້ອນ ຄວາມລຶກລັບປິດສະຫນາໃຫ້ນັກ ຄົ້ນຄວ້າທາງບູຮານວັນນະຄະດີ ຫລຸ້ນໃຫມ່ຈະຕ້ອງໄດ້ເອົາໃຈໃສ່ ສຶກສາຄົ້ນຄວ້າໃນອະນາຄົດຕໍ່ໄປ

ນອກຈີ້ຍັງມີປ່ຽງຫີນນ້ອຍຝັງ ຕິດກັບຜະຫນັງໃຫ້ເປັນລູກຂັ້ນ ໄດລົງສູ່ຫ້ອງພື້ນດິນທີ່ເປັນຫ້ອງຝັັງສົບຂອງຄົນສະໄຫມນັ້ນ, ຫີນຕັ້ງເມືອງຫົວເມືອງນີ້ສັນສິຖານວ່າ : ເປັນວັດທະນະທຳຮ່ວມຍຸກກັບທົ່ງໄຫຫີນຢູ່ແຂວງຊຽງຂວາງ.

ມາຮອດປັດຈຸບັນ ກໍຍັງບໍ່ມີຫລັກຖານອ້າງອີງທີ່ຊັດເຈນວ່າແມ່ນໃຜເປັນຄົນສ້າງ, ສ້າງເມື່ອປີໃດ ແລະ ສ້າງເພື່ອຈຸດປະສົງອັນໃດ....ນອກຈາກມີນິທານປະລຳປະລາ ທີ່ເລົ່າສືບຕໍ່ກັນມາຊ້ານານເທົ່ານັ້ນ.....

....ກ່ອນນີ້ ຫລາຍພັນປີມາແລ້ວ.....ດິນແດນແຫ່ງນີ້ມີເຈົ້າຄອບຄອງຊື່ວ່າ: “ບາຣາດ ຫລື ທ້າວ ຣາດອັ້ງ” ເຊິ່ງເປັນຄົນທີ່ມີຣິດເດດຫລາຍ ແລະ ມີອາວຸດວິເສດຄຽງກາຍເຖິງ ຢ່າງຄື: ຂວານເພັດ, ເຫລັກຊີ ແລະ ກອງສອງໜ້າ(ເຊື່ອກັນວ່າແມ່ນຄ້ອງບັ້ງຂອງຊົນເຜົ່າກຶມໝຸ).

ອາວຸດທັງ ໓ ຢ່າງມີຄວາມວິເສດຄື: ຂວານເພັດເອົາໄວ້ຕັດຫີນ, ເຫລັກຊີ ເອົາໄວ້ເຈາະບໍ່ນ້ຳ ແລະ ກອງສອງໜ້າເອົາໄວ້ຕີ ລະດົມພົນເພື່ອປາບສັດຕູໝູ່ມານ ເຊິ່ງມີການເລົ່າກັນວ່າ ເມື່ອໃດທ້າວ ຣາດອັ້ງຕີກອງໜ້າໜຶ່ງ ແມ່ທໍລະນີ ແລະ ເທວະດາຈະລົງມາຊ່ວຍສູ້ຮົບ ແລະ ຖ້າຕີອີກໜ້າໜຶ່ງກໍຈະເຮັດໃຫ້ສັດຕູນັ້ນດີ້ນຕາຍທົ່ວໜ້າ...

ມີການເລົ່າກັນວ່າ ທ້າວຣາດອັ້ງ ມີອຳນາດທີ່ເຂັ້ມແຂງຕໍ່ລອງໄດ້ເທົ່າກັບເຈົ້າຫລວງພະບາງ ແລະ ໄດ້ປະຕິເສດ ທີ່ຈະເປັນຫົວເມືອງຂຶ້ນຂອງຫລວງພະບາງ ແລະ ເຄີຍເຮັດເສິກສົງຄາມຕໍ່ສູ້ກັນມາແລ້ວຄັ້ງໜຶ່ງ ແຕ່ບໍ່ສາມາດຊະນະກອງກຳລັງຂອງທ້າວ ຣາດອັ້ງໄດ້.

ຍ້ອນຄວາມລະແວງວ່າ ຈະມີຄົນມາຮຸກຮານ ທ້າວ ຣາດອັ້ງຈ່ຶງໄດ້ຕີກອງຮ້ອງປ່າວຂຶ້ນຫາກຸ່ມເທວະດາ ຟ້າດິນ ໄດ້ຍິນກໍເກນກອງທັບມາຊ່ວຍ. ແຕ່ພໍມາເຖິງ ກໍບໍ່ເຫັນວ່າມີສັດຕູແມ່ນແຕ່ຄົນດຽວ ພວກເຂົາໂກດແຄ້ນຫລາຍ ຈຶ່ງໄດ້ນຳເອົາກອງທັບພ້ອມກອງສອງໜ້ານັ້ນກັບຄືນໄປ.
ເມື່ອເປັນເຊັ່ນນີ້ ທ້າວຣາດອັ້ງ ເຫັນວ່າຕົນຍັງມີອາວຸດວິເສດພຽງ ໒ ສິ່ງ ຈຶ່ງໄດ້ໃຫ້ປະຊາຊົນ ຂອງຕົນເອງກຽມ ສ້າງເມືອງໃໝ່ ໂດຍໃຊ້ຂວານເພັດຂອງຕົນໄປຕັດເອົາຫີນຈາກລ້ອງ "ນ້ຳເປິນ"ມາກອງໄວ້....ແຕ່ຂ່າວນີ້ໄດ້ລືໄປເຖິງ ຫູສັດຕູຂອງຕົນທີ່ຫລວງພະບາງ ພວກເຂົາຈຶ່ງວາງກົນອຸບາຍໃຫ້ລູກຊາຍ ຄົນຂອງທ້າວ ຣາດອັ້ງນັ້ນຍ່າງລຸຍຜ່ານກອງໄຟ ແລະ ເຫດການນີ້ ໄດ້ເຮັດໃຫ້ ອາວຸດຄູ່ກາຍຂອງ ຣາດອັ້ງ ນັ້ນສູນເສຍຄວາມສັກສິດໄປ ຈົນບໍ່ສາມາດສ້າງເມືອງໃໝ່ໄດ້. ດ້ວຍເຫດນີ້ ພວກເຮົາຈຶ່ງຍັງເຫັນກອງເຫັນດັ່ງກ່າວກອງໄວ້ເປັນໝູ່ ເປັນກອງ ແລະ ແຜ່ຫລາຍໄປໃນບໍລິເວນນັ້ນ ກິນເນື້ອທີ່ຫລາຍກິໂລແມັດມົນທົນ...

ສະຖານທີ່ທ່ອງທ່ຽວຜາຫີນຕັ້ງດັ່ງກ່າວ ນັບວ່າເປັນທ່າແຮງ ຫນຶ່ງໃນການນຳປະໂຫຍດຈາກການ ທ່ອງທ່ຽວ ມາໃຫ້ທ້ອງຖິ່ນ ເພາະແຫລ່ງທ່ອງທ່ຽວແຫ່ງນີ້ ເປັນອີກຈຸດຫນຶ່ງທີ່ສ້າງຄວາມສົນໃຈ ໃຫ້ກັບສັງຄົມພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນເລື້ອຍໆ. ແຕ່ປັດຈຸບັນການໂຄສະນາໃຫ້ແຫລ່ງທ່ອງທ່ຽວດ່ັງກ່າວຍັງມີຫນ້ອຍ ແລະ ບໍ່ກວ້າງຂວາງ. ເຊິ່ງສິ່ງນີ້ແມ່ນຫນ້າທີ່ ຂອງຂະແຫນງການກ່ຽວຂ້ອງ ກໍຄືອຳນາດການປົກຄອງທ້ອງຖິ່ນຈະ ຕ້ອງໄດ້ອອກແຮງຫລາຍ ຂຶ້ນ ຈຶ່ງຈະຊ່ວຍໃຫ້ກາຍເປັນ ແຫລ່ງລາຍຮັບທີ່ຫມັ້ນຄົງໃຫ້ເມືອງ ແລະ ແຂວງດັ່ງກ່າວ ເພີ່ມຫລາຍຂຶ້ນ.

(ຂອບໃຈທີ່ອ່ານ-ຂອບໃຈເລື່ອງເລົ່າຂອງຊາວບ້ານ ແລະ ຊ່ວຍເພີ່ມເຕີມຂໍ້ມູນໃຫ້ແດ່ເດີ້...)

12.5.13

ໃຜເຄີຍໄປທົ່ງໄຫຫີນສອງແດ່ ?



ຂໍ້ມູນນີ້ ຄົງບໍ່ຊັດເຈນເທົ່າທີ່ຄວນ ແຕ່ຄົງພໍເຮັດໃຫ້ທ່ານໄດ້ຮູ້ວ່າ ທົ່ງໄຫຫີນ ທີ່ເຮົາຮູ້ວ່າມີຢູ່ແຂວງຊຽງຂວາງນັ້ນ ມີດ້ວຍກັນຫລາຍບ່ອນ ແຕ່ທີ່ແນ່ໆ ເພິ່ນເປີດໃຫ້ເຂົ້າຊົມແລ້ວເຖິງ ໓ ແຫ່ງ ເຊິ່ງແຕ່ລະແຫ່ງມີສະຖານທີ່ຕັ້ງທີ່ຫ່າງກັນພໍສົມຄວນ...
....ໄຫໃຫຍ່ໆ ຢາຍໄປຕາມທົ່ງ ໂນນຂຶ້ນ ຄ້ອຍລົງ ຈົນສຸດຂອບຟ້າ
ມີປະຫວັດ ເລົ່າຂານນານມາ ເປັນໄຫເຫລົ້າເຈົ້າຟ້າ ທ້າວຮຸ່ງ ທ້າວເຈືອງ....
ທົ່ງໄຫຫີນ ທີ່ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ 
 ມີການເລົ່າກັນວ່າມີຊາວບ້ານໄປພົບດົນແລ້ວ ລະຫວ່າງທີ່ເຂົາເຈົ້າໄປຫາເຄື່ອງປ່າ ແລະ ລ່າສັດ. ໄຫຫີນເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ ໑,໕ ແມັດ(ໜ່ວຍທີໃຫຍເສັ້ນຜ່າກາງ ໒,໕ ແມັດ ສູງ ໒,໕໗ ແມັດ) ນ້ຳໜັກຫລາຍທີ່ສຸດເຖິງ ໑໕ ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດ ໜັກປະມານ ໔໐-໕໐  ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນເຂດໂພນສະຫວັນ ແລະ ຍັງມີຢູ່ ບ່ອນອື່ນໆອີກໃນແຂວງຊຽງຂວາງ.

  ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງ ຮອຍການລາກແກ່ມາຈາກບ່ອນອື່ນ ໄຫບາງໜ່ວຍມີລັກສະນະການແກະສະຫຼັກຍັງບໍ່ແລ້ວກໍມີ ນອກຈາກນີ້ເພິ່ນວ່າມີການຄົ້ນພົບກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນ ເຄື່ອງຢືນຢັນວ່າ ມີການໃຊ້ໄຫຫີນໃນພິທີຝັງສົບ ຢ່າງໃດກໍຕາມຍັງບໍ່ທັນມີການຢືນຢັນທີ່ເປັນການ ຮັບຮອງທີ່ ຊັດເຈນ. ສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນ ໜ້າຈະເປັນແຜ່ນຫີນທີ່ໃຊ້ ປິດ-ເປີດໄຫຫີນ ແລະ ເປັນສ່ວນໜ່ຶງໃນການປະກອບພິທີຕາມຄວາມເຊື່ອຖື.... 

ອ້ອມຮອບໄຫຫີນເພິ່ນວ່າຍັງໄດ້ພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບຫລໍ່ທອງສຳລິດຂອງວຽດນາມ ເພິ່ນຄາດເດົາໄວ້ໃນບາງເອກະສານວ່າ ຊົນເຜົ່າ ທີ່ສ້າງ ໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍ ໄປທົ່ວພູມີພາກແຖວນີ້ອີກດ້ວຍ.
ນັກບູຮານຄະດີລຸ້ນຫລັງໆລົງ ຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງ ພວກຈາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນເຂດນີ້ໃນເມື່ອກ່ອນ,
ສຳລັບທົ່ງໄຫຫີນໜຶ່ງ(໑)ນີ້ ມີຖະໜົນເຂົ້າສະດວກ ແລະ ທາງລັດຖະບານ ໄດ້ເກັບກູ້ລະເບີດອອກ ໝົດແລ້ວ ທົ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື: 
ທົ່ງໄຫຫີນ ໑ ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ທີ່ເຄີຍເປັນເມືອງຫລວງເກົ່າ ໄລຍະທາງປະມານ ໗ ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າ ໓໓໔ ໜ່ວຍ ເຊິ່ງມີຈຳນວນກວ່າກຸ່ມອື່ນໆ. 
ທົ່ງໄຫຫີນ ໒ ໄກຈາກທົ່ງໄຫຫີນ ປະມານ ໑໐ ກ່ວາກິໂລແມັດ ປະກອບດ້ວຍໄຫຫີນປະມານ ໕໐ ໜ່ວຍ ກະຈາຍຢູ່ເທິງໂນນພູນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງນາ ເຊິ່ງເປັນພາບທີ່ສວຍງາມຫລາຍ
 ເສັ້ນທາງໄປທົ່ງໄຫຫີນສອງ ປັດຈຸບັນກຳລັງປັບປຸງ ຫາກເຮົາໄປໃນຍາມຝົນ ຂັບລົດຕ້ອງລະມັດ ລະວັງ ດີແທ້ຄວນໃຊ້ລົດຂັບເຄື່ອນສີ່ລໍ້...
ຢູ່ປາກທາງເຂົ້າ ຈະມີປ້າຍບອກວ່າ ສະຖານທີ່ທ່ອງທ່ຽວແຫ່ງນີ້ ໄດ້ຮັບການກວດກາ ແລະ ເກັບກູ້ລະເບີດທີ່ຕົກຄ້າງແລ້ວ ແລະ ມີຄຳແນະນຳໃຫ້ເດີນຕາມເຄື່ອງໝາຍຂອງອົງການ ເກັບກູ້ລະເບີດ...ເພື່ອຄວາມປອດໄພ..
 ເຮົາຕ້ອງຍ່າງຂຶ້ນພູດິນແດງ ທີ່ສອງຟາກທາງເຕັມໄປດ້ວຍຕົ້ນແປກ...
ຕາມທີ່ປ້າຍແນະນຳ ໒໐໐ ແມັດ ແຕ່ມັນເໝືອນໄກເອົາແທ້ໆ ເໝືອນ ໒໐໐໐ ແມັດ ຫລາຍກ່ວາ...
ເວລາຍ່າງຂຶ້ນໄປຫາບ່ອນໄຫຫີນຢູ່ ເຮົາສາມມາດມອງພາບດ້ານລຸ່ມທີ່ສວຍງາມໄດ້ຢ່າງເຕັມອີ່ມ

 ກ່ວາຈະຮອດທາງຍ່າງຂຶ້ນຫາທີ່ຢູ່ຂອງໄຫຫີນກໍເອົາເມື່ອຍ....ສົມຄວນ...
 ທາງຂຶ້ນຊັນສົມຄວນ ເວລາຫັນກັບມອງເຫັນພາບດ້ານລຸ່ມ...ງາມຫລາຍ...ຫາຍເມື່ອຍ...

ເຮົາຈະເຫັນໄຫຢູ່ລາມກັນເປັນກຸ່ມ ກ້ອງຕົ້ນໄມ້ ເຫັນແລ້ວຮູ້ສຶກວ່າຫວິວໆວາດໃດວາດໜຶ່ງ...

ສັງເກດເຫັນວ່າ ໄຫຫີນໃນທີ່ນີ້ ມີລັກສະນະສີ່ລ່ຽມ ແລະ ຍາວໃຫຍເປັນສ່ວນຫລາຍ...
ໄຫບາງໜ່ວຍມີຕົ້ນໄມ້ເກີດໃສ່ ຈົນແຕກ ແລະຜຸພັງຕາມການເວລາ
ອ້ອມຮອບບໍລິເວນກຸ່ມໄຫຫີນ ຈະມີຕົ້ນແປກທີ່ອ່າວໃຫຍ່ ເມື່ອລົມພັດມາຈະໄດ້ຍິນສຽງແປກດັງ ຄ້າຍກັບວ່າສຽງນ້ຳຕົກທີ່ດັງມາແຕ່ໄກ...
ຈາກຈຸດພາບເທິງ ຫລຽວກັບຄືນກໍຈະເຫັນພາບທົ່ງທີ່ກ້ວາງຂວາງຢູ່ຂ້າງລຸ່ມ

ທົ່ງໄຫຫີນ ໓ ຄືກຸ່ມໄຫຫີນພູສະລາໂຕ ເພິ່ນບອກວ່າຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ ໒໕ ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນ ທົ່ງຫຍ້າປະມານ ໙໐ ໜ່ວຍ ແຕ່ເວລາຈຳກັດ ຂ້າພະເຈົ້າບໍ່ສາມາດໄປເຖິງໄດ້ ຄິດວ່າ ໂອກາດໜ້າ ຈະໄປເຖິງແນ່ນອນ ເພາະມື້ເດີນທາງຝົນຕົກ ເສັ້ນທາງໝື່ນຫລາຍ ເລີຍກັບໂພນສະຫວັນກ່ອນ....
 (ທາງໄປທົ່ງໄຫຫີນ ສາມ ພາບຈາກ http://www.ounon19.com )
 (ທົ່ງໄຫຫີນ ສາມ ພາບຈາກ http://www.ounon19.com )
ເບິ່ງພາບເພີ່ມເຕີມ See More
(ຂອບໃຈທີ່ອ່ານ ຊ່ວຍແນະນຳດ້ວຍ)

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...