10.12.16

ຕົ້ນໄມ້ຫລາຍຊື່


Guerilla Chaya ຫລື Chaya plant ຫລື “ຕົ້ນແປ້ງນົວ”
ຊາຍາ Chaya ເຊິ່ງເປັນປະເພດຜັກ ທີ່ມີຊື່ເອີ້ນຫລາກຫລາຍເຊັ່ນ: ຜັກກາດນາເມັກຊິກໂກ ຫລື Chaya plant ຫລື Guerilla Chaya ສ່ວນຢູ່ປະເທດລາວນັ້ນມັກເອີ້ນວ່າ: “ຕົ້ນແປ້ງນົວ” ແລະ ອື່ນໆ. 
“ຕົ້ນແປ້ງນົວ” ສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍຢ່າງ ບໍ່ວ່າຈະເປັນຂົ້ວ, ແກງ, ຕົ້ມ, ອົບ, ອ່ອມ…ເປັນຕົ້ນ ການນິຍົມນຳມາປະກອບອາຫານນັ້ນ ກໍເພາະຕ້ອງການໃຫ້ມີລົດຊາດແຊບນົວ ເຊິ່ງປັດຈຸບັນຫລາຍຄົນໃຊ້ປະກອບອາຫານ ເພື່ອທົດ ແທນ ແລະ ຫລຸດຜ່ອນການໃຊ້ແປ້ງນົວ ເພາະແປ້ງນົວມີຜົນກະທົບທີ່ບໍ່ດີຕໍ່ສຸຂະພາບ. ນອກນີ້ “ຕົ້ນແປ້ງນົວ” ຍັງມີສັບພະຄຸນເປັນຢານຳອີກເຊັ່ນເປັນຢາຕ້ານການເກີດເປັນພະຍາດເບົາຫວານ, ພະຍາດເຈັບປວດຂໍ່ກະດູກ(Gout) ແລະ ຫລຸດຜ່ອນຄວາມດັນຂອງເລືອດ ເປັນຕົ້ນ.
“ຕົ້ນແປ້ງນົວ” ຫລື Chaya plant ເປັນພືດທີ່ຄົນກິນໄດ້ ມີຫລາຍສາຍພັນ ເຊິ່ງມີຖິ່ນ ກຳເນີດທີ່ຊາຍຝັ່ງມະຫາສະໝຸດ ຢູຄາທານ ປະເທດ ເມັກຊິກໂກ ແລະ ເປັນພືດທີ່ຕິດພັນກັບຊົນເຜົ່າພື້ນເມືອງມາດົນ ໂດຍສະເພາະຊົນເຜົ່າ ມາຍາ ດົນນັບພັນປີມາແລ້ວ. ໃບ, ກ້ານ ຂອງ Chaya plant ມີສານອາຫານຫລາຍຊະນິດ ທີ່ມີປະໂຫຍດ ຈາກການຄົ້ນຄ້ວາມີລາຍງານວ່າ: “ຕົ້ນແປ້ງນົວ” ມີສານອາຫານສູງກ່ວາຜັກຫົມ 2 ເທົ່າ, ມີໂປຣຕີນ ແລະ ການໂຊມສູງ ນອກນີ້ຍັງມີວິຕາມິນ ອີກຫລາຍຊະນິດ ແຕ່ບໍ່ຄວນບໍລິໂພກໃບທີ່ດິບໆ ເພາະໃບດິບຈະມີສານ ໄຮໂດຣ ໄຊຍານິກ ເຊິ່ງເປັນສານທຳມະຊາດທີ່ເປັນພິດຄືກັບໃບມັນຕົ້ນ ແຕ່ເມື່ອເຮັດໃຫ້ສຸກ ສານພິດຊະນິດນີ້ຈະສະຫລາຍໄປເອງ.
Chaya ຂອງດີມີມາກ່ວາພັນປີ ປູກງ່າຍ ຕາຍຍາກ ໃບຂຽວໄດ້ຕະລອດປີ…
ສາມາດຂະຫຍາຍພັນໄດ້ດ້ວຍລຳຕົ້ນ ແລະ ແກ່ນ.
ກຳລັງທົດລອງຊໍາດ້ວຍລຳຕົ້ນ ເພື່ອຂະຫຍາຍພັນ

ຂອບໃຈທີ່ຕິດຕາມ
ທີ່ມາຂອງຂໍ້ມູ: ກົດອ່ານເພີ່ມເຕີມ

3.9.16

ໝາຈອກຫາງກຸດ

ຕອນຍັງນ້ອຍ....ຂ້ອຍເປັນຄົນມັກຟັງນິທານທີ່ແມ່ຕູ້ເລົ່າ
.....10 ເທື່ອ 100 ເທື່ອ ກໍຟັງບໍ່ເບື່ອເຖິງຈະເປັນເລື່ອງເກົ່າກໍຕາມ.....


29.1.16

ອ່າຍອຸ່ນ ແຫ່ງຫົວໃຈ

ພາບເລົ່ານີ້ ພຽງຮັກສາໄວ້ ເພື່ອຄວາມພູມໃຈຂອງຂ້າພະເຈົ້າ
ໃນບາງກິດຈະກຳ ທີ່ໄດ້ກະທຳໄວ້...ແລະ ຂອບໃຈຜູ້ຍິງຄົນນີ້ ທີ່ຄອຍສະໜັບສະໜູນ...
ໂອ້ລົມໜາວ ພັດໂບຍໂບກ ສະໂຫງກຫາ
ຜືນເສື້ອຜ້າ ຫົ່ມກາຍ ສຸດໄຮ້ໜໍ
ເນື້ອກາຍແຫງ ຜິວແຕກ ແບກໃຈລໍ
ມີໃຜໜໍ ພໍເພື່ອໃຫ້ ໄດ້ອຸ່ນກາຍ…
ຫາກອຸ່ນກາຍ ອຸ່ນໃຈ ໄດ້ຝັນຫວານ
ຈະບໍ່ລືມ ສາຍທານ ທີ່ຫລັ່ງໄຫລ
ຈາກສ່ວນເລິກ ບື້ງຫົວໃຈ ຂອງຄົນໄກ
ທີ່ສົ່ງໃຫ້ ຄົນດອຍ ທີ່ຄອຍຄອງ
ຈະຂໍຈອງ ຈ່ອງໃຈ ໃນອ້ອມກອດ
ຈະຂໍສອດ ສຳພັນຈິດ ສະໜິດແໜ້ນ
ຈະຈາລຶກ ສົ່ງພອນໄຊ ໃຫ້ທົດແທນ
ຈະຂໍນ້ອມ ແລະຍຶດແໜ້ນ ແທນພະຄຸນ…
ຂອບໃຈ
ຂອບໃຈທີ່ທ່ານ ມີຫົວໃຈ,ແນວຄິດ ແລະ ການກະທຳເພື່ອ
ຄວາມສຸກ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...