18.3.11

ເຄື່ອນໄຟຟ້ານ້ຳຂອງ ແກ້ງຫລວງ ຫ້ວຍຊຸຍ ໄຊຍະບູລີ

ຂໍອະນຸຍາດນຳເອົາຜົນການສຳຫລວດຂອງ Team Consulting Engineering and Management Co.,Ltd ກ່ຽວກັບເຄື່ອນໄຟຟ້ານ້ຳຂອງ ທີ່ ໄຊຍະບູລີ ເພື່ອການຮຽນຮູ້...


















17.3.11

ແດ່....ນາງຄົນໜຶ່ງ

ຈ.ຈ....ທີ່ຮັກ

ກອນບົດນີ້ຂຽນໄວ້ກ່ອນນີ້ ໑໖ ປີ ບັງເອີນໄປພົບເວລາຄົ້ນເອກະສານເກົ່າ



ຂອບໃຈທີ່ອ່ານ

15.3.11

ເປັນຫຍັງເງິນເດືອນຈຶ່ງບໍ່ຂຶ້ນ ?



ຊາຍໜຸ່ມຄົນໜຶ່ງສົງໃສວ່າເປັນຫຍັງ ຕຳແນ່ງບໍ່ເລື່ອນ ເງິນເດືອນຈຶ່ງບໍ່ຂຶ້ນ ພາຍຫລັງທີ່ເຮັດວຽກ ຢູ່ສຳນັກງານ….ນີ້ມາແລ້ວສອງປີ….ເຊົ້າມື້ໜຶ່ງ ເຂົາຕັດສິນໃຈໄປພົບຫົວໜ້າພະແນກຈັດຕັ້ງພະນັກງານ ແລະ ໄດ້ເລົ່າປະສົບການເຮັດວຽກຂອງຕົນເອງໃຫ້ຟັງຈົນໝົດ ແລະ ໄດ້ຖາມຄືນວ່າ ຕົນເອງຕັ້ງໃຈເຮັດ ວຽກ ປານນີ້ແລ້ວ ເປັນຫຍັງຕຳແນ່ງງານບໍ່ໄດ້ເລື່ອນ ເງິນເດືອນຈຶ່ງບໍ່ຂຶ້ນ ?
ຫົວໜ້າພະແນກຈັດຕັ້ງພະນັກງານເວົ້າກັບລາວວ່າ ຈະໃຫ້ລາວສະເໜີຂຶ້ນເງິນເດືອນ-ເລື່ອນຊັ້ນ ໄດ້ແນວໃດ ໃນເມື່ອເຈົ້າບໍ່ໄດ້ເຮັດວຽກຈັກມື້ ? ຊາຍໜຸ່ມຄົນນັ້ນຕົກໃຈ ທັງສົງໃສທີ່ວ່າຕົນເອງບໍ່ໄດ້ເຮັດ ວຽກ ແຕ່ບໍ່ທັນເວົ້າຫຍັງ ຫົວໜ້າພະແນກຈັດຕັ້ງພະນັກງານກໍເລີຍປ່ອຍຄຳຖາມໃຫ້ຊາຍຄົນນັ້ນຕອບ
ຫົວໜ້າ: ລອງຕອບຂ້ອຍເບິ່ງວ່າໜຶ່ງປີມີຈັກມື້ ?
ຊາຍໜຸ່ມ: ໓໖໕ ຫລື ບາງປີກໍມີ ໓໖໖ ມື້
ຫົວໜ້າ: ມື້ນຶ່ງມີຈັກຊົ່ວໂມງ ?
ຊາຍໜຸ່ມ: ໒໔ ຊົ່ວໂມງ
ຫົວໜ້າ: ແຕ່ລະມື້ເຈົ້າເຮັດວຽກຈັກຊົ່ວໂມງ ?
ຊາຍໜຸ່ມ: ໘ ຊົ່ວໂມງ ຫລື ໜຶ່ງສ່ວນສາມຂອງມື້ນັ້ນໆ
ຫົວໜ້າ: ຊັ້ນເບາະ…..ບາດນີ້ລອງມາຄິດເບິ່ງ ເຈົ້າບອກວ່າແຕ່ລະມື້ເຈົ້າໃຊ້ເວລາເຮັດ ວຽກ ພຽງໜຶ່ງສ່ວນສາມ….ໜຶ່ງສ່ວນສາມຂອງປີມີຈັກມື້ ?
ຊາຍໜຸ່ມ: ເອີ…. ມີ໑໒໒ ມື້
ຫົວໜ້າ: ປົກກະຕິເຈົ້າເຮັດວຽກໃນວັນເສົາ ແລະ ອາທິດຫລືບໍ່ ?
ຊາຍໜຸ່ມ: ບໍ່ ?
ຫົວໜ້າ: ຊັ້ນປີໜຶ່ງມີຈັກອາທິດ ?
ຊາຍໜຸ່ມ: ມີ…໕໒ ອາທິດ
ຫົວໜ້າ: ໕໒ ອາທິດ ສະແດງວ່າ ວັນເສົາ ແລະ ອາທິດປີໜຶ່ງມີເຖິງ ໑໐໔ ມື້ ແມ່ນບໍ່ ?
ຊາຍໜຸ່ມ: ແມ່ນແລ້ວ
ຫົວໜ້າ: ຊັ້ນລອງບວກລົບນຳກັນເບິ່ງວ່າ ແຕ່ລະມື້ເຈົ້າເຮັດວຽກພຽງ ໘ ຊົ່ວໂມງ ຫລື ໜຶ່ງສ່ວນສາມ ຖ້າໄລ່ເປັນປີກໍມີພຽງ ໑໒໒ ມື້ ແຕ່ໃນປີໜຶ່ງມີວັນເສົາ ແລະ ອາທິດລວມກັນ ໑໐໔ ມື້. ຖ້າເອົາ ໑໒໒ ມື້-໑໐໔ ມື້ = ໑໘ ມື້ ແມ່ນບໍ່ ?
ຊາຍໜຸ່ມ: ແມ່ນ…
ຫົວໜ້າ: ຜ່ານມາໄດ້ພັກປະຈຳປີບໍ່ ?
ຊາຍໜຸ່ມ: ໄດ້ພັກແລ້ວຕາມລະບຽບ…
ຫົວໜ້າ: ຊັ້ນເວລາ ໑໘ ມື້ ລອງລົບ ໑໕ ມື້ພັກການ ແລ້ວຍັງເຫລືອຈັກມື້ ?
ຊາຍໜຸ່ມ: ຍັງເຫລືອ ໓ ມື້
ຫົວໜ້າ: ວັນປີໃໝ່ສາກົນ, ປີໃໝ່ລາວ, ວັນຊາດ, ວັນກຳມະກອນສາກົນ…ເຈົ້າໄດ້ພັກ ວຽກບໍ່ ?
ຊາຍໜຸ່ມ: ກໍໄດ້ພັກຢູ່…
ຫົວໜ້າ: ພຽງທີ່ໄລ່ມາເມື່ອກີ້ ກໍກິນເວລາໄປເຖິງ ໖ ມື້ແລ້ວ…ຖ້າໄລ່ວັນພັກຍ້ອນ ບໍ່ສະບາຍອື່ນໆ ເຂົ້າໄປແລ້ວ ປີໜຶ່ງເຈົ້າເຮັດວຽກຈັກມື້ ?
ຊາຍໜຸ່ມ: ????????
ຫົວໜ້າ: ຊັ້ນເຈົ້າຄົງຮູ້ຄຳຕອບແລ້ວແມ່ນບໍ່ວ່າເປັນຫຍັງຕຳແນ່ງຈຶ່ງບໍ່ເລື່ອນ ເງິນເດືອນຈຶ່ງບໍ່ຂຶ້ນ ?
ຊາຍໜຸ່ມ: ????????

14.3.11

ພອນນະພາ ໄປຢາມບ້ານປູ່

ໄປຢາມບ້ານປູ່
ຂຽນໂດຍ: ພອນນະພາ ໄຊອຸດົມ (ສະດຸດຕາ ສາຍຮຸ່ງ)

# ອີ່ປາ ພັດພາກບ້ານ ນານກ່ວາຊາວປີ ວ່າເດ…
ຈາກທົ່ງນາທີ່ເຄີຍໄຖ ຈາກໄຮ່ສວນທີ່ເຄີຍສ້າງ
ຈາກນ້ອງນາງລູກສາວຫລ້າ ຈາກພໍ່ຕາອີ່ລຸງໃຫຍ່
ຈາກພໍ່ປູ່ວາດບໍ່ໄດ້ ວ່າລາວເຖົ້າຊໍ່າໃດ ?

# ປີນີ້ ອີ່ພໍ່ພັກວຽກໄດ້ ເລີຍພານຸ່ນໄປຢາມ
ອີ່ແມ່ກັບນ້ອງຊາຍ ກໍ່ດີໃຈໄປນໍາພ້ອມ
ພັບເຄື່ອງຂອງຊົມໃຊ້ ທີ່ຈໍາເປັນຫລາຍຫລາກ
ທັງຂອງຝາກແລະເຄື່ອງຕ້ອນ ຫລາຍເປ້ສີ່ກະເປົາ ພຸ້ນນາ….

# ລົດບໍ່ໄປ ຕັ້ງໃຈແລ້ວ ຊິຂໍຂີ່ທາງເຮືອ ນີ້ກ່ອນ
ນັ່ງຊົມລົມຊົມທິວທັດ ຊ່າງງາມເຫລືອລົ້ນ
ເຫັນກ້ອນຫີນດິນຊາຍກ້ວາງ ແຄມຂອງທີ່ເຮືອຜ່ານ
ກ່ອນຊິໄປຮອດບ້ານ ກໍຈວນຈໍ້ຄໍ່າແລງ ທ່ານເອີຍ….

# ບໍ່ເຄີຍໄປ ແຕ່ໄດ້ພໍ້ ສັບພະສິ່ງບໍ່ເຄີຍເຫັນ
ຍ້ອນວ່າຢູ່ວຽງຈັນ ແນວງາມໆ...ກໍບໍ່ມີຄືນີ້
ອາກາດດີ ນ້ໍາໃສ ພົງໄພກ້ວາງ ກວາງຟານຊິເຫລືອຢູ່ ບໍ່ນໍ
ອີ່ພໍ່ວ່າ ບາງທີມີແຕ່ໄມ້ ກວາງຟານເຕັ້ນຕື່ນໜີ

# ເພາະວ່າດົງດ່ານນີ້ ພານຫລາກເຫລືອຫລາຍ
ລັກຄ່ວາຍິງຍັງສັດ ລ່າເປັນສິນຄ້າ
ເຖິງວ່າ ການຫວງຫ້າມ ຍາມ....ເຜີ ເຂົາຫລົບຫລີກ
ລັກ ໄລ່....ໄວລື່ນລົ້ນ ຈົນຜີເຝົ້າປ່າຍອມ.....ວ່າເດ...

# ຕູ້ຍ່ານ້າ(ນ້ອງສາວຍ່າ) ມານັ່ງຖ້າ ປາກຮ່ອມທາງເມືອ
ທີ່ທ່າເຮືອດອນເມັນ ຄ້ອມຢາກເຫັນຫລານຫລ້າ
ເພິ່ນວ່າ ມາແຕ່ຕອນສວຍແລ້ວ ແນວໃຈມັນຄິດຮອດ ວ່າເດ
ຂ້ອຍແລ່ນກອດຍ່ານ້າ ເພາະເຫັນໜ້າຕັ້ງແຕ່ເຫິງ…


# ກ່ອນນີ້ ຍ່ານ້າຫວງຫ່ວງນຸ້ນ ເຄີຍທຽວທ່ອງມາຢາມ
ພັກຄ້າງແຮມເປັນເດືອນ ຢູ່ທີ່ວຽງຈັນພີ້
ຕອນນີ້ ສົມໃຈແລ້ວ ພຽງຫລຽວເຫັນກໍຊາວກອດ
ທາງປາກຖອດທອດເອີ້ນ ວ່າຫລານຫລ້າຢູ່ສະບາຍ ແມ່ນບໍ ?....


# ພໍແຕ່ຖາມຂ່າວຂໍ້ ກໍຫີ້ວຫອບສຳພາລະ
ຂຶ້ນລົດກັບເຮືອນເຮົາ ຄົນເຂົາລໍຢູ່ເຕັມບ້ານ
ຢາກເຫັນຫລານເຫັນນ້ອງ ເຫັນອີ່ປາ-ອີ່ແມ່ ວ່າເດ
ທຸກຄົນຢາກເຫັນເຮົາແທ້ໆ ຈຶ່ງໄວຟ້າວດ່ວນໄປ ທ່ານເອີຍ


# ພໍຂຶ້ນເຮືອນ ເພິ່ນກໍໄດ້ ເອີ້ນຮຽກເອົາຂວັນ
ວ່າມາເຍີຂວັນເອີຍ ມາຢູ່ເຮືອນກິນເຂົ້າ
ມານັ່ງເນົານອນຊົ້ນ ເຮືອນເຮົາກັບພໍ່ປູ່ ນີ້ເດີ້
ເວົ້າທັງບິແບ່ງໃຫ້ ໄກ່ຂວັນຕົ້ມເພິ່ນແຕ່ງມາ…

# ປູ່ວ່າ ໃຫ້ອີ່ຫລ້າ ມາຢູ່ມາຢາມ ບ້ານເຮົາເດີ້
ມາຍາມໝາກຂາມຫວານ ຫລືຊິມາຍາມຮ້ອນ
ມາຕອນກໍມາໄດ້ ຫລືມາຍາມຜັກຫວານປົ່ງ
ຫລືມາຍາມທົ່ງກ້ວາງໆ ຮວງເຂົ້າກ່ອງງາມ

# ທຸກຍາມ ມີໜາກພ້າວ ຫລາຍຫລາກແນວພັນ
ມັກຫວານໆຫອມໆ ໜ່ວຍໃຫຍ່ຍາວປູ່ມີໃຫ້
ຫລືມັກແນວຫວານຂຸ້ນ ກະທິຫອມໝາກພ້າວອ່ອນ
ມາຕອນໃດກໍຍ່ອມໄດ້ ສະບາຍແທ້ປູ່ຮັບຮອງ…..

# ມື້ນີ້ ຊິຂ່າວຂໍ້ ບັ້ນບ່ອນຕອນໄປນາ
ພໍ່ປູ່ພາໄປເລາະ ເບິ່ງໜອງປາແຫ້ງ
ນ້ຳຍັງ ມີພຽງຫນ້ອຍ ເຫັນປາເຕັ້ນໂດດ
ປູ່ວ່າ ເຮັດແນວໃດຈຶ່ງໄດ້ ປາປີ້ງອີ່ມສວຍ

# ພໍ່ປູ່ ແລະ ພີ່ນ້ອງ ຫລາຍສໍ່າຄົນລົງ
ຫວ່ານແຫກວມເອົາປາ ຈັ່ງແມ່ນມັນມືແທ້ ວ່າເດ້
ຜ່ອງຜູ້ດັງໄຟປີ້ງ ກິນປາກັບທີ່ ກໍມີຫລາຍ
ນຸ້ນ ແລະ ນ້ອງຊາຍພາດບໍ່ໄດ້ ກິນປີ້ງ....ຈັ່ງແມ່ນມັນ...ເຈົ້າເອີຍ

# ຄັນເມື່ອກິນອີ່ແລ້ວ ອາສາທ່ຽວແຄມນາ
ເລາະເບິ່ງ ກົກຂາມຫວານ ທີ່ປູ່ພຽນແພງໄວ້
ຕົ້ນບໍ່ໃຫຍ່ກໍດາຍແລ້ວ ແຕ່ທາງເທິງຍັງມີໝາກ
ວາກ ໆ...ນ້ອງຊາຍຮ້ອງບອກຂ້ອຍ ວ່າເອົາໃຫ້ແດ່ແມ.....

# ນ້ອງຊາຍຍ່າງອອກໜ້າ ພາຂ້ອຍຍ່າງເດີນເລາະ
ອີ່ແມ່ເດີນນຳຫລັງ ຈັ່ງແມ່ນມັນໄວແທ້
ແມ່ຮ້ອງບອກ....ລະວັງລົ້ມ ໂຄມຫີນໜາມໜໍ່ ລະວັງເດີ້
ມັນບໍ່ລໍ ແລ່ນທີ້ລີ້ ປານໜີຢ້ານຜ່າຍເສືອ ຊັ້ນລະ


# ມັນວ່າ ຟ້າວຮີບຟ້າວ ໝາກພ້າວອ່ອນໝາກໂມຫວານ ອີ່ປູ່ເອີ້ນວ່າເດ
ມັນຈຶ່ງຊວນເຊຊັດ ບໍ່ອາໄລໄຍຂ້ອຍ
ມັນວ່າ ອີ່ປູ່ຄອຍຢູ່ຖຽງນ້ອຍ ລົມວອຍໆພັດວ່ອນໆ
ມັນຊິນອນ ຫລັງຈາກກິນໝາກພ້າວ ໃຫ້ເຮົາເຝົ້າຢູ່ຄອຍ ວ່ານາ....



# ໄປບ້ານປູ່ຍັງບໍ່ໝົດທໍ່ນີ້ ສິ່ງທີ່ນຸ້ນໄດ້ພານພົບ
ຄົງບໍ່ພັນລະນາໝົດ ມື້ດຽວລົງໄດ້
ຂໍຝັງໃຈເອົາໄວ້ ເວລາມີຊິມາບອກ ຕາມຫລັງດອກ
ເລົ່າຄວາມຈິງທີ່ຂ້ອຍ ເມືອບ້ານອີ່ພໍ່ເຮົາ...ຫັ້ນນາ


# ເອົາລະ ພໍຊໍ່ານີ້ ຊິລາກ່ອນທາງກອນ
ໃຜຢາກຟັງຄວາມໃນ ໃຫ້ສົ່ງສານຫານຸ້ນ
ຖາມວ່າ: “..............” ຕາມໃຈເຈົ້າ ຫລືຕ້ອງການໃຫ້ມາເລົ່າ
ເລື່ອງບ້ານປູ່ ຫລາຍເທົ່າໃດກໍຍ່ອມໄດ້ ຊິຈັດໃຫ້ດັ່ງປະສົງ ເຈົ້າເອີຍ....%
ຂອບໃຈທຸກໆຄົນ ທີ່ເຂົ້າມາອ່ານ....

ແດ່....ຜູ້ຢູ່ແດນໄກ



ແດ່....ຜູ້ຢູ່ແດນໄກ
(ສຳລັບຄົນທີ່ໄກບ້ານ ແລະ ສຳລັບຄົນທີ່ກຳລັງຮຽນ)

# ບອກວ່າຄິດຮອດບ້ານ ເຈົ້າຢູ່ດ່ານແດນດິນ ໃດນໍ
ຈຶ່ງບໍ່ມາຢາມຍາມ ເມື່ອໃຈປະສົງພໍ້
ພໍ່ແມ່ທັງລຸງປ້າ ອາອາວຕູ້ນ້າບ່າວ
ຢູ່ເມືອງລາວ ຫລືວ່າຢູ່ຖິ່ນແຄ້ວນ ແດນໃດນັ້ນຈຶ່ງບໍ່ເມືອ ຢາມນໍ

# ຫລືວ່າ ຍັງຄິດງໍ້ ວ່າບ້ານເກີດຍັງທຸກ
ບໍ່ສະໜຸກ ບໍ່ສວຍງາມ ດັ່ງທີ່ເນົາດຽວນີ້
ຈຶ່ງບໍ່ມີໃຈຕັ້ງ ປະສົງຄືນບ້ານເກີດ
ຈຶ່ງເພີດເພີນຄ່ວາຫລິ້ນ ສະແຫວງຊ້ອນຢູ່ຕ່າງແດນ....ແມ່ນບໍ່ນໍ...

# ເງິນບໍ່ພໍ ບໍ່ຕ້ອງງໍ້ ຂໍພຽງແຕ່ມີມານະ
ຈິດໃຈທົນທານອົດ ເພື່ອວັນເມືອໜ້າ
ຖ້າຈິງໃຈຈິງຈັງສູ້ ອຸປະສັກທີ່ຂວາງກີດ
ຊີວິດ...ຈຶ່ງຊິມີຄ່າລ້ຳ ຊໍ່າກັບບ້ານບໍ່ຕ້ອງງຳງຶດງໍ້ ຂໍພຽງສູ້ຕໍ່ໄປ

# ມື້ໃດຈົບ ໃຈຊິປື້ມ ໃບປະກາດມາມື
ວັນນັ້ນ ຄວາມສຳຄັນບໍ່ແມ່ນມີພຽງເງິນ ຄ່າຍົນກັບບ້ານ
ແຕ່ລ້ານເທົ່າຄວາມໝາຍຊຶ້ງ ຕຣຶງໃຈບັນຍາຍຍາກ
ຫາກແມ່ນຜົນ ຜູ້ຢູ່ໄກ ໃຈນັກສູ້ ຫວັງກູ້ກຽດຕະກູນ....ຊອບແລ້ວ....
ເປັນກຳລັງໃຈໃຫ້....ສູ້ໆໆໆໆໆ

ເພງທີ່ມັກຟັງ



ເພງ: “ລາວຮ່ວມສຳພັນ”
ເພັງນີ້ແຕ່ງຂື້ນປາງລາວກູ້ເອກຣາດ
ພາຍໃຕ້ການນຳພາຂອງ ເຈົ້າເພັຊຣາດ ຫົວຫນ້າກຸ່ມລາວອິສຣະ.

# ຖິ່ນຖານບ້ານເກີດຂອງເຮົາ ມີແຕ່ພູເຂົາເລົ່າຜາປ່າດົງ
ພົງໄພອັນໃຫຍ່ແລະກວ້າງ ເຫມຶອຍຫມີຫມູ່ກວງລ່ວງຕາມແຄມເຊ
ເຊົ້າເຢັນເຮົາແລເຫັນໄມ້...... ຫມອກມົວກົ້ວໄກແສງໄສສ່ອງມາ
ແຂກເຕົ້າກາເວົາຂັນຮ້ອງ...... ຟັງສຽງນ້ຳນອງໂຕນຕາດຕິນຜາ
ອາບເຫຼັ້ນເຢັນໃຈຫາຍຮ້ອນ...ຫາຍສ່ວງອຸທອນຜັກຜ່ອນກາຍາ.

# ບ້ານເຮົາບໍ່ເປັນເຊັ່ນນີ້.......ທົ່ງກວ້າງຂວງດີສຸດສີ້ນຊົ່ວຕາ
ມີ້ມ່ວງດວງດອກມາລີ........... ບານຈໍ່ຈູມຈີມີມາກຫນັກຫນາ
ພ້າວຕານຫວານພຸຜາງສົ້ມ...ເກິນແສນອຸດົມທັງເຂົ້າແລະປາ
ບານຫຼາຍຢາຍຕາມທົ່ງໃຫຍ່..ແຄມນ້ຳວັງໄສສ່ອງເຫັນຫມູ່ປາ
ບ່າວສາວທັງພວກຊາວບ້ານ....ຢູ່ຖ່າງທຳການຊື່ນບານອຸຣາ .

# ແດນລາວຍືດຍາວຄາວໄກ........ ມີຊື່ລືໄວ້ລ້ານຊ້າງເດີມມາ
ຢູ່ເໜືອຫຼືວ່າຢູ່ໃຕ້.......................ບໍ່ແມ່ນອື່ນໄກລ້ວນແຕ່ໄທລາວ
ພີ່ນ້ອງປົກປ້ອງກັນມາ................ຢ່າຕິຢ່າວ່າໄທເໜືອໄທໃຕ້
ຄົນໃດໄດ້ດີມີສຸກ......................ຊ່ວຍຊູຜູ່ທຸກກັງວົນສົນໃຈ
ເລືອດເນື້ອເຊື້ອແນວແຖວພັນ......ເຮົາຕ້ອງຮັກກັນຈົນສິ້ນຊີວາ

# ເພື່ອນເອີຍຮີບມາດ້ວຍກັນ....ມາຮ່ວມສຳພັນທັງແຮງທັງໃຈ
ໄວໆ ຮີບມາດ້ວຍກັນ..... .ມາຮ່ວມປ້ອງກັນເລຶອດເນື້ອເຊື້ອລາວ
ໄວໆຮີບຮູ້ສຶກໃຈ... .ຊ່ອຍຣະວັງໄພໃຫ້ລາວຍຶນຍົງ
ປົງຈິດຊີວີດແລະກາຍ.... ເປັນລູກຜູ້ຊາຍຍອມຕາຍເພື່ອຊາດ
ເລືອດຢາດແກ່ຊາດພຽງໃດ... ພະລະຢ່າງໃຫຍ່ຊັຍຊາດຈະຍາວ.

ຈົບ
ຂໍ້ມູນໄດ້ຈາກ ເທົາຄຳແສນ t.khamsene@vp.pl

9.3.11

ແດ່....ແມ່ທີ່ຮັກ

ແດ່…ແມ່ທີ່ຮັກ
ແມ່ພາກພຽນຕັ້ງຫນ້າ ລ້ຽງລູກບໍ່ເຄີຍຖອຍ
ແມ່ຮັກເຮົາເໜືອຊີວິດ ສົ່ງລູກຮຽນຂຽນໄດ້
ຈຸດມຸ້ງຫມາຍຫວັງຕັ້ງ ເປັນຄົນດີຂອງຊາດ
ຄວາມສະຫລາດຄ່ອງແຄ້ວ ແນວກ້າໜໍ່ລາວ ແມ່ວ່າ

ມື້ນີ້ ຮຽມຈຶ່ງຂໍປ່າວເອີ້ນ ເຊີນລູກໆຫລານ ລາວນາ
ມາຮ່ວມອວຍພອນໄຊ ໃຫ້ແມ່ຄຸນຄຳຍ້ອງ
ສະຫລອງໄຊວັນນີ້ 8 ມີນາຍິ່ງໃຫຍ່ ນັ້ນເນີ
ພ້ອມມາອວຍພອນໄຊໃຫ້ແມ່ເຮົາຈົ່ງໄດ້ ຫາຍຮ້ອນຢູ່ສະບາຍ ນັ້ນທ້ອນ

ສິ່ງເປັນເຂັນເຄາະຮ້າຍ ຈົ່ງປັດປ່າຍກາຍຫນີ ແມ່ເນີ
ສິ່ງໃດດີໄຫຼມາໂຮມ ຫອບໂຈມຈູນເຂົ້າ
ໃຫ້ແມ່ເຮົາພຽງພ້ອມ ກຳລັງໃຈແຂງແກ່ນ
ກາຍາກໍດັ່ງດ້າມ ສະເໝີແກ້ວໜ່ວຍມະນີ

ເລື່ອງບໍ່ດີທີ່ລູກໄດ້ ເຮັດໄປກ່ອນຫຼອນຄຳນຶງ
ຄວາມດື້ດຶງບາງເວລາ ຂໍຂະມາໃຫ້ສອນຊີ້
ຄຸນຄວາມດີຈະຈຳໄວ້ ເຈຍລະໄນບຸນຄຸນແມ່ ຮຽມເອີຍ
ສິ່ງໃດພາດພັ້ງຂໍ້ ບໍ່ຂໍຫຍຸ້ງກ່ຽວພັນ ອີກແລ້ວ…
(ຈົບ)

7.3.11

ບໍ່ກ້າເຜີຍ

# ບໍ່ກ້າຂຽນກາບກ້ອມ      ແຕ່ແສນຮັກແສນຫວງ ຮູ້ບໍ່ນໍ
ຂໍໄດ້ມອງດວງຕາ            ປາກເອີ່ຍຈາບໍ່ມີກ້າ
ເຈົ້າໄລ່ ໑+໒ ເປັນ ໕         ຊ່າງພາໂລຂ້ອຍລຳບາກ ໃຈຫລາຍ
ຄັນບໍ່ອາຍ ຂ້ອຍຄົງຈົດກ່າຍໃຫ້  ບົດຮຽນຂໍ້ເຈົ້າບໍ່ຈຳ ນັ້ນນາ

# ແນມນຳ ກະນໍ່ານ້າວ     ລ້າວປວດອຸລາຈິງ
ຍິງຍິ່ງອາຍບໍ່ຫານເຜີຍ   ເອີ່ຍໄດ້ພຽງແຕ່ຮອຍຍິ້ມ
ແທນຫລິ້ມຈີມໃຈໄວ້      ຢ່າຄອນແຄນແໜ້ນແກ່ນ ໃຈເອີຍ
ບໍ່ສະເຫຼີຍ ຊາຍບໍ່ພ້ອມ   ຈຶ່ງຍອມຄ້ອຍຂະມ່ອຍໃຈ  ອ້າຍເອີຍ..

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...