15.3.11

ເປັນຫຍັງເງິນເດືອນຈຶ່ງບໍ່ຂຶ້ນ ?



ຊາຍໜຸ່ມຄົນໜຶ່ງສົງໃສວ່າເປັນຫຍັງ ຕຳແນ່ງບໍ່ເລື່ອນ ເງິນເດືອນຈຶ່ງບໍ່ຂຶ້ນ ພາຍຫລັງທີ່ເຮັດວຽກ ຢູ່ສຳນັກງານ….ນີ້ມາແລ້ວສອງປີ….ເຊົ້າມື້ໜຶ່ງ ເຂົາຕັດສິນໃຈໄປພົບຫົວໜ້າພະແນກຈັດຕັ້ງພະນັກງານ ແລະ ໄດ້ເລົ່າປະສົບການເຮັດວຽກຂອງຕົນເອງໃຫ້ຟັງຈົນໝົດ ແລະ ໄດ້ຖາມຄືນວ່າ ຕົນເອງຕັ້ງໃຈເຮັດ ວຽກ ປານນີ້ແລ້ວ ເປັນຫຍັງຕຳແນ່ງງານບໍ່ໄດ້ເລື່ອນ ເງິນເດືອນຈຶ່ງບໍ່ຂຶ້ນ ?
ຫົວໜ້າພະແນກຈັດຕັ້ງພະນັກງານເວົ້າກັບລາວວ່າ ຈະໃຫ້ລາວສະເໜີຂຶ້ນເງິນເດືອນ-ເລື່ອນຊັ້ນ ໄດ້ແນວໃດ ໃນເມື່ອເຈົ້າບໍ່ໄດ້ເຮັດວຽກຈັກມື້ ? ຊາຍໜຸ່ມຄົນນັ້ນຕົກໃຈ ທັງສົງໃສທີ່ວ່າຕົນເອງບໍ່ໄດ້ເຮັດ ວຽກ ແຕ່ບໍ່ທັນເວົ້າຫຍັງ ຫົວໜ້າພະແນກຈັດຕັ້ງພະນັກງານກໍເລີຍປ່ອຍຄຳຖາມໃຫ້ຊາຍຄົນນັ້ນຕອບ
ຫົວໜ້າ: ລອງຕອບຂ້ອຍເບິ່ງວ່າໜຶ່ງປີມີຈັກມື້ ?
ຊາຍໜຸ່ມ: ໓໖໕ ຫລື ບາງປີກໍມີ ໓໖໖ ມື້
ຫົວໜ້າ: ມື້ນຶ່ງມີຈັກຊົ່ວໂມງ ?
ຊາຍໜຸ່ມ: ໒໔ ຊົ່ວໂມງ
ຫົວໜ້າ: ແຕ່ລະມື້ເຈົ້າເຮັດວຽກຈັກຊົ່ວໂມງ ?
ຊາຍໜຸ່ມ: ໘ ຊົ່ວໂມງ ຫລື ໜຶ່ງສ່ວນສາມຂອງມື້ນັ້ນໆ
ຫົວໜ້າ: ຊັ້ນເບາະ…..ບາດນີ້ລອງມາຄິດເບິ່ງ ເຈົ້າບອກວ່າແຕ່ລະມື້ເຈົ້າໃຊ້ເວລາເຮັດ ວຽກ ພຽງໜຶ່ງສ່ວນສາມ….ໜຶ່ງສ່ວນສາມຂອງປີມີຈັກມື້ ?
ຊາຍໜຸ່ມ: ເອີ…. ມີ໑໒໒ ມື້
ຫົວໜ້າ: ປົກກະຕິເຈົ້າເຮັດວຽກໃນວັນເສົາ ແລະ ອາທິດຫລືບໍ່ ?
ຊາຍໜຸ່ມ: ບໍ່ ?
ຫົວໜ້າ: ຊັ້ນປີໜຶ່ງມີຈັກອາທິດ ?
ຊາຍໜຸ່ມ: ມີ…໕໒ ອາທິດ
ຫົວໜ້າ: ໕໒ ອາທິດ ສະແດງວ່າ ວັນເສົາ ແລະ ອາທິດປີໜຶ່ງມີເຖິງ ໑໐໔ ມື້ ແມ່ນບໍ່ ?
ຊາຍໜຸ່ມ: ແມ່ນແລ້ວ
ຫົວໜ້າ: ຊັ້ນລອງບວກລົບນຳກັນເບິ່ງວ່າ ແຕ່ລະມື້ເຈົ້າເຮັດວຽກພຽງ ໘ ຊົ່ວໂມງ ຫລື ໜຶ່ງສ່ວນສາມ ຖ້າໄລ່ເປັນປີກໍມີພຽງ ໑໒໒ ມື້ ແຕ່ໃນປີໜຶ່ງມີວັນເສົາ ແລະ ອາທິດລວມກັນ ໑໐໔ ມື້. ຖ້າເອົາ ໑໒໒ ມື້-໑໐໔ ມື້ = ໑໘ ມື້ ແມ່ນບໍ່ ?
ຊາຍໜຸ່ມ: ແມ່ນ…
ຫົວໜ້າ: ຜ່ານມາໄດ້ພັກປະຈຳປີບໍ່ ?
ຊາຍໜຸ່ມ: ໄດ້ພັກແລ້ວຕາມລະບຽບ…
ຫົວໜ້າ: ຊັ້ນເວລາ ໑໘ ມື້ ລອງລົບ ໑໕ ມື້ພັກການ ແລ້ວຍັງເຫລືອຈັກມື້ ?
ຊາຍໜຸ່ມ: ຍັງເຫລືອ ໓ ມື້
ຫົວໜ້າ: ວັນປີໃໝ່ສາກົນ, ປີໃໝ່ລາວ, ວັນຊາດ, ວັນກຳມະກອນສາກົນ…ເຈົ້າໄດ້ພັກ ວຽກບໍ່ ?
ຊາຍໜຸ່ມ: ກໍໄດ້ພັກຢູ່…
ຫົວໜ້າ: ພຽງທີ່ໄລ່ມາເມື່ອກີ້ ກໍກິນເວລາໄປເຖິງ ໖ ມື້ແລ້ວ…ຖ້າໄລ່ວັນພັກຍ້ອນ ບໍ່ສະບາຍອື່ນໆ ເຂົ້າໄປແລ້ວ ປີໜຶ່ງເຈົ້າເຮັດວຽກຈັກມື້ ?
ຊາຍໜຸ່ມ: ????????
ຫົວໜ້າ: ຊັ້ນເຈົ້າຄົງຮູ້ຄຳຕອບແລ້ວແມ່ນບໍ່ວ່າເປັນຫຍັງຕຳແນ່ງຈຶ່ງບໍ່ເລື່ອນ ເງິນເດືອນຈຶ່ງບໍ່ຂຶ້ນ ?
ຊາຍໜຸ່ມ: ????????

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...