23.3.18

ອຸດົມໄຊ ເຈົ້າໄປມາແລ້ວບໍ່ ?

ອຸດົມໄຊໃນສາຍຕາ ແລະ ຄວາມເປັນມາທີ່ຮູ້ຈັກ
(ເສັ້ນທາງຈາກເມືອງນາໝໍ້ຫາອຸດົມໄຊ)
ຂ້ອຍໄດ້ໄປແຂວງອຸດົມໄຊຄັ້ງທຳອິດ ໃນປີ 1996 ເຊິ່ງເວລານັ້ນເທດສະບານແຂວງອຸດົມໄຊ ບໍ່ຕ່າງຈາກ ເມືອງນ້ອຍໆແຫ່ງໜຶ່ງ ເຊິ່ງຫົນທາງ ຍັງບໍ່ທັນໄດ້ປູຢາງຊໍ້າ ທັງຄັບແຄບນຳອີກ ມີໂຮງແຮມພຽງຫລັງດຽວ ແລະ ເຮືອນພັກບໍ່ພໍເທົ່າໃດຫລັງ ເຖິງວ່າ ເມືອງໄຊ ຈະເປັນຈຸດໃຈກາງຂອງທາງຜ່ານພາກເໜືອກໍຈິງ ແຕ່ກໍເໝືອນວ່າ ເປັນເມືອງທີ່ມີຄວາມງຽບສະຫງົບ ຈົນຂ້ອຍເຄີຍຄິດວ່າ: ມັນຄືເມືອງນ້ອຍໃນພູເຂົາ.
ແຂວງອຸດົມໄຊ: ເປັນແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງຕັ້ງໃໝ່ ໃນສະໄໝສົງຄາມ. ມີເນື້ອທີ່ປະມານ 15.370 ກີໂລແມັດມົນທົນ, ມີປະຊາກອນ 264.830 ກວ່າຄົນ, ຍິງ: 132.328 ກວ່າຄົນ, ຄວາມໜາແໜ້ນຂອງປະຊາກອນ ແມ່ນ 17 ຄົນຕໍ່ກີໂລແມັດມົນທົນ (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຕັ້ງຢູ່ ເມືອງໄຊ. 
(ທຸກຄັ້ງທີ່ໄປ ບໍ່ລືມໄປໄຫວ້ພຣະທີ່ວັດພູທາດ-ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ)
ແຂວງ ອຸດົມໄຊ ປະກອບດ້ວຍ ຫຼາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນແຕນ, ມົ້ງລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.
(ປີ 2004 ທີ່ໂຮງຮຽນກິນນອນຊົນເຜົ່າ-ອຸດົມໄຊ)
ຕາມປະຫວັດ “ແຂວງອຸດົມໄຊ” ນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນຕັ້ງຊື່ວ່າ: “ແຂວງລ້ານຊ້າງ” ມາຮອດ ປີ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງ “ເມືອງໄຊ”, ແລະ ມາຮອດປີ ຄ.ສ. 1967 ຈຶ່ງໄດ້ປ່ຽນຊື່ມາເປັນແຂວງ “ອຸດົມໄຊ” ມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ລັດຖະບານໄດ້ໂອນ “ເມືອງປາກທາ” ແລະ “ເມືອງຜາອຸດົມ” ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ. 
ເມື່ອເຮົາເຂົ້າມາເຖິງຕົວເມືອງຈະເຫັນອະນຸສາວະລີຂອງປະທານໄກສອນ ພົມວິຫານ ບ່ອນນີ້ຈະເປັນຈຸດນັດພົບຂອງຊາວອຸດົມໄຊ ເປັນບ່ອນທີ່ມີທາງແຍກເພື່ອໄປ ຫຼວງນ້ຳທາ-ບໍ່ແກ້ວ ແລະ ແຍກໄປຜົ້ງສາລີ, ມາທາງທິດຕາ ເວັນອອກສ່ຽງໃຕ້ ຈະເຫັນຍອດພະທາດສີທອງຕັ້ງສະງ່າ ຕັ້ງຢູ່ເທິງເນີນພູໃຈກາງເມືອງຊື່ວ່າ: ພູພະທາດ, ເຊິ່ງເປັນສາ ສະຫນາສະຖານທີ່ສຳຄັນຂອງຊາວລາວ ແລະ ເປັນຈຸດທີ່ສາມາດຊົມວິວທິວທັດ ໄດ້ຮອບຄອບເມືອງທ່າມກາງການຖືກອ້ອມຮອບດ້ວຍພູ ສະຫລັບສັບຊ້ອນ ແຂວງອຸດົມໄຊ ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ, ທິດໃຕ້ຕິດກັບ ແຂວງໄຊຍະບູລີ, ທິດຕາເວັນອອກຕິດກັບ ແຂວງຫລວງພະບາງ, ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ.
 
ດ້ານນອກຂອງຕົວເມືອງຕາມເສັ້ນທາງຫລວງຫມາຍເລກ 13 ເໜືອ ຫຼື ເລກ 1 ເຊິ່ງເປັນເສັ້ນທາງຫຼັກທາງດ້ານການຂົນສົ່ງສິນຄ້າ, ການໄປມາຫາສູລະຫວ່າງແຂວງຕ່າງໆ ແລະ ເປັນເສັ້ນທາງຜ່ານຂອງການຂົົນສົ່ງສິນຄ້າລະຫວ່າງປະເທດ. ຕາມສອງຝາກທາງດັັ່ງກ່າວຈະມີຄວາມງົດງາມທາງດ້ານຊັບພະຍາກອນທຳມະຊາດ. ຖ້າເຮົາເດີນ ທາງຈາກຫລວງພະບາງໄປ ກ່ອນຮອດເມືອງໄຊ ປະມານ 11 ກິໂລແມັດ ພວກເຮົາຈະພົບກັບນ້ຳຕົກຕາດທີສວຍສົດງົດງາມ ແລະ ມີນ້ຳໄຫຼ່ຕະຫອດປີ ເຊິ່ງເປັນສະຖານທີຜັກຜ່ອນຍອນໃຈ ຂອງຊາວເມືອງໄຊ ແລະ ແຂກຕ່າງດ່າວທ້າວຕ່າງເມືອງ ທີເຂົ້າມາທ່ຽວຊົມທັດສະນິຍະພາບທາງພາກເໜືອຂອງລາວ ເຊິ່ງບໍ່ດົນມານີ້ ກໍມີການປັບປຸງສະຖານ ທີ່ທ່ອງທ່ຽວດັ່ງກ່າວ ທີ່ມີທຳມະຊາດທຳມະຊາດສວຍງາມ ນ້ຳຕົກດັ່ງກ່າວມີຊື່ວ່າ: “ນ້ຳຕົກຕາດຫຼັກສິບເອັດ”. ທີ່ມີນ້ຳຕົກທີ່ໄຫລ ຜ່ານໂງ່ນຫີນລົງສູ່ແມ່ນ້ຳທາ ລະຫວ່າງການເດີນທາງເຮົາຈະພົບກັບວິວທິວທັດທີ່ສວຍງາມ ປະສານ ກັບບ້ານຂອງຊົນເຜົ່າອາຄາ, ມົ້ງ, ຢ້າວ, ຂະມຸ ເປັນຕົ້ນ.
ຖ້າຂຶ້ນໄປຕາມພາກຕາເວັນອອກສຽງເໜືອ ຫາແຂວງຜົ້ງສາລີ ອອກສູ ປະເທດ ສ ສ ຫວຽດນາມ ຈະຜ່ານແຫຼ່ງທ້ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຄື: ບໍ່ນ້ຳຮ້ອນ(ຕັ້ງຢູ່ ເມືອງຫຼາ)ທີ່ຄົນທ້ອງຖິ່ນເຊື່ອກັນວ່າ ຖ້າໄດ້ລົງອາບນ້ຳດັ່ງກ່າວແລ້ວຈະຊ່ວຍຮັກສາພະຍາດຕ່າງໆໄດ້ ປັດຈຸບັນເພິ່ນກໍໄດ້ພັດທະນາເປັນແລ່ງທ່ອງທ່ຽວຄືກັນ. ນອກນນີ້ຢູ່ໃນເມືອງ ທີ່ບໍ່ຫ່າງໄກຈາກບໍ່ນ້ຳອຸ່ນ ກໍມີວັດບູຮານທີ່ປະດິດສະຖານພະແຊກຄຳ ທີ່ອີ້ນກັນວ່າ: “ພຣະເຈົ້າສິງຄຳ” ເຊິ່ງເປັນພຣະພຸດທະຮູບທີ່ສັກສິດຄູ່ບ້ານຄູ່ເມືອງ ແລະ ເປັນທີ່ສັກກາລະບູຊາ ຂອງຊາວແຂວງອຸດົມໄຊ.ເມື່ອກ່ອນ ຕອນລາວເກີດ ມີສົງຄາມຮຸກຮານ ຊາວບ້ານໄດ້ເລົ່າສູ່ຟັງວ່າ: ພຣະພຸທະຮູບອົງນີ້(ພຣະແຊກຄຳ)ມີນ້ຳຕາໄຫລອອກມາຈາກດວງຕາຂອງເພິ່ນ ເຊິ່ງຊາວເມືອງເຊື່ອວ່າ ເພິ່ນມີຄວາມເປັນຫ່ວງໃຍຊາວເມືອງເຖິງທີ່ສຸດ. 

(ພຣະທາດ ທີ່ວັດພຣະເຈົ້າສິງຄຳ-ເມືອງຫລາ)

ອຸດົມໄຊ ເຖິງຈະມີສະຖານທີ່ໃຫ້ທ່ຽວຫນ້ອຍ ແຕ່ກໍຍັງເປັນສູນກາງຂອງການເດີນທາງຂອງພາກເໜືອ ເພາະມີສະຖານີຂົນສົ່ງຂະຫນາດໃຫຍ່ນອກເມືອງສາມາດໄປຍັງເມືອງ ແລະ ແຂວງອື່ນໆໄດ້ສະດວກໄດ້ແກ່: ນະຄອນຫລວງວຽງຈັນ, ຫລວງພະບາງ, ຫລວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ ຫລື ໄປຍັງບໍ່ເຕນ ເຊິ່ງເປັນຊາຍແດນໃນແຂວງຢູນນານຂອງປະເທດຈີນກໍ່ໄດ້.

ສຳລັບສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງແຂວງອຸດົມໄຊມີ:
ນ້ຳຕົກຕາດຫລັກ 11(1996)


1) ວັດພູທາດ(ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ-ມ.ໄຊ)
2) ນ້ຳຕົກຕາດ “ນ້ຳກັດໂຢລະປ່າ” (ມ.ໄຊ)
3) ບໍ່ນໍ້າອຸ່ນ ແລະ ບໍ່ເກືອ (ມ. ຫລາ)
4) ວັດພຣະເຈົ້າສິງຄຳ(ມ.ຫລາ)
5) ຂີ່ເຮືອທ່ຽວຊົມທຳມະຊາດແຄມຂອງເມືອງປາກແບ່ງ
6) ສະຖານທີ່ທ່ອງທ່ຽວນ້ຳຕົກຕາດຫລັກສິບເອັດ(ມ.ໄຊ)
7) ນ້ຳຕົກຕາດນ້ຳແຈ(ມ.ແບງ)
8) ຖ້ຳຈອມອອງ(ມ.ໄຊ)
9) ປ່າຫີນ(ມ.ຮຸນ)
10) ຕົ້ນໄມ້ລຳທຽນ(ມ.ຮຸນ) ແລະ ອື່ນໆ

(ປ່າຫີນ ເມືອງຮຸນ)
(ຂອບໃຈຫລາຍໆເດີ້ທີ່ອ່ານ)

4.3.18

ຄິດມາຍາມໃດສະອຶ້ນໃຈຍາມນັ້ນ...

...ສາທຸ ໆໆ...ຂໍໃຫ້ທຸກຄົນມີຄວາມສຸກ ຊີວິດໝັ້ນຍືນນານ...
ເພິ່ນວ່າ:.....ຝົນຕົກເຈົ້າຢ່າດຸ່ງໄປໜ້າ, ຟ້າຮ້ອງເຈົ້າຢ່າດຸ່ງໄປໄກ; ກ້ອນເສົ້າໄປຈັ່ງໄປ ຄີໄຟຄວ່າຈັ່ງຄວ່າ, ລຸກແຕ່ປ່າມາເຮືອນ, ລຸກແຕ່ສວນມາບ້ານ ຄັນຂີ້ຄ້ານກໍໃຫ້ເຈົ້າຢູ່ເຮືອນຊານ; ກິນເຂົ້າຜີ ໃຫ້ເຈົ້າຈົກຄໍຮາກ, ຄ້ຽວໝາກຜີ ໃຫ້ເຈົ້າຄາກຄໍຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ ໃຫ້ເຈົ້າມາກິນເຂົ້າກັບກ້ວຍດອມອາ, ໃຫ້ເຈົ້າມາກິນເຂົ້າກັບປາດອມປູ່ ໃຫ້ເຈົ້າມາສົມສູ່ວົງວານ ໃຫ້ຍືນນານຊົ່ວຟ້າ; ສູງພຽງຕໍຢ່າໄດ້ຫັກ, ສູງພຽງຫລັກຢ່າໄດ້ໂຄ່ນ, ຢ່າໄດ້ໝົ່ນຄືຕອງ, ຢ່າໄດ້ໝອງຄືເຖົ່າ, ຢ່າໄດ້ເກົ່າເສຍສີ ໃຫ້ເຈົ້າມີອາຍຸໝັ້ນຂວັນຍືນ, ໃຫ້ສູງໃຫຍ່ພຽງລຸງ, ໃຫ້ສູງງາມພຽງປ້າ ໃຫ້ຈະເລີນກ້າວໜ້າກິນຢູ່ສວັສດີນັ້ນທ້ອນ…ວ່າ: ມາເຍີຂວັນເອີຍ….


ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...