23.3.18

ອຸດົມໄຊ ເຈົ້າໄປມາແລ້ວບໍ່ ?

ອຸດົມໄຊໃນສາຍຕາ ແລະ ຄວາມເປັນມາທີ່ຮູ້ຈັກ
(ເສັ້ນທາງຈາກເມືອງນາໝໍ້ຫາອຸດົມໄຊ)
ຂ້ອຍໄດ້ໄປແຂວງອຸດົມໄຊຄັ້ງທຳອິດ ໃນປີ 1996 ເຊິ່ງເວລານັ້ນເທດສະບານແຂວງອຸດົມໄຊ ບໍ່ຕ່າງຈາກ ເມືອງນ້ອຍໆແຫ່ງໜຶ່ງ ເຊິ່ງຫົນທາງ ຍັງບໍ່ທັນໄດ້ປູຢາງຊໍ້າ ທັງຄັບແຄບນຳອີກ ມີໂຮງແຮມພຽງຫລັງດຽວ ແລະ ເຮືອນພັກບໍ່ພໍເທົ່າໃດຫລັງ ເຖິງວ່າ ເມືອງໄຊ ຈະເປັນຈຸດໃຈກາງຂອງທາງຜ່ານພາກເໜືອກໍຈິງ ແຕ່ກໍເໝືອນວ່າ ເປັນເມືອງທີ່ມີຄວາມງຽບສະຫງົບ ຈົນຂ້ອຍເຄີຍຄິດວ່າ: ມັນຄືເມືອງນ້ອຍໃນພູເຂົາ.
ແຂວງອຸດົມໄຊ: ເປັນແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງຕັ້ງໃໝ່ ໃນສະໄໝສົງຄາມ. ມີເນື້ອທີ່ປະມານ 15.370 ກີໂລແມັດມົນທົນ, ມີປະຊາກອນ 264.830 ກວ່າຄົນ, ຍິງ: 132.328 ກວ່າຄົນ, ຄວາມໜາແໜ້ນຂອງປະຊາກອນ ແມ່ນ 17 ຄົນຕໍ່ກີໂລແມັດມົນທົນ (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຕັ້ງຢູ່ ເມືອງໄຊ. 
(ທຸກຄັ້ງທີ່ໄປ ບໍ່ລືມໄປໄຫວ້ພຣະທີ່ວັດພູທາດ-ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ)
ແຂວງ ອຸດົມໄຊ ປະກອບດ້ວຍ ຫຼາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນແຕນ, ມົ້ງລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.
(ປີ 2004 ທີ່ໂຮງຮຽນກິນນອນຊົນເຜົ່າ-ອຸດົມໄຊ)
ຕາມປະຫວັດ “ແຂວງອຸດົມໄຊ” ນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນຕັ້ງຊື່ວ່າ: “ແຂວງລ້ານຊ້າງ” ມາຮອດ ປີ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງ “ເມືອງໄຊ”, ແລະ ມາຮອດປີ ຄ.ສ. 1967 ຈຶ່ງໄດ້ປ່ຽນຊື່ມາເປັນແຂວງ “ອຸດົມໄຊ” ມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ລັດຖະບານໄດ້ໂອນ “ເມືອງປາກທາ” ແລະ “ເມືອງຜາອຸດົມ” ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ. 
ເມື່ອເຮົາເຂົ້າມາເຖິງຕົວເມືອງຈະເຫັນອະນຸສາວະລີຂອງປະທານໄກສອນ ພົມວິຫານ ບ່ອນນີ້ຈະເປັນຈຸດນັດພົບຂອງຊາວອຸດົມໄຊ ເປັນບ່ອນທີ່ມີທາງແຍກເພື່ອໄປ ຫຼວງນ້ຳທາ-ບໍ່ແກ້ວ ແລະ ແຍກໄປຜົ້ງສາລີ, ມາທາງທິດຕາ ເວັນອອກສ່ຽງໃຕ້ ຈະເຫັນຍອດພະທາດສີທອງຕັ້ງສະງ່າ ຕັ້ງຢູ່ເທິງເນີນພູໃຈກາງເມືອງຊື່ວ່າ: ພູພະທາດ, ເຊິ່ງເປັນສາ ສະຫນາສະຖານທີ່ສຳຄັນຂອງຊາວລາວ ແລະ ເປັນຈຸດທີ່ສາມາດຊົມວິວທິວທັດ ໄດ້ຮອບຄອບເມືອງທ່າມກາງການຖືກອ້ອມຮອບດ້ວຍພູ ສະຫລັບສັບຊ້ອນ ແຂວງອຸດົມໄຊ ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ, ທິດໃຕ້ຕິດກັບ ແຂວງໄຊຍະບູລີ, ທິດຕາເວັນອອກຕິດກັບ ແຂວງຫລວງພະບາງ, ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ.
 
ດ້ານນອກຂອງຕົວເມືອງຕາມເສັ້ນທາງຫລວງຫມາຍເລກ 13 ເໜືອ ຫຼື ເລກ 1 ເຊິ່ງເປັນເສັ້ນທາງຫຼັກທາງດ້ານການຂົນສົ່ງສິນຄ້າ, ການໄປມາຫາສູລະຫວ່າງແຂວງຕ່າງໆ ແລະ ເປັນເສັ້ນທາງຜ່ານຂອງການຂົົນສົ່ງສິນຄ້າລະຫວ່າງປະເທດ. ຕາມສອງຝາກທາງດັັ່ງກ່າວຈະມີຄວາມງົດງາມທາງດ້ານຊັບພະຍາກອນທຳມະຊາດ. ຖ້າເຮົາເດີນ ທາງຈາກຫລວງພະບາງໄປ ກ່ອນຮອດເມືອງໄຊ ປະມານ 11 ກິໂລແມັດ ພວກເຮົາຈະພົບກັບນ້ຳຕົກຕາດທີສວຍສົດງົດງາມ ແລະ ມີນ້ຳໄຫຼ່ຕະຫອດປີ ເຊິ່ງເປັນສະຖານທີຜັກຜ່ອນຍອນໃຈ ຂອງຊາວເມືອງໄຊ ແລະ ແຂກຕ່າງດ່າວທ້າວຕ່າງເມືອງ ທີເຂົ້າມາທ່ຽວຊົມທັດສະນິຍະພາບທາງພາກເໜືອຂອງລາວ ເຊິ່ງບໍ່ດົນມານີ້ ກໍມີການປັບປຸງສະຖານ ທີ່ທ່ອງທ່ຽວດັ່ງກ່າວ ທີ່ມີທຳມະຊາດທຳມະຊາດສວຍງາມ ນ້ຳຕົກດັ່ງກ່າວມີຊື່ວ່າ: “ນ້ຳຕົກຕາດຫຼັກສິບເອັດ”. ທີ່ມີນ້ຳຕົກທີ່ໄຫລ ຜ່ານໂງ່ນຫີນລົງສູ່ແມ່ນ້ຳທາ ລະຫວ່າງການເດີນທາງເຮົາຈະພົບກັບວິວທິວທັດທີ່ສວຍງາມ ປະສານ ກັບບ້ານຂອງຊົນເຜົ່າອາຄາ, ມົ້ງ, ຢ້າວ, ຂະມຸ ເປັນຕົ້ນ.
ຖ້າຂຶ້ນໄປຕາມພາກຕາເວັນອອກສຽງເໜືອ ຫາແຂວງຜົ້ງສາລີ ອອກສູ ປະເທດ ສ ສ ຫວຽດນາມ ຈະຜ່ານແຫຼ່ງທ້ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຄື: ບໍ່ນ້ຳຮ້ອນ(ຕັ້ງຢູ່ ເມືອງຫຼາ)ທີ່ຄົນທ້ອງຖິ່ນເຊື່ອກັນວ່າ ຖ້າໄດ້ລົງອາບນ້ຳດັ່ງກ່າວແລ້ວຈະຊ່ວຍຮັກສາພະຍາດຕ່າງໆໄດ້ ປັດຈຸບັນເພິ່ນກໍໄດ້ພັດທະນາເປັນແລ່ງທ່ອງທ່ຽວຄືກັນ. ນອກນນີ້ຢູ່ໃນເມືອງ ທີ່ບໍ່ຫ່າງໄກຈາກບໍ່ນ້ຳອຸ່ນ ກໍມີວັດບູຮານທີ່ປະດິດສະຖານພະແຊກຄຳ ທີ່ອີ້ນກັນວ່າ: “ພຣະເຈົ້າສິງຄຳ” ເຊິ່ງເປັນພຣະພຸດທະຮູບທີ່ສັກສິດຄູ່ບ້ານຄູ່ເມືອງ ແລະ ເປັນທີ່ສັກກາລະບູຊາ ຂອງຊາວແຂວງອຸດົມໄຊ.ເມື່ອກ່ອນ ຕອນລາວເກີດ ມີສົງຄາມຮຸກຮານ ຊາວບ້ານໄດ້ເລົ່າສູ່ຟັງວ່າ: ພຣະພຸທະຮູບອົງນີ້(ພຣະແຊກຄຳ)ມີນ້ຳຕາໄຫລອອກມາຈາກດວງຕາຂອງເພິ່ນ ເຊິ່ງຊາວເມືອງເຊື່ອວ່າ ເພິ່ນມີຄວາມເປັນຫ່ວງໃຍຊາວເມືອງເຖິງທີ່ສຸດ. 

(ພຣະທາດ ທີ່ວັດພຣະເຈົ້າສິງຄຳ-ເມືອງຫລາ)

ອຸດົມໄຊ ເຖິງຈະມີສະຖານທີ່ໃຫ້ທ່ຽວຫນ້ອຍ ແຕ່ກໍຍັງເປັນສູນກາງຂອງການເດີນທາງຂອງພາກເໜືອ ເພາະມີສະຖານີຂົນສົ່ງຂະຫນາດໃຫຍ່ນອກເມືອງສາມາດໄປຍັງເມືອງ ແລະ ແຂວງອື່ນໆໄດ້ສະດວກໄດ້ແກ່: ນະຄອນຫລວງວຽງຈັນ, ຫລວງພະບາງ, ຫລວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ ຫລື ໄປຍັງບໍ່ເຕນ ເຊິ່ງເປັນຊາຍແດນໃນແຂວງຢູນນານຂອງປະເທດຈີນກໍ່ໄດ້.

ສຳລັບສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງແຂວງອຸດົມໄຊມີ:
ນ້ຳຕົກຕາດຫລັກ 11(1996)


1) ວັດພູທາດ(ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ-ມ.ໄຊ)
2) ນ້ຳຕົກຕາດ “ນ້ຳກັດໂຢລະປ່າ” (ມ.ໄຊ)
3) ບໍ່ນໍ້າອຸ່ນ ແລະ ບໍ່ເກືອ (ມ. ຫລາ)
4) ວັດພຣະເຈົ້າສິງຄຳ(ມ.ຫລາ)
5) ຂີ່ເຮືອທ່ຽວຊົມທຳມະຊາດແຄມຂອງເມືອງປາກແບ່ງ
6) ສະຖານທີ່ທ່ອງທ່ຽວນ້ຳຕົກຕາດຫລັກສິບເອັດ(ມ.ໄຊ)
7) ນ້ຳຕົກຕາດນ້ຳແຈ(ມ.ແບງ)
8) ຖ້ຳຈອມອອງ(ມ.ໄຊ)
9) ປ່າຫີນ(ມ.ຮຸນ)
10) ຕົ້ນໄມ້ລຳທຽນ(ມ.ຮຸນ) ແລະ ອື່ນໆ

(ປ່າຫີນ ເມືອງຮຸນ)
(ຂອບໃຈຫລາຍໆເດີ້ທີ່ອ່ານ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...