26.11.17

ຂໍຮ້ອງອ່ານໃຫ້ຈົບ...ເພາະຂ້ອຍມີເລື່ອງທີ່ຈະເລົ່າສູ່ເຈົ້າຟັງ

....ຂ້ອຍມີເລື່ອງທີ່ຈະເລົ່າສູ່ເຈົ້າຟັງ...
ຄົນບ້າໆ...ກັບສະພາບແວດລ້ອມທີ່ມັກແຮງ ທີ່ເມືອງ ອານຸວົງ ແຂວງ ໄຊສົມບູນ

ແຂວງໄຊສົມບູນ ປະກອບມີ 5 ເມືອງ ຄື: ເມືອງຮົ່ມ, ເມືອງທ່າໂທມ, ເມືອງອະນຸວົງ, ເມືອງລ້ອງຊານ ແລະ ເມືອງລ່ອງແຈ້ງ ເຊິ່ງ​ມີ​ຈໍານວນ​ປະຊາຊົນ​ທັງ​ໝົດປະມານ 81,800 ກ່ວາຄົນ ​ມີ 7,800 ກ່ວາຄອບຄົວ ຊຶ່ງ​ໃນ​ຈໍານວນ​ດັ່ງກ່າວ​ນີ້ ຍັງ​ມີປະມານ ​3,600 ກວ່າ​ຄອບ ຄົວ ທີ່​ຍັງ​ທຸກ​ຍາກຫລາຍ.
ມອງຈາກປາກຖ້ຳ "ເຈົ້າອານຸວົງ" ອອກມາ ກ່ອນສິ້ນແສງສຸລີ

ໄຊສົມບູນ ເຄີຍເປັນເຂດປົກຄອງພິເສດ ລະຫວ່າງ ປີ ຄ.ສ 1994-2006 ແລະ ເປັນເຂດທີ່ມີຊົນເຜົ່າມົ້ງອາໄສຢູ່ຢ່າງໜາແໜ້ນເຂດນຶ່ງຂອງລາວ ແລະ ມີປະຊາກອນຫລາຍເປັນອັນດັບໜຶ່ງຂອງແຂວງນີ້.
ຕອນທີ່ໄປບໍລິຈາກປຶ້ມທີ່ ຮ.ຮ ບ້ານ ພູຫົວຊ້າງ ເມືອງ ອານຸວົງ

ດ້ານການສຶກສາ, ປັດຈຸບັນ ທົ່ວແຂວງໄຊສົມບູນມີ ໂຮງຮຽນປະມານ135 ແຫ່ງ, ມີໂຮງຮຽນອານຸບານ 13 ແຫ່ງ, ໂຮງຮຽນປະຖົມປະມານ 100 ແຫ່ງ, ມັດທະຍົມ 12 ແຫ່ງ. ເຖິງແນວໃດກໍຕາມ ເດັກນັກຮຽນຍັງຂາດເຂີນ ອຸປະກອນການຮໍ່າຮຽນ ໂດຍສະເພາະປື້ມຂຽນ, ຕຳລາຮຽນ. ໂຮງຮຽນທີ່ອ່າວດີມີເດັກນັກຮຽນ ປະມານ 2-3 ຄົນ ໄດ້ໃຊ້ປື້ມຕໍາລາຮຽນຮ່ວມຫົວດຽວກັນ.


ທ່ານ ເຈຢີລໍ່ ຫວາເຊັ້ ລາວເປັນທັງນາຍຄູສອນເດັກນ້ອຍ, ເປັນທັງຜູ້ອຳນວຍ ການໂຮງຮຽນປະຖົມ ແລະ ເປັນທັງນາຍບ້ານ ບ້ານອ່າວກາງ ເມືອງອານຸວົງ ແຂວງ ໄຊສົມບູນ ໄດ້ໃຫ້ຂໍ້ມູນວ່າ: ໂຮງຮຽນບ້ານອ່າວກາງ ເມືອງອານຸວົງ ແຂວງໄຊສົມບູນ ກໍແມ່ນໂຮງຮຽນຫນຶ່ງຍັງຂາດເຂີນ ທີ່ມີຄວາມຕ້ອງການຄວາມຊ່ວຍເຫລືອດ້ານອຸປະກອນການຮຽນ.
ໂຮງຮຽນປະຖົມ ບ້ານອ່າວກາງ ເມືອງ ອານຸວົງ ແຂວງ ໄຊສົມບູນ

ປີນີ້ ໂຮງຮຽນປະຖົມບ້ານອ່າວກາງ ມີນັກຮຽນທັງຫມົດ 141 ຄົນ, ຍິງ 70 ຄົນ; ໂຮງຮຽນມີຫ້ອງກຽມປະຖົມ, ຫ້ອງ ປ1- ປ5 ແລະ ມີຄູສອນ 8 ຄົນ ຍິງ 1 ຄົນ.
ລູກຫລານ ທີ່ຮຽນຢູ່ຫ້ອງກຽມປະຖົມ

ເດັກນັກຮຽນເລົ່ານີ້ ສ່ວນໃຫຍ່ ແມ່ນຊາວເຜົ່າມົ້ງທີ່ຄອບຄົວທຸກຍາກ ຊຶ່ງຍັງຂາດເຂີນອາຫານການກິນ, ເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ  ແລະ ຜູ້ປົກຄອງກໍມີຄວາມລຳບາກ ທັງຫຍຸ້ງຍາກໃນການເຂົ້າມາຊື້ປຶ້ມຢູ່ໃນເມືອງ ຍ້ອນບໍ່ມີເງິນ.
ນາງ ຊົວຫວ່າງ ເຍເທົາ ລາວເວົ້າວ່າ: ໂຮງຮຽນປະຖົມຂົງເຂດເມືອງຂອງເຮົານີ້ ນັກຮຽນຍັງຂາດປຶ້ມຂຽນ ແລະ ຕຳລາຮຽນຫຼາຍ. ນັກຮຽນແຕ່ລະຄົນບໍ່ມີປຶ້ມຕຳລາຮຽນຄົບມື ພວກເຂົາຈຳເປັນຕ້ອງໄດ້ເບິ່ງບົດຮຽນໃນປຶ້ມຫົວດຽວກັນກັບໝູ່ ບາງເທື່ອກໍ 2 ຄົນ ຕໍ່ຫົວໜຶ່ງ ແລະ ບາງເທື່ອກໍ 3 ຄົນຕໍ່ຫົວໜຶ່ງ; ການເບິ່ງຕໍາລາຮຽນ ນຳກັນນັ້ນ ແມ່ນມີຄວາມຫຍຸ້ງ ຍາກຫລາຍ ໂດຍເພາະເວລາເລີກໂຮງຮຽນກັບບ້ານເຮືອນ ພວກເຂົາກໍຈະບໍ່ມີປຶ້ມຄົ້ນຄວ້າ. ຫາກວ່ານັກຮຽນແຕ່ລະຄົນມີປື້ມເປັນສ່ວນຕົວແລ້ວ ນັກຮຽນຈະມີໂອກາດຄົ້ນຄວ້າຮໍ່າຮຽນຫລາຍຂຶ້ນໃນເວລາເລີກຮຽນ ແລະ ພວກເຂົາກໍຈະຮຽນເກັ່ງກວ່າເກົ່າ.
ຕອນເຊົ້າວັນທີ່ຂ້ອຍຈະກັບວຽງຈັນ ໄດ້ມີໂອກາດໄປເລາະຕະຫລາດ ເມືອງອານຸວົງ ແຂວງໄຊສົມບຸູນ ຕອນ 6 ໂມງເຊົ້າ ແລະ ໄດ້ເຫັນນາງນ້ອຍຄົນນຶ່ງ(ຂໍບໍ່ອອກຊື່) ລາວມາຂາຍຜັກນຳແມ່ຕູ້ ລາວເວົ້້າວ່າ: ແຕ່ລະມື້ຫລັງເລີກຮຽນລາວຈະໄປຊອກເກັບຜັກກັບແມ່ ຫລື ບາງເທື່ອກໍໄປກັບແມ່ຕູ້ ແລະ ຈະຕື່ນແຕ່ເຊົ້າເພື່ອນຳເອົາຜັກມາຂາຍມັດລະ 1,000 ກີບ ແລ້ວກໍຈະທ້ອນເງິນໄວ້ຊື້້ປຶ້ມຮຽນ ແລະ ເຄື່ອງນຸ່ງ, ຫາກມື້ໃດໄດ້ຂາຍໄວລາວ ກໍຈະຟ້າວກັບບ້ານແລ້ວກຽນຕົວໄປໂຮງຮຽນ.
ດຽວນີ້ ຂ້ອຍກຳລັງຮວມທີມໃນບ່ອນເຮັດວຽກຂອງຂ້ອຍ ເພື່ອຊ່ວຍກັນລະດົມ ແລະ ປະກອບທຶນໃນການຈັດຊື້ປຶ້ມຂຽນ, ຕຳລາຮຽນ ແລະ ອຸປະກອນການຮຽນທີ່ຈຳເປັນແກ່ເດັກນັກຮຽນໂຮງຮຽນປະຖົມ ບ້ານອ່າວກາງ ເມືອງ ອານຸວົງ ແຂວງ ໄຊສົມບູນ ນີ້ຢູ່. ຂໍທ່ານໃຈບຸນທັງຫລາຍຮ່ວມບໍລິຈາກ ແລະ ເດີນທາງໄປນຳພວກເຮົາ. ສອບຖາມໄດ້ທີ່ 020-55338863 ຂໍໃຈຫລາຍໆເດີ້ ທີ່ທ່ານໄດ້ຮ່ວມໃນກິດຈະກຳນີ້…
ບັນຊີລຸ່ມນີ້ ເຮົາຢາກໄດ້ຕຳລາຮຽນ ສ່ວນປຶ້ມຂຽນ,ບິກ, ສໍ ກໍຂໍຮັບ ແລະ ອະນຸໂມທະນານຳ(ຕາມຄວາມສາມາດຂອງທ່ານ)ຫລາຍໆໆໆ

....ຂອບໃຈຫລາຍໆທີ່ໄດ້ອ່ານຈົນຈົບ....

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...