7.4.14

ບຸນຫົດນ້ຳ ຫລື ບຸນປີໃໝ່ລາວ

ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກ ຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເລົ່າ ສູ່ຟັງວ່າ: ສະໄໝກ່ອນ ບໍ່ວ່າເຮົາຈະຍ່າງໄປຕາມຂອກແຄແຈຮົ້ວຂອງເຮືອນໃດ ກໍຈະ ໄດ້ຍິນແຕ່ສຽງແຄນປະສານສຽງກອງຫາງ ສາບ ແຊ່ງຄ້ອງ,ທັງໄດ້ຍິນແຕ່ສຽງຜູ້ຄົນອວຍໄຊໃຫ້ພອນເຊິ່ງກັນແລະກັນບໍ່ຂາດ.
ຈຸດພິເສດອັນໂດດເດັ່ນຂອງບຸນກຸດສົງການ ຫຼື ບຸນປີໃໝ່ລາວນັ້ນແມ່ນ: ມີການສະຫລອງທີ່ຫລາກຫລາຍ ແລະ ທີ່ຂາດບໍ່ໄດ້ ນັ້ນກໍ່ຄືການຫົດສົງນ້ຳໃຫ້ພອນກັນ ດ້ວຍນ້ຳທີ່ສະອາດອັນເປັນສາເຫດເຮັດໃຫ້ເອີ້ນບຸນນີ້ແບບງ່າຍໆວ່າ: ບຸນຫົດນ້ຳ.
(ພາບຈາກອິນເຕີເນັທ)
ການຂຶ້ນປີໃໝ່ສຳລັບຊາວລາວນັ້ນ ມັນກົງກັບການປ່ຽນປີ ຈສ ຫຼື ຈຸນລະສັກລາດ ເຊິ່ງຄົນລາວໄດ້ນັບຖືມາຕັ້ງ ແຕ່ຍຸກສະໄໝ ລ້ານຊ້າງຕອນຕົ້ນພຸ້ນ ເວລານັ້ນຊາວລ້ານນາກໍ່ເຄີຍໃຊ້ປີ ຈສ. ຄືກັນກັບຊາວລ້ານຊ້າງ ຫລື ຊາວລາວ.(ປີນີ້ ຄສ. 2014 ກົງກັບປີ ຈສ. 1376) ການສະຫຼອງປີ ໃໝ່ລາວແຕ່ບູຮານນັ້ນ ເພິ່ນຈະຈັດຫາເຄື່ອງຂອງຕ່າງໆເພື່ອໄຫວ້ ຫຼື ເພື່ອສັກາລະຜີຟ້າ ຜີແຖນ, ແຕ່ພາຍຫລັງທີ່ໄດ້ຮັບເອົາພະພຸດທະສາສນາເຂົ້າມາໃນດິນແດນລາວແລ້ວການຈັດງານສະຫລອງ ປີໃໝ່ລາວຈຶ່ງໄດ້ປັບປ່ຽນ ໄປຕາມ ຍຸກສະໄໝທີ່ແທດເໝາະກັບລັກສະນະຂອງຊາວພຸດ.
ໃນປັດຈຸບັນ ຊາວລາວສ່ວນໜຶ່ງຍັງເຂົ້າໃຈຜິດວ່າປີໃໝ່ລາວ(ກຸດສົງການ) ເປັນເວລາຂອງການປ່ຽນ ພ.ສ. (ພຸດທະສັກລາດ)ຫຼື ປີພຸດ, ແຕ່ຄວາມຈິງແລ້ວ ມັນແມ່ນເວລາປ່ຽນແປງຂອງປີ ຈຸນລະສັກກະລາດ ຫຼື ຈ.ສ. ນັ້ນເອງ ແລະ ການຈັດງານສະເຫຼີມສະຫລອງ ເຮົາມັກເອີ້ນບຸນນີ້ວ່າ "ບຸນປີໃໝ່ລາວ ຫຼື ກຸດສົງການປີໃໝ່ລາວ" ແທນການເອີ້ນວ່າ "ບຸນສົງການ" ຊື່ໆ ເໝືອນດັ່ງບາງປະເທດໃກ້ຄຽງເຮົາ

ການຈັດສະຫລອງບຸນປີໃໝ່ລາວນີ້ ຈະໃຊ້ຫລັກການຄຳນວນຕາມໂຫລາສາດບູຮານລາວ, ຖ້າສັງເກດໃຫ້ດີແລ້ວ ເຮົາຈະເຫັນວ່າ ບໍ່ໄດ້ອີງຕາມປະຕິທິນຈັນທະຣະຄະຕິ (ຄືບໍ່ອີງຕາມມື້ຂຶ້ນ-ມື້ແຮມ ແຕ່ຢ່າງໃດ) ແຕ່ຫາກອີງຕາມຫລັກຄຳນວນດັ່ງກ່າວທີ່ສືບທອດກັນມາ. ໂດຍທົ່ວໄປແລ້ວຈະມັກຕົກໃນລະຫວ່າງວັນທີ 13-14-15 ເມສາ ຫຼື 14-15-16 ເມສາ (ວັນທີ 13-14-15-16 ເມສາ ໃນປີອະທິກະຈຸຣະທິນ ຫຼື ປີທີ່ມີ 366 ມື້). ໃນເວລາ 3 ມື້ ຫຼື 4 ມື້ ນີ້, ມື້ທຳອິດຈະເປັນ ວັນສັງຂານລ່ວງ, ມື້ຕໍ່ໆມາຈະເປັນວັນເນົາ(ຖ້າເປັນປີທີ່ມີ 366 ມື້ ຈະມີວັນເນົາ 2 ມື້ຕໍ່ກັນ) ແລະ ມື້ສຸດທ້າຍຈະເປັນວັນສັງຂານຂຶ້ນ(ມື້ຂຶ້ນປີໃໝ່).

ຄວາມໝາຍ ຄຳວ່າ: "ສັງຂານຕ໌" (ສັງ-ຂານ) ສັງຂານຕ໌ ເປັນພາສາປາລີ ເຊິ່ງມີຄວາມໝາຍສະເພາະຕົວ ແຕ່ຫລາກຫລາຍຄຳ ອະທິບາຍ, ໃນທີ່ນີ້ແມ່ນໝາຍເຖິງ ການເສື່ອມ (ໝົດ,ໃຊ້ການບໍ່ໄດ້) ຫຼື ໝາຍເຖິງການປ່ຽນໃໝ່.
(ຮູບພາບຈາກອິນເຕີເນັທ)
ການທີ່ເພິ່ນເອີ້ນທິດາທັງເຈັດ(7)ນາງຂອງທ້າວ ກະບິນລະພົມ(ກບິລພຣົມ)ວ່າ: “ນາງສັງຂານຕ໌” ເຊິ່ງແປຄວາມໝາຍວ່າ: ຜູ້ຜັດປ່ຽນການເວລາ, ທິດາທັງເຈັດນາງຂອງກະບິນລະພົມ ອັນໝາຍເຖິງເຈັດວັນໃນຮອບສັບປະດາ ໄດ້ຜັດປ່ຽນ ກັນຂຶ້ນຊົງສັດ ພາຫະນະປະຈໍາໂຕ ກໍໝາຍເຖິງການປ່ຽນເວລາ ປ່ຽນການບັນຈົບ. ສ່ວນຄຳວ່າ: “ ສົງການ ” ຫຼື ສົງກຣານຕ໌ (ສົງ-ກຣານ ເປັນຄຳສັນສກຣິຕ ທີ່ຊາວຂແມ ແລະ ສຍາມ ພາກັນນິຍົມໃຊ້, ເຊິ່ງຈະມີຄວາມໝາຍດຽວກັນກັບຄຳວ່າ: “ ສັງຂານ ” (ສັງຂານຕ໌ = ຄຳປາລີ) ທີ່ຊາວລ້ານຊ້າງ ແລະ ລ້ານນາ ນິຍົມໃຊ້ມາແຕ່ປາງປະຖົມ.

ວັນສັງຂານລ່ວງ ແມ່ນວັນທໍາອິດຂອງການສະຫລອງປີໃໝ່ລາວ ຕາມບ້ານ, ເຮືອນຕ່າງໆຈະເລີ່ມຈາກການຫ້າງຫາກະກຽມ ດອກໄມ້, ເຄື່ອງຫອມ, ປັດກວາດເຮືອນຊານໃຫ້ສະອາດງາມຕາ, ຈັດແຕ່ງພາຫວານ ພາເຂົ້າຕຽມເຂົ້າວັດ. ຫລັງຖວາຍເພນແລ້ວ ພຣະສົງຈະອັງເຊີນພຣະພຸດທະຮູບລົງຈາກບັນລັງ(ບຸດສະບົກ) ເພື່ອໃຫ້ພຸດທະສາສະນິກຊົນໄດ້ຫົດສົງ ດ້ວຍນໍ້າອົບນ້ຳຫອມທີ່ຈັດຕຽມມາໃຫ້ເປັນ ສິຣິມົງຄົນແກ່ຕົນ ແລະ ຄອບຄົວ. ຈາກນັ້ນ, ພໍ່ເຮືອນແມ່ຊານຈະພ້ອມ ກັນກັບຕ່າວເມືອເຮືອນ ເພື່ອອາຣາດທະນາພຣະພຸດທະຮູບທີ່ບູຊາຄູ່ເຮືອນລົງຈາກຮ້ານຈາກຫິ້ງ ເພື່ອຫົດສົງຂໍພອນໃຫ້ເປັນມົງຄົນແກ່ເຮືອນຊານຂອງຕົນນຳອີກ.
(ຮູບພາບຈາກອິນເຕີເນັທ)
ວັນເນົາ: "ເນົາ" ນີ້ແປວ່າ "ຈຶ້ງຢູ່ ບໍ່ຍົກຍ້າຍ" ແລະ ວັນເນົາຍັງໝາຍເຖິງວັນຢູ່ກາງຂອງການປ່ຽນປີ ຈສ ຫລື ຈຸນລະສັກກະລາດ, ແຕ່ເດີມໝາຍໄວ້ວ່າ ພຣະສົງສາມະເນນ ຈະເນົາຢູ່ໃນວັດ ເພື່ອສູດມົງຄົນໃຫ້ພອນ, ຝ່າຍຄາລະວາດຈະພ້ອມພາກັນຈັດແຫ່ນາງສັງຂານ ທີ່ໄດ້ປະກວດຄັດເລືອກກັນມາແລ້ວ, ການແຫ່ມະໂຫລະສົບຕ່າງໆ ຈະຄ້າຍຄືກັນໃນທົ່ວປະເທດ.

ແຕ່ທີ່ພິເສດກວ່າໝູ່ແມ່ນຢູ່ແຂວງຫລວງພະບາງ ເພາະເພິ່ນມີການອັງເຊີນເອົາອົງພຣະພຸດທະລາວັນ (ພຣະບາງ) ອອກໃຫ້ມວນຊົນໄດ້ສັກາລະບູຊາ ແລະ ຫົດສົງ. ຂະບວນແຫ່ພະບາງນີ້ເອີ້ນວ່າ ແຫ່ຫວໍ່ ອັນປະກອບມີຂະບວນແຫ່ອົງພຣະບາງ, ປູ່ເຍີ-ຍ່າເຍີ, ພຣະສົງສາມະເນນ, ພຸດທະຄຳພີ, ຂະບວນນາງແກ້ວ, ຕົວລະຄອນໃນເລື່ອງພະລັກ-ພະລາມ, ຂະບວນມະໂຫລີ-ປີ່ພາດ, ຂະບວນແຫ່ສຽນ(ຫົວ)ທ້າວກະບິນລະພົມ, ນາງສັງຂານ, ຂະບວນບ່າວສາວ ແລະ ຂະບວນມະຫາຊົນຢ່າງອະ ເນກອະນັນຕາທີ່ຍິ່ງໃຫຍ່ ເຊິ່ງນັບວ່າ ເປັນພິທີແຫ່ທີ່ງົດງາມ ແລະ ຍິ່ງໃຫຍ່ທີ່ສຸດ. 
(ຮູບພາບຈາກອີເຕີເນັທ)
ວັນສັງຂານຕ໌ຂຶ້ນ: ເປັນມື້ຂຶ້ນປີໃໝ່ລາວ ແລະ ປີຈຸນລະສັກກະລາດ ຈະເລື່ອນຕົວເລກຂຶ້ນອີກໜຶ່ງປີໃນມື້ນີ້(ຈາກປີ ຈຸນລະສັກກະລາດ 1375 ເປັນ 1376). ພ້ອມດຽວກັນກໍເປັນມື້ສຸດທ້າຍຂອງການສະຫລອງປີໃໝ່ລາວ; ມື້ວັນສັງຂານຂຶ້ນ ຫລື ມື້ຂຶ້ນປີໃໝ່ນີ້ຍັງຖືເປັນວັນໂຮມຍາດຕິພີ່ນ້ອງ, ຊາວລາວຈະຖືເອົາໂອກາດນີ້ ເປັນການສົມບັດສົມມາຜູ້ມີພະຄຸນຂອງຕົນ ອັນມີ ພໍ່-ແມ່, ຜູ້ເຖົ້າຜູ້ແກ່ປະຈຳວົງຕະກູນ ແລະ ບຸກຄົນທີ່ເຮົາເຄົາລົບ. 

ການສົມມາ ຄືການຍອມຮັບສຳນຶກຜິດ ໃນສິ່ງທີ່ຕົນໄດ້ລະເມີດ, ລ່ວງເກີນ ຫຼື ປະພຶຕຜິດຕໍ່ບຸກຄົນ ທີ່ຢູ່ສູງກວ່າຕົນ ບໍ່ວ່າຈະດ້ວຍ ກາຍ,ວາຈາ,ໃຈ ກໍ່ຕາມ. ໃນພິທີນີ້ ບັນດາລູກຫລານຈະ ແຕ່ງຂັນຫ້າ ເພື່ອຂໍຂະມາພໍ່ແມ່, ຜູ້ເຖົ້າຜູ້ແກ່ ແລະ ບຸກຄົນທີ່ຕົນເຄົາລົບ ພ້ອມທັງຂໍລະໂທດ ອັນຈະເປັນບາບ ເປັນກໍາໃຫ້ແກ່ຕົນໃນພາຍພາກໜ້າ ແລ້ວຈາກນັ້ນກໍຂໍຫົດສົງລ້າງສ່ວຍພວກເພິ່ນ. 
(ພາບຈາກອິນເຕີເນັທ)
ກຸສົນອຸບາຍນີ້ ຄົນບູຮານໄດ້ໃຫ້ຄວາມໝາຍໄວ້ 2 ຢ່າງຕົ້້ນຕໍຄື: 
1) ການຮູ້-ຕື່ນດ້ວຍສຳນຶກຂອງຕົນເອງ ຕໍ່ການກະທຳທີ່ອາດເປັນບາບ-ເປັນກຳ ຈະຖືເປັນການລ້າງບາບລ້າງໂທສະທີ່ດີທີ່ສຸດ, ທັງໄດ້ຮັບການໃຫ້ອະໄພໂທດ ແລະ ເຂົ້າສູ່ປີໃໝ່ຢ່າງໃສສະອາດ. 

2) ເປັນໂອກາດທີ່ຈະຕັກເຕືອນຕົນເອງວ່າ: ໃນເຮືອນຊານທີ່ຕົນອາໄສຢູ່ນັ້ນບໍ່ມີພະອົງໃດຈະສັກສິດປູນປານ ພະອໍລະຫັນຜູ້ເປັນບຸບຜະກອນ ຫລື ບຸບຜະກາລີ ຫຼື ພໍ່ແມ່ ທີ່ເປັນຜູ້ເບິ່ງແຍງ, ລ້ຽງດູເຮົາມາ ແຕ່ມື້ເກີດ. 

ພ້ອມດຽວກັນນີ້, ຜູ້ທີ່ຢູ່ໃນວົງການສິນລະປະກໍາ(ນາດຕະສິນ ຫລື ນັກຟ້ອນ, ນັກດົນຕຣີ, ຊ່າງແຕ້ມ, ຊ່າງຄວັດ, ຊ່າງປັ້ນ, ນັກກະວີ, ນັກແຕ່ງ, ນັກສະແດງ, ນັກປະດິດ ແລະອື່ນໆ) ກໍຈະພ້ອມກັນມາເຕົ້າໂຮມເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນຄູບາອາຈານ ເຊິ່ງເປັນປະເພນີໃຫ້ລູກຫລານໄດ້ສືບທອດຮັກສາສືບຕໍ່ກັນມາ.ໃນພິທີນີ້, ເຄື່ອງບູຊາແບບລາວເດີມຈະໄດ້ແກ່: ໝາກພ້າວ-ກ້ວຍຫອມ, ຄຳໝາກ, ຢາເສັ້ນ, ເຄື່ອງຫອມຕ່າງໆ ແລະ ດອກໄມ້ຂາວນາໆພັນ. ອົງປະທານຕົວແທນຄູບາອາຈານແມ່ນປູ່ລືສີ ແລະ ອົງພະຄະເນດ ພ້ອມດ້ວຍຫົວໂຂນຕົວລະຄອນໃນວັນນະກໍາເລື່ອງຕ່າງໆ.
(ຮູບພາບຈາກອິນເຕີເນັທ)
ຈຸດເດັ່ນອີກຢ່າງໜຶ່ງ ຂອງການສະຫລອງໃນມື້ຂຶ້ນປີໃໝ່ນີ້ກໍ່ຄື: ຜູ້ຄົນຈະພາກັນແຫ່ລົງຫາດລົງດອນ ເພື່ອຕົບທາດຊາຍ (ຫຼືຕົບພະຊາຍອັນໝາຍເຖິງການຕົບປັ້ນສັນແຕ່ງດິນຊາຍໃຫ້ເປັນທາດ ຫຼື ເປັນ 3 ຖ້ານ ຄ້າຍດັ່ງຮູປປັ້ນພະ ແລະແຕ່ງ ເອ້ດ້ວຍທຸງທິວສັດພາຫນະປະຈຳນາງສັງຂານ, ສັດ 12 ລາສີ, ພຣະປະຈຳວັນເກີດ ແລະ ລິງລາຍມົງຄົນຕ່າງໆ) ເພື່ອເປັນ ການບູຊາຜູ້ຮັກສາແຫລ່ງນ້ຳ. ໃນວັດທີ່ສ້າງໃໝ່ ອອກຕົນຍາດໂຍມຈະຖວາຍດິນຊາຍໃຫ້ແກ່ວັດ ໂດຍເຊື່ອວ່າຕົນໄດ້ຮ່ວມເປັນ ສ່ວນໜຶ່ງໃນການຈັດສ້າງຖາວອນວັດຖຸໃຫ້ຄົງຢູ່ເປັນແກ່ນສານໃນພຸດທະສາສນາແຕ່ນີ້ໄປຍັງເບື້ອງໜ້າ.

ໃນຕອນຄ້າຍແລງຂອງວັນດຽວກັນນີ້, ພຣະສົງໃນວັດຈະລັ່ນຄ້ອງໄຊ ແລະ ຕີກອງໃຫຍ່ ເພື່ອເຕືອນບອກເຖິງການຂຶ້ນປີໃໝ່ລາວ. ສ່ວນຝ່າຍຄາລະວາດ ຈະພ້ອມກັນອາລາດທະນານິມົນອົງພະພຸດທະຮູບ ທີ່ມີໄວ້ບູຊາໃນເຮືອນໃນຊານມາເຊັດຂັດໃຫ້ເງົາງາມກ່ອນຈະນໍາຂຶ້ນສູ່ຫິ້ງ-ຮ້ານ ທີ່ຈັດແຕ່ງດ້ວຍເຄື່ອງຫອມທູບທຽນ ແລ້ວຈຶ່ງພາລູກຫລານໄຫວ້ພຣະຮັບສິນໃນຕອນຫົວຄ່ຳ ຈຶ່ງຖືວ່າຄົບຖ້ວນບໍລິບູນໃນການສະຫລອງບຸນປີໃໝ່ລາວ.

ຂໍ້ມູນຄັດຈາກ http://www.laofinearts.net/

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...