11.2.21

ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ .... ໂອ້ຍເວນ....

.. ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ....

ກຳລັງນັ່ງກິນອາຫານໃຫ້ອຸ່ນທ້ອງ....ວ່າຈະມ່າມແຊບໆຊັ້ນດອກ.... ຊຸມອ້າຍບ່າວ ນາງສາວ ທີ່ກິນເຂົ້າຢູ່ໂຕະຂ້າງໆພັດສົນລະວົນກັບກັບຊື່ຂອງອາຫານ... ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ.... ສຽງສົນລະວົນ ບໍ່ມີໃຜຍອມກັນ ເວົ້າຈົນເຈົ້າຂອງຮ້ານສັບສົນ....ຄົນທີ່ສັ່ງເຂົ້າຜັດໄປແລ້ວ ກໍລໍຖ້າ ພັດຍັງມີຄົນມາຕໍ່ແຍວ່າ ໂຕສັ່ງ "ເຂົ້າຂົ້ວ" ຫັ້ນເບາະ...ເທົ່ານີ້ຍັງບໍ່ພໍ ໝໍໜຶ່ງພັດຕໍ່ແຍຕື່ມອີກ "ຂົ້ວເຂົ້າ" ຕີ້ ເຫັນເພິ່ນແຊຣ໌ກັນໃນເຟຊບຸກບັກຫຼາຍໆ...
ອາການຂອງຄົນກຳລັງກິນ ທີ່ບໍ່ແມ່ນເຂົ້າຜັດ

ຄວາມຈິງແລ້ວ ສິ່ງທີ່ເຂົາເຈົ້າກຳລັງສົນລະວົນນຳກັນຄົງເປັນ “ເຂົ້າ​ຜັດ- 炒饭-Fried rice” ເຊິ່ງແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າ​ຜັດ- 炒饭-Fried rice” ເກີດ​ຂຶ້ນ​ທຳອິດໃນ​ປະເທດ​ຈີນ ຊຶ່ງ​ເກີດ​ຈາກ​ການ​ນຳ​ເອົາ​ເຂົ້າ​ເຢັນ​ທີ່ເຫຼືອ​ຂ້າມ​ຄືນ ມາຂົ້ວ​ປະສົມ​ກັບ​ອາຫານອື່ນ​ໆ ຈົນ​ເຮັດໃຫ້​ເກີດ​ເປັນ​ອາຫານ​ເມ​ນູ​ໃໝ່​ຂຶ້ນ​ມາ ຈາກ​ນັ້ນ​ ​ກໍ​ແພ່ຫຼາຍ​ໄປ​ພ້ອມ​ໆ​ກັບ​ຊາວ​ຈີນ ທີ່​ອົບ​ຍົບ​ຍ້າຍ​ຖິ່ນ​​ໄປ​ທົ່ວ​ໂລກ ເຊິ່ງແຕ່​ລະ​ປະເທດ​ຕ່າງ​ກໍ​ໄດ້ປັບປຸງ​ເມ​ນູນີ້ ​ ໃຫ້​ເຂົ້າ​ກັບ​ລີ້ນ​ຂອງ​ຄົນ​ໃນທ້ອງ​ຖິ່ນ ແລະ ​ວັດ​ຖຸ​ດິບ​ທີ່​ມີ​ຢູ່​ແຕ່​ລະ​ຂົງເຂດນັ້ນໆ. ໂດຍທົ່ວໄປແລ້ວ ສ່ວນ​ປະກອບ​ຫຼັກ​ໆ​ຂອງ “ເຂົ້າ​ຜັດ- 炒饭-Fried rice” ນອກ​ຈາກ​ເຂົ້າຈ້າວ​ແລ້ວ​ ຍັງ​ປະກອບ​ມີ ຊີ້ນ​ສັດ(ໝູ,ໄກ່,) ກຸ້ງ, ​ປູ ຫລື ​ເຕົ້າ​ຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີ​ອິ້ວ​ຂາວ ຫລື​ ຊອດ​ປຸງ​ລົດຫຼາຍຢ່າງ ເພື່ອຊ່ວຍ​ໃຫ້​ເຂົ້າ​ຜັດ​ມີ​ສີ​ສັນທີ່ງົດງາມ​ໜ້າ​ຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດ​ນາ, ແຄ​ຣ໊ອດ, ຖົ່ວ​, ​ຜັກບົ່ວ ເປັນຕົ້ນ.
(ຮູບຈາກ ອິນເຕີເນັທ)

ລາຍລະອຽດກົດອ່ານລຸ່ມນີ້
ກົດເລີຍ ກົດເລີຍ



ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...