19.1.12

ຄິດຮອດບ້ານຍາມດອກຕາເວັນບານ....


ໜຸ່ມດອຍຄອຍນາງ
ສະດຸດຕາ ສາຍຮຸ່ງ(19/1/2012)
ຕາເວັນນ້ອຍ   ເທິງດອຍ   ຄອຍຫວນຫາ
ການກັບມາ   ຂອງສາວ   ລາວພັດບ້ານ
ຢູ່ໃນເມືອງ ໃຈຄົງລືມ ຕາເວັນບານ
ສຸດສະທ້ານ ໃຈຍິ່ງ ເມື່ອຫລິງແລ

ຝາກລົມລອຍ ຫອບໃຈ ຊາຍຄົນຖ້າ
ສົ່ງໄປຫາ ຍິງສາວ ຄາວໃຈເຫງົາ
ຍາມລະດູ ເຫມັນ ໃຈປວດລ້າວ
ກະຊິບເຂົາ ເວົ້າຄວາມໃນ ໃຫ້ຫວນຄືນ

ຢືນເທິງດອຍ ດູດອກເຫລືອງ ເຮືອງເຮື່ອເອ້
ຢືນເທິງດອຍ ຂາດຄີງເປ ໃຈເຫຫັນ
ຢືນເທິງດອຍ ຄ້ອຍໃຈຕາມ ຍາມລົມປັ່ນ
ຕາເວັນສັ່ນ ດອກສີເຫລືອງ ເປື້ອງຕາມລົມ

ສົມທີ່ຄິດ ຢ້ານສາວດອຍ ຄ້ອຍຕາມສຽງ
ຫລົງສຳນຽງ ສຽງຍໍ ເຈົ້າສຸດສວຍ
ຢ້ານສາວດອຍ ມອງພຽງພາບ ວ່າເຂົາລວຍ
ຢ້ານເຂົາສວຍ ສັບວາຈາ ຂ້າສາວດອຍ

ອ້າຍຍັງຄອຍ ກັບບ້ານເຮົາ ຢ່າຫລົງສີ
ກັບບ້ານເຮົາ ເຖິງລາຄີ ມີໃຫ້ໝອງ
ແຕ່ໜຸ່ມດອຍ ຍັງຫວັງຮັກ ຫວັງປະຄອງ
ຄູ່ຄຽງນ້ອງ ເອົາຜືນດອຍ ຄອຍຫົ່ມຄີງ…

(ຈົບ)

12.1.12

ນ້ອງຊາຍຂ້ອຍເອງເດີ້

ດຽວນີ້ ພວກເຮົາກຳລັງເບິ່ງບົດຮຽນໜັກໆໆໆ
ເພື່ອກຽມເສັງພາກຮຽນ
ບອກນ້ອງຊາຍຂ້ອຍແດ່ ມັນບໍ່ມັກເບິ່ງບົດຮຽນ
ເບິ່ງມັນແຕ່ງໂຕໄປໂຮງຮຽນແມ້(ນ້ອງຊາຍຂ້ອຍຫລໍ່ບໍ່)
(ຂໍໃຫ້ທຸກຄົນໂຊກດີ ສອບເສັງພາກຮຽນໄດ້ຄະແນນສູງເດີ້)
ຂອບໃຈ

6.1.12

ໜໍ່ຂົມກຳລັງຫວານ

ໜໍ່ຂົມກຳລັງຫວານ 
ກັບຈາກການໄປວຽກທີ່ຫລວງນ້ຳທາ, ອຸດົມໄຊ ກ່ອນປີໃໝ່ສາກົນ 2012 ພຽງສອງມື້
ຜ່ານມາແຖວບ້ານ ”ຊົ່ງຈ້າ“ ເມືອງນ້ຳບາກ ແຂວງຫລວງພະບາງ ອົດໃຈບໍ່ໄຫວເລີຍແວ່.....
ໜໍ່ຊະນິດນີ້ ສາມາດປຸງອາຫານໄດ້ຫລາຍຢ່າງ ສຸດແທ້ແຕ່ຜູ້ມັກ, ຈະໜຶ້ງ, ຕົ້ມ, ແກງ, ຊຸບ....ຕາມໃຈມັກ
ເຖິງວ່າ ລາຄາຍັງອ່າວແພງ ແຕ່ຫລາຍຄົນອົດຈົກເງິນໃນຖົງມາຊື້ຈົນໄດ້
(ທ່ານມັກກິນໜໍ່ຄືຂ້ອຍບໍ່)

ໃຈໜາວຄາວເຫມັນ


ໃຈໜາວຄາວເຫມັນ 
ໂດຍ: ສະຕຸດຕາ ສາຍຮຸ່ງ
ລະດູການ ຜັນຜ້າຍ ຍ້າຍແປປ່ຽນ
ເຫມັນເລື່ອນ ກັບມາ  ຫາອີກຫົນ
ກວນຫົວໃຈ ໃຫ້ຄິດ ສົນລະວົນ
ຢາກມີຄົນ ຈັກຄົນ ມາອຸ່ນໃຈ

ສາຍລົມໜາວ ຜ່ານມາ ກາຍຍາສັ່ນ
ໃຈສະບັ້ນ ສັ່ນຊວງ ຈິດອ່ອນໄຫວ
ກາຍສຸດໜາວ ໃຈສຸດລ້າວ ເໝືອນພົບໄພ
ຫລຽວຫາໃຜ ຫວັງຄຽງກາຍ ໃຫ້ຫາຍຕົມ

ອຸ່ນໃດໜໍ ທໍ່ອຸ່ນກາຍ ໄດ້ໃກ້ຊິດ
ແນບດວງຈິດ ໄດ້ຊິດໃກ້ ບໍ່ຫ່າງຫາຍ
ອຸ່ນໃດໜໍ ຈະທໍ່ໄດ້ ເໝືອນຫົ່ມກາຍ
ອຸ່ນບໍ່ຄາຍ ອຸ່ນບໍ່ຫາຍ ໝາຍຈີລັງ

ຫວັງເປັນດາວ ສ່ອງແສງ ເທິງທ້ອງຟ້າ
ຄຽງຈັນທາ ແສງນວນຜ່ອງ ໝາຍປອງຫລຽວ
ຢາກເອີ່ຍຈາ ກະຊິບບອກ ຮັກໜຶ່ງດຽວ
ຄົນທີ່ຫຼຽວ ຫັນມອງມາ ເມື່ອວັນຊືນ…

ຄົງຂົມຂື່ນ ຫາກໜາວນີ້ ຍັງຂາດຮັກ
ຄົງສະຫລັກ ໃຫ້ດວງຈິດ ຄິດໄຂ່ວເຂວ
ບໍ່ພົບພານ ຄຳວ່າຮັກ ສຸດສະເໜ່
ຈິດໃຈເພ ພັງທະລາຍ ໜ່າຍລະອາ

ຄົງຈຳຕ້ອງ ທົນຄົນດຽວ ປ່ຽວໃຈໜາວ
ຄົງຈຳຕ້ອງ ທົນປວດລ້າວ ເມື່ອລົມຫວນ
ຄົງຈຳຕ້ອງ ຝືນໃຈໄວ້ ເຖິງລັນຈວນ
ຄົງໂອດຄວນ ສຸດສາຫັດ ຂາດຮັກໃຈ

ຫລືເຮົາເປັນ ເໝືອນທຸລີ ທີໄຮ້ຄ່າ
ທຸກສາຍຕາ ຈຶ່ງເມີນມອງ ບໍ່ປອງໝາຍ
ມອງເຮົາເໝືອນ ເປັນໄດ້ພຽງ ກະຕໍຕາຍ
ທີ່ຖືກໄຟ ເຜົາຜານໄໝ້ ຈຶ່ງໝາຍເມີນ.

(ຈົບ)

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...