6.1.12

ໃຈໜາວຄາວເຫມັນ


ໃຈໜາວຄາວເຫມັນ 
ໂດຍ: ສະຕຸດຕາ ສາຍຮຸ່ງ
ລະດູການ ຜັນຜ້າຍ ຍ້າຍແປປ່ຽນ
ເຫມັນເລື່ອນ ກັບມາ  ຫາອີກຫົນ
ກວນຫົວໃຈ ໃຫ້ຄິດ ສົນລະວົນ
ຢາກມີຄົນ ຈັກຄົນ ມາອຸ່ນໃຈ

ສາຍລົມໜາວ ຜ່ານມາ ກາຍຍາສັ່ນ
ໃຈສະບັ້ນ ສັ່ນຊວງ ຈິດອ່ອນໄຫວ
ກາຍສຸດໜາວ ໃຈສຸດລ້າວ ເໝືອນພົບໄພ
ຫລຽວຫາໃຜ ຫວັງຄຽງກາຍ ໃຫ້ຫາຍຕົມ

ອຸ່ນໃດໜໍ ທໍ່ອຸ່ນກາຍ ໄດ້ໃກ້ຊິດ
ແນບດວງຈິດ ໄດ້ຊິດໃກ້ ບໍ່ຫ່າງຫາຍ
ອຸ່ນໃດໜໍ ຈະທໍ່ໄດ້ ເໝືອນຫົ່ມກາຍ
ອຸ່ນບໍ່ຄາຍ ອຸ່ນບໍ່ຫາຍ ໝາຍຈີລັງ

ຫວັງເປັນດາວ ສ່ອງແສງ ເທິງທ້ອງຟ້າ
ຄຽງຈັນທາ ແສງນວນຜ່ອງ ໝາຍປອງຫລຽວ
ຢາກເອີ່ຍຈາ ກະຊິບບອກ ຮັກໜຶ່ງດຽວ
ຄົນທີ່ຫຼຽວ ຫັນມອງມາ ເມື່ອວັນຊືນ…

ຄົງຂົມຂື່ນ ຫາກໜາວນີ້ ຍັງຂາດຮັກ
ຄົງສະຫລັກ ໃຫ້ດວງຈິດ ຄິດໄຂ່ວເຂວ
ບໍ່ພົບພານ ຄຳວ່າຮັກ ສຸດສະເໜ່
ຈິດໃຈເພ ພັງທະລາຍ ໜ່າຍລະອາ

ຄົງຈຳຕ້ອງ ທົນຄົນດຽວ ປ່ຽວໃຈໜາວ
ຄົງຈຳຕ້ອງ ທົນປວດລ້າວ ເມື່ອລົມຫວນ
ຄົງຈຳຕ້ອງ ຝືນໃຈໄວ້ ເຖິງລັນຈວນ
ຄົງໂອດຄວນ ສຸດສາຫັດ ຂາດຮັກໃຈ

ຫລືເຮົາເປັນ ເໝືອນທຸລີ ທີໄຮ້ຄ່າ
ທຸກສາຍຕາ ຈຶ່ງເມີນມອງ ບໍ່ປອງໝາຍ
ມອງເຮົາເໝືອນ ເປັນໄດ້ພຽງ ກະຕໍຕາຍ
ທີ່ຖືກໄຟ ເຜົາຜານໄໝ້ ຈຶ່ງໝາຍເມີນ.

(ຈົບ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...