19.1.12

ຄິດຮອດບ້ານຍາມດອກຕາເວັນບານ....


ໜຸ່ມດອຍຄອຍນາງ
ສະດຸດຕາ ສາຍຮຸ່ງ(19/1/2012)
ຕາເວັນນ້ອຍ   ເທິງດອຍ   ຄອຍຫວນຫາ
ການກັບມາ   ຂອງສາວ   ລາວພັດບ້ານ
ຢູ່ໃນເມືອງ ໃຈຄົງລືມ ຕາເວັນບານ
ສຸດສະທ້ານ ໃຈຍິ່ງ ເມື່ອຫລິງແລ

ຝາກລົມລອຍ ຫອບໃຈ ຊາຍຄົນຖ້າ
ສົ່ງໄປຫາ ຍິງສາວ ຄາວໃຈເຫງົາ
ຍາມລະດູ ເຫມັນ ໃຈປວດລ້າວ
ກະຊິບເຂົາ ເວົ້າຄວາມໃນ ໃຫ້ຫວນຄືນ

ຢືນເທິງດອຍ ດູດອກເຫລືອງ ເຮືອງເຮື່ອເອ້
ຢືນເທິງດອຍ ຂາດຄີງເປ ໃຈເຫຫັນ
ຢືນເທິງດອຍ ຄ້ອຍໃຈຕາມ ຍາມລົມປັ່ນ
ຕາເວັນສັ່ນ ດອກສີເຫລືອງ ເປື້ອງຕາມລົມ

ສົມທີ່ຄິດ ຢ້ານສາວດອຍ ຄ້ອຍຕາມສຽງ
ຫລົງສຳນຽງ ສຽງຍໍ ເຈົ້າສຸດສວຍ
ຢ້ານສາວດອຍ ມອງພຽງພາບ ວ່າເຂົາລວຍ
ຢ້ານເຂົາສວຍ ສັບວາຈາ ຂ້າສາວດອຍ

ອ້າຍຍັງຄອຍ ກັບບ້ານເຮົາ ຢ່າຫລົງສີ
ກັບບ້ານເຮົາ ເຖິງລາຄີ ມີໃຫ້ໝອງ
ແຕ່ໜຸ່ມດອຍ ຍັງຫວັງຮັກ ຫວັງປະຄອງ
ຄູ່ຄຽງນ້ອງ ເອົາຜືນດອຍ ຄອຍຫົ່ມຄີງ…

(ຈົບ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...