10.12.16

ຕົ້ນໄມ້ຫລາຍຊື່


Guerilla Chaya ຫລື Chaya plant ຫລື “ຕົ້ນແປ້ງນົວ”
ຊາຍາ Chaya ເຊິ່ງເປັນປະເພດຜັກ ທີ່ມີຊື່ເອີ້ນຫລາກຫລາຍເຊັ່ນ: ຜັກກາດນາເມັກຊິກໂກ ຫລື Chaya plant ຫລື Guerilla Chaya ສ່ວນຢູ່ປະເທດລາວນັ້ນມັກເອີ້ນວ່າ: “ຕົ້ນແປ້ງນົວ” ແລະ ອື່ນໆ. 
“ຕົ້ນແປ້ງນົວ” ສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍຢ່າງ ບໍ່ວ່າຈະເປັນຂົ້ວ, ແກງ, ຕົ້ມ, ອົບ, ອ່ອມ…ເປັນຕົ້ນ ການນິຍົມນຳມາປະກອບອາຫານນັ້ນ ກໍເພາະຕ້ອງການໃຫ້ມີລົດຊາດແຊບນົວ ເຊິ່ງປັດຈຸບັນຫລາຍຄົນໃຊ້ປະກອບອາຫານ ເພື່ອທົດ ແທນ ແລະ ຫລຸດຜ່ອນການໃຊ້ແປ້ງນົວ ເພາະແປ້ງນົວມີຜົນກະທົບທີ່ບໍ່ດີຕໍ່ສຸຂະພາບ. ນອກນີ້ “ຕົ້ນແປ້ງນົວ” ຍັງມີສັບພະຄຸນເປັນຢານຳອີກເຊັ່ນເປັນຢາຕ້ານການເກີດເປັນພະຍາດເບົາຫວານ, ພະຍາດເຈັບປວດຂໍ່ກະດູກ(Gout) ແລະ ຫລຸດຜ່ອນຄວາມດັນຂອງເລືອດ ເປັນຕົ້ນ.
“ຕົ້ນແປ້ງນົວ” ຫລື Chaya plant ເປັນພືດທີ່ຄົນກິນໄດ້ ມີຫລາຍສາຍພັນ ເຊິ່ງມີຖິ່ນ ກຳເນີດທີ່ຊາຍຝັ່ງມະຫາສະໝຸດ ຢູຄາທານ ປະເທດ ເມັກຊິກໂກ ແລະ ເປັນພືດທີ່ຕິດພັນກັບຊົນເຜົ່າພື້ນເມືອງມາດົນ ໂດຍສະເພາະຊົນເຜົ່າ ມາຍາ ດົນນັບພັນປີມາແລ້ວ. ໃບ, ກ້ານ ຂອງ Chaya plant ມີສານອາຫານຫລາຍຊະນິດ ທີ່ມີປະໂຫຍດ ຈາກການຄົ້ນຄ້ວາມີລາຍງານວ່າ: “ຕົ້ນແປ້ງນົວ” ມີສານອາຫານສູງກ່ວາຜັກຫົມ 2 ເທົ່າ, ມີໂປຣຕີນ ແລະ ການໂຊມສູງ ນອກນີ້ຍັງມີວິຕາມິນ ອີກຫລາຍຊະນິດ ແຕ່ບໍ່ຄວນບໍລິໂພກໃບທີ່ດິບໆ ເພາະໃບດິບຈະມີສານ ໄຮໂດຣ ໄຊຍານິກ ເຊິ່ງເປັນສານທຳມະຊາດທີ່ເປັນພິດຄືກັບໃບມັນຕົ້ນ ແຕ່ເມື່ອເຮັດໃຫ້ສຸກ ສານພິດຊະນິດນີ້ຈະສະຫລາຍໄປເອງ.
Chaya ຂອງດີມີມາກ່ວາພັນປີ ປູກງ່າຍ ຕາຍຍາກ ໃບຂຽວໄດ້ຕະລອດປີ…
ສາມາດຂະຫຍາຍພັນໄດ້ດ້ວຍລຳຕົ້ນ ແລະ ແກ່ນ.
ກຳລັງທົດລອງຊໍາດ້ວຍລຳຕົ້ນ ເພື່ອຂະຫຍາຍພັນ

ຂອບໃຈທີ່ຕິດຕາມ
ທີ່ມາຂອງຂໍ້ມູ: ກົດອ່ານເພີ່ມເຕີມ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...