18.10.12

ມັນຄັກດີເນາະ ອ່ານເບິ່ງແມ້

ຄັກຂະໜາດ ການປະດິດເຄື່ອງສາກແບັທດ້ວຍລົມຫາຍໃຈ
ແຫລ່ງຂ່າວຈາກ http://www.mthainews.org/

ອີກບໍ່ດົນການແລ່ນອອກກຳລັງກາຍນອກຈາກເປັນຜົນດີຕໍ່ສຸຂະພາບແລ້ວ ພະລັງງານທີ່ ໃຊ້ໄປຈະບໍ່ສູນຫາຍໄປໃສ ເພາະມີນັກປະດິດເຄື່ອງສາກແບັທໂທລະສັບມືຖືດ້ວຍລົມຫາຍໃຈ. ໂທລະສັບທີ່ສາໃາດໃຊ້ກັບເຄື່ອງປະດິດນີ້ໄດ້ມີຫລາຍຢ່າງເຊັ່ນ: Iphone, Ipod.
ອຸປກອນຊະນິດນີ້ມັນສາມາດປ່ຽນລົມຫາຍໃຈຂອງມະນຸດທີ່ເປັ່ງອອກມາຈາກປອດ ປ່ຽນເປັນກະແສໄຟຟ້າໄດ້ ດ້ວຍເຫດວ່າ ດ້ານໃນຂອງອຸປະກອນຊະນິດດັ່ງກ່າວມີລັກສະນະຄ້າຍຄື ເຄື່ອງອັດດັງໍ-ປາກ ເພື່ອກອງອາກາດ ແຕ່ໃນນັ້ນມັນມີພັດລົມຢູ່ເຊິ່ງເປັນສ່ວນສຳຄັນໃນການປ່ຽນ ລົມຫາຍໃຈເປັນກະແສໄຟຟ້າ ເມື່ອພັດລົມໄດ້ ຮັບການກະທົບຈາກລົມຫາຍໃຈມັນກໍຈະທຳງານ ທັນທີ ແລະ ສາມາດນຳໃຊ້ໄດ້ທຸກສະຖານທີ່ ບໍ່ຍົກເວັ້ນແມ່ນແຕ່ການນອນຫລັບ.

ນອກນີ້ແລ້ວຄາດວ່າອຸປະກອນດັ່ງກ່າວຈະເປັນອີກສ່ວນໜຶ່ງໃນການຫລຸດຜ່ອນປະລິມານ ກາຊຄາຮ໌ບອນ ແລະ ອະນຸລັກສິ່ງແວດລ້ອມ, ຄາດວ່າຈະມີວາງຈຳໜ່າຍໃນອະນາຄົດອັນໃກ້ນີ້.

ອຸປະກອນຊະນິດນີ້ ເປັນແນວຄິດ ແລະ ປະດິດໂດຍ: ໂຈໂຄ ພອນໂລ ຊາວບຣາຊີລ
(ຂອບໃຈທີ່ອ່ານ)

25.9.12

ລູກສາວດີໃຈທີ່ໄດ້ຮັບການຍ້ອງຍໍ

ນາງພອນນະພາ(ນຸ້ນ) ແມ່ນຄົນໜຶ່ງທີ່ໄດ້ຮັບການຍ້ອງຍໍວ່າເປັນນັກຮຽນເກັ່ງຮອບດ້ານຂອງໂຮງຮຽນສົດທະຈິດປະຈຳປີຮຽນ ໒໐໑໑-໒໐໑໒ ເຊິ່ງທາງໂຮງຮຽນໄດ້ຈັດການມອບໃຍຍ້ອງຍໍຂຶ້ນໃນວັນທີ່ ໒໒ ກັນຍາ ໒໐໑໒ ທີ່ ຫໍວັດທະນະທຳແຫ່ງຊາດ ເຊິ່ງໃນໂອກາດນີ້ເພິ່ນຍັງໄດ້ມອຍໃບປະກາດໃຫແກ່ຜູ້ຮຽນຈົບຊັ້ນ ປ໕, ມ໔ ແລະ ມ໗ ນຳ.




ຂອບໃຈນຳທຸກຄົນທີ່ເປັນກຳລັງໃຈໃຫ້
ຂອບໃຈທີ່ອ່ານ

31.8.12

ຢ່າໃຊ້ຄຳວ່າ“ມື້ອື່ນກ່ອນ” ຈຶ່ງຈະ....


ສະບາຍດີ....ທ່ານຄິດບໍ່ວ່າ ທຸກມື້ນີ້ ເຮົາມີຕຶກ-ອາຄານສູງຂຶ້ນ,ຫລາຍຂຶ້ນ, ມີຖະໜົນກວ້າງອອກ ແຕ່ຄວາມອົດທົນໜ້ອຍລົງ; ເຮົາມີເຮືອນຫລັງໃຫຍ່ກ່ວາເກົ່າ ແຕ່ຄົນໃນຄອບຄົວຂອງເຮົາພັດຫນ້ອຍລົງ, ເຮົາມີຢາປົວພະຍາດໃໝ່ໆຫລາຍຂຶ້ນ ແຕ່ສຸຂະພາບພັດຊຸດໂຊມລົງ

 ເຮົາມີຄວາມຮັກຫນ້ອຍລົງ ແຕ່ມີຄວາມໂກດຄວາມກຽດຫລາຍຂຶ້ນ, ມະນຸດໄປເຖິງດວງຈັນມາແລ້ວ ແຕ່ເຮົາພັດເຫັນວ່າການຍ່າງຂ້າມທາງໄປທັກທາຍ ກັບຄົນເຮືອນໃກ້ຄຽງພັດເປັນ ເລື່ອງທີ່ຍາກ, ຄົນເຮົາພິຊິດຫ່ວງອະວະກາດມາແລ້ວ ແຕ່ສ່ວນເລິກຂອງຫົວໃຈຍັງສຳຜັດບໍ່ເຖິງ, ເຮົາມີລາຍໄດ້ສູງຂຶ້ນ ແຕ່ສີນລະທຳພັດຕ່ຳລົງ, ເຮົາມີອາຫານດີໆຫລວງຫລາຍ ແຕ່ຮ່າງກາຍບໍ່ແຂງແຮງພໍ 


ດັ່ງນັ້ນ ແຕ່ນີ້ຕໍ່ໄປ ຂໍໃຫ້ພວກເຮົາຢ່າເກັບສິ່ງທີ່ດີໆໄວ້ໂດຍອ້າງວ່າລໍໂອກາດພິເສດຈຶ່ງຊົມໃຊ້… ເພາະທຸກມື້ນີ້ ການທີ່ເຮົາມີຊີວິດຢູ່ນັ້ນຖືວ່າເປັນໂອກາດພິເສດສຸດໆແລ້ວ… ຈົ່ງໃຊ້ເວລາກັບຄອບຄົວ, ເພື່ອນໆ ຫລື ຄົນທີ່ເຮົາຮັກ ແລະ ຮັກເຮົາໃຫ້ຫລາຍຂຶ້ນ, ກິນອາຫານໃຫ້ແຊບຊ້ອຍ, ໄປທ່ຽວໃນສະຖານທີ່ທີ່ຢາກຈະໄປ…

 - ແກ້ວທີ່ເຈຍລະໄນສຸດສວຍທີ່ແສນແພງ, ນໍ້າຫອມດີໆ…ກໍຟ້າວເອົາມາໃຊ້ສາ. ຈົ່ງເອົາຄໍາວ່າ “ມື້ໜ້າກ່ອນ…” ອອກຈາກສະໝອງສາ ແລະ ຢ່າລືມບອກຄົນທີ່ເຮົາຮັກທຸກຄົນວ່າເຮົາຮັກພວກເຂົາຊໍ່າໃດ ເພາະເຮົາບໍ່ສາມາດ ຮູ້ໄດ້ວ່າ…ມັນຈະສິ້ນສຸດລົງ ແລະ ເວລານີ້ ຖ້າເຈົ້າຄິດວ່າ ຂ້ອຍບໍ່ມີເວລາທີ່ຈະ….ໃຫ້ຄົນທີ່ເຮົາຮັກໂດຍຍັງໃຊ້ຄຳວ່າ: “ມື້ໜ້າກ່ອນ” ຈຶ່ງຈະບອກ.. ຈົ່ງຢ່າລືມວ່າ… ວັນນັ້ນເຮົາອາດບໍ່ມີໂອກາດກະທຳໃນສິ່ງທີ່ເຮົາຕ້ອງການນັ້ນອີກກໍເປັນໄດ້… 

 (ຂອບໃຈທີ່ອ່ານ)

ຄັນແລ້ວຕ້ອງເກົາ ເກົາແລ້ວຍິ່ງຄັນ...

ແກ້​ອາການ​ຄັນຕາມຕົນໂຕ.....
ສິ່ງ​ເລັກໆ​ນ້ອຍໆທີ່​ຄວນ​ຮູ້​ໄວ້​, ​ສະ​ໜຸນ​ໄພ​ທີ່​ຊອກ​ໄດ້​ໃນ​ຮົ້ວ​ສວນ​ຂອງ​ເຮົາ.....ຄົນເຮົາ​​ໃຜໆ​ກໍ່​ມີ​ອາການ​ຄັນ​ເກີດ​ຂື້ນ​ໄດ້​ຄົນ​ບູຮານ​ບອກ​ໄວ້​ວ່າ ​ໃຫ້​ນຳ​ເອົາ​ເປືອກ​ໜາ​ກສົ້ມ​ໂອ ມາ​ຕາກ​ໃຫ້​ແຫ້ງ ​ແລ້ວ​ຕົ້ມ​ຈົນ​ຟົດ​​ປະ​ໃຫ້​ອຸ່ນພໍດີ ​ແລ້ວ​ນຳ​ມາ​ອາບອາການ​ຄັນ​ກໍ່​ຈະ​ເຊົາ.
ຖ້າ ​ຫາກ​ຄັນ​ຕາມ​ມື​ຕາມ​ຕົນ​ໂຕ​ຍ້ອນ​ຖືກໜາ​ກຕຳ​ແຍ ​ໃຫ້​ເອົາ​ຜັກ​ຕຳນິນ​ມາ​ຍ່ອງ​ໃຫ້ ​ແຫຼກ​ປົນ​ນ້ຳ​ພໍປະມານແລ້ວ ທາ​ບໍ່​ລິິ​ເວນທີ່​ຄັນ​ກໍ່​ຈະ​ະເຊົາ​ໄດ້.

(ຂອບໃຈທີ່ອ່ານ-ຄັດຈາກໜັງສືພິມ)

26.8.12

ສຸກສັນວັນເກີດນາງພອນນະພາ



ມື້ນີ້ ວັນດີ ມີສະຫງ່າ
ໃຕ້ລຸ່ມຟ້າ ນະພາກ້ວາງ ເບີກບານສີ
ມີມາກມາຍ ຫລາຍໜ້າ ຫ່າງຣາຄີ
ຄວາມສຸກໃນໂລກມີ ຂໍຍໍຍື່ນ ໃຫ້……ເອີຍ.
ຂໍເອີ່ຍຄຳ ນຳຈາກໃຈ ມອບໃຫ້ເຈົ້າ
ຢ່າມີທຸກ ຢ່າມີເຫງົາ ເສົ້າໝົ່ນໝອງ
ມີແຕ່ຣາບ ຍົດຖາບັນດາສັກ ມາກກ່າຍກອງ
ຈົ່ງສົມປອງ ສົມປຣາຖນາ ໄດ້ດັ່ງໃຈ….
Happy Birthday to you
 
 
 ຂອບໃຈທຸກຄົນທີ່ມາອວຍພອນ ນາງພອນນະພາ ຫລື ນາງ ນຸ້ນ

25.5.12

ຄຸນນະທຳ ໔ ຈົ່ງ....ສົນໃຈບໍ່ ?

ຄຸນນະທັມ “໔ ຈົ່ງ” ທີ່ຄວນກະທຳ
໑. ຈົ່ງເຮັດທຸກຢ່າງ ໃນທາງທີ່ດີແລະຊອບ
໒. ຈົ່ງຢ່າປະກອບ ໃນທາງທີ່ຜິດ
໓. ຈົ່ງສຳລະຈິດ ໃຫ້ບໍລິສຸດໃສສະອາດ
໔. ຈົ່ງໃຊ້ປັນຍາ ແລະ ຄວາມສາມາດໃຫ້ຄຸ້ມຄອງຕົນເອງ 
ຖ້າເຮັດໄດ້ ທ່ານຈະເປັນບຸກຄົນມີສຸກທຸກສະຖານນະການເຊັ່ນ:
ຈິດໃຈສະອາດ ເວລາເຊົ້າ
ຈິດໃຈຂາວ ເວລາເພນ
ຈິດໃຈຊຸ່ມເຢັນ ເວລາກາງຄືນ
ຈິດໃຈສົດຊື່ນ ເວລາເຮັດວຽກການງານ
.... ສາທຸ.....

10.4.12

ສະບາຍດີປີໃໝ່ລາວເດີ້

ຮຽມຂໍກົ້ມກາບໄຫວ້.................. ພຣະໄຕຣສິ່ງສັກສິດ
ທີ່ສະຖິດໃນພູມຖານ .................. ຍ່ານໂລກາກວ້າງ
ຂໍຈົ່ງ ຄອຍຊູຊ້ວນ ..................ຊວນກະທຳໃນສິ່ງຊອບ
ປະກອບການໃດໃຫ້ກ້າວໜ້າ.................. ຜະລະໄດ້ດັ່ງໃຈ…

ປີໃໝ່ນີ້ .................. ໃຫ້ມີໂຊກໄຊຊະນະ ທຸກຄົນເນີ
ປາຖະໜາແນວໃດ .................. ທີ່ຊອບທຳທາງກ້າວ
ຂໍໃຫ້ແວວວາວເຫລື້ອມ.................. ເໝືອນຈັນເພັງພົ້ນພຸ່ງ
ຊື່ວ່າ ຄວາມຍາກຫຍຸ້ງ ..................ຢ່າມາໃກ້ກ່ຽວກາຍ ນັ້ນເນີ

ປີໃໝ່ນີ້ ................... ໃຫ້ທຸກທ່ານຢ່າມີໄພ
ສຸກທັງກາຍ ສຸກທັງໃຈ.................. ໂລກໄພຢ່າພານພໍ້
ຂໍໃຫ້ສຸກຂີສ້າງ ..................ສາມັກຄີທຸກເພດເຜົ່າ
ຂ້ອຍຊ່ວຍເຈົ້າ ເຈົ້າຊ່ວຍຂ້ອຍ.................. ພຽນສ້າງຊາດຈະເລີນ ຊອບແລ້ວ

ສາທຸ ໆ ຂໍຢ່າມີໄພພານ ມານຢ່າຕ້ອງ ພີ່ນ້ອງລາວທຸກໆຄົນເດີ້
(ຂອບໃຈ)

8.2.12

ວາເລນໄທນ໌ໝາຍຮັກ Valentine's Love

ເຮົາຢາກໃຫ້ຄວາມຮັກຂອງທຸກຄົນມີໃຫ້ກັນທຸກວັນ
ແລະ ຢາກໃຫ້ຮັກນັ້ນນິລັນດອນ
(ຂອບໃຈທີ່ອ່ານ)

3.2.12

ເມື່ອຂ້ອຍສຳນຶກໄດ້

ວານນີ້ ຂ້ອຍໄດ້ນັດໝູ່ທີ່ລື້ງເຄີຍກັນໄວ້ກ່ອນໜ້ານັ້ນວ່າພວກເຮົາ ຈະພາກັນໄປຫລິ້ນ, ຂ້ອຍມີໝູ່ ສອງຄົນ ພ້ອມກັບໝູ່ຮຽນຫ້ອງ ດຽວກັນອີກຄົນໜຶ່ງ ໄດ້ພາກັນໄປທີ່ຮ້ານເບຍທີ່ຂ້ອຍມັກໄປ ເປັນປະຈຳ ການໄປກິນເບຍຂ້ອຍມື້ນີ້ກໍຍ້ອນ ຢາກຮ້າຍໃຫ້ພໍ່ ທີ່ບໍ່ສາມາດຊື້ໂທລະສັບໃຫ້ຂ້ອຍ ທັງທີ່ຮູ້ຢູ່ວ່າ ໂທລະສັບທີ່ຂ້ອຍ ມີຢູ່ມັນໃຊ້ບໍ່ດີ ແລ້ວ ແລະ ກໍບໍ່ງາມນໍາອີກ.


ແຕ່ນັ້ນບໍ່ແມ່ນສິ່ງທີ່ສຳຄັນພໍເທົ່າໃດດອກ ເພາະຕັ້ງແຕ່ເລີກກັບ ຄົນທີ່ຂ້ອຍຮັກມາເມື່ອທ້າຍປີ ຂ້ອຍກໍຫລິ້ນເກັ່ງຂຶ້ນມາແດ່ ແຕ່ບໍ່ຄົງບໍ່ເຖິງກັບຕິດໄພສັງຄົມດອກ. ທີ່ຈິງຮ້ານນັ້ນເປັນ ຮ້ານທີ່ແຟນ ເກົ່າຂ້ອຍມັກໄປ ແລະ ກະມີຄົນຮູ້ຈັກກັນຫລາຍ ກະຖືວ່າເປັນສັງຄົມວົງກວ້າງລະດັບໜຶ່ງ ທີ່ມັນໄດ້ ເຮັດໃຫ້ຂ້ອຍຮູ້ ຫລາຍໆຢ່າງວ່າການຫລິ້ນກິນແບບນີ້ບໍ່ໄດ້ໝາຍຄວາມວ່າຕ້ອງ ເປັນຄົນບໍ່ດີ ແຕ່ຈະ ເຮັດແນວໃດໄດ້ເມື່ອໃຈມັນຕ້ອງການ. ອອກຈາກຮ້ານນັ້ນພວກຂ້ອຍກໍໄດ້ໄປຕໍ່ຮ້ານເບຍອີກ ຮ້ານໜຶ່ງໃກ້ໆກັນ ແລະໄດ້ໄປຮັບໝູ່ອີກກຸ່ມໜຶ່ງໄປຫລິ້ນ ຕໍ່ຕາມທີ່ນັດກັນໄວ້ …
ສາຍເອີ້ນເຂົ້າມືຖືເປັນເບີອ້າຍຂອງຂ້ອຍ ໂທມາເປັນສາຍ ທີ່ສອງ…. ຂ້ອຍໄດ້ບອກກັບອ້າຍວ່າ ມື້ນີ້ຂ້ອຍຄົງກັບເດິກ. ມັນຖາມວ່າຈັກໂມງ ຂ້ອຍວ່າ ສາມໂມງ…ມັນວ່າບໍ່ໄດ້ ຕ້ອງກັບດຽວນີ້ຖາມຫາ ມັນວ່າມັນປະຕິເສດພໍ່ບໍ່ໄດ້ ມັນວ່າຊັ້ນ ຂ້ອຍກະຕອບວ່າ ເອີ່ 12ໂມງຈະກັບ ເພາະບໍ່ມີລົດ,ບອກພໍ່ ບອກແມ່ແລ້ວເດ້ວ່າຊື້ລົດໃຫ້ແດ່ ເພິ່ນກໍບໍ່ຊື້ຫັ້ນເດ້….


ແຕ່ດ້ວຍທີ່ເວລານັ້ນພວກຂ້ອຍກຳລັງເຕັ້ນເມົາມັນຢູ່ ພວກຂ້ອຍກະຍັງບໍ່ຢາກກັບເທື່ອ ສາຍທີຕໍ່ໆໄປເອີ້ນ ເຂົ້າໂທລະສັບຂ້ອຍບໍ່ຮັບ ຈົນຮອດສາຍທີ່ສາມສິບ ຂ້ອຍຕັດສິນໃຈຮັບດ້ວຍ ອາລົມຢາກຮ້າຍ(ຄົງບໍ່ມີໃຜມັກດອກ ໄປຫຼິ້ນລະມີຄົນໂທນຳແລ້ວບໍ່ຢາກຮ້າຍ)ຂ້ອຍເປັນຄົນຫົວແຂງ ເລັກນ້ອຍ ແຕ່ຂ້ອຍບໍ່ເຄີຍຕົວະ ແຕ່ເຖິງແນວໃດ ບໍ່ມີໃຜໃນ ເຮືອນທີ່ເຊື່ອ ແລະ ໄວ້ວາງໃຈຂ້ອຍ.


ຂ້ອຍຄິດຢາກຮ້າຍທີ່ພໍ່ແມ່ບໍ່ເຂົ້າໃຈທີ່ຂ່້ອຍມັກໄປຫຼິ້ນ ທັງທີ່ວ່າ ໄປໃສຂ້ອຍກະບອກລາວໝົດ , ຂ້ອຍກັບພໍ່ແມ່ຈ້ອງຜິດ ກັນຮຸນແຮງ ແລະ ຂ້ອຍຮູ້ດີພໍ່ແມ່ຂ້ອຍຄົງຕັດສິນຂ້ອຍວ່າ ຂ້ອຍນີ້ຊົ່ວ ຕິດໄພສັງຄົມ ລາວຕັ້ງບໍ່ຍອມເຂົ້າໃຈຫຍັງເລີຍ ຄິດເອງເອີ່ເອງໝົດ. ຂ້ອຍຫລີ້ນກັບໃຜ ກະຕິວ່າ ເຂົາບໍ່ດີຈັ່ງຊັ້ນຈັ່ງຊີ້, ຈັດວັນເກີດກະສັງຄົມແນວບໍ່ດີສິ້ນເປືອງ, ຖຽງຄວາມແດ່ກະອ້າງວ່າຂໍເງິນ ເພິ່ນຈ່າຍ ເຊິ່ງມັນເປັນຄວາມຊົງຈຳທີ່ໂຫດຮ້າຍສຳລັບຊີວິດຂ້ອຍ.
ມື້ນັ້ນ ຂ້ອຍຕັດສິນໃຈໄປຫລິ້ນນຳໝູ່ ໄປຫລາຍສະຖານທີ່ ທີ່ຂ້ອຍບໍ່ເຄີຍໄປ. ທ່າມກາງສຽງເພງ ທີ່ດັງ ກັບກິ່ນເຫລົ້າກິ່ນເບຍ ແລະ ຄັວນຢາ ໃນຫ້ອງທີ່ຄັບແຄບໃນຍາມຂ້ອນຄືນຂອງລາຕຣີ ນັ້ນ ແລະ ໃນທ່າມກາງ ຄວາມສະໜຸກສະນານ ຄວາມສົນລະວົນ ກໍເກີດຂຶ້ນເມື່ອກຸ່ມພວກຂ້ອຍທັງຍິງ ຊາຍປະມານສິບກ່ວາ ຄົນ ຖືກຕ້ອນ ຂຶ້ນລົດນຳສົ່ງຫ້ອງການຕຳຫລວດ ແລ້ວທຸກຄົນກໍຖືກ ໄລ່ເຂົ້າຫ້ອງຂັງ…
ມັນທໍລະມານທີ່ສຸດທີ່ຕ້ອງຢູ່ໃນຫ້ອງຂັງ ທີ່ຂ້ອຍບໍ່ສາມາດຕິດ ຕໍ່ກັບໃຜໄດ້ ໃຊ້ຊີວິດຢູ່ກັບຄົນທີ່ມີ ຄະດີຕ່າງໆນາໆ ໝົດມື້ນັ່ງ ຖ້າພົບຄົນທີ່ຮູ້ຈັກ, ທໍລະມານຫລາຍທີ່ຕ້ອງໃຊ້ຫ້ອງນ້ຳທີ່ສຸດ ຈະໂສ ໂຄກຮ່ວມກັບຫລາຍໆ ຄົນ...ຮອດຕອນບ່າຍຂອງມື້ຕໍ່ມາ ຂ້ອຍຈຶ່ງເຫັນໜ້າອ້າຍຂ້ອຍມາຫາ ແລະ ບອກວ່າ ພວກຂ້ອຍກະ ທໍາຜິດຖານມົ້ວສຸມ,ດື່ມແລ້ວໃຊ້ສຽງດັງລົບກວນຄົນອື່ນຍາມວິການ ແລະ ເສບສິ່ງເສບຕິດ. ຂ້ອຍປາກບໍ່ອອກນອກຈາກຟາຍນ້ໍາຕາ...
ມາຮອດຕອນນີ້ເອງທີ່ຂ້ອຍຄິດໄດ້ວ່າ ຂ້ອຍເປັນຄົນທີ່ເອົາແຕ່ໃຈ ຕົນເອງ. ພໍ່ເປັນພຽງກໍາມະກອນ ກໍ່ສ້າງ, ແມ່ກໍ ເປັນພຽງແມ່ຄ້າ ຂາຍຜັກໃນຕະຫລາດນ້ອຍໆ ແລ້ວເພິ່ນຈະເອົາເງິນມາແຕ່ໃສ ເພື່ອຊື້ລົດຄັນໃໝ່, ໂທລະສັບ ໜ່ວຍງາມໃຫ້ ຂ້ອຍໄດ້ດັ່ງໃຈ… ມື້ນັ້ນລະທີ່ຂ້ອຍຮູ່ວ່າ ເຮືອນຫລັງ ນ້ອຍທີ່ຂ້ອຍອາໄສຜ່ານມາ ມັນບໍ່ໄດ້ທໍລະມານເທົ່າສ້ຽວໜຶ່ງຂອງການມີຊີວິດຢູ່ໃນຫ້ອງຂັງ…
ມື້ນີ້ຖ້າຂ້ອຍຕ້ອງຢູ່ແບບນັ້ນອີກ…ຂ້ອຍຂໍຕາຍດີກວ່າ ….

19.1.12

ຄິດຮອດບ້ານຍາມດອກຕາເວັນບານ....


ໜຸ່ມດອຍຄອຍນາງ
ສະດຸດຕາ ສາຍຮຸ່ງ(19/1/2012)
ຕາເວັນນ້ອຍ   ເທິງດອຍ   ຄອຍຫວນຫາ
ການກັບມາ   ຂອງສາວ   ລາວພັດບ້ານ
ຢູ່ໃນເມືອງ ໃຈຄົງລືມ ຕາເວັນບານ
ສຸດສະທ້ານ ໃຈຍິ່ງ ເມື່ອຫລິງແລ

ຝາກລົມລອຍ ຫອບໃຈ ຊາຍຄົນຖ້າ
ສົ່ງໄປຫາ ຍິງສາວ ຄາວໃຈເຫງົາ
ຍາມລະດູ ເຫມັນ ໃຈປວດລ້າວ
ກະຊິບເຂົາ ເວົ້າຄວາມໃນ ໃຫ້ຫວນຄືນ

ຢືນເທິງດອຍ ດູດອກເຫລືອງ ເຮືອງເຮື່ອເອ້
ຢືນເທິງດອຍ ຂາດຄີງເປ ໃຈເຫຫັນ
ຢືນເທິງດອຍ ຄ້ອຍໃຈຕາມ ຍາມລົມປັ່ນ
ຕາເວັນສັ່ນ ດອກສີເຫລືອງ ເປື້ອງຕາມລົມ

ສົມທີ່ຄິດ ຢ້ານສາວດອຍ ຄ້ອຍຕາມສຽງ
ຫລົງສຳນຽງ ສຽງຍໍ ເຈົ້າສຸດສວຍ
ຢ້ານສາວດອຍ ມອງພຽງພາບ ວ່າເຂົາລວຍ
ຢ້ານເຂົາສວຍ ສັບວາຈາ ຂ້າສາວດອຍ

ອ້າຍຍັງຄອຍ ກັບບ້ານເຮົາ ຢ່າຫລົງສີ
ກັບບ້ານເຮົາ ເຖິງລາຄີ ມີໃຫ້ໝອງ
ແຕ່ໜຸ່ມດອຍ ຍັງຫວັງຮັກ ຫວັງປະຄອງ
ຄູ່ຄຽງນ້ອງ ເອົາຜືນດອຍ ຄອຍຫົ່ມຄີງ…

(ຈົບ)

12.1.12

ນ້ອງຊາຍຂ້ອຍເອງເດີ້

ດຽວນີ້ ພວກເຮົາກຳລັງເບິ່ງບົດຮຽນໜັກໆໆໆ
ເພື່ອກຽມເສັງພາກຮຽນ
ບອກນ້ອງຊາຍຂ້ອຍແດ່ ມັນບໍ່ມັກເບິ່ງບົດຮຽນ
ເບິ່ງມັນແຕ່ງໂຕໄປໂຮງຮຽນແມ້(ນ້ອງຊາຍຂ້ອຍຫລໍ່ບໍ່)
(ຂໍໃຫ້ທຸກຄົນໂຊກດີ ສອບເສັງພາກຮຽນໄດ້ຄະແນນສູງເດີ້)
ຂອບໃຈ

6.1.12

ໜໍ່ຂົມກຳລັງຫວານ

ໜໍ່ຂົມກຳລັງຫວານ 
ກັບຈາກການໄປວຽກທີ່ຫລວງນ້ຳທາ, ອຸດົມໄຊ ກ່ອນປີໃໝ່ສາກົນ 2012 ພຽງສອງມື້
ຜ່ານມາແຖວບ້ານ ”ຊົ່ງຈ້າ“ ເມືອງນ້ຳບາກ ແຂວງຫລວງພະບາງ ອົດໃຈບໍ່ໄຫວເລີຍແວ່.....
ໜໍ່ຊະນິດນີ້ ສາມາດປຸງອາຫານໄດ້ຫລາຍຢ່າງ ສຸດແທ້ແຕ່ຜູ້ມັກ, ຈະໜຶ້ງ, ຕົ້ມ, ແກງ, ຊຸບ....ຕາມໃຈມັກ
ເຖິງວ່າ ລາຄາຍັງອ່າວແພງ ແຕ່ຫລາຍຄົນອົດຈົກເງິນໃນຖົງມາຊື້ຈົນໄດ້
(ທ່ານມັກກິນໜໍ່ຄືຂ້ອຍບໍ່)

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...