31.8.12

ຢ່າໃຊ້ຄຳວ່າ“ມື້ອື່ນກ່ອນ” ຈຶ່ງຈະ....


ສະບາຍດີ....ທ່ານຄິດບໍ່ວ່າ ທຸກມື້ນີ້ ເຮົາມີຕຶກ-ອາຄານສູງຂຶ້ນ,ຫລາຍຂຶ້ນ, ມີຖະໜົນກວ້າງອອກ ແຕ່ຄວາມອົດທົນໜ້ອຍລົງ; ເຮົາມີເຮືອນຫລັງໃຫຍ່ກ່ວາເກົ່າ ແຕ່ຄົນໃນຄອບຄົວຂອງເຮົາພັດຫນ້ອຍລົງ, ເຮົາມີຢາປົວພະຍາດໃໝ່ໆຫລາຍຂຶ້ນ ແຕ່ສຸຂະພາບພັດຊຸດໂຊມລົງ

 ເຮົາມີຄວາມຮັກຫນ້ອຍລົງ ແຕ່ມີຄວາມໂກດຄວາມກຽດຫລາຍຂຶ້ນ, ມະນຸດໄປເຖິງດວງຈັນມາແລ້ວ ແຕ່ເຮົາພັດເຫັນວ່າການຍ່າງຂ້າມທາງໄປທັກທາຍ ກັບຄົນເຮືອນໃກ້ຄຽງພັດເປັນ ເລື່ອງທີ່ຍາກ, ຄົນເຮົາພິຊິດຫ່ວງອະວະກາດມາແລ້ວ ແຕ່ສ່ວນເລິກຂອງຫົວໃຈຍັງສຳຜັດບໍ່ເຖິງ, ເຮົາມີລາຍໄດ້ສູງຂຶ້ນ ແຕ່ສີນລະທຳພັດຕ່ຳລົງ, ເຮົາມີອາຫານດີໆຫລວງຫລາຍ ແຕ່ຮ່າງກາຍບໍ່ແຂງແຮງພໍ 


ດັ່ງນັ້ນ ແຕ່ນີ້ຕໍ່ໄປ ຂໍໃຫ້ພວກເຮົາຢ່າເກັບສິ່ງທີ່ດີໆໄວ້ໂດຍອ້າງວ່າລໍໂອກາດພິເສດຈຶ່ງຊົມໃຊ້… ເພາະທຸກມື້ນີ້ ການທີ່ເຮົາມີຊີວິດຢູ່ນັ້ນຖືວ່າເປັນໂອກາດພິເສດສຸດໆແລ້ວ… ຈົ່ງໃຊ້ເວລາກັບຄອບຄົວ, ເພື່ອນໆ ຫລື ຄົນທີ່ເຮົາຮັກ ແລະ ຮັກເຮົາໃຫ້ຫລາຍຂຶ້ນ, ກິນອາຫານໃຫ້ແຊບຊ້ອຍ, ໄປທ່ຽວໃນສະຖານທີ່ທີ່ຢາກຈະໄປ…

 - ແກ້ວທີ່ເຈຍລະໄນສຸດສວຍທີ່ແສນແພງ, ນໍ້າຫອມດີໆ…ກໍຟ້າວເອົາມາໃຊ້ສາ. ຈົ່ງເອົາຄໍາວ່າ “ມື້ໜ້າກ່ອນ…” ອອກຈາກສະໝອງສາ ແລະ ຢ່າລືມບອກຄົນທີ່ເຮົາຮັກທຸກຄົນວ່າເຮົາຮັກພວກເຂົາຊໍ່າໃດ ເພາະເຮົາບໍ່ສາມາດ ຮູ້ໄດ້ວ່າ…ມັນຈະສິ້ນສຸດລົງ ແລະ ເວລານີ້ ຖ້າເຈົ້າຄິດວ່າ ຂ້ອຍບໍ່ມີເວລາທີ່ຈະ….ໃຫ້ຄົນທີ່ເຮົາຮັກໂດຍຍັງໃຊ້ຄຳວ່າ: “ມື້ໜ້າກ່ອນ” ຈຶ່ງຈະບອກ.. ຈົ່ງຢ່າລືມວ່າ… ວັນນັ້ນເຮົາອາດບໍ່ມີໂອກາດກະທຳໃນສິ່ງທີ່ເຮົາຕ້ອງການນັ້ນອີກກໍເປັນໄດ້… 

 (ຂອບໃຈທີ່ອ່ານ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...