31.8.12

ຢ່າໃຊ້ຄຳວ່າ“ມື້ອື່ນກ່ອນ” ຈຶ່ງຈະ....


ສະບາຍດີ....ທ່ານຄິດບໍ່ວ່າ ທຸກມື້ນີ້ ເຮົາມີຕຶກ-ອາຄານສູງຂຶ້ນ,ຫລາຍຂຶ້ນ, ມີຖະໜົນກວ້າງອອກ ແຕ່ຄວາມອົດທົນໜ້ອຍລົງ; ເຮົາມີເຮືອນຫລັງໃຫຍ່ກ່ວາເກົ່າ ແຕ່ຄົນໃນຄອບຄົວຂອງເຮົາພັດຫນ້ອຍລົງ, ເຮົາມີຢາປົວພະຍາດໃໝ່ໆຫລາຍຂຶ້ນ ແຕ່ສຸຂະພາບພັດຊຸດໂຊມລົງ

 ເຮົາມີຄວາມຮັກຫນ້ອຍລົງ ແຕ່ມີຄວາມໂກດຄວາມກຽດຫລາຍຂຶ້ນ, ມະນຸດໄປເຖິງດວງຈັນມາແລ້ວ ແຕ່ເຮົາພັດເຫັນວ່າການຍ່າງຂ້າມທາງໄປທັກທາຍ ກັບຄົນເຮືອນໃກ້ຄຽງພັດເປັນ ເລື່ອງທີ່ຍາກ, ຄົນເຮົາພິຊິດຫ່ວງອະວະກາດມາແລ້ວ ແຕ່ສ່ວນເລິກຂອງຫົວໃຈຍັງສຳຜັດບໍ່ເຖິງ, ເຮົາມີລາຍໄດ້ສູງຂຶ້ນ ແຕ່ສີນລະທຳພັດຕ່ຳລົງ, ເຮົາມີອາຫານດີໆຫລວງຫລາຍ ແຕ່ຮ່າງກາຍບໍ່ແຂງແຮງພໍ 


ດັ່ງນັ້ນ ແຕ່ນີ້ຕໍ່ໄປ ຂໍໃຫ້ພວກເຮົາຢ່າເກັບສິ່ງທີ່ດີໆໄວ້ໂດຍອ້າງວ່າລໍໂອກາດພິເສດຈຶ່ງຊົມໃຊ້… ເພາະທຸກມື້ນີ້ ການທີ່ເຮົາມີຊີວິດຢູ່ນັ້ນຖືວ່າເປັນໂອກາດພິເສດສຸດໆແລ້ວ… ຈົ່ງໃຊ້ເວລາກັບຄອບຄົວ, ເພື່ອນໆ ຫລື ຄົນທີ່ເຮົາຮັກ ແລະ ຮັກເຮົາໃຫ້ຫລາຍຂຶ້ນ, ກິນອາຫານໃຫ້ແຊບຊ້ອຍ, ໄປທ່ຽວໃນສະຖານທີ່ທີ່ຢາກຈະໄປ…

 - ແກ້ວທີ່ເຈຍລະໄນສຸດສວຍທີ່ແສນແພງ, ນໍ້າຫອມດີໆ…ກໍຟ້າວເອົາມາໃຊ້ສາ. ຈົ່ງເອົາຄໍາວ່າ “ມື້ໜ້າກ່ອນ…” ອອກຈາກສະໝອງສາ ແລະ ຢ່າລືມບອກຄົນທີ່ເຮົາຮັກທຸກຄົນວ່າເຮົາຮັກພວກເຂົາຊໍ່າໃດ ເພາະເຮົາບໍ່ສາມາດ ຮູ້ໄດ້ວ່າ…ມັນຈະສິ້ນສຸດລົງ ແລະ ເວລານີ້ ຖ້າເຈົ້າຄິດວ່າ ຂ້ອຍບໍ່ມີເວລາທີ່ຈະ….ໃຫ້ຄົນທີ່ເຮົາຮັກໂດຍຍັງໃຊ້ຄຳວ່າ: “ມື້ໜ້າກ່ອນ” ຈຶ່ງຈະບອກ.. ຈົ່ງຢ່າລືມວ່າ… ວັນນັ້ນເຮົາອາດບໍ່ມີໂອກາດກະທຳໃນສິ່ງທີ່ເຮົາຕ້ອງການນັ້ນອີກກໍເປັນໄດ້… 

 (ຂອບໃຈທີ່ອ່ານ)

ຄັນແລ້ວຕ້ອງເກົາ ເກົາແລ້ວຍິ່ງຄັນ...

ແກ້​ອາການ​ຄັນຕາມຕົນໂຕ.....
ສິ່ງ​ເລັກໆ​ນ້ອຍໆທີ່​ຄວນ​ຮູ້​ໄວ້​, ​ສະ​ໜຸນ​ໄພ​ທີ່​ຊອກ​ໄດ້​ໃນ​ຮົ້ວ​ສວນ​ຂອງ​ເຮົາ.....ຄົນເຮົາ​​ໃຜໆ​ກໍ່​ມີ​ອາການ​ຄັນ​ເກີດ​ຂື້ນ​ໄດ້​ຄົນ​ບູຮານ​ບອກ​ໄວ້​ວ່າ ​ໃຫ້​ນຳ​ເອົາ​ເປືອກ​ໜາ​ກສົ້ມ​ໂອ ມາ​ຕາກ​ໃຫ້​ແຫ້ງ ​ແລ້ວ​ຕົ້ມ​ຈົນ​ຟົດ​​ປະ​ໃຫ້​ອຸ່ນພໍດີ ​ແລ້ວ​ນຳ​ມາ​ອາບອາການ​ຄັນ​ກໍ່​ຈະ​ເຊົາ.
ຖ້າ ​ຫາກ​ຄັນ​ຕາມ​ມື​ຕາມ​ຕົນ​ໂຕ​ຍ້ອນ​ຖືກໜາ​ກຕຳ​ແຍ ​ໃຫ້​ເອົາ​ຜັກ​ຕຳນິນ​ມາ​ຍ່ອງ​ໃຫ້ ​ແຫຼກ​ປົນ​ນ້ຳ​ພໍປະມານແລ້ວ ທາ​ບໍ່​ລິິ​ເວນທີ່​ຄັນ​ກໍ່​ຈະ​ະເຊົາ​ໄດ້.

(ຂອບໃຈທີ່ອ່ານ-ຄັດຈາກໜັງສືພິມ)

26.8.12

ສຸກສັນວັນເກີດນາງພອນນະພາ



ມື້ນີ້ ວັນດີ ມີສະຫງ່າ
ໃຕ້ລຸ່ມຟ້າ ນະພາກ້ວາງ ເບີກບານສີ
ມີມາກມາຍ ຫລາຍໜ້າ ຫ່າງຣາຄີ
ຄວາມສຸກໃນໂລກມີ ຂໍຍໍຍື່ນ ໃຫ້……ເອີຍ.
ຂໍເອີ່ຍຄຳ ນຳຈາກໃຈ ມອບໃຫ້ເຈົ້າ
ຢ່າມີທຸກ ຢ່າມີເຫງົາ ເສົ້າໝົ່ນໝອງ
ມີແຕ່ຣາບ ຍົດຖາບັນດາສັກ ມາກກ່າຍກອງ
ຈົ່ງສົມປອງ ສົມປຣາຖນາ ໄດ້ດັ່ງໃຈ….
Happy Birthday to you
 
 
 ຂອບໃຈທຸກຄົນທີ່ມາອວຍພອນ ນາງພອນນະພາ ຫລື ນາງ ນຸ້ນ

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...