29.10.11

ອ້າຍບ່າວປ່ຽນໄປ

# ມື້ນີ້ຕ່າງ  ຫລາຍຮ້ອຍປີ  ຕາມປະຫວັດ
ມັກຂະໜາດ  ເລື່ອງສິນໄຊ  ເປັນຊາຍກ້າ
ເສິກສູ້ຍັກ  ຊື່ກຸມພັນ  ສິ້ນຊີວາ
ນຳເອົາອາ ສຸມຸນທາ ສູ່ນະຄອນ…
 # ແຕ່ຕອນນີ້  ເສິກເສືອ  ບໍ່ໄດ້ຫ່ວງ
ແຕ່ໜັກຊວງ  ເສິກຊາຍ  ໄລ່ຂົ່ມເຫັງ
ບັງຄັບໃຈ ໃຫ້ເປັນຍິງ ກຸມກັນເອງ
ຂ້ອຍຈະຮ້ອງ ເປັນເພງ ຈັ່ງໃດດີ….
 
# ໄມ້ຂະຍຸງ ໄມ້ແຕ້  ແລະ ໄມ້ຄ່າ
ເປັນລາຄາ ມີໃນລາວ  ເຂົາໄຂວ່ຫາ
ຫລາຍດົງດອນ ຫລາຍຫ່ອມພູ ເຂົາບາກໜ້າ
ແຕ່ພໍ່ຄ້າ ມາຫລີກໄມ້  “ປ່າດຽວກັນ” ນີ້ນໍ…
(ຂອບໃຈທີ່ອ່ານ)

ຢາກໄດ້ ....ຈັດໃຫ້ແດ່

ອີ່ປາວ່າ: “ ຢາກໄດ້ຮັກ ຕ້ອງໃຫ້ຮັກ ເຂົາກ່ອນຕີ້
ຮັກເກີດມີ ຮັກຈະສອນ ໃຫ້ຊາບຊຶ້ງ
ຮັກເກີດແລ້ວ ມາກຫລາກຫລາຍ ຄວນຄຳນຶງ
ຮັກມັນຈຶ່ງ ຈີລັງ ຢັ້ງຢືນນານ...
# ມີນ້ຳໃຈ ອົດທົນ ສັບສົນຜ່ານ
ຮັກຍືນນານ ເສຍສະຫລະ ສຸດຈະຜອງ
ຮັກມາກນ້ອຍ ຖະໜອມຈິດ ໃຫ້ຜຸດຜ່ອງ
ສອງປະຄອງ ຄຽງຂ້າງ ຢ່າຫ່າງໃຈ
# ກາຍແລະໃຈ ບໍລິສຸດ ດຸດດັ່ງແກ້ວ
ບໍ່ແມ່ນແນວ ເອົາຄວາມຮັກ ມາຊັ່ງຜອງ
ຕີລາຄາ ຄວາມຮັກນັ້ນ ເປັນເງິນທອງ
ນ້ຳຕານອງ ມີຄົນໝອງ ມາແລ້ວເຫລືອຄະນາ…
ແຕ່ນຸ້ນວ່າ: “ ຢາກໄດ້ລົດ ຈັກຄັນ ມັນຄົງສຸກ
ຄົງສະໜຸກ ມີລົດຖີບ ໃຊ້ໄຟຟ້າ
ເວລາໄປ ຊື້ຕຳສົ້ມ ໃຫ້ອີ່ປາ
ຄົງສະບາຍອຸລາ ຍິ້ມລ່າເລີງ… ວ່າບໍ່...໕໕໕໕
....ຂອບໃຈທີ່ອ່ານ....

27.10.11

ນາງນ້ອຍຫລົງທາງ...

ລຸງຄຳ ແລະ ປ້າແສງກໍແມ່ນຄອບຄົວໜຶ່ງທີ່ພົບບັນຫາທີ່ໜ້າເຫັນໃຈຈາກການຄ້າມະນຸດ. ເລື່ອງລາວທັງໝົດມັນເລີ່ມຈາກລູກສາວນ້ອຍຂອງລາວທີ່ກຳລັງຮຽນຢູ່ມັດທະຍົມສີ່ ທີ່ມີຄວາມຕ້ອງການວັດຖຸສິ່ງຂອງທີ່ໄວໜຸ່ມກຳລັງນິຍົມ ໂດຍສະເພາະແມ່ນລົດຈັກ, ໂທລະສັບ ຫລຸ້ນໃໝ່ທີ່ຫລາຍຄົນມີໃຊ້...

ນາງນ້ອຍ ຫລື ນ້ອຍ ເປັນສາວສາວນ້ອຍທີ່ຍັງຮຽນຢູ່ມັດທະຍົມຕົ້ນ ເປັນຄົນທີ່ມີນິດໄສແຕກຕ່າງຈາກ ຫລາຍຄົນໃນຫລຸ້ນດຽວກັນ…ມື້ໃດບໍ່ໄປໂຮງຮຽນກໍແມ່ນໄປລ້ຽງງົວ-ລ້ຽງຄວາຍຈົນຜູ້ຊາຍຫລຸ້ນລາວຄາວດຽວ ກັນເອີ້ນມັນວ່າ: “ບັກ ຫ ນ້ອຍ”….ແຕ່ນາງນ້ອຍກໍບໍ່ສົນໃຈໃນການເອີ້ນຂອງພວກເຂົາ.

ມື້ວານນີ້ “ນາງນ້ອຍ” ກັບມາບ້ານດ້ວຍສີໜ້າບໍ່ຊື່ນບໍ່ບານ ເພາະວັນນີ້ອີ່ແສງມັນເອົາໂທລະສັບໜ່ວຍງາມ ມາໃຫ້ມັນເບິ່ງ ແລະ ອວດສັບພະຄຸນວ່ານອກຈາກອາໂຫລຫາກັນໄດ້ແລ້ວຍັງ “ສາມາດຟັງເພງ, ຖ່າຍຮູບນິ້ງ ຮູບເໜັງໄດ້”….ເຖິງວ່າຕົນເອງຢາກໄດ້ຈົນໃຈຈະຂາດກໍຕາມ ນ້ອຍກໍຮູ້ດີວ່າ ຕົນເອງບໍ່ມີປັນຍາຫາເງິນມາຊື້ໄດ້… ໃນເວລາທີຍ່າງກັບຈາກໂຮງຮຽນນັ້ນເອງ “ບັກໂຕ່” ເຊິ່ງເປັນຄົນບ້ານດຽວກັນມັນຂີ່ລົດຈັກຄັນໃໝ່ແລ່ນກາຍ ທັງບີບແກໃສ່ຈົນນາງຕື່ນ ກໍໄດ້ມາອວດສັບພະຄຸນຂອງລົດວ່າ ລົດຄັນນີ້ພໍ່ມັນຫາກໍ່ຊື້ມາໃຫ້ທຽວໂຮງຮຽນ, ມັນວ່າ ໃນບ້ານນີ້ບໍ່ມີໃຜຊື້ມາໃຊ້ເທື່ອເພາະມັນເປັນຫລຸ້ນໃໝ່ລ້າສຸດ ປະຫຍັດນ້ຳມັນ, ທົນທານ, ງາມ…. ສິ່ງວ່ານີ້ມັນໂລດ ວົນໄປວົນມາຢູ່ ໃນມະໂນນຶກຂອງນາງນ້ອຍ….

ມື້ນີ້ ຕອນທີ່ກັບຈາກການໄປຊອກໜໍ່ໄມ້ ອີ່ນາງແສງ ໝູ່ຂອງນ້ອຍຍິ່ງເວົ້າຊັກຊວນລາວວ່າ ຈະໃຫ້ລາວ ໄປເປັນເພື່ອນໃນການໄປເຮັດວຽກ….ແສງເວົ້າກັບນ້ອຍວ່າ: ລາວຄົງບໍ່ຮຽນຕື່ມອີກແລ້ວ ເພາະພໍແມ່ກໍບໍ່ມີເງິນ, ປະການສຳຄັນ ລາວໄດ້ຮັບປາກກັບ “ ປ້າຕິມ” ຄົນໃນເມືອງໄວ້ແລ້ວວ່າ ຈະໄປເຮັດວຽກນຳລາວ ເພາະເຖິງແນວ ໃດ ລາວກໍຈ່າຍຄ່າຊື້ໂທລະສັບລ່ວງໜ້າໃຫ້ແລ້ວ ແລະ ຕໍ່ໄປຖ້າໄດ້ເຮັດວຽກກໍຈະຂໍໃຫ້ເພິ່ນຊື້ລົດຈັກລ່ວງໜ້າ ໃຫ້ຕື່ມອີກ….ນ້ອຍ ບໍ່ປາກເມື່ອແສງເວົ້າສິ່ງນີ້ສູ່ຟັງ ແຕ່ສ່ວນເລິກຂອງຫົວໃຈກໍບໍ່ຄັດຄ້ານຖ້າແສງຕ້ອງການໃຫ້ໄປ ເຮັດວຽກເປັນໝູ່ຢູ່ໃນເມືອງ ເພາະໂທລະສັບ, ລົດຈັກ….ແສງກໍຕ້ອງການຄືກັນ…ສ່ວນການຮຽນນ້ອຍເຫັນວ່າ ໃນບ້ານຂອງລາວບໍ່ມີແມ່ຍິງຄົນໃດຮຽນຈົບສູງໆ ມີວຽກເຮັດງານທຳອື່ນ ນອກຈາກເອົາຜົວ, ເຮັດໄຮ່ເຮັດນາ ຊຳຊາມື້ຊຳຊາວັນໄປເທົ່ານັ້ນ…

ແລະ ແລ້ວກໍສົມດັ່ງຄວາມຕັ້ງໃຈຂອງປ້າ“ຕິມ” ເພາະສອງສາມມື້ຕໍ່ມາ ມີຍິງສາວລຸ່ນລາວຄາວດຽວກັບ ນາງນ້ອຍ ສາມ-ສີ່ຄົນ ຍອມຂຶ້ນລົດຕູ້ສີຂາວເດີນທາງເຂົ້າໃນເມືອງ ໂດຍທີ່ພວກເຂົາເລົ່ານັ້ນບໍ່ຮູ້ເລີຍວ່າ ຈຸດໝາຍ ປາຍທາງທີ່ແທ້ຈິງຂອງຕົນເອງນັ້ນຢູ່ທີ່ໃດ ?

ໜຶ່ງປີຫົກເດືອນຜ່ານໄປ…..ມີຊາຍແປກໜ້າສອງຄົນມາທີ່ບ້ານຂອງນ້ອຍ….ເຂົາເຈົ້າຖາມຫາພໍ່ຂອງລາວ ເຊິ່ງໄດ້ສ້າງຄວາມແປກໃຈບໍ່ນ້ອຍໃຫ້ແກ່ພໍ່ ແລະ ແມ່ຂອງນ້ອຍ…ຊາຍສອງຄົນນັ້ນແມ່ນພະນັກງານຈາກຫ້ອງ ການສະຫວັດດິການສັງຄົມເມືອງ ແລະ ໄດ້ແຈ້ງໃຫ້ພໍ່-ແມ່ຂອງນ້ອຍຮູ້ວ່າດຽວນີ້ທາງແຂວງເພິ່ນແຈ້ງມາວ່າ ມີໄທເຂດເຮົານີ້ລະຫລາຍຄົນ ໃນນັ້ນມີຄົນຊື່ນ້ອຍເຊິ່ງຢູ່ບ້ານນີ້ຄົນໜຶ່ງເຊິ່ງນາງຖືກຈັບສົ່ງມາແຕ່ຕ່າງປະເທດ ຖານເຂົ້າເມືອງຜິດກົດໝາຍ ແລະ ຖືກບັງຄັບ ຄ້າຂາຍປະເວນີ….ພວກເຂົາຈົ່ມວ່າ….ທໍລະມານຫລາຍ ຖືກເຂົາ ບັງຄັບທຸບຕີສາລະພັດ ບາດກັບບ້ານກໍບໍ່ມີເງິນຈັກອັດຕິດໄມ້ຕິດມືມາ ເຄື່ອງໜຸ່ງ ຂອງຖືກໍບໍ່ມີຈັກ ຢ່າງວ່າ ຊັ້ນເດ້...ຖ້າວ່າພ້ອມໃນການເດີນທາງ ພວກເຮົາຢາກໃໃຫ້ໄປຮັບຮອງເອົານາງກັບມາບ້ານ ສູ່ອ້ອມກອດຂອງພໍ່ແມ່ສາ…

24.10.11

ຮັກ ແຕ່ລັກອິດສາໃນໃຈ...




ນັກຮຽນດີ ແລະ ນັກຮຽນເກັ່ງຄົນໜຶ່ງ ຂອງໂຮງຮຽນມັດທະຍົມປາຍ “…..” ທີ່ໄດ້ຮັບລາງວັນ…ມີຊື່ວ່າ:
“ ທ້າວ ຈັນດີ ” ເວົ້າແລ້ວ ລາວຮຽນເກັ່ງມາແຕ່ຕອນລາວຢູ່ປະຖົມພຸ້ນລະ. ປັດຈຸບັນລາວຮຽນຢູ່ຫ້ອງ ມ໖ ແລ້ວ ລາວເປັນຂວັນໃຈ ຂອງໝູ່ເພື່ອນໃນຫ້ອງ ກໍຄືໂຮງຮຽນຂອງເຮົາ….


ປີກາຍນີ້ ໃຮໂຮງຮຽນຂອງພວກເຮົາໄດ້ຈັດແຂ່ງຂັນນັກຮຽນເກັ່ງລະດັບເມືອງຂຶ້ນ ຈັນດີລາວຄວ້າໄປ ໒ ວິຊາ ຄືໂລກອ້ອມໂຕ ແລະ ພາສາລາວ…ນອກນີ້ລາວຍັງມັກຫລິ້ນກິລາປະເພດບານສົ່ງ, ການຂຽນບົດກາບ ກອນກວນໆແຕ່ມີຄະ ຕິເຕືອນໃຈຕິດ ກະດານຂ່າວຂອງໂຮງຮຽນເປັນປະຈຳ….
ຍ້ອນກອນກວນໆຂອງລາວນັ້ນເອງຈຶ່ງເປັນເຫດເຮັດໃຫ້ຂ້ອຍຜິດກັບລາວຫລາຍຄັ້ງ ຂ້ອຍຄິດວ່າ ລາວ ພະຍາຍາມຕຳນິຂ້ອຍ ແລະ ເວົ້າສຽດໃຫ້ຂ້ອຍຍ້ອນການປະພຶດຂອງຂ້ອຍນີ້ລະ ແຕ່ບາງຢ່າງພຶດຕິກຳນັ້ນມັນ ກໍບໍ່ໄດ້ແມ່ນທາດແທ້ຂອງຂ້ອຍເລີຍ ຮອດມື້ນີ້ເຖິງກອນບົດນັ້ນຖືກດຶງອອກຈາກກະດານຂ່າວຂອງໂຮງຮຽນໄປ ແລ້ວກໍຕາມ ແຕ່ຂ້ອຍຍັງຈຳມັນໄດ້:

# ພໍ່ທຳງານ ຮ້ອນແດດ ສຸດແຜດເຜົາ
ລູກດື່ມເຫລົ້າ ຟັງເພງ ສະໜຸກເຫລືອ
ແມ່ຂາຍຜັກ ກິນເຂົ້າ ກັບກ້ອນເກືອ
ລູກເອື້ອເຟື້ອ ເພື່ອນຝຸງທ່ຽວໂລເລ


# ພໍ່ຫາເງິນ ສົ່ງລູກຮຽນ ພຽນອຸດສາ
ລູກກັບພານ ພົບຄົນຊົ່ວ ມົ້ວໃຫ້ເຫັນ
ແມ່ກະຫາຍ ຟາຍດື່ມນ້ຳ ບໍ່ມີເຢັນ
ລູກໂລດເຕັ້ນ ດື່ມເຫລົ້າແດງ ແພງເຈັບໃຈ….

ແລະ ໃນຕອນທ້າຍຂອງກອນ ບົດນັ້ນອ່ານແລ້ວ ມັນຍິ່ງເຮັດໃຫ້ຂ້ອຍຢາກຮ້າຍຕື່ມອີກທີ່ເຂົາບອກວ່າຫວັງດີກັບເຮົາ
# ທີ່ຂຽນມາ ກໍເພາະວ່າ ໃຈມັນຫວັງ
ຢາກໃຫ້ນາງ ໃນໜຶ່ງນັ້ນ ທີ່ຝັນຫາ
ມີຄວາມສຸກ ທຸກວັນຄືນ ຊື່ນຊີວາ
ຈາກຄົນທີ່ ຄອຍຫ່ວງຫາ ທຸກໆນາທີ…. 


ໃນຫ້ອງຮຽນທີ່ງຽບເຫງົາໃນມື້ທີ່ອາຈານບໍ່ຂຶ້ນຫ້ອງ “ຈັນດີ” ພະຍາຍາມຊວນຊວນໝູ່ຂຶ້ນໜ້າກະດານ ເຮັດເໝືອນກັບວ່າ “ເປັນອາຈານສອນ” ຂ້ອຍເອງກໍບໍ່ເຂົ້າໃຈວ່າ ຈັນດີ ເຖິງຈະເປັນນັກຮຽນເກັ່ງ ແຕ່ກໍບໍ່ໄດ້ໝາຍ ຄວາມວ່າລາວຈະໄດ້ທີ ໑ ຫລື ໒ ທຸກເດືອນ ຍັງມີຄົນທີ່ຮຽນໄດ້ຄະແນນດີກວ່າລາວຢູ່ ແຕ່ຂ້ອຍຍັງສັບສົນໃນໃຈ ຢູ່ວ່າ ເປັນຫຍັງທຸກຄົນໃນຫ້ອງຈຶ່ງເຊື່ອຟັງ ແລະ ປະຕິບັດຕາມລາວ…ທັງໆທີ່ວ່າລາວບໍ່ໄດ້ເປັນຫົວໜ້າຫ້ອງ, ບໍ່ໄດ້ເປັນຫົວໜ້າຊາວໜຸ່ມ, ບໍ່ໄດ້ເປັນຫົວໜ້າປ້ອງກັນໂຮງຮຽນ….ເພື່ອນຮ່ວມຫ້ອງທີ່ຂ້ອຍເຄີຍຖາມຍ້ອນຄວາມ ອິດສາທີ່ເຫັນເຂົາມີໝູ່ຄູ່ເປັນບໍລິວານ… ເຂົາໃຫ້ ເຫດຜົນວ່າ: ຈັນດີ ເປັນຄົນທີ່ເປັນມິດກັບທຸກຄົນ, ມີລະບຽບ, ມີຄວາມ ຈິງໃຈ, ເອື້ອເຟື້ອເພື່ອແພ່ ແລະ ບໍ່ຫວັງຜົນກັບສິ່ງທີ່ເຂົາໄດ້ຊ່ວຍເຫລືອຄົນອື່ນໄປແລ້ວ….

ເຊົ້າວານກ່ອນຂຶ້ນຫ້ອງຮຽນ ຂ້ອຍເຫັນເຂົາທີ່ຫ້ອງການຄູ ໃນໃຈກໍຄິດຢາກຫົວເຍາະເຍີ້ຍໃຫ້ສຽງດັງໆ ເພາະການທີ່ນັກຮຽນເຂົ້າໄປຫ້ອງການຄູນັ້ນບັນຫາດຽວກໍຄືການປະພຶດຜິດກົດ…ແລ້ວເຂົາກໍຫາຍໜ້າໄປ
ໝົດມື້ ເຊິ່ງຂ້ອຍເອງກໍບໍ່ໄດ້ໃສ່ໃຈ ມີພຽງເພື່ອນຮ່ວມຫ້ອງຂອງຂ້ອຍເທົ່ານັ້ນທີ່ຈັບກຸ່ມກັນ…ຄິດວ່າເຂົາຄົງເວົ້າ
ເຖິງເລື່ອງທີ່ ເກີດຂຶ້ນກັບຄົນຊື່ “ຈັນດີ”…


ຕອນບ່າຍມື້ນີ້ ມີສິ່ງໜຶ່ງທີ່ສ້າງຄວາມຕະລຶງແກ່ຂ້ອຍ ແລະ ເພື່ອນຮ່ວມຫ້ອງຫລາຍຄົນ ເມື່ອຄູປະຈຳຫ້ອງ ກ້າວເຂົ້າມາໃນຫ້ອງຮຽນຂອງພວກເຮົາແລ້ວເວົ້າວ່າ: “ ມື້ນີ້ຄູມີຂ່າວດີມາບອກ ”, ນັກຮຽນທຸກຄົນງຽບປານ ແປ້ນປິດປາກ….ຄູປະຈຳຫ້ອງກ່າວຕໍ່ວ່າ: “ ນັກຮຽນໃນຫ້ອງຂອງເຮົາໜຶ່ງຄົນໄດ້ຮັບການຍ້ອງຍໍຈາກ ກະຊວງ ສຶກສາ... ຍ້ອນການເສັງນັກຮຽນເກັ່ງທົ່ວປະເທດປີນີ້…ທັງໄດ້ຮັບທຶນການສຶກສາຈາກສະມາຄົມພໍ່ແມ່ ນັກຮຽນ ແລະ ຈະໄດ້ເດີນທາງໄປທັດສະນະສຶກສາທີ່ປະເທດຍີ່ປຸ່ນສອງອາທິດ ”….ພວກຂ້ອຍໂຮແຊວຂຶ້ນດ້ວຍ ຄວາມດີໃຈ ທັງທີ່ບໍ່ທັນຮູ້ວ່າແມ່ນໃຜທີ່ໄດ້ຮັບສິ່ງນີ້….ແລະ ແລ້ວອາຈານຜູ້ອຳນວຍການໂຮງຮຽນກໍຍ່າງເຂົ້າ ມາໃນຫ້ອງໂດຍທີ່ພວກເຮົາບໍ່ໄດ້ຕັ້ງໂຕກ່ອນ ຕາມມາດ້ວຍ “ທ. ຈັນດີ” ແລະ ຍິງໄວກາງຄົນອີກຄົນໜຶ່ງ
ເຊິ່ງທັງສອງຄົນນີ້ ມີດອກໄມ້ຊໍ່ໃຫຍ່ ແລະ ກ່ອງຂອງຂວັນ…..


ຜູ້ອຳນວຍການເວົ້າກັບພວກເຮົາວ່າ: ປີກາຍນີ້ ຈັນດີ ໄດ້ເຂົ້າຮ່ວມສອບເສັງນັກຮຽນເກ່ງລະດັບເມືອງ ແຕ່ບໍ່ເຖິງຂັ້ນວ່າໄດ້ດີເລີດ, ປີນີ້ເຂົາໄດ້ເຂົ້າເສັງນັກຮຽນເກັ່ງລະດັບປະເທດ ລາວກໍຍັງບໍ່ໄດ້ລະດັບທີ່ດີເລີດ ແຕ່ສິ່ງ ທີ່ດີເລີດໃນວິຊາທີ່ຖືກຂັ້ນເທິງຍ້ອງຍໍນັ້ນກໍຄື  “ການໃຊ້ພາສາລາວທີ່ຖືກຕ້ອງ” ພວກນ້ອງຄວນຖືເປັນ ແບບຢ່າງ ສ່ວນວ່າລາວຮຽນເກັ່ງໄດ້ແນວໃດນັ້ນ ຄັນຢາກຮູ້ຖາມເອົາເອງເດີ້….ແຕ່ອັນສຳຄັນ ຖ້າພວກນ້ອງຕັ້ງໃຈຮຽນ, ເປັນ ນັກຮຽນດີ, ເປັນລູກທີ່ດີ ແລະ ເປັນຄົນດີຂອງສັງຄົມແລ້ວ….ທຸກຄົນຈະໄດ້ຮັບການຍ້ອງຍໍຄືກັບ ຈັນດີນີ້ລະ…

ຂອບໃຈ

4.10.11

ຂ້ອຍຜິດບ່ອນໃດ..ບອກແດ່


ບໍ່ຮູ້ວ່າມື້ໃດ ເພື່ອນໆຈຶ່ງຈະເຂົ້າໃຈຂ້ອຍ ແລະ ຄິດວ່າຂ້ອຍເປັນເພື່ອນທີ່ສະໜິດເໝືອນກັບຫລາຍຄົນທີ່ເຂົາ ມີໃຫ້ກັນ ເພາະຜ່ານມາເພື່ອນທີ່ຂ້ອຍຄິດວ່າເຂົາເປັນສ່ວນໜຶ່ງໃນຊີວິດຂອງຂ້ອຍນັ້ນ ເໝືອນກັບວ່າເຂົາບໍ່ໄດ້ຄິດ ແລະ ໝັ້ນໃຈໃນຄວາມເປັນເພື່ອນເໝືອນກັບຂ້ອຍຄິດ ເຖິງແມ່ນວ່າດຽວນີ້ມີຫລາຍຄົນທຳໂຕເໝືອນເປັນເພື່ອນ ສະໜິດຂອງຂ້ອຍກໍຕາມ ແຕ່ບາງເທື່ອຂ້ອຍກໍອົດທີ່ຈະຄິດບໍ່ໄດ້ວ່ານັ້ນຄົງເປັນພຽງມາລະຍາດຂອງເຂົາເທົ່ານັ້ນ.
            ຫລາຍປີແລ້ວທີ່ຂ້ອຍເໝືອນກັບວ່າມີຕົວຄົນດຽວໃນໂລກແລະຄົງບໍ່ມີຄົນໃດທີ່ຈະຄິດຈິງໃຈເໝືອນດັ່ງພໍ່ ເຖົ້າແມ່ເຖົ້າ ທີ່ຄອຍລ້ຽງດູຂ້ອຍມາແຕ່ນ້ອຍ….ເພາະຂ້ອຍ ແຕ່ຈຳຄວາມໄດ້ຄົນທີ່ໃກ້ຊິດ ແລະ ເຫັນໃຈຂ້ອຍທີ່ສຸດ. ຂ້ອຍຈຳໄດ້ວ່າ ຕອນຍັງນ້ອຍ ໄປໂຮງຮຽນມື້ທຳອິດຂ້ອຍກໍບໍ່ເຫັນໜ້າແມ່ ຖາມແມ່ເຖົ້າເທື່ອໃດກໍໄດ້ຄຳຕອບພຽງ ວ່າ: “ແມ່ໄປວຽກ ໄປຊອກເງິນ…” ຈົນຫລາຍເທື່ອທີ່ແມ່ມາບ້ານຂ້ອຍກໍບໍ່ໄດ້ໃສ່ໃຈເທົ່າໃດ ແຕ່ຂ້ອຍກໍຈຳໄດ້ວ່າ ທຸກຄັ້ງທີ່ແມ່ມາ ແລະ ຈະກັບໄປເຮັດວຽກ ແມ່ມັກຈະໂອບກອດຂ້ອຍສະເໝີ ຈົນມາເຖິງວັນໜຶ່ງ ຕອນທີ່ຂ້ອຍຮຽນ ຢູ່ມັດທະຍົມປີທີສອງ ແມ່ກໍກັບມາຫາພວກເຮົາອີກ ພ້ອມກັບຄວາມອ່ອນເພຍ, ຮ່າງການຊຸດໂຊມເຫລືອງລ່າ ຫລາຍ…ມາຄັ້ງນີ້ແມ່ບໍ່ໄດ້ເວົ້າຫຍັງກ່ຽວກັບການໄປເຮັດວຽກຂອງແມ່ ແລະ ບໍ່ກ່າວເຖິງອະນາຄົດຂອງຂ້ອຍອີກ ນອກຈາກເອົາມືລູບຫົວ ແລະ ເວົ້ານຳຂ້ອຍສັ້ນໆວ່າ: “ລູກຢູ່ນຳແມ່ເຖົ້າສະບາຍດີບໍ່ ? ” ເຊິ່ງຂ້ອຍເອງກໍບໍ່ໄດ້ຕອບ ແມ່ຊໍ້າ.
            ອາການບໍ່ສະບາຍຂອງແມ່ນັບມື້ນັບຊຸດໂຊມ ແມ່ ກັບແມ່ເຖົ້າເຂົ້າມາໃນເມືອງຫລາຍຄັ້ງ ເພື່ອມາປິ່ນປົວ ແຕ່ຄົງເປັນເພາະພວກເຮົາບໍ່ມີເງິນ ແມ່ຈຶ່ງບໍ່ຍອມໄປໂຮງໝໍອີກ….ແລະ ໃນທີ່ສຸດ ກາງພັນສາປີນັ້ນເອງ ແມ່ກໍຈາກ ພວກເຮົາໄປພາຍຫລັງແມ່ຖອກທ້ອງຫລາຍມື້ຕິດຕໍ່ກັນ. ຈາກນັ້ນມາ ຂ້ອຍກໍສັງເກດເຫັນວ່າຊາວບ້ານຫລາຍຄົນ ເລີ່ມບໍ່ສົນໃຈຖາມໄຖ່ທຸກສຸກພວກເຮົາ, ເວລາຂ້ອຍໄປໂຮງຮຽນໝູ່ຄູຫລາຍຄົນກໍທຳເປັນເຫີນຫ່າງ , ບໍ່ປາກບໍ່ລົມ ແລະ ທຳທ່າເໝືອນຢ້ານກົວຂ້ອຍເໝືອນຂ້ອຍເປັນໂຕປະຫລາດຊັ້ນລະ; ຂ້ອຍກໍໝຸດໝັດໃຈເຫລືອຄະນາ ທັງຢາກ ຮູ້ວ່າ ເປັນຫຍັງເພື່ອນໆຂອງຂ້ອຍຈື່ງທຳທ່າລັງກຍດຂ້ອຍແນວນີ້….ແລ້ວວັນໜຶ່ງຂ້ອຍຈຶ່ງຮູ້ຄວາມຈິງຈາກການ ລັງກຽດ ແລະ ບໍ່ຢາກພົບຂ້ອຍເປັນໝູ່ຂອງເພື່ອນໆໃນໂຮງຮຽນ….
            ມື້ນັ້ນ ທາງໂຮງຮຽນໄດ້ຈັດງານສະຫລອງປີໃໝ່ລາວ ພວກຄູອາຈານ ແລະ ພໍ່ແມ່ນັກຮຽນສ່ວນໜຶ່ງຊ່ວຍ ກັນຈັດພາບາສີ, ນັກຮຽນຜູ້ໃຫຍ່ແດ່ກໍຊ່ວຍກັນຈັດໂຕະເພື່ອກິນເຂົ້າສາມັກຄີ ແລະ ອີກສ່ວນໜຶ່ງກໍຈັດຕັ່ງສຳລັບ ນັ່ງຢູ່ເດີ່ນໂຮງຮຽນ. ມື້ນັ້ນ ເຖິງວ່າຂ້ອຍຕົວນ້ອຍແຕ່ຂ້ອຍຮຽນຫ້ອງ ມ໓ ແລ້ວຈຶ່ງໄປຊ່ວຍໝູ່ຈັດສະຖານທີ່ ເວລາ ທີ່ຂ້ອຍຈັບສົ້ນໂຕະ ຫລືຕັ່ງຊາກັບເພື່ອນໆ ຫລາຍຄົນມັກມອງຈ້ອງໜ້າຂ້ອຍ, ບາງຄົນຈ້ອງໜ້າຂ້ອຍແລ້ວຍັງບໍ່ພໍ ຍັງຖິ້ມໂຕະ ຫລື ຕັ່ງລົງພື້ນແລ້ວຍ່າງໜີຈາກຂ້ອຍແບບໜ້າຕາເສີຍ…ທີ່ສຸດຂ້ອຍມາຈັບໂຕະຫວັງຈະຫາມຊ່ວຍ ເພື່ອນຊາຍຄົນໜຶ່ງທີ່ຕັ້ງໂຕເປັນສັດຕູກັນມາກ່ອນຕອນແມ່ບໍ່ທັນເສຍ ມັນເບິ່ງຂ້ອຍເໝືອນຈະກັດຈະກິນ ໂຍນໂຕະ ອອກໄກໂຕ ເອົາມີເຊັດກົ້ນປັບແປ໋ບກ່ອນມັນຈະຮ້ອງອອກມາດັງໆວ່າ:“ ກູບໍ່ຢາກຫາມໂຕະກັບມຶງ ອີ່ລູກເອດສ໌ !”
            ຂ້ອຍຕົກໃຈຈົນອ້າປາກຄ້າງ ນ້ຳຕາພັງຍ່າວ….ກ່ອນຈະແລ່ນກະຊຸກກະຊົນກັບບ້ານ…“ຄຳວ່າເອດສ໌” ນີ້ຫວະທີ່ເຮັດໃຫ້ໝູ່ຮັກແພງກັນມາຫລາຍປີບໍ່ຍອມນັ່ງຕັ່ງຮ່ວມໃນຫ້ອງຮຽນ, ບໍ່ຍອມຍອກລໍ້ເໝືອນກ່ອນ, ບໍ່ຍອມທຽວໄປມາກາສູ່ກັນກິນຕຳໝາກຫຸ່ງເໝືອນກ່ອນ, ບໍ່ຍອມຫາບນ້ຳນຳຫລັງຂ້ອຍ, ບໍ່ຍອມໃຫ້ຂ້ອຍໄປ ຊ່ວຍວຽກງານດອງຂອງອ້າຍມັນ….ທຸກຢ່າງມັນເຮັດໃຫ້ຂ້ອຍທໍລະມານຫລາຍ ໂດຍສະເພາະເວລາມອງໜ້າຂອງ ພໍ່ຕູ້ແມ່ຕູ້ທີ່ງຽບເຫງົາເວລາທີ່ຂ້ອຍກັບມາແຕ່ໂຮງຮຽນ….ຂ້ອຍຜິດຫວະ ທີ່ແມ່ຂອງຂ້ອຍຕາຍ ແລະ ຄົນກ່າວຫາ ວ່າ ແມ່ຂ້ອຍເປັນເອດສ໌….

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...