ບໍ່ຮູ້ວ່າມື້ໃດ
ເພື່ອນໆຈຶ່ງຈະເຂົ້າໃຈຂ້ອຍ ແລະ ຄິດວ່າຂ້ອຍເປັນເພື່ອນທີ່ສະໜິດເໝືອນກັບຫລາຍຄົນທີ່ເຂົາ
ມີໃຫ້ກັນ ເພາະຜ່ານມາເພື່ອນທີ່ຂ້ອຍຄິດວ່າເຂົາເປັນສ່ວນໜຶ່ງໃນຊີວິດຂອງຂ້ອຍນັ້ນ ເໝືອນກັບວ່າເຂົາບໍ່ໄດ້ຄິດ
ແລະ ໝັ້ນໃຈໃນຄວາມເປັນເພື່ອນເໝືອນກັບຂ້ອຍຄິດ ເຖິງແມ່ນວ່າດຽວນີ້ມີຫລາຍຄົນທຳໂຕເໝືອນເປັນເພື່ອນ
ສະໜິດຂອງຂ້ອຍກໍຕາມ ແຕ່ບາງເທື່ອຂ້ອຍກໍອົດທີ່ຈະຄິດບໍ່ໄດ້ວ່ານັ້ນຄົງເປັນພຽງມາລະຍາດຂອງເຂົາເທົ່ານັ້ນ.
ຫລາຍປີແລ້ວທີ່ຂ້ອຍເໝືອນກັບວ່າມີຕົວຄົນດຽວໃນໂລກແລະຄົງບໍ່ມີຄົນໃດທີ່ຈະຄິດຈິງໃຈເໝືອນດັ່ງພໍ່
ເຖົ້າແມ່ເຖົ້າ ທີ່ຄອຍລ້ຽງດູຂ້ອຍມາແຕ່ນ້ອຍ….ເພາະຂ້ອຍ ແຕ່ຈຳຄວາມໄດ້ຄົນທີ່ໃກ້ຊິດ ແລະ ເຫັນໃຈຂ້ອຍທີ່ສຸດ.
ຂ້ອຍຈຳໄດ້ວ່າ ຕອນຍັງນ້ອຍ ໄປໂຮງຮຽນມື້ທຳອິດຂ້ອຍກໍບໍ່ເຫັນໜ້າແມ່ ຖາມແມ່ເຖົ້າເທື່ອໃດກໍໄດ້ຄຳຕອບພຽງ
ວ່າ: “ແມ່ໄປວຽກ ໄປຊອກເງິນ…” ຈົນຫລາຍເທື່ອທີ່ແມ່ມາບ້ານຂ້ອຍກໍບໍ່ໄດ້ໃສ່ໃຈເທົ່າໃດ ແຕ່ຂ້ອຍກໍຈຳໄດ້ວ່າ
ທຸກຄັ້ງທີ່ແມ່ມາ ແລະ ຈະກັບໄປເຮັດວຽກ ແມ່ມັກຈະໂອບກອດຂ້ອຍສະເໝີ ຈົນມາເຖິງວັນໜຶ່ງ ຕອນທີ່ຂ້ອຍຮຽນ
ຢູ່ມັດທະຍົມປີທີສອງ ແມ່ກໍກັບມາຫາພວກເຮົາອີກ ພ້ອມກັບຄວາມອ່ອນເພຍ, ຮ່າງການຊຸດໂຊມເຫລືອງລ່າ
ຫລາຍ…ມາຄັ້ງນີ້ແມ່ບໍ່ໄດ້ເວົ້າຫຍັງກ່ຽວກັບການໄປເຮັດວຽກຂອງແມ່ ແລະ ບໍ່ກ່າວເຖິງອະນາຄົດຂອງຂ້ອຍອີກ
ນອກຈາກເອົາມືລູບຫົວ ແລະ ເວົ້ານຳຂ້ອຍສັ້ນໆວ່າ: “ລູກຢູ່ນຳແມ່ເຖົ້າສະບາຍດີບໍ່ ? ” ເຊິ່ງຂ້ອຍເອງກໍບໍ່ໄດ້ຕອບ
ແມ່ຊໍ້າ.
ອາການບໍ່ສະບາຍຂອງແມ່ນັບມື້ນັບຊຸດໂຊມ ແມ່
ກັບແມ່ເຖົ້າເຂົ້າມາໃນເມືອງຫລາຍຄັ້ງ ເພື່ອມາປິ່ນປົວ ແຕ່ຄົງເປັນເພາະພວກເຮົາບໍ່ມີເງິນ
ແມ່ຈຶ່ງບໍ່ຍອມໄປໂຮງໝໍອີກ….ແລະ ໃນທີ່ສຸດ ກາງພັນສາປີນັ້ນເອງ ແມ່ກໍຈາກ ພວກເຮົາໄປພາຍຫລັງແມ່ຖອກທ້ອງຫລາຍມື້ຕິດຕໍ່ກັນ.
ຈາກນັ້ນມາ ຂ້ອຍກໍສັງເກດເຫັນວ່າຊາວບ້ານຫລາຍຄົນ ເລີ່ມບໍ່ສົນໃຈຖາມໄຖ່ທຸກສຸກພວກເຮົາ, ເວລາຂ້ອຍໄປໂຮງຮຽນໝູ່ຄູຫລາຍຄົນກໍທຳເປັນເຫີນຫ່າງ
, ບໍ່ປາກບໍ່ລົມ ແລະ ທຳທ່າເໝືອນຢ້ານກົວຂ້ອຍເໝືອນຂ້ອຍເປັນໂຕປະຫລາດຊັ້ນລະ; ຂ້ອຍກໍໝຸດໝັດໃຈເຫລືອຄະນາ
ທັງຢາກ ຮູ້ວ່າ ເປັນຫຍັງເພື່ອນໆຂອງຂ້ອຍຈື່ງທຳທ່າລັງກຍດຂ້ອຍແນວນີ້….ແລ້ວວັນໜຶ່ງຂ້ອຍຈຶ່ງຮູ້ຄວາມຈິງຈາກການ
ລັງກຽດ ແລະ ບໍ່ຢາກພົບຂ້ອຍເປັນໝູ່ຂອງເພື່ອນໆໃນໂຮງຮຽນ….
ມື້ນັ້ນ ທາງໂຮງຮຽນໄດ້ຈັດງານສະຫລອງປີໃໝ່ລາວ
ພວກຄູອາຈານ ແລະ ພໍ່ແມ່ນັກຮຽນສ່ວນໜຶ່ງຊ່ວຍ ກັນຈັດພາບາສີ, ນັກຮຽນຜູ້ໃຫຍ່ແດ່ກໍຊ່ວຍກັນຈັດໂຕະເພື່ອກິນເຂົ້າສາມັກຄີ
ແລະ ອີກສ່ວນໜຶ່ງກໍຈັດຕັ່ງສຳລັບ ນັ່ງຢູ່ເດີ່ນໂຮງຮຽນ. ມື້ນັ້ນ ເຖິງວ່າຂ້ອຍຕົວນ້ອຍແຕ່ຂ້ອຍຮຽນຫ້ອງ
ມ໓ ແລ້ວຈຶ່ງໄປຊ່ວຍໝູ່ຈັດສະຖານທີ່ ເວລາ ທີ່ຂ້ອຍຈັບສົ້ນໂຕະ ຫລືຕັ່ງຊາກັບເພື່ອນໆ ຫລາຍຄົນມັກມອງຈ້ອງໜ້າຂ້ອຍ,
ບາງຄົນຈ້ອງໜ້າຂ້ອຍແລ້ວຍັງບໍ່ພໍ ຍັງຖິ້ມໂຕະ ຫລື ຕັ່ງລົງພື້ນແລ້ວຍ່າງໜີຈາກຂ້ອຍແບບໜ້າຕາເສີຍ…ທີ່ສຸດຂ້ອຍມາຈັບໂຕະຫວັງຈະຫາມຊ່ວຍ
ເພື່ອນຊາຍຄົນໜຶ່ງທີ່ຕັ້ງໂຕເປັນສັດຕູກັນມາກ່ອນຕອນແມ່ບໍ່ທັນເສຍ ມັນເບິ່ງຂ້ອຍເໝືອນຈະກັດຈະກິນ
ໂຍນໂຕະ ອອກໄກໂຕ ເອົາມີເຊັດກົ້ນປັບແປ໋ບກ່ອນມັນຈະຮ້ອງອອກມາດັງໆວ່າ:“ ກູບໍ່ຢາກຫາມໂຕະກັບມຶງ
ອີ່ລູກເອດສ໌ !”
ຂ້ອຍຕົກໃຈຈົນອ້າປາກຄ້າງ ນ້ຳຕາພັງຍ່າວ….ກ່ອນຈະແລ່ນກະຊຸກກະຊົນກັບບ້ານ…“ຄຳວ່າເອດສ໌”
ນີ້ຫວະທີ່ເຮັດໃຫ້ໝູ່ຮັກແພງກັນມາຫລາຍປີບໍ່ຍອມນັ່ງຕັ່ງຮ່ວມໃນຫ້ອງຮຽນ, ບໍ່ຍອມຍອກລໍ້ເໝືອນກ່ອນ,
ບໍ່ຍອມທຽວໄປມາກາສູ່ກັນກິນຕຳໝາກຫຸ່ງເໝືອນກ່ອນ, ບໍ່ຍອມຫາບນ້ຳນຳຫລັງຂ້ອຍ, ບໍ່ຍອມໃຫ້ຂ້ອຍໄປ
ຊ່ວຍວຽກງານດອງຂອງອ້າຍມັນ….ທຸກຢ່າງມັນເຮັດໃຫ້ຂ້ອຍທໍລະມານຫລາຍ ໂດຍສະເພາະເວລາມອງໜ້າຂອງ
ພໍ່ຕູ້ແມ່ຕູ້ທີ່ງຽບເຫງົາເວລາທີ່ຂ້ອຍກັບມາແຕ່ໂຮງຮຽນ….ຂ້ອຍຜິດຫວະ ທີ່ແມ່ຂອງຂ້ອຍຕາຍ ແລະ
ຄົນກ່າວຫາ ວ່າ ແມ່ຂ້ອຍເປັນເອດສ໌….
No comments:
Post a Comment