18.2.11

ໄມ້ຕົ້ນໜຶ່ງ

ໄມ້ຕົ້ນໜຶ່ງ
# ໄມ້ຕົ້ນນີ້ ໄມ້ບ້ານເຮົາ ໃຫ້ເງົາຮົ່ມ 
ຜູ້ອາໄສ ສຸດພິລົມ ຍາມແດດກ້າ
ຜູ້ອາໄສ ໃຈສຸດໂຫດ ໂຄດຫິງສາ
ໄດ້ມີດພ້າ ຟັກຟັນ ສຳລານໃຈ

# ຫລຽວເຫັນແຜ ຂອງເຈົ້າ ເສົ້າໃຈນັກ
ຄົງເປັນເພາະ ຄົນມາພັກ ເພິ່ງອາໄສ
ຝາກຮອຍແຜ ເອົາໄວ້ ກ່ອນຈາກໄປ
ສຸດແຄ້ນໃຈ ແທນແທ້ ….ແມ່ເອີຍ....

# ມີບໍ່ໜໍ ຄົນອ່ານ ກອນບົດນີ້
ທີ່ເຄີຍມີ ຮອຍກີດ ຂີດໃຈໄວ້
ຮ້ອຍພັນແຜ ຄອຍແທງ ໃຫ້ຊໍ້າໃຈ
ເໝືອນຕົ້ນໄມ້ ຕົ້ນນີ້ ທີ່ພົບພານ

# ຫລື“ຕົ້ນໄມ້” ເພື່ອນເຮົາ ກໍເສົ້ານັກ
ເພາະຄົນພັກ ເຊົາແຮງ ແລ້ວກໍໜີ
ຝາກເອົາໄວ້ ພຽງຮອຍ ດ່າງຣາຄີ
ເສົ້າໂສກີ ມີມົນ ໃຫ້ຈົນໃຈ....

ຕົ້ນໜ້ອງ(ເປັນພິດຮ້າຍແຮງເຖິງຕາຍໄດ້) 

16.2.11

18 ສາເຫດເຮັດໃຫ້ອ່ອນເພຍ

18 ສາເຫດເຮັດໃຫ້ອ່ອນເພຍ
ຄົນສ່ວນຫລາຍເວລາອິດເມື່ອຍມັກໂທດໂຕເອງວ່າເຮັດວຽກຫລາຍຈົນບໍ່ມີເວລາພັກຜ່ອນພຽງພໍ ເຊິ່ງຄວາມຈິງ ແລ້ວຄວາມອິດເມື່ອຍນັ້ນມັນມີ ສາເຫດຫລາຍຢ່າງທີ່ເຮົາກະທຳໄປໂດຍບໍ່ຄຳນຶງເຖິງອັນຕະລາຍທີ່ຈະຕາມມາເຊັ່ນ:
1.     ການໃຊ້ໂທລະສັບຫລາຍເກີນໄປກໍຈະເຮັດໃຫ້ເຮົາເສຍນ້ຳໃນຮ່າງກາຍໃນຂະນະລົມໂທລະສັບໂດຍສະເພາະ ຜູ້ເຮັດວຽກກ່ຽວກັບການບໍລິການ ດັ່ງນັ້ນຄວນດື່ມນ້ຳໃຫ້ຫາຍເພື່ອທົດແທນ.
2.     ຄວາມດັນເລື່ອດຕໍ່າກໍເປັນສາເຫດເຮັດໃຫ້ເຮົາໝົດແຮງຄືກັນເພາະເລືອດທີ່ຈະສົ່ງໄປລ້ຽງສະໝອງນັ້ນບໍ່ພຽງພໍ ດັ່ງນັ້ນຄົນເຮົາ ເວລາເຮັດວຽກໄປດົນໆແລ້ວລຸກຂຶ້ນເຮົາມັກໜ້າມືດຕາມົວ. ສຳລັບຄົນທີ່ເປັນເຊັ່ນນີ້ ແພດ ແນະນຳວ່າຢ່ານັ່ງດົນເກີນໄປ ຄວນມີການເຄື່ອນໄຫວແດ່ ໂດຍສະເພາະໃນເວລາເຮັດວຽກ ເຊິ່ງຄວາມ ດັນເລືອດຕໍ່ານີ້ສ່ວນໜຶ່ງເປັນຍ້ອນຈຸດພິເສດຂອງຮ່າງກາຍ ແຕ່ລະຄົນ.
3.     ການຢູ່ໜ້າຄອມພິວເຕີດົນເກີນໄປ ໂດຍສະເພາະຜູ້ທີ່ມັກຫລິ້ນອິນເຕີເນັດຈົນຮອດເດິກດື່ນຂ້ອນຄືນ. ຄວາມຈິງແລ້ວສານເມລາໂຕ ນິນ(Melatonon) ຈະກະຕຸ້ນໃຫ້ເຮົາຢາກນອນເມື່ອເຖິງເວລາ ແຕ່ແສງຕາ ເຮົາຍັງຈ້ອງກັບຄອມພິວເຕີຈົນເຮົາຫລັບຍາກຍ້ອນຍັງ ມີສິ່ງທີ່ຢາກເບິ່ງຢູ່…ເຮັດໃຫ້ເຮົາມີເວລານອນ ໜ້ອຍກ່ວາຮ່າງກາຍເຮົາຕ້ອງການ ຈຶ່ງເຮັດໃຫ້ເຮົາງ້ວງ ແລະ ເມື່ອຍ.
4.     ການກິນອາຫານບໍ່ພຽງພໍ ໂດຍສະເພາະອາຫານທີ່ຕອບສະໜອງທາດເຫລັກໃຫ້ແກ່ຮ່າງກາຍ ສຳລັບແມ່ຍິງຖືພາສານຊະນິດນີ້ ຍິ່ງມີຄວາມສຳຄັນ.
5.     ບໍ່ອອກກຳລັງກາຍ ນັກວິໄຈພົບວ່າ ບຸກຄົນທີ່ອອກກຳລັງກາຍປະມານ 20 ນາທີຕໍ່ອາທິດນັ້ນຈະມີຄວາມຮູ້ສຶກອິດເມື່ອຍໜ້ອຍ ກ່ວາຄົນທີ່ບໍ່ອອກກຳລັງກາຍ 30% ສຳລັບຜູ້ທີ່ບໍ່ມີເວລາອອກກຳລັງກາຍເພິ່ນແນະນຳວ່າ ອາຫານທີ່ຮັບປະທານນັ້ນຄວນປະກອບ ໄປດ້ວຍພືດຜັກຈະເປັນການດີທີ່ສຸດ.
6.     ອິດທິພົນຂອງເດືອນເກີດ ມີການສຳຫລວດໃນບາງປະເທດພົບວ່າ ຄົນທີ່ເກີດໃນເດືອນທັນວາ ແລະ ມັງກອນ ມັກຈະອ່ອນເພຍ ໃນຫົວຄໍ່າສູງກ່ວາຄົນທີ່ເກີດໃນເດືອນມິຖຸນາ ແລະ ກໍລະກົດ ດັ່ງນັ້ນຄວນ ຕື່ນແຕ່ເຊົ້າຮັບແສງແດດອ່ອນ ແລະ ອາກາດບໍລິສຸດ ແລະ ເສີມດ້ວຍການດື່ມກາເຟໃນຕອນບ່າຍ ເພື່ອກະຕຸ້ນໃຫ້ຮ່າງກາຍມີຊີວິດຊີວາ.
7.     ຄາງກະໄຕແຂງໂຕຫລືບໍ່ ເຮົາສາມາດກວດສອບໄດ້ດ້ວຍວິທີເອົານິ້ວມື 3 ນິ້ວລຽງກັນຍັດເຂົາປາກ ຖ້າຍັດເຂົ້າບໍ່ໄດ້ເພິ່ນບອກວ່າ ຄົນໆນັ້ນມີບັນຫາກ່ຽວກັບໂຣກ TMJ (TemporomandiBular Joint Disorder) ເຊິ່ງບອກເຖິງຄວາມອ່ອນເພຍຂອງກ້າມເນື້ອ ຄວນປຶກສາທັນຕະແພດດ່ວນ.
8.     ເຮືອນຊານຮົກເຮື້ອ(ລວມທັງປະຕູໜ້າຕ່າງເປື້ອນ) ເປັນບ່ອນອາໄສ ແລະ ກະຈາຍເຊື້ອໂຣກ ແລະ ເປັນບ່ອນທຳລາຍສຸຂະພາບ ຈິດຂອງເຮົານຳອີກ.
9.     ການບໍ່ຊັກ ຫລື ຕາກຜ້າຫົ່ມ ແລະ ເສື່ອນອນກໍເປັນສາເຫດໜຶ່ງເຮັດໃຫ້ເຮົາອ່ອນເພຍ ເພາະມັນເກີດຄວາມຊຸ່ມ ແລະ ກິ່ນທີ່ກວນ ໃຈ ພ້ອມນັ້ນຍັງເຮັດໃຫ້ເກີດ ແລະ ຂະຫຍາຍຕົວຂອງ ເຊື້ອພະຍາດໄດ້ ດີແທ້ຫ້ອງນອນຄວນມີການເປີດປ່ອງຢ້ຽມໃຫ້ລົມລ່ວງ ແລະ ມີແສງແດດເຂົ້າເຖິງ.
10.  ຄວາມຊັກຊ້າງົ່ມງ່າມ ຈະເຮັດໃຫ້ຮ່າງກາຍໃຊ້ພະລັງງານຫລາຍ ເພາະປະລິມານການອັດສີດເລືອດເຂົ້າສະໝອງໜ້ອຍກ່ວາຄົນທີ່ ວ່ອງໄວຫ້າວຫັນ.
11.  ການຢູ່ໃກ້ຄົນທີ່ມີແນວຄິດຫຍໍ້ທໍ້(ຄົນທີ່ເບິ່ງໂລກໃນແງ່ຮ້າຍ)ກໍຈະເຮັດໃຫ້ເຮົາເຂົ້າໃຈ ແລະ ເອົາໃຈເຂົາ ໃນທີ່ສຸດກໍຈະເປັນນິດໄສ ເຮັດໃຫ້ເຮົາເກີດມີຄວາມຫົດຫູ່ບໍ່ສູ້ຊີວິດ ຄິດສັ້ນ ແລະ ເມື່ອຍໃຈ…
12.  ຢູ່ໃກ້ເຄື່ອງໃຊ້ໄຟຟ້າຫລາຍແລະດົນເກີນໄປ. ສົ້ນບວກ(+) ທີ່ມີໃນເຄື່ອງອີເລັກໂຕຣນິກ ຫລື ເຄື່ອງປັບອາກາດອາດກະຕຸ້ນໃຫ້ເກີດ ໂຮໂມນທີ່ເຮັດໃຫ້ເຮົາອ່ອນເພຍ ແລະ ຊຶມເສົ້າໄດ້.
13.  ການບໍ່ກິນອາຫານເຊົ້າ ຫລື ການດ່ືມກາເຟຕອນເຊົ້າ ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ເຮົາເມື່ອຍ. ມີການວິໄຈ ພົບວ່າ 50% ຂອງຄົນທີ່ບໍ່ກິນເຂົ້າເຊົ້າ ຫລື ດື່ມກາເຟ ມີອາການອ່ອນເພຍໄວ ແລະ ມີເຖິງ 13% ແມ່ນເຂົາ ບໍ່ສາມາດເຮັດວຽກໄດ້.
14.  ຮ້າງກາຍມີບັນຫາ ແມ່ນວ່າຈະເຈັບພຽງໜ້າເອິກເລັກນ້ອຍກໍຕາມກໍຢ່ານິ້ງນອນໃຈ ເພາະນັ້ນມັນອາດເປັນການສັນຍານບອກເຖິງ ການລິເລີ່ມຂອງການເປັນໂລກຫົວໃຈ. ມີການສຳຫລວດວ່າ 30% ຂອງການອ່ອນເພຍຈາກການປວດບໍລິເວນເອິກ ແມ່ນກ່ຽວພັນກັບໂລກຫົວໃຈ ແລະ 70% ແມ່ນການອ່ອນເພຍຍ້ອນພັກຜ່ອນບໍ່ພຽງພໍ.
15.  ການອົດຫາວ. ການຫາວເປັນທຳມະຊາດຂອງຮ່າງກາຍເພື່ອກະຕຸ່ນໃຫ້ຮ່າງກາຍຕື່ນນັກວິທະຍາສາດ ບອກວ່າການຫາວ ຈະເປັນການບໍລິຫານກາມ ແລະ ບີບເລືອດບໍລິເວນໃບໜ້າເຊິ່ງບັງຄັບໃຫ້ ເລືອດໄປລ້ຽງ ສະໝອງ. ເມື່ອເຮົາກັ້ນຫາວຍ້ອນອຍງ ມັນຈະເປັນການຢັບຢັ້ງຂະບວນການດັ່ງກ່າວອັນເປັນສາເຫດເຮັດ ໃຫ້ເຮົາອ່ອນເພຍ.
16.  ການດຳລົງຊີວິດຕາມຕາຕະລາງ(ຕາມແຜນວຽກ)ກໍເຮັດໃຫ້ເຮົາອ່ອນເພຍໄດ້ໄວ ເພາະເຮົາຕ້ອງແລ່ນນຳ ເວລາເພື່ອສຳເລັດນ້າທີ່ ໂດຍທີ່ເຮົາບໍ່ໄດ້ຄຳນຶງເຖິງຄວາມສຸກທີ່ສາມາດມີໄດ້ໃນເວລາເຮັດວຽກ.
17.  ໝອນເກົ່າເກີນໄປກໍແມ່ນສາເຫດໜຶ່ງທີ່ເຮັດໃຫ້ເຮົານອນຫລັບບໍ່ເຕັມເມັດເຕັມໜ່ວຍເພາະໝອນນັ້ນອາດ ແຫລວເກີນໄປ, ຊົບໝອນອາດແຂງກະດ້າງ, ກິ່ນບໍ່ໂສພາ ແລະ ອາດເປັນບ່ອນແພ່ພັນຂອງເຊື້ອພະຍາດ ສູ່ຕົວເຮົາໄດ້ ຈຶ່ງເຮັດໃຫ້ ເຮົາອ່ອນເພຍໄດ້ງ່າຍ....
18.  ຄວາມບໍ່ສະຫງົບໃນຄອບຄົວ ຫລື ສຳນັກງານ ກໍແມ່ນສາເຫດສຳຄັນໃນການເຮັດໃຫ້ອ່ອນເພຍສຸດໆ
ໃຜມີສາເຫດອື່ນໆ….ຊ່ວຍສະແດງຄຳເຫັນເດີ້
ຂອບໃຈ

12.2.11

ຄຳຜ່ອນ ໄຊອຸດົມ: ໑໔ ກຸມພາ ວັນເອີຍຄຳວ່າ “......”

ຄຳຜ່ອນ ໄຊອຸດົມ: ໑໔ ກຸມພາ ວັນເອີຍຄຳວ່າ “......”

໑໔ ກຸມພາ ວັນເອີຍຄຳວ່າ “......”


ແດ່ຄວາມຮັກ....ເນື່ອງໃນວັນວາເລັນໄທນ໌
ຄໍາວ່າ“ຈົບ” ຄຳສຸດເສົ້າ  ບໍ່ປະທັບດວງຈິດ
ຄຳບອກລາ ຄວາມເປັນມິດ ຄຳສ້າງສັນສັດຕູໄວ້
ບອກຫົວໃຈວ່າ ຄຳນີ້ ທໍລະພີຮັກຂະໜາດ
ໃຜຢ່າວາງວາດເວົ້າ  ມັນຊິເສົ້າໂສກລະທົມ....

ຄຳວ່າຮັກ ພຽງລັ່ນມົ້ມ  ຮີມປາກບາງໆສົບ ນັ້ນນາ
ສັງວ່າມີພະລັງສູງ   ຄາດຄະເນບໍ່ມີໄດ້
ໄວໜຸ່ມສາວ ຊະລາເຖົ້າ   ເວົ້າຄືກັນຄຳດຽວບອກ
ຕອກຕື່ມດື່ມດຳສຸດຊາບຊຶ້ງ  ຄຳນຶງໄດ້ຊົ່ວນິລັນ  ເຈົ້າເອີຍ...
(ຂອບໃຈທີ່ອ່ານ)

ຢອກກັນຫລິ້ນ


     *        ນົກເຂົາໄຂ້                   ຍັງເອົາແກ້ມກ່າຍຄອນ
ນົກເຂົານອນ                            ຍັງເອົາແກ້ມກ່າຍໄມ້
ບາດວ່າ “.......” ເປັນໄຂ້            ຊີເອົາແກ້ມກ່າຍໃຜ?

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...