12.5.13

ໃຜເຄີຍໄປທົ່ງໄຫຫີນສອງແດ່ ?



ຂໍ້ມູນນີ້ ຄົງບໍ່ຊັດເຈນເທົ່າທີ່ຄວນ ແຕ່ຄົງພໍເຮັດໃຫ້ທ່ານໄດ້ຮູ້ວ່າ ທົ່ງໄຫຫີນ ທີ່ເຮົາຮູ້ວ່າມີຢູ່ແຂວງຊຽງຂວາງນັ້ນ ມີດ້ວຍກັນຫລາຍບ່ອນ ແຕ່ທີ່ແນ່ໆ ເພິ່ນເປີດໃຫ້ເຂົ້າຊົມແລ້ວເຖິງ ໓ ແຫ່ງ ເຊິ່ງແຕ່ລະແຫ່ງມີສະຖານທີ່ຕັ້ງທີ່ຫ່າງກັນພໍສົມຄວນ...
....ໄຫໃຫຍ່ໆ ຢາຍໄປຕາມທົ່ງ ໂນນຂຶ້ນ ຄ້ອຍລົງ ຈົນສຸດຂອບຟ້າ
ມີປະຫວັດ ເລົ່າຂານນານມາ ເປັນໄຫເຫລົ້າເຈົ້າຟ້າ ທ້າວຮຸ່ງ ທ້າວເຈືອງ....
ທົ່ງໄຫຫີນ ທີ່ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ 
 ມີການເລົ່າກັນວ່າມີຊາວບ້ານໄປພົບດົນແລ້ວ ລະຫວ່າງທີ່ເຂົາເຈົ້າໄປຫາເຄື່ອງປ່າ ແລະ ລ່າສັດ. ໄຫຫີນເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ ໑,໕ ແມັດ(ໜ່ວຍທີໃຫຍເສັ້ນຜ່າກາງ ໒,໕ ແມັດ ສູງ ໒,໕໗ ແມັດ) ນ້ຳໜັກຫລາຍທີ່ສຸດເຖິງ ໑໕ ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດ ໜັກປະມານ ໔໐-໕໐  ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນເຂດໂພນສະຫວັນ ແລະ ຍັງມີຢູ່ ບ່ອນອື່ນໆອີກໃນແຂວງຊຽງຂວາງ.

  ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງ ຮອຍການລາກແກ່ມາຈາກບ່ອນອື່ນ ໄຫບາງໜ່ວຍມີລັກສະນະການແກະສະຫຼັກຍັງບໍ່ແລ້ວກໍມີ ນອກຈາກນີ້ເພິ່ນວ່າມີການຄົ້ນພົບກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນ ເຄື່ອງຢືນຢັນວ່າ ມີການໃຊ້ໄຫຫີນໃນພິທີຝັງສົບ ຢ່າງໃດກໍຕາມຍັງບໍ່ທັນມີການຢືນຢັນທີ່ເປັນການ ຮັບຮອງທີ່ ຊັດເຈນ. ສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນ ໜ້າຈະເປັນແຜ່ນຫີນທີ່ໃຊ້ ປິດ-ເປີດໄຫຫີນ ແລະ ເປັນສ່ວນໜ່ຶງໃນການປະກອບພິທີຕາມຄວາມເຊື່ອຖື.... 

ອ້ອມຮອບໄຫຫີນເພິ່ນວ່າຍັງໄດ້ພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບຫລໍ່ທອງສຳລິດຂອງວຽດນາມ ເພິ່ນຄາດເດົາໄວ້ໃນບາງເອກະສານວ່າ ຊົນເຜົ່າ ທີ່ສ້າງ ໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍ ໄປທົ່ວພູມີພາກແຖວນີ້ອີກດ້ວຍ.
ນັກບູຮານຄະດີລຸ້ນຫລັງໆລົງ ຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງ ພວກຈາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນເຂດນີ້ໃນເມື່ອກ່ອນ,
ສຳລັບທົ່ງໄຫຫີນໜຶ່ງ(໑)ນີ້ ມີຖະໜົນເຂົ້າສະດວກ ແລະ ທາງລັດຖະບານ ໄດ້ເກັບກູ້ລະເບີດອອກ ໝົດແລ້ວ ທົ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື: 
ທົ່ງໄຫຫີນ ໑ ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ທີ່ເຄີຍເປັນເມືອງຫລວງເກົ່າ ໄລຍະທາງປະມານ ໗ ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າ ໓໓໔ ໜ່ວຍ ເຊິ່ງມີຈຳນວນກວ່າກຸ່ມອື່ນໆ. 
ທົ່ງໄຫຫີນ ໒ ໄກຈາກທົ່ງໄຫຫີນ ປະມານ ໑໐ ກ່ວາກິໂລແມັດ ປະກອບດ້ວຍໄຫຫີນປະມານ ໕໐ ໜ່ວຍ ກະຈາຍຢູ່ເທິງໂນນພູນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງນາ ເຊິ່ງເປັນພາບທີ່ສວຍງາມຫລາຍ
 ເສັ້ນທາງໄປທົ່ງໄຫຫີນສອງ ປັດຈຸບັນກຳລັງປັບປຸງ ຫາກເຮົາໄປໃນຍາມຝົນ ຂັບລົດຕ້ອງລະມັດ ລະວັງ ດີແທ້ຄວນໃຊ້ລົດຂັບເຄື່ອນສີ່ລໍ້...
ຢູ່ປາກທາງເຂົ້າ ຈະມີປ້າຍບອກວ່າ ສະຖານທີ່ທ່ອງທ່ຽວແຫ່ງນີ້ ໄດ້ຮັບການກວດກາ ແລະ ເກັບກູ້ລະເບີດທີ່ຕົກຄ້າງແລ້ວ ແລະ ມີຄຳແນະນຳໃຫ້ເດີນຕາມເຄື່ອງໝາຍຂອງອົງການ ເກັບກູ້ລະເບີດ...ເພື່ອຄວາມປອດໄພ..
 ເຮົາຕ້ອງຍ່າງຂຶ້ນພູດິນແດງ ທີ່ສອງຟາກທາງເຕັມໄປດ້ວຍຕົ້ນແປກ...
ຕາມທີ່ປ້າຍແນະນຳ ໒໐໐ ແມັດ ແຕ່ມັນເໝືອນໄກເອົາແທ້ໆ ເໝືອນ ໒໐໐໐ ແມັດ ຫລາຍກ່ວາ...
ເວລາຍ່າງຂຶ້ນໄປຫາບ່ອນໄຫຫີນຢູ່ ເຮົາສາມມາດມອງພາບດ້ານລຸ່ມທີ່ສວຍງາມໄດ້ຢ່າງເຕັມອີ່ມ

 ກ່ວາຈະຮອດທາງຍ່າງຂຶ້ນຫາທີ່ຢູ່ຂອງໄຫຫີນກໍເອົາເມື່ອຍ....ສົມຄວນ...
 ທາງຂຶ້ນຊັນສົມຄວນ ເວລາຫັນກັບມອງເຫັນພາບດ້ານລຸ່ມ...ງາມຫລາຍ...ຫາຍເມື່ອຍ...

ເຮົາຈະເຫັນໄຫຢູ່ລາມກັນເປັນກຸ່ມ ກ້ອງຕົ້ນໄມ້ ເຫັນແລ້ວຮູ້ສຶກວ່າຫວິວໆວາດໃດວາດໜຶ່ງ...

ສັງເກດເຫັນວ່າ ໄຫຫີນໃນທີ່ນີ້ ມີລັກສະນະສີ່ລ່ຽມ ແລະ ຍາວໃຫຍເປັນສ່ວນຫລາຍ...
ໄຫບາງໜ່ວຍມີຕົ້ນໄມ້ເກີດໃສ່ ຈົນແຕກ ແລະຜຸພັງຕາມການເວລາ
ອ້ອມຮອບບໍລິເວນກຸ່ມໄຫຫີນ ຈະມີຕົ້ນແປກທີ່ອ່າວໃຫຍ່ ເມື່ອລົມພັດມາຈະໄດ້ຍິນສຽງແປກດັງ ຄ້າຍກັບວ່າສຽງນ້ຳຕົກທີ່ດັງມາແຕ່ໄກ...
ຈາກຈຸດພາບເທິງ ຫລຽວກັບຄືນກໍຈະເຫັນພາບທົ່ງທີ່ກ້ວາງຂວາງຢູ່ຂ້າງລຸ່ມ

ທົ່ງໄຫຫີນ ໓ ຄືກຸ່ມໄຫຫີນພູສະລາໂຕ ເພິ່ນບອກວ່າຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ ໒໕ ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນ ທົ່ງຫຍ້າປະມານ ໙໐ ໜ່ວຍ ແຕ່ເວລາຈຳກັດ ຂ້າພະເຈົ້າບໍ່ສາມາດໄປເຖິງໄດ້ ຄິດວ່າ ໂອກາດໜ້າ ຈະໄປເຖິງແນ່ນອນ ເພາະມື້ເດີນທາງຝົນຕົກ ເສັ້ນທາງໝື່ນຫລາຍ ເລີຍກັບໂພນສະຫວັນກ່ອນ....
 (ທາງໄປທົ່ງໄຫຫີນ ສາມ ພາບຈາກ http://www.ounon19.com )
 (ທົ່ງໄຫຫີນ ສາມ ພາບຈາກ http://www.ounon19.com )
ເບິ່ງພາບເພີ່ມເຕີມ See More
(ຂອບໃຈທີ່ອ່ານ ຊ່ວຍແນະນຳດ້ວຍ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...