12.5.13

ຄວາມຊົງຈຳ ທີ່ບໍ່ມີວັນລືມ...

ມັນເປັນພຽງຄວາມເຂົ້າໃຈສະເພາະບຸກຄົນ ທີ່ຢາກບັນທຶກໄວ້ ເພື່ອຄວາມຊົງຈຳ....
ຂ້ອຍບໍ່ໄດ້ເປັນຄົນຊຽງຂວາງ-ເມືອງຄູນ ໂດຍກຳເນີດ ແຕ່ຂ້ອຍກໍເປັນຄົນລາວຜູ້ໜຶ່ງ ທີ່ຢາກເຜີຍແຜ່ພາບນີ້...

ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າ ລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມ ສົມບູນເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ ໒໘໒໐ ແມັດ.
ແຂວງຊຽງຂວາງຖືກເຜົາຜານບ້ານເຮືອນໃນສະໄໝສົງຄາມຢ່າງໜັກໜ່ວງໃນຊຸມປີ ໗໐ (໑໙໗໐) ຈົນບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ, ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປ ປະເທດຫວຽດນາມ ແລະ ສ່ວນໜຶ່ງໄປວຽງຈັນ. ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງສ່ວນໜຶ່ງໄດ້ກັບຄືນບ້ານເກີດ ແລະ ໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃໝ່ຂຶ້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນ ຄືເມືອງໂພນສະຫວັນ.

ນີ້ເປັນຮ່ອງຮອຍແຫ່ງຄວາມຈະເລີນຂອງເມືອງເອກ(ເກົ່າ)ຂອງແຂວງຂຽງຂວາງ ເຊິ່ງຫລົງເຫລືອ ຈາກໄພສົງຄາມ(ໂຮງໝໍຝຣັ່ງ ເຊິ່ງຕັ້ງຢູ່ຂ້າງຫ້ອງການໄຟຟ້າເມືອງຄູນປັດຈຸບັນ)

ເມືອງຄູນ ແຂວງຊຽງຂວາງ ເປັນເມືອງໜຶ່ງທີ່ເກົ່າແກ່ທີ່ສຸດ ຂອງລາວ ຕັ້ງຢູ່ ພາກເໜືອຂອງ ສປປລາວ ເມືອງນີ້ມີຊື່ສຽງໂດ່ງດັ່ງທົ່ວໂລກ ເນື່ອງຈາກເປັນ ເມືອງທີ່ມີຮ່ອງຮອຍປະຫວັດສາດ ເກົ່າແກ່ ມີກະສັດປົກຄອງມາແລ້ວ ໒໓ ພະອົງເປັນອານາຈັກ ຫລື ແຄວ້ນໜຶ່ງທີ່ຍິ່ງໃຫຍ່ໃນສະ ໄໝກ່ອນ ເຈົ້າຟ້າງຸ້ມໄດ້ທ້ອນໂຮມລາວ ໃນກາງສະຕະວັດທີ ໑໔ ແລະ ເປັນເມືອງທີ່ມີຮ່ອງຮອຍ ຂອງວັດທະນະທຳບູຮານຫລວງຫລາຍໃນຕຳນານພົງສາວດານສືບຕໍ່ກັນມາ.
ນີ້ແມ່ນພາບການທຳບຸນ ທີ່ວັດເພຍວັດ ເມືອງຄູນ ແຂວງຊຽງຂວາງ ເຊິ່ງຖ່າຍໄວ້ກ່ອນສົງຄາມເກີດ ຂຶ້ນ ເຊິ່ງເວົ້າໄດ້ວ່າ ວັດໄດ້ກາຍເປັນສູນລວມແຫ່ງຈິດໃຈຂອງມວນຊົນແທ້ຈິງ.

ພະພຸດທະຮູບອົງໃຫຍ່ ໃນສິມ ປາງມານວິໄຊ ທີ່ຍັງຫລົງເຫລືອຈາກການທຳລາຍຂອງສົງຄາມ

ຝາສິມທີ່ເມື່ອກ່ອນແສນສວຍງາມ ຍັງເຫລືອໄວ້ໃຫ້ລູກຫລານໄດ້ເຫັນພຽງເທົ່ານີ້ລະ



ເສົາສິມ ຕົ້ນທີ່ຍັງສົມບູນທີ່ສຸດ...


...ຊຽງຂວາງ ເປັນແດນວິມານ ໜາວກາຍສະທ້ານ ໜາວສັ່ນສະເທືອນພູຈົງເປັນວົງແສງເດືອນ ເມກນ້ອຍລອຍເລື່ອນ ຍາມເມື່ອເດືອນວັນເພັງ...
(ວັດນີ້ຕັ້ງຢູ່ບ້ານເພຍວັດ ເມືອງຄູນ ແຂວງຊຽງຂວາງ ດ້ານຫລັງຂອງວັດ ສາຍພູທີ່ເຫັນຢູ່ດ້ານຫລັງ ນັ້ນ ເພິ່ນເອີ້ນວ່າ: “ພູຈົງ” (ເປັນວົງແສງເດືອນ....ຕາມເນື້ອເພງທີ່ບັນຍາຍໄວ້)

ພະທາດຝຸ່ນ ເມືອງຄູນແຂວງຊຽງຂວາງ ກໍເປັນໜຶ່ງ ທີ່ຄົນສ່ວນຫລາຍຍັງບໍ່ທັນຮູ້ຈັກ, ເປັນພະທາດທີ່ມີລັກສະນະມົນ ແລະ ສູງ. ປັດຈຸບັນຍັງຄົງຄວາມສົມບູນໄວ້ພໍສົມຄວນ, ເນື່ອງຈາກ ຖານຂອງພະທາດຖືກເຈາະ ຈາກພວກລ່າສົມບັດ ສະໄໝເສິກຫໍ້ ເຊິ່ງການເຈາະດັ່ງກ່າວມີຮູຂະ ໜາດໃຫຍ່ ຈົນຄົນເຮົາສາມາດເຂົ້າໄດ້ສະບາຍ...
ເຊື່ອກັນວ່າ ພະທາດຝຸ່ນນີ້ໄດ້ທຳການບູລະນະມາຫລາຍຄັ້ງ ເມື່ອເບິ່ງຂ້າງໃນແລ້ວ ເຫັນວ່າເປັນການສ້າງທາດ(ໃຫຍ່)ກວາມເອົາທາດອົງນ້ອຍທີ່ມີຢູ່ກ່ອນ
ແລະ ຕາມການບອກເລົ່າຂອງຄົນພື້ນບ້ານເລົ່າຕໍ່ກັນມາວ່າ: ຢູ່ເມືອງຄູນ ນອກຈາກທາດຝຸ່ນ ນີ້ແລ້ວ ຍັງມີ ພະທາດຈອມເພັດ ທີ່ຕັ້ງຢູ່ບໍ່ຫ່າງໄປກັນ ແຕ່ກໍຖືກປຸ້ນສະດົມ ຈາກພວກຫໍ້ ພວກລ່າ ສົມບັດຄືກັນ ເຖິງສອງຄັ້ງ ຄືລະຫວ່າງປີ  ຄ.ສ ໑໔໐໐ ແລະ ໑໖໐໐
(ຂໍ້ມູນນີ້ບໍ່ຊັດເຈນ ອາດເປັນ ຄ.ສ ຫລາຍກ່ວາ)

ພະທາດຈອມເພັດ ປັດຈຸບັນບໍ່ມີີຈອມແລ້ວ. ການທີ່ຊາວເມືອງຄູນເອີ້ນທາດຈອມເພັດນັ້ນ ກໍເພາະວ່າ ພະທາດອົງນີ້ມີເພັດນິນຈີນດາບັນຈຸຢູ່ ແລະ ຈະອອກແສງຍິບໆຍັບໆ ເມື່ອຕ້ອງແສງ ຕາເວັນ ແຕ່ພະທາດນີ້ກໍຖືກພວກໂຈນຫໍ້ປຸ້ນສະດົມ ແລະ ເຮັດໃຫ້ຈອມຫັກເຖິງສອງຄັ້ງ. ປັດຈຸບັນອົງທາດມີຄວາມຊຸດໂຊມຫລາຍ ແຕ່ເຖິງຢ່າງໃດກໍຕາມ ກໍຍັງເປັນທີ່ເຄົາລົບ ຂອງຊາວເມືອງ ແລະ ເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງຂອງເມືອງຄູນ....

(...ຊ່ວຍເພີ່ມເຕີມຂໍ້ມູນໃຫ້ອີກແດ່...ຖ້າຂໍ້ມູນຜິດພາດຊ່ວຍແນະນຳ...)
ຂອບໃຈທີ່ອ່ານ ເບິ່ງພາບເພີ່ມເຕີມທີ່ນີ້ ກົດເລີຍ ClickHere

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...