(ຄຳຂວັນແຂວງຫັວພັນ)
ງົດງາມນ້ຳມ້າສ່ອງໃສ, ວຽງໄຊປະຫັວດສາດ, ຜ້າໄໝຊຳໃຕ້, ຫີນຕັ້ງຜາເມືອງ, ຖິ່ນພູສາມເສົ້າ, ຄົກເຂົ້ານ້ຳລິນ, ແຜ່ນດິນວິຣະຊົນ
ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຄົນຍັງບໍ່ໄດ້ໄປທ່ຽວຊົມພໍປານໃດ ເນື່ອງຈາກເສັ້ນທາງຍັງລຳບາກ ຫາກແມ່ນຍາມຝົນ ຕ້ອງໃຊ້ລົດຂັບເຄື່ອນສີ່ລໍ້ເທົ່ານັ້ນ. ດຽວນີ້ເພິ່ນກຳລັງປັບປຸງເສັ້ນທາງນີ້ຢູ່.... “ຫີນຕັ້ງ” ຫລາຍຄົນເຄີຍໄດ້ຍິງຜ່ານຫູ ແຕ່ຫລາຍຄົນຍັງບໍ່ຮູ້ເທື່ອວ່າມັນຢູ່ແຫ່ງຫົນໃດ. ສະຖານທີ່ທ່ອງທ່ຽວ“ຫີນຕັ້ງ” ຕັ້ງຢູ່ ເມືອງຫົວເມືອງ, ແຂວງຫົວພັນ ແມ່ນອີກຈຸດຫນຶ່ງທີ່ຫນ້າສົນໃຈສະຖານທີ່ດັ່ງ ກ່າວຕັ້ງຢູ່ໃນບໍລິເວນສັນພູກອງພັນເຂດບ້ານ “ປ່າຈ່າ” ຫ່າງໄກຈາກເທດສະບານເມືອງຊຳເໜືອປະມານ ໖໔ ກິໂລແມັດ ແລະ ຫ່າງຈາກເສັ້ນທາງຫລວງໝາຍເລກ ໖ ຕາມເສັ້ນທາງດິນແດງ ປະມານ ໗ ກິໂລແມັດ ເຊິ່ງທັງສອງຟາກທາງສະພາບແວດລ້ອມຍັງດີຫລາຍ ມີປ່າໄມ້ແປກສະຫລັບເປັນຍ່ານໆໆ
ບ້ານປ່າຈ່າ ເປັນບ້ານຂອງຊົນເຜົ່າ”ກຶມໝຸ“ ແລະ ປະຊາຊົນບ້ານນີ້ ແລະ ໃກ້ຄຽງຈະຄອຍດູແລຮັກສາ ສະຖານທີ່ທ່ອງທ່ຽວແຫ່ງນີ້...
ພໍເຮົາເຂົ້າເຖິງບໍລິເວນຫີນຕັ້ງ ເຮົາຈະເຫັນແຜ່ນຫີນຕັ້ງລຽງລາຍກັນເປັນຈຸດໆ ເຊິ່ງຊາວບ້ານບອກວ່າ ຫີນຕັ້ງນີ້ມີຫລາຍກຸ່ມ ແລະ ກິນເນື້ອທີ່ຫລາຍກີໂລຕາແມັດ
ຕາມກສານສັນລະສູດຂອງ ນັກບູຮານຄະດີໃຫ້ຮູ້ວ່າ : ຫີນຕັ້ງ ດັ່ງກ່າວມີອາຍຸເກົ່າແກ່ປະມານ໑.໕໐໐ກວ່າປີ ຜ່ານມາແລ້ວ, ຈາກຊົນເຜົ່າກຸ່ມຫນຶ່ງໄດ້ປະຮ່ອງ ຮອຍຫີນຕັ້ງຈຳນວນຫລາຍກ່ວາ ໑໐໐ ອັນ ຢັ່ງຢາຍຍາວຢຽດໄປຕາມສັນພູ “ກອງພັນ” ເຊິ່ງນັກສຳຫລວດໄດ້ ຈັດເປັນ ໓ ກຸ່ມໃຫຍ່ ແລະ ກຸ່ມນ້ອຍອີກຫລາຍໆກຸ່ມ. ຫີນຕັ້ງດັ່ງກ່າວແມ່ນ ຫີນກະດິດຖືກຕັດໃຫ້ ເປັນແຜ່ນບາງສູງຕັ້ງຢູ່ເປັນຈຸດ ໃນພື້ນດິນບໍລິເວນດັ່ງກ່າວເຮັດ ເປັນຮູບວົງມົນ, ມີເສັ້ນຜ່າ ສູນກາງປະມານ ໒ ແມັດຂຶ້ນໄປກໍມີ.
ການສຳສຫລວດ ຄັ້ງທຳອິດມີຂຶ້ນໃນປີ ຄສ ໑໙໓໑ ຈາກນັກຄົ້ນ ຄວ້າຊາວຝຣັ່ງ(ຄາດວ່າທີມດຽວກັບການຄົ້ນຄ້ວາຫລັກຖານທົ່ງໄຫຫີນ) ໄດ້ເຮັດການສຳຫລວດບາງບູຮານຄະດີໃນບໍລິເວນຫີນຕັ້ງແຫ່ງນີ້. ເບື້ອງຕົ້ນແມ່ນໄດ້ຄົ້ນພົບວັດຖຸບູຮານຈຳນວນຫນຶ່ງເຊັ່ນ : ໂຖໃສ່ກະດູກ ທີ່ເຮັດດ້ວຍດິນເຜົາ, ດ້ານໃນມີເຄື່ອງປະດັບ ເອ້ຈຳນວນ ຫນຶ່ງທີ່ກ່ຽວຂ້ອງກັບ ພິທີກຳເຮັດດ້ວຍດິນເຜົາເຊັ່ນ : ກອງ, ແຄນທອງ, ກອກຢາ, ໄຫ ເຫລົ້າ, ຖ້ວຍຈານ, ນ້ຳເຕົ້າດິນ ແລະ ອື່ນໆ(ບໍ່ຮູ້ວ່າເພິ່ນໄດ້ເກັບຮັກສາວັດຖຸເລົ່ານັ້ນໄວ້ບໍ່). ແຕ່ເຖິງຢ່າງໃດຫີນ ຕັ້ງແຫ່ງນີ້ ຍັງຄົງເຊື່ອງຊ້ອນ ຄວາມລຶກລັບປິດສະຫນາໃຫ້ນັກ ຄົ້ນຄວ້າທາງບູຮານວັນນະຄະດີ ຫລຸ້ນໃຫມ່ຈະຕ້ອງໄດ້ເອົາໃຈໃສ່ ສຶກສາຄົ້ນຄວ້າໃນອະນາຄົດຕໍ່ໄປ
ນອກຈີ້ຍັງມີປ່ຽງຫີນນ້ອຍຝັງ ຕິດກັບຜະຫນັງໃຫ້ເປັນລູກຂັ້ນ ໄດລົງສູ່ຫ້ອງພື້ນດິນທີ່ເປັນຫ້ອງຝັັງສົບຂອງຄົນສະໄຫມນັ້ນ, ຫີນຕັ້ງເມືອງຫົວເມືອງນີ້ສັນສິຖານວ່າ : ເປັນວັດທະນະທຳຮ່ວມຍຸກກັບທົ່ງໄຫຫີນຢູ່ແຂວງຊຽງຂວາງ.
ມາຮອດປັດຈຸບັນ ກໍຍັງບໍ່ມີຫລັກຖານອ້າງອີງທີ່ຊັດເຈນວ່າແມ່ນໃຜເປັນຄົນສ້າງ, ສ້າງເມື່ອປີໃດ ແລະ ສ້າງເພື່ອຈຸດປະສົງອັນໃດ....ນອກຈາກມີນິທານປະລຳປະລາ ທີ່ເລົ່າສືບຕໍ່ກັນມາຊ້ານານເທົ່ານັ້ນ.....
....ກ່ອນນີ້ ຫລາຍພັນປີມາແລ້ວ.....ດິນແດນແຫ່ງນີ້ມີເຈົ້າຄອບຄອງຊື່ວ່າ: “ບາຣາດ ຫລື ທ້າວ ຣາດອັ້ງ” ເຊິ່ງເປັນຄົນທີ່ມີຣິດເດດຫລາຍ ແລະ ມີອາວຸດວິເສດຄຽງກາຍເຖິງ ໓ ຢ່າງຄື: ຂວານເພັດ, ເຫລັກຊີ ແລະ ກອງສອງໜ້າ(ເຊື່ອກັນວ່າແມ່ນຄ້ອງບັ້ງຂອງຊົນເຜົ່າກຶມໝຸ).
ອາວຸດທັງ ໓ ຢ່າງມີຄວາມວິເສດຄື: ຂວານເພັດເອົາໄວ້ຕັດຫີນ, ເຫລັກຊີ ເອົາໄວ້ເຈາະບໍ່ນ້ຳ ແລະ ກອງສອງໜ້າເອົາໄວ້ຕີ ລະດົມພົນເພື່ອປາບສັດຕູໝູ່ມານ ເຊິ່ງມີການເລົ່າກັນວ່າ ເມື່ອໃດທ້າວ ຣາດອັ້ງຕີກອງໜ້າໜຶ່ງ ແມ່ທໍລະນີ ແລະ ເທວະດາຈະລົງມາຊ່ວຍສູ້ຮົບ ແລະ ຖ້າຕີອີກໜ້າໜຶ່ງກໍຈະເຮັດໃຫ້ສັດຕູນັ້ນດີ້ນຕາຍທົ່ວໜ້າ...
ມີການເລົ່າກັນວ່າ ທ້າວຣາດອັ້ງ ມີອຳນາດທີ່ເຂັ້ມແຂງຕໍ່ລອງໄດ້ເທົ່າກັບເຈົ້າຫລວງພະບາງ ແລະ ໄດ້ປະຕິເສດ ທີ່ຈະເປັນຫົວເມືອງຂຶ້ນຂອງຫລວງພະບາງ ແລະ ເຄີຍເຮັດເສິກສົງຄາມຕໍ່ສູ້ກັນມາແລ້ວຄັ້ງໜຶ່ງ ແຕ່ບໍ່ສາມາດຊະນະກອງກຳລັງຂອງທ້າວ ຣາດອັ້ງໄດ້.
ຍ້ອນຄວາມລະແວງວ່າ ຈະມີຄົນມາຮຸກຮານ ທ້າວ ຣາດອັ້ງຈ່ຶງໄດ້ຕີກອງຮ້ອງປ່າວຂຶ້ນຫາກຸ່ມເທວະດາ ຟ້າດິນ ໄດ້ຍິນກໍເກນກອງທັບມາຊ່ວຍ. ແຕ່ພໍມາເຖິງ ກໍບໍ່ເຫັນວ່າມີສັດຕູແມ່ນແຕ່ຄົນດຽວ ພວກເຂົາໂກດແຄ້ນຫລາຍ ຈຶ່ງໄດ້ນຳເອົາກອງທັບພ້ອມກອງສອງໜ້ານັ້ນກັບຄືນໄປ.
ເມື່ອເປັນເຊັ່ນນີ້ ທ້າວຣາດອັ້ງ ເຫັນວ່າຕົນຍັງມີອາວຸດວິເສດພຽງ ໒ ສິ່ງ ຈຶ່ງໄດ້ໃຫ້ປະຊາຊົນ ຂອງຕົນເອງກຽມ ສ້າງເມືອງໃໝ່ ໂດຍໃຊ້ຂວານເພັດຂອງຕົນໄປຕັດເອົາຫີນຈາກລ້ອງ "ນ້ຳເປິນ"ມາກອງໄວ້....ແຕ່ຂ່າວນີ້ໄດ້ລືໄປເຖິງ ຫູສັດຕູຂອງຕົນທີ່ຫລວງພະບາງ ພວກເຂົາຈຶ່ງວາງກົນອຸບາຍໃຫ້ລູກຊາຍ ໒ ຄົນຂອງທ້າວ ຣາດອັ້ງນັ້ນຍ່າງລຸຍຜ່ານກອງໄຟ ແລະ ເຫດການນີ້ ໄດ້ເຮັດໃຫ້ ອາວຸດຄູ່ກາຍຂອງ ຣາດອັ້ງ ນັ້ນສູນເສຍຄວາມສັກສິດໄປ ຈົນບໍ່ສາມາດສ້າງເມືອງໃໝ່ໄດ້. ດ້ວຍເຫດນີ້ ພວກເຮົາຈຶ່ງຍັງເຫັນກອງເຫັນດັ່ງກ່າວກອງໄວ້ເປັນໝູ່ ເປັນກອງ ແລະ ແຜ່ຫລາຍໄປໃນບໍລິເວນນັ້ນ ກິນເນື້ອທີ່ຫລາຍກິໂລແມັດມົນທົນ...
ສະຖານທີ່ທ່ອງທ່ຽວຜາຫີນຕັ້ງດັ່ງກ່າວ ນັບວ່າເປັນທ່າແຮງ ຫນຶ່ງໃນການນຳປະໂຫຍດຈາກການ ທ່ອງທ່ຽວ ມາໃຫ້ທ້ອງຖິ່ນ ເພາະແຫລ່ງທ່ອງທ່ຽວແຫ່ງນີ້ ເປັນອີກຈຸດຫນຶ່ງທີ່ສ້າງຄວາມສົນໃຈ ໃຫ້ກັບສັງຄົມພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນເລື້ອຍໆ. ແຕ່ປັດຈຸບັນການໂຄສະນາໃຫ້ແຫລ່ງທ່ອງທ່ຽວດ່ັງກ່າວຍັງມີຫນ້ອຍ ແລະ ບໍ່ກວ້າງຂວາງ. ເຊິ່ງສິ່ງນີ້ແມ່ນຫນ້າທີ່ ຂອງຂະແຫນງການກ່ຽວຂ້ອງ ກໍຄືອຳນາດການປົກຄອງທ້ອງຖິ່ນຈະ ຕ້ອງໄດ້ອອກແຮງຫລາຍ ຂຶ້ນ ຈຶ່ງຈະຊ່ວຍໃຫ້ກາຍເປັນ ແຫລ່ງລາຍຮັບທີ່ຫມັ້ນຄົງໃຫ້ເມືອງ ແລະ ແຂວງດັ່ງກ່າວ ເພີ່ມຫລາຍຂຶ້ນ.

(ຂອບໃຈທີ່ອ່ານ-ຂອບໃຈເລື່ອງເລົ່າຂອງຊາວບ້ານ ແລະ ຊ່ວຍເພີ່ມເຕີມຂໍ້ມູນໃຫ້ແດ່ເດີ້...)
ຫາກມີຂໍ້ມູນອື່ນທີ່ຊັດເຈນກ່ວາ ຊ່ວຍລົງຄວາມເຫັນຊ່ວຍຜູ້ຂ້າແດ່ເດີ້...
ReplyDelete