4.6.13

ໃຜໄດ້ໄປທ່ຽວຊົມອຸດທິຍານຫີນຕັ້ງແລ້ວແດ່...

(ຄຳຂວັນແຂວງຫັວພັນ)
ງົດງາມນ້ຳມ້າສ່ອງໃສ, ວຽງໄຊປະຫັວດສາດ, ຜ້າໄໝຊຳໃຕ້, ຫີນຕັ້ງຜາເມືອງ,  ຖິ່ນພູສາມເສົ້າ, ຄົກເຂົ້ານ້ຳລິນ, ແຜ່ນດິນວິຣະຊົນ

ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຄົນຍັງບໍ່ໄດ້ໄປທ່ຽວຊົມພໍປານໃດ ເນື່ອງຈາກເສັ້ນທາງຍັງລຳບາກ ຫາກແມ່ນຍາມຝົນ ຕ້ອງໃຊ້ລົດຂັບເຄື່ອນສີ່ລໍ້ເທົ່ານັ້ນ. ດຽວນີ້ເພິ່ນກຳລັງປັບປຸງເສັ້ນທາງນີ້ຢູ່.... “ຫີນຕັ້ງ” ຫລາຍຄົນເຄີຍໄດ້ຍິງຜ່ານຫູ ແຕ່ຫລາຍຄົນຍັງບໍ່ຮູ້ເທື່ອວ່າມັນຢູ່ແຫ່ງຫົນໃດ. ສະຖານທີ່ທ່ອງທ່ຽວ“ຫີນຕັ້ງ” ຕັ້ງຢູ່ ເມືອງຫົວເມືອງ, ແຂວງຫົວພັນ ແມ່ນອີກຈຸດຫນຶ່ງທີ່ຫນ້າສົນໃຈສະຖານທີ່ດັ່ງ ກ່າວຕັ້ງຢູ່ໃນບໍລິເວນສັນພູກອງພັນເຂດບ້ານ “ປ່າຈ່າ” ຫ່າງໄກຈາກເທດສະບານເມືອງຊຳເໜືອປະມານ ໖໔ ກິໂລແມັດ ແລະ ຫ່າງຈາກເສັ້ນທາງຫລວງໝາຍເລກ ໖ ຕາມເສັ້ນທາງດິນແດງ ປະມານ ໗ ກິໂລແມັດ ເຊິ່ງທັງສອງຟາກທາງສະພາບແວດລ້ອມຍັງດີຫລາຍ ມີປ່າໄມ້ແປກສະຫລັບເປັນຍ່ານໆໆ

ບ້ານປ່າຈ່າ ເປັນບ້ານຂອງຊົນເຜົ່າ”ກຶມໝຸ“ ແລະ ປະຊາຊົນບ້ານນີ້ ແລະ ໃກ້ຄຽງຈະຄອຍດູແລຮັກສາ ສະຖານທີ່ທ່ອງທ່ຽວແຫ່ງນີ້...

ພໍເຮົາເຂົ້າເຖິງບໍລິເວນຫີນຕັ້ງ ເຮົາຈະເຫັນແຜ່ນຫີນຕັ້ງລຽງລາຍກັນເປັນຈຸດໆ ເຊິ່ງຊາວບ້ານບອກວ່າ ຫີນຕັ້ງນີ້ມີຫລາຍກຸ່ມ ແລະ ກິນເນື້ອທີ່ຫລາຍກີໂລຕາແມັດ

ຕາມກສານສັນລະສູດຂອງ ນັກບູຮານຄະດີໃຫ້ຮູ້ວ່າ : ຫີນຕັ້ງ ດັ່ງກ່າວມີອາຍຸເກົ່າແກ່ປະມານ໑.໕໐໐ກວ່າປີ ຜ່ານມາແລ້ວ, ຈາກຊົນເຜົ່າກຸ່ມຫນຶ່ງໄດ້ປະຮ່ອງ ຮອຍຫີນຕັ້ງຈຳນວນຫລາຍກ່ວາ ໑໐໐ ອັນ ຢັ່ງຢາຍຍາວຢຽດໄປຕາມສັນພູ “ກອງພັນ” ເຊິ່ງນັກສຳຫລວດໄດ້ ຈັດເປັນ ກຸ່ມໃຫຍ່ ແລະ ກຸ່ມນ້ອຍອີກຫລາຍໆກຸ່ມ. ຫີນຕັ້ງດັ່ງກ່າວແມ່ນ ຫີນກະດິດຖືກຕັດໃຫ້ ເປັນແຜ່ນບາງສູງຕັ້ງຢູ່ເປັນຈຸດ ໃນພື້ນດິນບໍລິເວນດັ່ງກ່າວເຮັດ ເປັນຮູບວົງມົນ, ມີເສັ້ນຜ່າ ສູນກາງປະມານ ໒ ແມັດຂຶ້ນໄປກໍມີ.


ການສຳສຫລວດ ຄັ້ງທຳອິດມີຂຶ້ນໃນປີ ຄສ ໑໙໓໑ ຈາກນັກຄົ້ນ ຄວ້າຊາວຝຣັ່ງ(ຄາດວ່າທີມດຽວກັບການຄົ້ນຄ້ວາຫລັກຖານທົ່ງໄຫຫີນ) ໄດ້ເຮັດການສຳຫລວດບາງບູຮານຄະດີໃນບໍລິເວນຫີນຕັ້ງແຫ່ງນີ້. ເບື້ອງຕົ້ນແມ່ນໄດ້ຄົ້ນພົບວັດຖຸບູຮານຈຳນວນຫນຶ່ງເຊັ່ນ : ໂຖໃສ່ກະດູກ ທີ່ເຮັດດ້ວຍດິນເຜົາ, ດ້ານໃນມີເຄື່ອງປະດັບ ເອ້ຈຳນວນ ຫນຶ່ງທີ່ກ່ຽວຂ້ອງກັບ ພິທີກຳເຮັດດ້ວຍດິນເຜົາເຊັ່ນ : ກອງ, ແຄນທອງ, ກອກຢາ, ໄຫ ເຫລົ້າ, ຖ້ວຍຈານ, ນ້ຳເຕົ້າດິນ ແລະ ອື່ນໆ(ບໍ່ຮູ້ວ່າເພິ່ນໄດ້ເກັບຮັກສາວັດຖຸເລົ່ານັ້ນໄວ້ບໍ່). ແຕ່ເຖິງຢ່າງໃດຫີນ ຕັ້ງແຫ່ງນີ້ ຍັງຄົງເຊື່ອງຊ້ອນ ຄວາມລຶກລັບປິດສະຫນາໃຫ້ນັກ ຄົ້ນຄວ້າທາງບູຮານວັນນະຄະດີ ຫລຸ້ນໃຫມ່ຈະຕ້ອງໄດ້ເອົາໃຈໃສ່ ສຶກສາຄົ້ນຄວ້າໃນອະນາຄົດຕໍ່ໄປ

ນອກຈີ້ຍັງມີປ່ຽງຫີນນ້ອຍຝັງ ຕິດກັບຜະຫນັງໃຫ້ເປັນລູກຂັ້ນ ໄດລົງສູ່ຫ້ອງພື້ນດິນທີ່ເປັນຫ້ອງຝັັງສົບຂອງຄົນສະໄຫມນັ້ນ, ຫີນຕັ້ງເມືອງຫົວເມືອງນີ້ສັນສິຖານວ່າ : ເປັນວັດທະນະທຳຮ່ວມຍຸກກັບທົ່ງໄຫຫີນຢູ່ແຂວງຊຽງຂວາງ.

ມາຮອດປັດຈຸບັນ ກໍຍັງບໍ່ມີຫລັກຖານອ້າງອີງທີ່ຊັດເຈນວ່າແມ່ນໃຜເປັນຄົນສ້າງ, ສ້າງເມື່ອປີໃດ ແລະ ສ້າງເພື່ອຈຸດປະສົງອັນໃດ....ນອກຈາກມີນິທານປະລຳປະລາ ທີ່ເລົ່າສືບຕໍ່ກັນມາຊ້ານານເທົ່ານັ້ນ.....

....ກ່ອນນີ້ ຫລາຍພັນປີມາແລ້ວ.....ດິນແດນແຫ່ງນີ້ມີເຈົ້າຄອບຄອງຊື່ວ່າ: “ບາຣາດ ຫລື ທ້າວ ຣາດອັ້ງ” ເຊິ່ງເປັນຄົນທີ່ມີຣິດເດດຫລາຍ ແລະ ມີອາວຸດວິເສດຄຽງກາຍເຖິງ ຢ່າງຄື: ຂວານເພັດ, ເຫລັກຊີ ແລະ ກອງສອງໜ້າ(ເຊື່ອກັນວ່າແມ່ນຄ້ອງບັ້ງຂອງຊົນເຜົ່າກຶມໝຸ).

ອາວຸດທັງ ໓ ຢ່າງມີຄວາມວິເສດຄື: ຂວານເພັດເອົາໄວ້ຕັດຫີນ, ເຫລັກຊີ ເອົາໄວ້ເຈາະບໍ່ນ້ຳ ແລະ ກອງສອງໜ້າເອົາໄວ້ຕີ ລະດົມພົນເພື່ອປາບສັດຕູໝູ່ມານ ເຊິ່ງມີການເລົ່າກັນວ່າ ເມື່ອໃດທ້າວ ຣາດອັ້ງຕີກອງໜ້າໜຶ່ງ ແມ່ທໍລະນີ ແລະ ເທວະດາຈະລົງມາຊ່ວຍສູ້ຮົບ ແລະ ຖ້າຕີອີກໜ້າໜຶ່ງກໍຈະເຮັດໃຫ້ສັດຕູນັ້ນດີ້ນຕາຍທົ່ວໜ້າ...

ມີການເລົ່າກັນວ່າ ທ້າວຣາດອັ້ງ ມີອຳນາດທີ່ເຂັ້ມແຂງຕໍ່ລອງໄດ້ເທົ່າກັບເຈົ້າຫລວງພະບາງ ແລະ ໄດ້ປະຕິເສດ ທີ່ຈະເປັນຫົວເມືອງຂຶ້ນຂອງຫລວງພະບາງ ແລະ ເຄີຍເຮັດເສິກສົງຄາມຕໍ່ສູ້ກັນມາແລ້ວຄັ້ງໜຶ່ງ ແຕ່ບໍ່ສາມາດຊະນະກອງກຳລັງຂອງທ້າວ ຣາດອັ້ງໄດ້.

ຍ້ອນຄວາມລະແວງວ່າ ຈະມີຄົນມາຮຸກຮານ ທ້າວ ຣາດອັ້ງຈ່ຶງໄດ້ຕີກອງຮ້ອງປ່າວຂຶ້ນຫາກຸ່ມເທວະດາ ຟ້າດິນ ໄດ້ຍິນກໍເກນກອງທັບມາຊ່ວຍ. ແຕ່ພໍມາເຖິງ ກໍບໍ່ເຫັນວ່າມີສັດຕູແມ່ນແຕ່ຄົນດຽວ ພວກເຂົາໂກດແຄ້ນຫລາຍ ຈຶ່ງໄດ້ນຳເອົາກອງທັບພ້ອມກອງສອງໜ້ານັ້ນກັບຄືນໄປ.
ເມື່ອເປັນເຊັ່ນນີ້ ທ້າວຣາດອັ້ງ ເຫັນວ່າຕົນຍັງມີອາວຸດວິເສດພຽງ ໒ ສິ່ງ ຈຶ່ງໄດ້ໃຫ້ປະຊາຊົນ ຂອງຕົນເອງກຽມ ສ້າງເມືອງໃໝ່ ໂດຍໃຊ້ຂວານເພັດຂອງຕົນໄປຕັດເອົາຫີນຈາກລ້ອງ "ນ້ຳເປິນ"ມາກອງໄວ້....ແຕ່ຂ່າວນີ້ໄດ້ລືໄປເຖິງ ຫູສັດຕູຂອງຕົນທີ່ຫລວງພະບາງ ພວກເຂົາຈຶ່ງວາງກົນອຸບາຍໃຫ້ລູກຊາຍ ຄົນຂອງທ້າວ ຣາດອັ້ງນັ້ນຍ່າງລຸຍຜ່ານກອງໄຟ ແລະ ເຫດການນີ້ ໄດ້ເຮັດໃຫ້ ອາວຸດຄູ່ກາຍຂອງ ຣາດອັ້ງ ນັ້ນສູນເສຍຄວາມສັກສິດໄປ ຈົນບໍ່ສາມາດສ້າງເມືອງໃໝ່ໄດ້. ດ້ວຍເຫດນີ້ ພວກເຮົາຈຶ່ງຍັງເຫັນກອງເຫັນດັ່ງກ່າວກອງໄວ້ເປັນໝູ່ ເປັນກອງ ແລະ ແຜ່ຫລາຍໄປໃນບໍລິເວນນັ້ນ ກິນເນື້ອທີ່ຫລາຍກິໂລແມັດມົນທົນ...

ສະຖານທີ່ທ່ອງທ່ຽວຜາຫີນຕັ້ງດັ່ງກ່າວ ນັບວ່າເປັນທ່າແຮງ ຫນຶ່ງໃນການນຳປະໂຫຍດຈາກການ ທ່ອງທ່ຽວ ມາໃຫ້ທ້ອງຖິ່ນ ເພາະແຫລ່ງທ່ອງທ່ຽວແຫ່ງນີ້ ເປັນອີກຈຸດຫນຶ່ງທີ່ສ້າງຄວາມສົນໃຈ ໃຫ້ກັບສັງຄົມພາຍໃນ ແລະ ຕ່າງປະເທດ ນັບມື້ນັບຫຼາຍຂຶ້ນເລື້ອຍໆ. ແຕ່ປັດຈຸບັນການໂຄສະນາໃຫ້ແຫລ່ງທ່ອງທ່ຽວດ່ັງກ່າວຍັງມີຫນ້ອຍ ແລະ ບໍ່ກວ້າງຂວາງ. ເຊິ່ງສິ່ງນີ້ແມ່ນຫນ້າທີ່ ຂອງຂະແຫນງການກ່ຽວຂ້ອງ ກໍຄືອຳນາດການປົກຄອງທ້ອງຖິ່ນຈະ ຕ້ອງໄດ້ອອກແຮງຫລາຍ ຂຶ້ນ ຈຶ່ງຈະຊ່ວຍໃຫ້ກາຍເປັນ ແຫລ່ງລາຍຮັບທີ່ຫມັ້ນຄົງໃຫ້ເມືອງ ແລະ ແຂວງດັ່ງກ່າວ ເພີ່ມຫລາຍຂຶ້ນ.

(ຂອບໃຈທີ່ອ່ານ-ຂອບໃຈເລື່ອງເລົ່າຂອງຊາວບ້ານ ແລະ ຊ່ວຍເພີ່ມເຕີມຂໍ້ມູນໃຫ້ແດ່ເດີ້...)

1 comment:

  1. ຫາກມີຂໍ້ມູນອື່ນທີ່ຊັດເຈນກ່ວາ ຊ່ວຍລົງຄວາມເຫັນຊ່ວຍຜູ້ຂ້າແດ່ເດີ້...

    ReplyDelete

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...