2.11.11

ບັກເພັດ ຫລື ບັກເຜດ....ແທ້ຫວະ ?

ເປັນຫຍັງຄົນເຮົາ “ກິນເຂົ້າຜ່າຫົວໃຈຄືກັນ ມັນຄືບໍ່ຄືກັນ” ຄຳເວົ້ານີ້ ຂ້ອຍເຄີຍໄດ້ຍິນພໍ່ລຸງ “ທອງປັນ” ເວົ້າເປັນປະຈຳ ໂດຍສະເພາະມື້ໄດມີໝູ່ເກົ່າເພື່ອນແກ່ມາຫລິ້ນກິນເຫລົ້ານຳ….ຄວາມຈິງແລ້ວ ພໍ່ລຸງ“ທອງປັນ” ລາວມີລູກຫລາຍຄົນເຕີບ ແຕ່ລະຄົນກໍໃຫຍ່ຈົນເປັນຄອບເປັນຄົວແລ້ວລະ ແຕ່ອັນທີ່ລາວມັກຈົ່ມໃຫ້ຫລາຍກ່ວາ ເພິ່ນແມ່ບັກເພັດ ເຊິ່ງຫລາຍຄົນມັກເວົ້າໃຫ້ມັນວ່າ “ບັກເຜດ”. 
ບັກເພັດ ຫລື ວ່າ “ບັກເຜດ” ນີ້ ຕອນຍັງນ້ອຍນີ້ມັນເປັນເດັກທີ່ສະຫລາດ ຊ່າງເວົ້າຊ່າງວ່າ ຕອນອ້າຍ ມັນຮຽນຢູ່ ປ໓ ມັນເຂົ້າ ປ໑ ແຕ່ບາດອ້າຍມັນຮຽນຢູ່ ປ໕ ມັນຮຽນຢູ່ ປ໔ ມັນຮຽນ ແລະ ເສັງຂ້າມຫ້ອງ ໄດ້ວ່າຊັ້ນ ສາອັນຄວາມເກັ່ງຂອງມັນນັ້ນນະ…ຕອນທີ່ຮຽນມັດທະຍົມ - ອຸດົມສອງອ້າຍນ້ອງນີ້ ກໍຮຽນ ໄລ່ຫ້ອງກັນໄປ ແບບ ສະບາຍໆ ເພາະທັງອ້າຍທັງນ້ອງຕ່າງກໍຮຽນເກັ່ງ…ພາຍຫລັງຈົບອຸດົມແລ້ວອ້າຍພໍ່ ໃຫ້ໄປຮຽນຢູ່ໂຮງຮຽນກ່ຽວ ກັບກົນຈັກການກະເສດນີ້ລະ ຫລັກສູດ ໓ ປີ, ສ່ວນນ້ອງ ມັນກໍເກັ່ງເສັງເອົາທຶນ ເຂົ້າມະຫາວິທະຍາໄລໄດ້ຮຽນ ກ່ຽວກັບການບໍ ລິຫານໂຮງ ແຮມ ຫລື ທ່ອງທ່ຽວນີ້ລະ ແລະ ຕອນນີ້ລະທີ່ ຂ້ອຍຄິດວ່າ ເດັກສອງຄົນນັ້ນມີອັນຂັດ ແຍ່ງກັນ ເພາະ ພໍ່ມັນກໍມັກ ມາຈົ່ມເຈັບຫົວຍ້ອນຫາເງິນ ສົ່ງລູກ ຮຽນ…ລາວຄົງໝົດເງິນຫລາຍເຕີບນັ້ນລະກ່ວາລູກ ຊາຍທັງສອງ ຮຽນຈົບນັ້ນນະ….ຕອນທີ່ອ້າຍຂອງ “ບັກເຜດ” ຮຽນຈົບໃໝ່ ມັນມາຂໍອະນຸຍາດນຳພໍ່ຂໍເຮັດວຽກ ຢູ່ໃນເມືອງ ເປັນລູກຈ້າງ ຂອງຮ້ານແປງ ລົດແຫ່ງໜຶ່ງ ພໍນ້ອງຊາຍມັນໄດ້ຍິນ ມັນຫົວຂວັນອ້າຍຂອງມັນປານວ່າ ຫລັງຄາ ເຮືອນຊິເພີງນີ້ຕວາ…ມັນເວົ້າວ່າວຽກນີ້ຕໍ່າໆ ໂຕດຳໆ ບໍ່ມີອະນາຄົດ ບໍ່ຄືມັນທີ່ໄປໃສມາໃສກໍໃສ່ກາລະ ວັດ ມັດນັກໄທ(Necktie) ນຸ່ງເຄື່ອງງົດງາມ ເຮັດວຽກໃນຫ້ອງແອ…ສະບາຍ…ຕອນມັນເວົ້ານີ້ “ບັກເຜດ” ຍັງຮຽນ ບໍ່ທັນຈົບເທື່ອ. 
ຕອນນີ້ ໕ ປີຜ່ານໄປແລ້ວ ຜູ້ເປັນອ້າຍຫັ້ນກໍກັບມາຢູ່ບ້ານ ຕັ້ງອູ່ສ້ອອມແປງລົດ ນັບແຕ່ລົດຖີບ, ລົດຈັກ ລົດນ້ອຍ ລົດໃຫຍ່ ຄັນບໍ່ເພພິລຶກພິໂລ ມັນແປງໄດ້ ຊາວບ້ານຫລາຍຄົນດີໃຈນຳມັນ ເພາະຊາວບ້ານ ບໍ່ໄດ້ເອົາ ລົດໄປແປງໄກ ດຽວນີ້ ມັນປຸກເຮືອນເປັນຂອງຕົນເອງ ແລະ ມີລົດກະບະເກົ່າໆຄັນໜຶ່ງ ແລ່ນນຳ ບ້ານນຳເມືອງເພິ່ນ ສ່ວນໃຫຍ່ກໍແລ່ນວຽກສ້ອມແປງຂອງມັນນັ້ນລະ ຫລາຍເທື່ອລົດຊາວບ້ານເພຢູ່ປ່າພຸ້ນ ມັນກໍນຳໄປແປງ ດຽວນີ້ ຫລານຊາຍຂ້ອຍຄົນໜຶ່ງກໍໄດ້ຝາກເຮັດວຽກນຳມັນນີ້ລະ….ສ່ວນ“ບັກເຜດ” ມັນກໍຮຽນຈົບໄດ້ເກືອບສາມປີແລ້ວ ຍັງບໍ່ມີວຽກທີ່ຈະເຮັດເປັນຫລັກເປັນຖານ ມີແຕ່ຊອກເລື່ອງມາຜານມູນ ມັງຂອງພໍ່ມັນ ປີກ່ອນຫັ້ນພໍມັນກໍໄດ້ຂາຍ ດິນນາຕອນໜຶ່ງ ເພື່ອໄປແຕ່ງເມຍໃຫ້ມັນຢູ່ໃນເມືອງພຸ້ນ…ພໍ່ຂາຍດິນບໍ່ພໍ ອ້າຍມັນນກໍໄດ້ຊ່ວຍຫລາຍເຕີີບຫັ້ນລະ. 
ຫວ່າງສອງສາມມື້ມານີ້ ລຸງ“ທອງປັນ” ລາວຄົງອຸກໃຈນັ້ນລະ ນັ່ງກອ໊ກເຫົ້າຂາວຄົນດຽວ ທັງອອກປາກ ຈົ່ມຈົນຊາວບ້ານໄດ້ຍິນນຳວ່າ: “ບັກເຜດ” ມັນໂທລະສັບມາຂໍໃຫ້ພໍ່ມັນຊອກເງິນໄປໃຫ້ມັນອີກຫລາຍລ້ານ ມັນວ່າ ມັນເປັນໜີ້ທະນາຄານ ຍ້ອນຍືມເງິນມາແລ່ນເອກະສານໄປເຮັດວຽກຢູ່ຕ່າງປະເທດ ແລ້ວຖືກ ເຂົາຕົ້ມ. ລຸງທອງປັນ ເອງລາວຄົງອຸກໃຈບໍ່ໜ້ອຍ ເພາະສອງສາມເດືອນກ່ອນ ກໍໄດ້ຂ່າວວ່າ ນາອີກຜັ່ນ ໜຶ່ງທີ່ລາວວ່າຈະຮັກສາໄວ້ໃຫ້ ຫລານ ລູກ“ບັກເຜດ” ນັ້ນລະ ຕ້ອງໄດ້ຂໍຮ້ອງໃຫ້ຜູ້ເປັນອ້າຍສ້ວຍເອົາ ຍ້ອນເອົາເງິນນັ້ນໄປເຮັດງານຜູກແຂນ ອອກກຳໃຫ້ເມຍ ແລະ ລູກຜູ້ທຳອິດຂອງ“ບັກເຜດ” ນັ້ນລະ…ອ້າຍມັນກໍຈັ່ງແມ່ນໃຈດີ ເອົາເງິນໃຫ້ແລ້ວບໍ່ພໍ ຍັງເອົາເຂົ້າໄປສີໄດ້ເຂົ້າສານຫລາຍເປົາໃສ່ລົດກະບະເກົ່າໆ ຂອງມັນໄປສົ່ງ“ບັກເຜດ” ຮອດເມືອງພຸ້ນ… 
ມາຮອດທຸກມື້ນີ້ ເຖິງວ່າລຸງທອງປັນຈະຮູ້ວ່າ ໂຊກວາດສະໜາຂອງຄົນ ເຮົາແຂ່ງຂັນກັນບໍ່ໄດ້ກໍຈິງ ແຕ່ລາວ ເອງກໍອົດທີ່ຈະກຸ້ມໃຈ ເຫລືອໃຈ ບໍ່ໄດ້ຍ້ອນ ເປັນຫຍັງຄົນເຮົາຈຶ່ງຕ້ອງເລືອກແຕ່ສິ່ງດີໆໃຫ້ກັບຕົນເອງ, ຢາກໄດ້, ຢາກມີ…ແຕ່ບໍ່ຍອມເຮັດ ໂດຍຍາມໃດກໍຫາແຕ່ຖົງຢາມາແກ້ ວ່າ ວຽກນັ້ນບໍ່ສົມກັບຕົນເອງ…ວຽກບໍ່ສົມ ຫລື ຂີ້ຄ້ານກັນແທ້…. ທຸກເທື່ອທີ່ລຸງທອງປັນເລີ່ມຊຶມເຫລົ້າ ລາວມັກລະບາຍອອກມາ ແນວນີ້ລະ.

(ຂອບໃຈທີ່ອ່ານ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...