12.9.11

ຫົວໃຈໄຝ່ຂໍໂທດ Case Study

ນີ້ເປັນການບັນທຶກຈາກດວງໃຈຂອງຄົນສຳນຶກຜິດຄົນໜຶ່ງ ທີ່ໄດ້ເສຍເພື່ອນຮ່ວມງານທີ່ແສນດີໄປ ພາຍຫລັງທີ່ຂ້ອຍສາລະພາບຜິດກັບປ້າເມື່ອສາມມື້ຜ່ານມານີ້… ເວລານີ້ເຖິງຂ້ອຍ ຈະພະຍາຍາມ ຊອກໂອກາດພົບເຂົາ ເພື່ອຂໍ ໂທດ ແຕ່ມັນກໍເປັນເໝືອນວ່າໂຊກບໍ່ເຂົ້າຂ້າງຂ້ອຍເລີຍ …ຈາກມື້ທີ່ ເຂົາຈາກທີ່ນີ້ໄປກໍເປັນເວລາເກືອບສາມປີແລ້ວ.
ກ່ອນນີ້ຂ້ອຍກັບໂອ໋ ເຮັດວຽກຢູ່ບໍລິສັດດຽວກັນເຊິ່ງເປັນບໍລິສັດທີ່ເຮັດວຽກ ກ່ຽວກັບການໃຫ້ຄຳປຶກສາ ແລະ ການອອກແບບກໍ່ສ້າງ ເຄຫາສະຖານ;  ໂອ໋ ຮຽນຈົບມາແຕ່ຕ່າງປະເທດ ແລະ ມາເຮັດວຽກຢູ່ ທີ່ນີ້ກ່ອນຂ້ອຍ ປະມານ ສາມປີນີ້ລະ ສ່ວນຂ້ອຍກໍຈົບການເຄຫາມາ ເຊັ່ນດຽວກັນ. 
ປ້າຂອງຂ້ອຍດີໃຈ ແລະ ຊື່ນຊົມຫລາຍກັບຜົນ ງານການເຮັດວຽກຂອງໂອ໋ ເພາະເຂົາເປັນຄົນ ທຸ້ມເທ, ກົງໄປກົງມາ ຈົນລູກຄ້າບາງຄົນ ສົນໃຈ ເຂົາເປັນ ພິເສດ. ປ້າຂອງຂ້ອຍພະຍາຍາມຊຸກຍູ້ ຂ້ອຍໃຫ້ເປັນ ຄົນຂະຫຍັງຂັນແຂງ ແລະ ມັກຈະໃຫ້ຂ້ອຍຕິດຕາມເຂົາໄປຕາມສະ ຖານທີ່ກໍ່ສ້າງ ຕ່າງໆເບິ່ງ ເຂົາ ວ່າເຮັດວຽກແນວໃດ ເພື່ອຈະໄດ້ເອົາເປັນແບບຢ່າງ.
 

ເຂົາເປັນຄົນທີ່ໜັກປາກ ແລະ ຍິ້ມຍາກ ບາງມື້ໃນທ່າມກາງ ອາກາດ ທີ່ຮ້ອນອົບເອົ້າ ເບິ່ງໂຕເຂົາເຫລື້ອມ ປານງູເຫົ່າ, ເຂົາ ທຸ້ມເທຫລາຍ ແທ້ໆ ໂດຍສະເພາະເວລາທີ່ລູກຄ້າຕ້ອງການ ຢາກ ແກ້ແບບ ຫລື ຕ້ອງການແບບ ເຮືອນ ຫລື ອາຄານ ເຂົາເຮັດວຽກບາງ ວັນຈົນນອນ ກັບຫ້ອງ ແຕ້ມແບບທີ່ບໍລິສັດເລີຍ… ຂ້ອຍມາຄິດໄດ້ວ່າ ການ ທີ່ເຂົາ ຕັ້ງໃຈເຮັດວຽກຢ່າງໜັກໜ່ວງແບບນີ້ ກໍຄົງຕ້ອງການຮຽກຮ້ອງໃຫ້ ປ້າຂອງຂ້ອຍທີ່ເປັນເຈົ້າຂອງ ບໍລິສັດແຫ່ງນີ້ຫັນມາ ເຫັນໃຈແລ້ວ ເພີ່ມເງິນເດືອນໃຫ້ ແລະ ຄົງຫວັງຢາກເປັນຄົນ ສຳຄັນຂອງບໍລິສັດ.
       ຄັ້ງໜຶ່ງເຊິ່ງເປັນຄັ້ງທີ່ສຳຄັນແທ້ໆໃນຊີວິຂ້ອຍ ທີ່ຄົງຈົດຈຳ ຕະຫລອດຊີວິດ ມັນເປັນເພາະ ຄວາມຢາກ  ແລະ ທັງຢາກເຮັດ ເສັ້ນເຂົາກໍ ເທົ່າໆກັນ ນັ້ນລະ…ເລື່ອງມີຢູ່ວ່າເພື່ອນຂອງຂ້ອຍ ສະໄໝທີ່ຍັງຮຽນຢູ່ມັດທະຍົມ ເຂົາຕ້ອງ ການ ຢາກໄດ້ແແບບ ອາຄານສຳນັກງານ ແລະ ໂດຍທີ່ເຂົາຮູ້ວ່າເຮົາເຄີຍຮຽນດ້ານນີ້ ກໍເລີຍຢາກ ໃຫ້ຂ້ອຍ ອອກແບບໃຫ້ ເຊິ່ງເຂົາກໍຍິນດີ ທີ່ຈະ ຈ່າຍຕາມລາຄາທີ່ເໝາະສົມ ແຕ່ເຂົາຕ້ອງການ ດ່ວນ ໄວເທົ່າ ໃດຍິ່ງດີ…
          
ມື້ຕໍ່ມາພາຍຫລັງຮັບປາກກັບໝູ່ ຂ້ອຍເຂົ້າບໍລິສັດ ແຕ່ເຊົ້າ ໃນເບື້ອງຕົ້ນຂ້ອຍກໍຄິດວ່າ ຈະປຶກສານຳປ້າວ່າ ມີຄົນຕິດຕໍ່ມາຢາກໄດ້ແບບທີ່ວ່ານີ້ ແຕ່ພໍມາຮອດ ຫ້ອງການ ໃນຫ້ອງທີ່ພວກຂ້ອຍໃຊ້ສຳລັບແຕ້ມແບບ ໄຟໃຕ້ສະຫວ່າງສະໄຫວ, ແອເຢັນກໍຍັງເປີດດັງຮື່ມໆຢູ່. ຂ້ອຍໄຂປະຕູເຂົ້າໄປກໍເຫັນຄອມພິວເຕີສອງໜ່ວຍ ທີ່ໃຊ້ແຕ້ມ ແບບນັ້ນຍັງເປີດໃຊ້ງານຄ້າງໄວ້ຢູ່…. ແຕ່ຄົນທີ່ແຕ້ມແບບນັ້ນນອນຫລັບປານຕາຍ ຢູ່ຂ້າງຊຸດຮັບແຂກໃກ້ໆ…ຂ້ອຍຍ່າງເຂົ້າເບິ່ງແບບ ທີ່ເຂົາແຕ້ມໄວ້ໃນຄອມພິວເຕີ….ແລ້ວຄວາມຄິດຊົ່ວໆ ບວກໃສ່ຄວາມຢາກ ແລະ ຄວາມອິດສາ ເຮັດໃຫ້ຂ້ອຍ ລັກເອົາຜົນງານຂອງເຂົາໂດຍທີ່ເຂົາເອງກໍຄົງບໍ່ເຄີຍຄິດ ມາກ່ອນເລີຍວ່າຈະມີຄົນຄືຂ້ອຍ.
  ປະມານສີ່ເດືອນຕໍ່ຈາກນັ້ນ ບໍລີສັດຂອງປ້າຖືກຮ້ອງຟ້ອງຂຶ້ນສານ ເສຍຄ່າປັບໄໝ ເຂົາກ່າວຫາວ່າພວກ ເຮົາ(ລັກ)ກອບປີແບບການ ກໍ່ສ້າງຂອງຄົນອື່ນ ໄປປະມູນເພື່ອກໍ່ສ້າງ ສຳນັກງານແຫ່ງໜຶ່ງ. ປ້າເສຍໃຈຫລາຍເພາະຕລອດເວລາເກືອບ ໒໐ ປີ ທີ່ດຳເນີນທຸລະກິດ ດ້ານນີ້ມາບໍ່ເຄີຍມີບັນຫາແບບນີ້ຈັກເທື່ອ ຈົນບໍລິສັດ ຕ້ອງໄດ້ສອບ ສວນພະນັກງານທຸກໆຄົນ. ເຂົາປະຕິເສດໃນການຂາຍແບບອາຄານ ນີ້ໃຫ້ຄົນອື່ນ ແຕ່ເຂົາກໍບໍ່ລືມຂໍໂທດທຸກຄົນ ໃນບໍລິສັດທີ່ພົບກັບຄວາມ ອັບອາຍກ່ອນທີ່ເຂົາຈະລາອອກຈາກ ການເປັນພະນັກງານວິຊາການຂອງ ບໍລິສັດໄປດ້ວຍນ້ຳຕາຫລໍ່ເບົ້າ ທ່າມກາງສາຍຕາງຽບເງົາຂອງເພື່ອນຮ່ວມ ງານຫລາຍຄົນທີ່ແນມນຳ ກ່ອນເຂົາຈະກ້າວຜ່ານເດີ່ນຈອດລົດທີ່ຄັບແຄບ ຂອງບໍລິສັດນັ້ນໂດຍບໍ່ຫລຽວກັບຄືນແມ່ນແຕ່ ຄັ້ງດຽວ..…
 ຂອບໃຈເຈົ້າຂອງບົດ “ສະດຸດຕາ ສາຍຮຸ່ງ”
ຂອບໃຈທີ່ອ່ານຈົນຈົບ.

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...