14.9.11

ຫົວແກ້ວຫົວແຫວນ Case study

ບັກໝອນ ລູກເສດຖີບ້ານນອກຄົນນີ້ມັນມັກດູຖູກຂ້ອຍ ແລະ ໝູ້ຂ້ອຍເປັນປະຈຳ ມັນມັກເວົ້າໃຫ້ພວກ ຂ້ອຍວ່າ “ ລີງລົມ” ທີ່ມັນເວົ້າແບບນີ້ກໍຍ້ອນວ່າ ມີໝູ່ຂອງຂ້ອຍບາງຄົນມັນຄືລີງລົມ ທັງຮູບຮ່າງ ແລະ ການກະທຳ ຄືບໍ່ເປັນຕົວຂອງຕົນເອງ ລົມແຮງມາທາງໃດກໍໄປທາງນັ້ນເໝືອນລີງລົມວ່າຊັ້ນ.
ແຕ່ລະມື້ທີ່“ບັກໝອນ” ມາໂຮງຮຽນ ແມ່ນມັນມາພ້ອມກັບເງິນ ຈົນພວກແມ່ຄ້າຂາຍຕຳໝາກຫຸ່ງ, ຕຳໝີ່ ດີໃຈ ເມື່ອມັນເຂົ້າຮ້ານຕອນເລິກຫລິ້ນ ສາວເລັກສາວນ້ອຍໃນຫ້ອງດຽວກັບມັນ ແລະ ມີທັງໃນຫ້ອງຂອງຂ້ອຍມັກ ໃຫ້ທ້າຍມັນ, ບາງຄົນກໍຈອບອອຍມັນດ້ວຍຄຳເວົ້າຫວານໆຫວ່ານໄປພໍໄດ້ກິນຕຳໝີ ກັບ ແປບຊີ… ເມື່ອໝູ່ ຖາມວ່າມີເງິນຫລາຍແທ້….ມັນກໍມັກຕອບແບບຂີ້ຄຸຍວ່າ “ຊໍ່າເງິນ ເອົາເທົ່າໃດກໍໄດ້ ” ແຕ່ສຳລັບຂ້ອຍແລ້ວ ຄິດວ່າ “ບັກໝອນ” ມັນໄດ້ເງິນມາລ້ຽງໝູ່ຄູ່ ແລະ ຜູ້ສາວ ຄົງບໍ່ແມ່ນເພາະມັນອວດວ່າພໍ່ມັນ ເປັນເສດຖີ ບ້ານນອກພຽງ ຢ່າງດຽວດອກ ມັນຕ້ອງຫາທາງຕົວະເອົາເງິນຈາກທາງອື່ນອີກ ເພາະອາທິດກ່ອນນີ້ ຂ້ອຍເຄີຍ ໄດ້ຍິນໝູ່ມາເວົ້າສູ່ຟັງວ່າ “ບັກໝອນ” ມັນຕົວະແມ່ນມັນໄດ້ເປັນລ້ານ ເພື່ອເອົາເງິນໄປຈ່າຍຄ່າຮຽນເພີ່ມ ພາສາອັງກິດວ່າຊັ້ນ…ຂ້ອຍຟັງແລ້ວ ຢາກຫົວໃຫ້ແຂ້ວຫລົ່ນພຸ້ນລະ…“ບັກໝອນ” ມັນຊິໄປຮຽນເພີ່ມພາສາ ອັງກິດຢູ່ໃສຫວານອກຈາກໄປລັກຫລິ້ນ “ສະນຸກເກີ” ຢູ່ຮ່ອມ ໑໑ ຄຸ້ມໃຕ້ພຸ້ນ….
ມີເທື່ອໜຶ່ງ ມັນກໍຄຸຍໂມໂອ້ອວດໃສ່ພວກຂ້ອຍ ມັນວ່າ ”ພວກລີງລົມ” ເຮັດຫຍັງທຳຫຍັງກໍບໍ່ສຳເລັດດອກ ເພາະ ໃຈບໍ່ກ້າມື້ໄດກໍໄດ້ແຕ່ໄປໆມາໆແນວນີ້ລະ ຫາຄວາມສະໜຸກຄືໝູ່ກໍບໍ່ມີ”ແລ້ວມັນກໍຫົວເຍາະເຍີ້ຍພວກຂ້ອຍ  ກ່ອນທີ່ມັນຈະຍ່າງໄປຫາລົດ ແລ້ວຂີ່ອອກໄປ ໂດຍບໍ່ສົນໃຈກັບການຂຶ້ນຫ້ອງຮຽນເລີຍ…
ເມື່ອສາມເດືອນກ່ອນ ມັນຂີ່ລົດຄັນໃໝ່ມາອ້າງໝູ່ໃນໂຮງຮຽນ ມັນຂີ່ຊິ້ງໆມາເກືອບຢຽບເອົາຂ້ອຍ ກ່ອນ ມັນຈະຈອດບໍ່ໄກຈາກຂ້ອຍປານໃດ ມັນງຶກຫົວແບບນັກເລງແລ້ວຮ້ອງຖາມຂ້ອຍ “ ລີງລົມ….ສົນໃຈ ບໍ່ລົດແບບນີ້ ມີປັນຍາຊື້ມາຂີ່ແມ້ ເຮົາຊິຍອມຮັບເຂົ້າເປັນເພື່ອນຮ່ວມແກ໊ງ….” ຂ້ອຍບໍ່ສົນໃຈ ຫລັງຈາກ ຈອດລົດຖີບຄູ່ໃຈໄວ້ແລ້ວ ກໍຍ່າງເຂົ້າຫ້ອງຮຽນ ທ່າມກາງສຽງຈົ່ມແຮງແບບກວນໆຫູຂອງ“ບັກໝອນ”….
ເມື່ອບໍ່ດົນມານີ້ ໂຮງຮຽນໄດ້ວາງກົດລະບຽບການໃຊ້ພາຫານະມາຮຽນໃໝ່ ເຊິ່ງທາງໂຮງຮຽນໄດ້ເອີ້ນ ນັກຮຽນ ທຸກຄົນມາລວມ ແລະ ເຜີຍແຜ່ ແຕ່ຂ້ອຍກໍຈັບເນື້ອໃນໃຈຄວາມໄດ້ພຽງວ່າ: “ທາງໂຮງຮຽນໄດ້ນຳແບບຢ່າງ ຂອງຫລາຍໂຮງຮຽນມາໃຊ້ ເຊິ່ງເຂົາເຈົ້າປະຕິບັດມາກ່ອນແລ້ວ ແລະ ເຫັນວ່າມີຜົນດີ ໜຶ່ງໃນນັ້ນກໍຄື ບໍ່ໃຫ້ ນັກຮຽນເອົາລົດຈັກທຽວຮຽນ ຈະເປັນລູກຫລານຜູ້ໃດກໍຕາມ ທັງນີ້ເພື່ອຫລຸດຜ່ອນການໃຊ້ຈ່າຍຂອງຄອບຄົວ, ຫລຸດຜ່ອນອຸບັດຕິເຫດ ແລະ ການລັກໄປທ່ຽວຫລິ້ນຂອງນັກຮຽນໃນຊົ່ວໂມງຮຽນ.
“ບັກໝອນ” ມັນຍັງສືບຕໍ່ຂີ່ລົດຈັກຫລຸ້ນໃໝ່ທີ່ຊື້ໃໝ່ໆນັ້ນມາຮຽນເໝືອນເກົ່າຈົນອາຈານເອີ້ນໄປເຕືອນ ຫລາຍ ຄັ້ງ ໃນທີ່ສຸດມັນກໍບໍ່ຍອມຂີ່ລົດຖີບຄືໝູ່, ມັນເອົາລົດຈັກມາ ແຕ່ໄປຈອດໄວ້ນອກໂຮງຮຽນ, ບາງເທື່ອກໍ ຈອດ ໄວ້ຮົ່ມຕົ້ນໄມ້, ບາງເທື່ອກໍຈອດໄວ້ຂ້າງເຮືອນຊາວບ້ານໃກ້ໆໂຮງຮຽນນັ້ນຕາມລຳພັງ ເພາະເຈົ້າຂອງເຮືອນ ບໍ່ຢູ່ ຍ້ອນໄປເຮັດວຽກຢູ່ຮົ້ວຢູ່ສວນ ຫລື ໄຮ່-ນາ….ມັນມັກເວົ້າໃຫ້ພວກຂ້ອຍວ່າ “ພວກລີງລົມໂງ່ ອາຈານບອກ ອັນໃດກໍເຮັດແນວນັ້ນ….ຈ້າຫລາຍ…”…ແລ້ວມັນກໍຍ່າງກາຍພວກຂ້ອຍໄປທັງກົດໂທລະສັບເອີ້ນສາວໆ ອອກໄປຮ້ານຕຳໝີ່ຂ້າງໂຮງຮຽນ….

ຫລາຍມື້ສົມຄວນທີ່ບໍ່ເຫັນໜ້າ“ບັກໝອນ” ບໍ່ຮູ່ວ່າມັນໄປໃສບໍ່ມີຮູ້ ໝູ່ຂອງມັນກໍບໍ່ມີໃຜສົນໃຈ…ໃນທີ່ສຸດ ເສດຖີບ້ານນອກ(ພໍ່ບັກໝອນ) ຈຶ່ງມາໂວກເວກໂວເວທີ່ຫ້ອງການຄູວ່າ ບໍ່ໃສ່ໃຈການຮຽນຂອງລູກຕົນເອງ, ບໍ່ມີ ຄວາມຮັບຜິດຊອບຕໍ່ການສູນເສຍລົດຄັນໃໝ່ລາຄາເກືອບຊາວລ້ານ ແລະອື່ນໆ...


 
ບໍ່ຮູ້ວ່າເສດຖີບ້ານນອກພໍ່“ບັກໝອນ” ຮູ່ບໍ່ບຸວ່າລູກຊາຍຂອງລາວຮຽນກໍອ່ອນ, ຂາດຮຽນກໍຫລາຍ, ຈ່າຍເງິນ ປານເສດເຈ້ຍ, ຕົວະພໍ່ຮຽນເພິ່ມ ແຕ່ຄວາມ ຈິງຕິດສະນຸກເກີ….ຖ້າລາວຮູ້ຫລັງຄາໂຮງຮຽນຊິບໍ່ເພີງປານພາຍຸເຂົ້າບໍ່ນໍ….

ຂອບໃຈເຈົ້າຂອງບົດ “ສະດຸດຕາ ສາຍຮຸ່ງ”
ຂອບໃຈຜູ້ອ່ານຫລາຍໆ

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...