ໃນຄືນທີ່ໜາວເໜັບຈົນເຈັບໃຈຜ່ານໄປ
ເຊົ້າມື້ນີ້ມີແສງແດດແຕ່ເຊົ້າເຊິ່ງຕ່າງຈາກຫລາຍໆມື້ຜ່ານມາ … ຜ້າຫົ່ມ ສີກໍ່າດຳເໝືອນບໍ່ໄດ້ຊັກມາດົນ
ບໍ່ໄດ້ຊ່ວຍໃຫ້ ດວງຈິດ ຫາຍໜາວໄດ້ ລາວນອນຂົດຈົນຫົວເຂົ່າ ຈຸໜ້າຜາກ ລາວລຸກຂຶ້ນຍ້ອນສຽງຈົ່ມຂອງແມ່ວ່າ
ລາວນອນກິນບ້ານກິນເມືອງ, ແດດສ່ອງກົ້ນ ຈົນໜ້າແຫ້ມກໍບໍ່ລຸກ….
ພໍ່ກັບແມ່ຂອງ “ດວງຈິດ” ມັກຜິດຖຽງກັນຍ້ອນແມ່ລາວສົງໄສຕລອດເວລາ ວ່າພໍ່ຂອງລາວ ໄປຫລິ້ນສາວ
ສິ່ງເຫລົ່ານີ້“ດວງຈິດ” ໄດ້ຍິນມາແຕ່ຕອນລາວຍັງນ້ອຍ ຈົນດຽວນີ້ລາວອາຍຸ ໑໖ ປີແລ້ວ ພໍແມ່ກໍຍັງຜິດຖຽງ
ກັນ ເປັນປະຈຳຢູ່…ພໍຂອງລາວກໍຈົ່ມໃຫ້ແຕ່ແມ່ວ່າ ເງິນທີ່ລາວຊອກຫາມາໄດ້ ເອົາໄປຫລິ້ນໄພ້ຈົນໝົດ….ຫລາຍເທື່ອ, ຫລາຍມື້ “ດວງຈິດ” ຕ້ອງກິນ ເຂົ້າຄົນດຽວ
ຫລື ບໍ່ກໍຕ້ອງໄດ້ຊອກຫາກິນຕາມລຳພັງ ຍ້ອນພໍແມ່ບໍ່ຄ່ອຍເຂົ້າໃຈກັນ ແລະ ບໍ່ສົນກັບບ້ານກັບເຮືອນ...
ມື້ໜຶ່ງ “ດວງຈິດ” ຖືກໝູ່ຊວນໄປທ່ຽວຫລິ້ນບຸນຕະຫລາດນັດ-ຊົມການສະແດງດົນຕຣີ
ເຊິ່ງມີສີລປິນ ມາຈາກນະຄອນຫລວງ ແລະ ໃນຄັ້ງນີ້ “ດວງຈິດ” ຖືກຊັກຊວນໃຫ້ກິນເຫລົ້າ, ສູບຢາ ເຊິ່ງເຂົາບອກວ່າ ຖ້າເປັນ
ລູກຜູ້ຊາຍແທ້ມັນຕ້ອງຄົບຮູບແບບ… ແລະ ໃນໂອກາດນີ້ເອງທີ່ໝູ່ຂອງລາວໄດ້ທ້າທາຍການດື່ມ ແບບພິສະດານ
ເຊິ່ງເຂົາກ່າວຂານກັນວ່າ “ ສ້າເຫລົ້າ” ເຂົາເວົ້າວ່າຜູ້ໃດກິນໄດ້…ຈະມີພະລັງວັງຊາ ແລະ ບໍ່ໂສກເສົ້າຫງ່ວມເຫງົາ..
ຈາກມື້ນັ້ນມາ ເຂົາກໍມີໝູ່ເພີ່ມຂຶ້ນ
ແລະ ມົ້ວສຸມເສບ-ດື່ມຖີ່ຂຶ້ນ ເງິນທີ່ພໍ່ແມ່ຈ່າຍ ໃຫ້ເພື່ອໄປຮຽນກໍເພີ່ມຂຶ້ນຍ້ອນເຫດຜົນຂໍ້ອ້າງຕ່າງໆນາໆໃນການໃຊ້ຈ່າຍ..
ຈົນຫລາຍຄັ້ງຍ້ອນ ນອນເດິກ “ດວງຈິດ” ຕື່ນສວຍໄປບໍ່ທັນໂຮງຮຽນ
ແລະ ບາງມື້ອິດເມື່ອຍກໍບໍ່ໄປ ຈົນເຮັດໃຫ້ການຮຽນຕົກຕໍ່າ…
ມື້ໜຶ່ງ ແມ່ຂອງລາວໄດ້ຮັບກ້ານເຊີນຂອງຜູ້ອຳນວຍການໂຮງຮຽນໄປໃຫ້ໄປພົບ
ເພື່ອຈະໄດ້ຊອກ ຫາທາງ ຊ່ວຍເຫລືອ “ດວງຈິດ” ຍ້ອນຜົນການຮຽນຂອງລາວອ່ອນ
ແລະ ລາວອາດບໍ່ມີສິດສອບເສັງທ້າຍປີ ຍ້ອນຂາດ ຮຽນຫລາຍ…ແມ່ຂອງ“ດວງຈິດ” ຮ້າຍເປັນໂກເປັນໂມ
ແລະ ບອກກັບ“ດວງຈິດ” ວ່າ ແຕ່ນີ້ຕໍ່ໄປ “ດວງຈິດ” ຈະ ເປັນຕາຍຮ້າຍດີແນວໃດກໍຊ່າງ ແມ່ຈະບໍ່ສົນອີກແລ້ວ….
ຈາກນັ້ນບໍ່ດົນ ຈິດ ກໍອອກໂຮງຮຽນຍ້ອນຮຽນບໍ່ໄດ້,
ອາຍໝູ່ຮ່ວມຫ້ອງ….ລາວຫັນໄປເສບຢາ ແລະ ຕິດໝູ່ທີ່ບໍ່ດີຫລາຍຂຶ້ນ.“ດວງຈິດ”
ຫ່າງເຫີນຈາກເພື່ອນຝຸງໃນໂຮງຮຽນ, ບໍ່ຄ່ອຍໄດ້ພົບໜ້າເວົ້າ ຈາກັບພໍ່ແມ່, ລາວມີແຕ່ຄວາມຊຶມເສົ້ານອນໝົກຢູ່ໃນຫ້ອງນອນພຽງຄົນດຽວ….
ມື້ໜຶ່ງ ໃນເວລາທີ່ລາວກຳລັງ ຍ່າງໄປຫາໝູ່ເພື່ອຂໍຢາມາເສບນັ້ນ
ລາວຮູ້ສຶກເຈັບທ້ອງໄສ້ຈົນປັ້ນຫັນໃຈ ບໍ່ໄດ້…ແລ້ວລາວກໍ ໝົດສະຕິລົ້ມລົງທີ່ແຄມທາງທີ່ລາວຍ່າງໄປນັ້ນ…ບໍ່ດົນໝູ່ຂອງ“ດວງຈິດ”
ກໍມາພົບເຫັນ ຈຶ່ງໄດ້ ນຳລາວສົ່ງໂຮງໝໍທີ່ຢູ່ບໍ່ໄກ….ໝູ່ຂອງລາວສົງໄສວ່າ ກ່ອນນີ້ ຈິດຕະກອນເປັນຄົນຮຽນເກັ່ງ,
ແຂງແຮງ ແຕ່ເປັນ ຫຍັງຈຶ່ງຕ້ອງອອກໂຮງ ຮຽນ…“ດວງຈິດ” ໄດ້ລະບາຍຄວາມໃນໃຈຂອງຕົນສູ່ໝູ່ຟັງຫລັງຈາກຟື້ນ..
ລາວເວົ້າວ່າ: ພໍ່ແມ່ມັກຜິດຖຽງກັນ, ຄອບຄົມມີບັນຫາ, ເຮືອນຊານອາດຖືກຍຶດ ຫາກຫາເງິນ ມາໃຊ້ໜີ້ທີ່ແມ່ກໍ່ໄວ້ບໍ່ທັນ…ທຸກມື້ນີ້“ດວງຈິດ” ໄດ້ແຕ່ ນອນເອົາ ມືກ່າຍໜ້າຜາກ ແລະ ຄິດວ່າ ປານນີ້ໝູ່ເພື່ອນຂອງລາວອາດໄດ້ເຂົ້າ ຮຽນທີ່ມະຫາວິທະຍາໄລແລ້ວ… ສ່ວນລາວ…ມັນກໍເປັນໄດ້ພຽງວິມານໃນໝ່ານໝອກເທົ່ານັ້ນ…
ລາວເວົ້າວ່າ: ພໍ່ແມ່ມັກຜິດຖຽງກັນ, ຄອບຄົມມີບັນຫາ, ເຮືອນຊານອາດຖືກຍຶດ ຫາກຫາເງິນ ມາໃຊ້ໜີ້ທີ່ແມ່ກໍ່ໄວ້ບໍ່ທັນ…ທຸກມື້ນີ້“ດວງຈິດ” ໄດ້ແຕ່ ນອນເອົາ ມືກ່າຍໜ້າຜາກ ແລະ ຄິດວ່າ ປານນີ້ໝູ່ເພື່ອນຂອງລາວອາດໄດ້ເຂົ້າ ຮຽນທີ່ມະຫາວິທະຍາໄລແລ້ວ… ສ່ວນລາວ…ມັນກໍເປັນໄດ້ພຽງວິມານໃນໝ່ານໝອກເທົ່ານັ້ນ…
No comments:
Post a Comment