2.9.11

ແມ່ໄປທາງ, ລູກໄປທາງ, ພໍ່ໄປທາງ….

ຂ້ອຍມາຢູ່ບ້ານ “….” ເມື່ອປະມານສິບປີຜ່ານມານີ້ລະ ຕອນນັ້ນດິນມັນກໍບໍ່ແພງປານໃດພໍ່ກໍເລີຍຕົກ ລົງຊື້ດິນປຸກເຮືອນ ຢູ່ທີ່ນີ້… ຄອບຄົວທີ່ພວກເຮົາມາຊື້່ດິນນຳນັ້ນ ກ່ອນນີ້ມີດິນກວ້າງຂວາງ ຄົງມີຢູ່ບໍ່ຕໍ່າກ່ວາ ໕ ເຮັກຕາ  ເຂົາເຈົ້າເປັນຄອບຄົວທີ່ມີອັດທະຍາໄສດີມັກມ່ວນ, ພໍ່ເຈົ້າເຮືອນເປັນຊ່າງຕີເງິນຕີຄຳ, ແມ່ກໍເປັນແມ່ບ້ານ ແລະ ຂາຍດອກໄມ້…ເຂົາເຈົ້າເປັນຄອບຄົວໃຫຍ່ ທີ່ມີພໍ່ເຖົ້າ-ແມ່ເຖົ້າ ແລະ ລູກຊາຍ ລູກສາວລວມກັນເຖິງຫົກຄົນ. 
ຕອນທີ່ຂ້ອຍຍ້າຍມາຢູ່ເຮືອນໄດ້ບດົນ ລູກສາວກົກຂອງຄອບຄົວນີ້ກໍແຕ່ງງານ ເຊິ່ງເວລານັ້ນລາວມີອາຍຸພຽງ ໑໔ ປີ ເວລານັ້ນຄົນໃນຄຸ້ມກໍເລີ່ມຊຸບຊິບກັນວ່າ “ດໍ” ໄດ້ແມ່….
ຈາກນັ້ນບໍ່ດົນ ພໍ່ເຖົ້າເຊິ່ງເປັນເຈົ້າຂອງສິດໃນກອງມໍລະດົກກໍເສຍຊີວິດລົງ ພ້ອມກັບການ ຂາຍດິນດອນຕ່ອນຫຍ້າບ່ອນນັ້ນໄປປະມານເຄິ່ງໜຶ່ງເພື່ອນຳມາທຳບຸນ ຯລຯ ແລ້ວເລື່ອງ ທີ່ຫວຸ້ນວາຍມັນກໍເລີ່ມຕົ້ນຈາກຈຸດ ນີ້ລະ ເຮືອນດີເລີກແລ້ວ ແຕ່ແມ່ກໍຍັງຊັກຊວນຄົນມາຫລິ້ນໄພ້, ພໍ່ຫລັງຈາກເລີກວຽກແລ້ວ ກໍເຈີດໃຕ້ເຈີດເໜືອເພື່ອ ຊອກໝູ່ກິນເຫລົ້າ ເມົາມາຕລອດ, ລູກສາວ ແລະ ລູກຊາຍຜູ້ໃຫຍ່ກໍໄດ້ລົດຈັກໃໝ່ຄົນລະຄັນອອກທ່ຽວ….
ອີກບໍ່ດົນ ກໍມີຄົນມາຊື້ດິນຕິດໆກັບເຮືອນຂອງຂ້ອຍຫັ້ນ ເຊິ່ງເປັນດິນຕອນດຽວ-ເຈົ້າດຽວກັນ ບໍ່ຮູ້ວ່າ ຂາຍເອົາເງິນໄປເຮັດຫຍັງອີກ ເທົ່າທີ່ຂ້ອຍຮູ້ແມ່ນເອົາມາໃຊ້ໜີ້ຂອງແມ່ ທີ່ມີໃນວົງໄພ້ , ຄ່າຫວຍ ເພາະເຂົາເຈົ້າ ມັກຊື້ເລກຄັ້ງໜຶ່ງຜູ້ລະຫລາຍໆແສນ ແລະ ວິ່ງເຕັ້ນເອົາລູກອອກຄຸມຂັງ ຍ້ອນຄະດີອາລະວາດຕີກັນໃນຮ້ານເບຍ.
ເນື່ອງຈາກໃຜກໍບໍ່ຍອມເສຍປຽບໃນການຫລິ້ນ, ທ່ຽວ ແລະ ເຜົາຜານເງິນ… ປີກາຍນີ້ທັງລູກສາວ ແລະ ລູກຊາຍສອງຄົນທີ່ຮຽນຢູ່ ມ.ປາຍ ແລ້ວນັ້ນ ກໍຕ້ອງອອກໂຮງຮຽນຍ້ອນຮຽນບໍ່ໄດ້ທັງຂາດຮຽນຫລາຍ…ເວລານີ້ ຄົນເຮືອນໃກ້ບໍ່ຄ່ອຍສົນໃຈກັບຄອບຄົວນີ້ປານໃດແລ້ວ ເພາະພໍ່ເຈົ້າເຮືອນກໍມີແຕ່ເມົາ ເໝືອນກັບວ່າໃນຮ່າງ ກາຍ ຂອງລາວເຕັມແຕ່ນ້ຳເຫລົ້າ, ຕື່ນເຊົ້າມາຂະໜາດເຮົາ ຍ່າງກາຍກໍເມົາຍ້ອນແລ້ວ ລາວຄົງຕິດເຫລົ້າໜັກໜ່ວງແລ້ວ ເພາະໄດ້ຍິນວ່າເຈົ້າ ຂອງຮ້ານຄຳບໍ່ຈ້າງລາວອີກແລ້ວ ຍ້ອນຕີນມືຂອງລາວສັ່ນເຊັນ ບໍ່ສາມາດຕີເງິນ-ຄຳ ໃຫ້ມີສີ ສັນ-ລວດລາຍທີ່ປານີດເໝືອນເກົ່າໄດ້. ສ່ວນເມຍຂອງລາວດຽວນີ້ກໍບໍ່ຄ່ອຍເຫັນໜ້າພໍເທົ່າໃດ ເຂົາວ່າລາວ ຕິດ ວົງໄພ້ໜັກ ອາທິດໜຶ່ງກັບບ້ານດ້າມມື້ສອງມື້…ແລະ ບໍ່ໄດ້ສົນໃຈກັບ ລູກໆຜູ້ທີ່ຍັງນ້ອຍ ໂດຍປະພາລະນີ້ໃຫ້ລູກ ສາວໃຫຍ່ກັບເຂີຍ ເຊິ່ງປີນີ້ພວກເຂົາກຳລັງ ຫວຸ້ນກັບລູກທີ່ເກີດມາບໍ່ເຖິງປີ ແຕ່ຜູ້ໃໝ່ກຳລັງຈະເກີດມາ ອີກໃນເວ ລາອັນໃກ້ໆນີ້.

ດິນຕ່ອນສຸດທ້າຍ ພ້ອມເຮືອນໄດ້ປະກາດຂາຍ ພ້ອມກັບການຫາຍໜ້າໄປຂອງ ລູກສາວຜູ້ທີສອງ ໄດ້ຍິນພຽງການຊຸບຊິບຂອງຊາວບ້ານວ່າ ໜີຂ້າມຟາກໄປ ນຳຜູ້ບ່າວແລ້ວ….ແຕ່ຕົ້ນປີມານີ້ ຄົນໃນຄອບຄົວ ຂ້ອຍນອນບໍ່ເປັນຫລັບເປັນຕື່ນ ຍ້ອນສຽງເນືອງນັນຂອງຄອບຄົວນີ້ລະ; ມີຫລາຍເທື່ອທີ່ຕຳຫລວດກຸ່ມໄດ້ລົງມາຫ້າມ ຍ້ອນການໃຊ້ສຽງນັນລົບກວນຄົນອື່ນໃນຍາມວິການ ແຕ່ປານນັ້ນ ມັນກໍງຽບໆລົງບໍ່ເຖິງອາທິດ ແລ້ວມັນ ກໍກັບມາເປັນຄືເກົ່າອີກ.
ຫວ່າງສອງເດືອນທີ່ແລ້ວ ມີຄືນໜຶ່ງຄົນໃນຄອບຄົວພວກຂ້ອຍຕົກໃຈຫລາຍຈົນຕັບລີບ ໝາກຫົວໃຈຕົງ ລົ່ນລົງຢູ່ປາຍຕີນພຸ້ນລະ ເມື່ອມີສຽງຄົນຮ້ອງໂຮແຊວມ່ວນຊື່ນ ແລະ ຕິດຕາມມາດ້ວຍສຽງຄ້າຍຄືສຽງປືນດັງຂຶ້ນ.. ແລະ ສຽງທີ່ຕາມມາກໍຄື: “ ຄົນເຮືອນໃກ້ຢ່າ ໄດ້ເຄື່ອນໄຫວ ແລະ ຢ່າລົງມາເດີ້….” ພວກຂ້ອຍບໍ່ເຂົ້າໃຈວ່າສຽງນັ້ນ ເປັນສຽງໃຜ  ? ແລະ ສຽງທີ່ຄືສຽງປືນນັ້ນແມ່ນສຽງອັນໃດແທ້….ພໍ່,ແມ່, ຂ້ອຍ ແລະ ນ້ອງຊາຍພາກັນນັ່ງຈຸ່ມກັນ ຢູ່ຫ້ອງຮັບແຂກ….ດົນເຕີບສຽງສົນລະວົນງຽບລົງ….ແລ້ວສຽງເອີ້ນຊື່ພໍ່ຂ້ອຍກໍດັງຂຶ້ນ ຫລາຍບາດຊ້ອນໆກັນ ຈຳໄດ້ວ່ານັ້ນແມ່ນສຽງຫົວໜ້າ ປກສ ບ້ານ ຈື່ເພາະລາວມັກ ມາຂາຍ ເຫັດນາງໂລມໃຫ້ພວກເຮົາປະຈຳ…ພວກເພິ່ນ ບອກພວກເຮົາວ່າ ບໍ່ຕ້ອງຕົກໃຈເດີ້ ເມື່ອກີນີ້ ພວກເຮົາມາຈັບຄົນຮ້າຍມົ້ວສຸມເສບຢາ ແລະ ຄິດວ່າ ພາຍໃນກຸ່ມຄົງມີບາງຄົນເປັນເຄືອຄ່າຍ ໃນການຄ້າຢາເສບຕິດນຳ….
ແມ່ໄປທາງ, ລູກໄປທາງ, ພໍ່ໄປທາງ….ບໍ່ເຖິງເດືອນເຮືອນ ແລະ ດິນຕອນສຸດທ້າຍກໍ  ຖືກຂາຍ ເງິນທີ່ໄດ້ມາ ບໍ່ຮູ້ວ່າຕ້ອງໃຊ້ຫຍັງແດ່ບໍ່ມີໃຜຮູ້ ແຕ່ທຸກຄົນໃນຄຸ້ມພວກຂ້ອຍຮູ້ກໍຄື ເຂົາເຈົ້າຕ້ອງຍ້າຍໜີຈາກເຮືອນພາຍໃນສອງ ອາທິດນິ້…. ຂ້ອຍຫວາມໃຈເລັກນ້ອຍ ທີ່ພວກເຂົາຕ້ອງຍ້າຍອອກໄປ ເພາະໃນນັ້ນ ມີລູກສາວຫລ້າຂອງຄອບຄົວນີ້ທີ່ເປັນ ເພື່ອນຫລິ້ນຕອນເລີກມາແຕ່ໂຮງຮຽນເກືອບທຸກມື້ກັບຂ້ອຍ…
 ຂອບໃຈເຈົ້າຂອງບົດນີ້ “ ສະດູດຕາ ສາຍຮຸ່ງ ”
...ຂອບໃຈສຳລັບທ່ານ ທີ່ອ່ານບົດຂອງເຮົາ...

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...