20.9.11

ຟັງດ້ວຍຫູ ດູດ້ວຍຕາ ພິຈາລະນາດ້ວຍໃຈ


ຄະຕິຄຳຄົມ
ຄຳຜ່ອນ ໄຊອຸດົມ ຮີບໂຮມ.
_________________________
ທຸກສິ່ງທຸກຢ່າງ ເລ່ີມຕົ້ນດ້ວຍຄວາມຄິດ.
ນັບແຕ່ນີ້ໄປ...ຈົ່ງຄິດຫາແຕ່ສິ່ງທ່ີຄວນຈະກະທຳ ແຕ່ຢ່າຄິດຫາຂໍ້ອ້າງໂຕວ່າ ເຮັດບໍ່ໄດ້.

ເມ່ືອຈິດໃຈເປັນກາງ ບໍ່ຄິດວ່າເຮົາເຫມືອນເຂົາ ຫລື ດີກວ່າເຂົາ ຫລື ຕໍ່າຕ້ອຍດ້ອຍສັກສີກ່ວາເຂົາ...ໃຂອງເຮົາຈະສະຫງົບ ສະບາຍເອງ.


ຈົ່ງລະວັງຄວາມຄິດ ເພາະມັນຈະກາຍເປັນຄວາມເວົ້າ

ຈົ່ງລະວັງຄວາມເວົ້າ ເພາະມັນຈະກາຍເປັນກາກະທຳ
ຈົ່ງລະວັງການກະທຳ ເພາະມັນຈະກາຍເປັນຄວາມຊິນເຄີຍ
ຈົ່ງລະວັງຄວາມຊິນເຄີຍ ເພາະມັນຈະກາຍເປັນນິດໄສ
ຈົ່ງລະວັງນິດໄສ ເພາະມັນຈະກາຍເປັນສັນດານ !

ເປັນການດີທ່ີເຮົາຈະມີຄວາມຄິດ
ແຕ່ຄວນລະວັງຢ່າໃຫ້ຄວາມຄິດເປັນໄດ້ພຽງຄວາມຄິດເທົ່ານັ້ນ
ຕ້ອງພະຍາມຍາມໃຫ້ມັນກາຍເປັນຄວາມຈິງແຫ່ງການກະທຳ.

ເຮົາມີຄວາມຄິດທ່ີດີໄດ້ສະເຫມີ ແຕ່ຕ້ອງໃຫ້ມັນເປັນຄວາມຄິດທ່ີດີ

ເຮົາມີຄວາມຄິດທ່ີດີ,ຄົນອ່ືນມີຄວາມຄິດທ່ີດີ ຕ່າງຝ່າຍຕ່າງຍອມຮັບຄວາມຄິດຂອງກັນແລະກັນ ເຮົາຍິ່ງຈະມີຄວາມຄິດທ່ີດີຫລາຍຂຶ້ນ...


ຄວາມຄິດ ຖ້າປຽບເປັນເຫມືອນກ້າມເນື້ອ

ຍິ່ງອອກກຳລັງຫລາຍເທົ່າໃດ ກໍຍິ່ງແຂງແຮງເທົ່ານັ້ນ !

ຄົນທ່ີຄິດຂ້າໂຕຕາຍ ຍັງມີຫົນທາງແກ້ໄຂ
ແຕ່ວາຈາຂ້າຄົນາຍ ແກ້ໄຂບໍ່ໄດ້.

ຖ້າເຮົາຟັງ ເຮົາກໍຈະໄດ້ຍິນ
ຖ້າເຮົາເບິ່ງ ເຮົາກໍຈະເຫັນ
ຖ້າເຮົາຄິດ ເຮົ້າກໍຈະເຂົ້າໃຈ.

ຈົ່ງເຊົາຄິດທ່ີຈະປ່ຽນທຸກສິ່ງທຸກຢ່າງທ່ີຢູ່ອ້ອມຕົວເຮົານັ້ນໃຫ້ໄດ້ຕາມທ່ີເຮົາມັກ ແຕ່ຈົ່ງປ່ຽນແປງໃຈຕົນເອງໃຫ້ເຂົາກັບສິ່ງແວດລ້ອມນັ້ນຈະດີກ່ວາ...

ເຮົາຈະບັງຄັບຄົນທັງໂລກໃຫ້ມາຮັບໃຊ້ເຮົານັ້ນ ເປັນໄປບໍ່ໄດ້ ເຮົາຕ້ອງແກ້ໄຂທ່ີຕົວຂອງເຮົາເອງ.

ຄົນເຮົາສ່ວນໃຫຍ່ບໍ່ມັກຄິດຫາສິ່ງທ່ີເຮົາມີ
ກົງກັນຂ້າມພັດຄິດຫາແຕ່ສິ່ງທ່ີຍັງບໍ່ທັນມີ...ໃນທ່ີສຸດກໍການເປັນທຸກ.

ຄົນທ່ີມີປັນຍາ ເຖິງຈະຕົກທຸກກໍຊອກຫາຄວາມສຸກພົບ.

(ຕິດຕາມໄດ້ໃນມື້ຕໍ່ໄປ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...