


ຢູ່ໃນບ້ານກ່ອນນີ້ ຫລາຍຄົນກໍເລົ່າລືກັນກ່ຽວກັບສອງພໍລູກນີ້ວ່າພວກເຂົາມມີ ມົນເອີ້ນສັດມາຫາ ເພື່ອລ່າເອົາມາຂາຍ, ບາງຄົນກໍວ່າພວກນີ້ແມ່ນພວກມີ “ກໍລະວີກ” , “ສະເໜ່ຫອມຈັນ” ຕ່າງໆນາໆເອົາແຕ່ຜູ້ຊິເວົ້າຊິວ່າເຊິ່ງທັງໝົດ ນັ້ນຫາຫລັກຖານ ຫລື ຄວາມຈິງບໍ່ໄດ້ ວ່າພໍລູກນີ້ມີຈຸດພິເສດແນວໃດ ໃນເມື່ອຫລາຍຄົນໃນບ້ານ ຕ່າງກໍອອກ ປາກເວົ້າວ່າ: ດຽວນີ້ເຂດບ້ານຂອງເຂົາໃນນ້ຳບໍ່ມີປາ, ໃນປ່າບໍ່ມີສັດ ແມ່ນແຕ່ນົກອ້ຽງລ້ຽງຄວາຍບິນຜ່ານທົ່ງ ກໍຍັງບໍ່ເຫັນ….ແລ້ວພໍ່ລູກພວກນີ້ຊອກຫາມາໄດ້ແນວໃດ ?
ຫວ່າງຕົ້ນເດືອນແລ້ວນີ້ ປະມານສີ່ຫ້າໂມງແລງ ຍາມງົວຄວາຍ ເຂົ້າ ແຫລ່ງຍາມຊາວບ້າກັບມາແຕ່ ຮົ້ວແຕ່ສວນນີ້ລະ ຂ້ອຍກໍສົງໄສ ຢູ່ວ່າພວກນີ້ກັບມາແຕ່ຮົ້ວແຕ່ສວນແລ້ວ ເປັນຫຍັງຈຶ່ງບໍ່ໄປເຮືອນ ໂລດ ເປັນຫຍັງ ຕ້ອງແວ່ ຍືນເປັນ ກຸ່ມໆຢູ່ເດີ່ນສະໂມສອນຂອງບ້ານ ແມ່ນເຂົາເຮັດຫຍັງ ທັງທີ່ບາງຄົນຍັງນຸ່ງສິ້ນຮັດເອິກ ຢູ່ກໍມີ… ສົນໃຈອັດບໍ່ໄຫວກໍ ເລີຍຢ່າງໄປເບິ່ງ ເຫັນພາບແລ້ວຂ້ອຍຈົນຫລົງ ຮ້ອງອອກມາ “ ບັກພັນ ” ມັນເຮັດຫຍັງຜິດ ເຂົາຈຶ່ງຈັບມັນມາແນວ ນີ້….ໃນທີ່ສຸດຊາວບ້າຈຶ່ງໄດ້ຮູ້ວ່າ ປາທີ່ບັກພັນເອົາມາຂາຍນັ້ນ ມັນກໍລັກເບືອເອົາມາຈາກ ສະຂອງຊາວບ້ານຢູ່ຕາມ ທົ່ງໄຮ່ປາຍ ນານີ້ລະ ແລະ ອີກສ່ວນກໍໄດ້ມາຈາກການລັກວາງລະເບີດໃສ່ວັງສະຫງວນ ຂອງບ້ານເຮົາ ແລະ ບ້ານໃກ້ຄຽງ….
ຈາກນັ້ນບໍ່ດົນ ລຸງຄຳພັນລາວກໍເກືອບເອົາຊີວິດບໍ່ລອດຍ້ອນ ລາວຖອກທ້ອງ ຮຸນແຮງເພາະອາຫານເປັນ ພິດ, ລາວປຸງແຕ່ງອາຫານບໍ່ສະອາດຈາກສັດ ທີ່ລາວເບືອມາໄດ້….ຫລາຍຄົນຄິດສົມນ້ຳໜ້າລາວວ່າ: “ບາບ ໄລ່ເວນນຳ” ແຕ່ເຖິງແນວໃດກໍດີ ຊາວບ້ານເຮົາກໍໄດ້ພະຍາຍາມຊ່ວຍເຫລືອລາວ ແລະ ໄດ້ແຕ່ຫວັງວ່າ ຈາກນີ້ໄປ ລາວຄົງຄິດ ໄດ້ແລ້ວວ່າ: “ການລ່າສັດເພື່ອຂາຍເປັນສິນຄ້ານັ້ນຜິດ ແລະ ການໃຊ້ອາວຸດ ແລະ ທາດເບື່ອເຂົ້າໃນ ການລ່າສັດນັ້ນ ຍິ່ງຜິດຕື່ມອີກ”….
ຂອບໃຈເຈົ້າຂອງບົດ “ສະດຸດຕາ ສາຍຮຸ່ງ”
ຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ.
No comments:
Post a Comment