19.9.11

ປຣາຖນາຂອງດວງໃຈ Case Study

ມີ​ສາວ​ນ້ອຍ​ຄົນ​ໜຶ່ງ ຊື່​ດວງ​ໃຈ ​ເປັນ​ລູກ​ຊາວນາ​ຢູ່ຊົນນະບົດ​ທີ່​ບໍ່​ຫ່າງ​ໄກ​ຈາກ​ຕົວ​ເມືອງ​ປານ​ໃດ ລາວ​ມີ​ຄວາມຫວັງ ​ແລະ ​ຝັນ​ໄຟ່​​ຢາກ​ໄດ້​ລົດຂີ່, ມີໂທລະສັບຽ່ວຍງາມເໝືອນ​ຄົນອື່ນ..​ໃນ​ໃຈ​ຂອງ​ລາວ​ຍາມ​ໃດ​ກໍ​ໄດ້​ແຕ່​ຫວັງ​ວ່າ​ມື້ໜຶ່ງ​ລາວ​ຕ້ອງ​ເຮັດ​ໃຫ້​ໄດ້ດັ່ງ​ທີ່​ລາວ​ຫວັງ.

​ ​ປີ​ສຸດ​ທ້າຍ​ຂອງ​ການ​ຮຽນ​ຊັ້ນ​ມັດທະຍົມ​ປາຍ ດວງ​ໃຈ ຈຳ​ຕ້ອງ​ອອກ​ຈາກ​​ໂຮງຮຽນກາງ​ສົກຮຽນ​ເພາະ​ການ​ຮຽນ​ຂອງ​ລາວ​ຕົກ​ຕໍ່າຍ້ອນຂາດ​ໂຮງຮຽນ, ຕິດ​ຫລິ້ນ​ຕິດ​ທ່ຽວ ຕິດ​ເພື່ອນ​ຕ່າງ​ເພດ ​ແລະ ​ເຫັນ​ເງິນ​ຄຳ​ເປັນ​ໃຫຍ່​ກ່ວາ​ການ​ຮຽນ. ພໍ່ ​ແລະ ​ແມ່​ຂອງ​ດວງ​ໃຈ​ຕ່າງ​ກໍ​ຕົກ​ຕະລຶງ​ໃນ​ການ​ປະລະ​ການ​ຮຽນ​ຂອງ​ລູກ ​ແຕ່ດວງໃຈ​ກໍຍັງຫວັງຢາກ​ໄປ​ຊອກ​ຫາ​ເງິນດ້ວຍ​ຕົວ​ຂອງ​ລາວ​ເອງ​ເພື່ອ​ໃຊ້ ​ແລະ ຊ່ວຍ​ເຫລືອ​ຄອບຄົວ.

ມີ​​ເຈົ້າຂອງ​ຮ້ານ​ອາຫານຫລາຍ​ບ່ອນ​ທີ່​ຮູ້ວ່າ​ດຽວ​ນີ້​ດວງ​ໃຈ​ອອກ​ໂຮງຮຽນ​ແລ້ວ ​ໄດ້ຕິດ​ຕໍ່​ໃຫ້​ລາວໄປ​ເຮັດ​ວຽກ​ນຳ ​ແຕ່​ແມ່​ຂອງ​ນາງ​ບໍ່ຍອມ ​ເພາະ​ຄົນ​ເຫລົ່າ​ນັ້ນ​ລາວ​ບໍ່​ຮູ້ຈັກ​ມາ​ກ່ອນ. ພໍ່​ແມ່​ຂອງ​ດວງ​ໃຈ​ກໍອາຍຸ​ແກ່​ຫລາຍ​ແລ້ວ ບໍ່​ມີ​ແຮງ​ພໍ​ທີ່​ຈະ​ເຮັດ​ນາ​ທັງ​ສອງ​ພັ່ນ​ໃຫ້​ແລ້ວ​ຕາມ​ລະດູ​ການ ​ໃນ​ຂະນະ​ດຽວ​ກັນ​ນັ້ນ ດວງ​ໃຈ​ພັດ​ບໍ່​ຍອມ​ທີ່​ຈະ​ລົງ​ເຮັດ​ນາຊ່ວຍ…​ເມື່ອ​ເປັນ​ເຊັ່ນ​ນີ້ພໍ່​ແມ່​ຂອງ​ລາວ​ຈຳ​ຕ້ອງ​ຍອມ​ໃຫ້​ດວງ​ໃຈ​ໄປ​ເຮັດ​ວຽກ​ກັບນາງແກ້ວ ໃນຮ້ານອາ ຫານ ເພາະລາວຍອມ​ຈ່າຍ​ເງິນ​ຄ່າ​ແຮງ​ງານ​ໃຫ້​ພໍ່​ແມ່ດວງ​ໃຈກ່ອນ​ເພື່ອ​ຈ້າງ​ຄົນ​ລົງ​ນາ.
​ຮ້ານ​ອາຫານ​ແຫ່ງ​ນີ້​ລະ​ທີ່​ເປັນຸຈດ​ເລີ່​ມຕົ້ນ​ຂອງ​ດວງ​ໃຈ​ ທີ່​ຈະ​ກ້າວ​ໄປ​ສູ່ຄວາມ​ຫວັງ​ທີ່​ລາວ​ປາຖນາ​ເອົາ​ໄວ້, ​ລາວ​ໄດ້​ຮູ້ຈັກ​ກັບ​ຄົນ​ຈຳນວນ​ຫລາຍທີ່​ແຕກ​ຕ່າງ​ກັນ​ທັງລະດັບ​ການ​ສຶກສາ ​ແລະ ຖານະ. ດວງ​ໃຈ​ສະໜິດສະໜົມ​ກັບ​ແຂກ​ທີ່​ເປັນ​ຂາ​ປະຈຳ​ເກືອບ​ທຸກ​ຄົນ ຈົນຫລາຍຄົນອິດສາທີ່ລາວສາມາດຫາເງິນຊື້ໄດ້ທັງໂທະລະສັບມືຖືລາຄາ ເປັນລ້ານ ແລະ ມີລົດຈັກຄັນໃໝ່ນຳອີກ.

ຕໍ່​ມາ​ບໍ່​ດົນ​ປານ​ໃດ​ກໍ​ມີ​ບ່າວ​ເຫີ່ມ​ຄົນ​ໜຶ່ງເປັນ​ຄົນ​ຕ່າງປະ​ເທດທີ່​ສາມາດ​ສື່ສານ​ພາສາ​ເວົ້າ​ເຂົ້າ​ໃຈ​ກັນ​​ໄດ້ດີ ມາ​ພົວພັນ​ກັບ​ດວງ​ໃຈ ​ເຂົາ​ເປັນ​ຄົນ​ມີ​ລະດັບ​ການ​ສຶກສາ​ສູງ​ຂັ້ນ​ວິ​ສາວະ​ກອນ ເປັນ​ຄົນ​ຄຸມ​ການ​ກໍ່ສ້າງ​ຢູູ່ບໍ່​ໄກ​ຈາກ​ຮ້ານ​ອາຫານ​ທີ່​ດວງ​ໃຈ​ເຮັດ​ວຽກ​ຢູ່. ທຸກ​ເທື່ອ​ທີ່​ເຂົາ​ມາ​ໃຊ້​ບໍລິການ​ຢູ່ຮ້ານ​ອາຫານ​ດັ່ງກ່າວລາວ​ມັກ​ເວົ້າ​ລົມ​ກັບດວງ​ໃຈ ​ໂດຍ​ສະ​ເພາະ​ເວົ້າ​ກ່ຽວ​ກັບ​ເລື່ອງ​ລາວ​ຕ່າງໆ​ທີ່​ມີ​ຢູ່​ໃນ​ປະ​ເທດ​ຂອງ​ຕົນ​ສູ່ນາງ​ຟັງ ແລະ ​ຕ້ອງການ​ໃຫ້​ດວງ​ໃຈ​​ຢາກ​ໄປ​ທີ່​ນັ້ນ​ເພື່ອ​ຈະ​ໄດ້​​ເຮັດ​ວຽກ​ແລະ ຫາ​ເງິນ​ໄດ້​ເປັນ​ກອບ​ເປັນ​ກຳ ນຳ​ມາ​ຍົກ​ຖານະ​ຄອບຄົວ​ຂອງ​ຕົນ​ເອງ​ໃຫ້​ພໍ່​ແມ່​ມີ​ຄວາມສຸກ​ໃນ​ບັ້ນ​ປາຍ​ຂອງ​ຊີວິດ.

​ໃນ​ຮ້ານ​ອາຫານ​ທີ່​ດວງ​ໃຈ​ເຮັດ​ຢູ່​ນັ້ນ​ລາວມີໝູ່ຄົນ​ໜຶ່ງຊື່​ນ້ຳ​ທິບ ທີ່​ຫາ​ກໍ​ຖືກ​ສົ່ງ​ກັບ​ມາ​ແຕ່​ຕ່າງປະ​ເທດ​ຍ້ອນ​ການ​ໄປ​ເຮັດ​ວຽກ​ຜິດ​ກົດ​ໝາຍ ລາວ​ເວົ້າ​ວ່າ​:ການ​ໄປ​ເຮັດ​ວຽກ​ຢູ່ພຸ້ນ(ຕ່າງປະ​ເທດ)ບໍ່​ຄື​ຢູ່​ບ້ານ​ເຮົາ ​ເຂົາ​ບັງຄັບ​ໃຫ້​ເຮັດ​ວຽກ​ເກີນ​ການ​ກຳນົດ​ຂອງ​ກົດໝາຍ​ແຮງ​ງານ ​ແລະ ບໍ່​ໄດ້​ຮັບ​ຄ່າ​ຕອບ​ແທນ​ທີ່​ສົມ​ເຫດ​ສົມ​ຜົນ. ນ້ຳ​ທິບ​ພະຍາ ຍາມ​ອ້ອນວອນ​ດວງ​ໃຈ​ບໍ່​ໃຫ້​ໄປ ​ແຕ່​ກໍ​ບໍ່​ໄດ້​ຮັບ​ຜົນຈົນ​ນ້ຳ​ທິບ​ເອງ​ກໍ​ຈົນ​ປັນຍາ​ທີ່​ຈະ​ຫ້າມ….

ຫລາຍຄົນສົນທະນາກັນກ່ຽວກັບການ​ໄປ​ເຮດວຽກ​ຢູ່​ຕ່າງປະ​ເທດ​ຂອງ​ດວງ​ໃຈ ວ່າລາວຄິດ​ຜິດ ​ເພາະ​ການ​ທີ່​ຈະ​ໄປ​ເຮັດ​ວຽກ​ຢູ່ຕ່າງປະ​ເທດ​ທີ່ມີຄ່າ​ຈ້າງ​ສູງ​ຄື​ດວງໃຈຕ້ອງການ​ນັ້ນ ມັນ​ບໍ່​ແມ່ນ​ເລື່ອງງ່າຍໆ ໂດຍສະເພາະ ຄົນທີ່ມີຄວາມຮູ້ບໍ່ຈົບ ມ.ປາຍ ຄືດວງໃຈ..​ຫລາຍຄົນຄິດ​ພຽງວ່າ ດວງ​ໃຈ​ອາດຖືກ​ຫລອກສາ​ແລ້ວ….

ມື້ໜຶ່ງ​ເຈ້​ແກ້ວ​ໄດ້​ນຳ​ຮັບໂທລະສັບຈາກດວງໃຈ ລາວຕົກຕະລຶງ ທີ່ຮູ້ວ່າ ດວງໃຈບໍ່ສະບາຍຫລາຍ ແລະ ໄດ້ກັບມາເມືອງລາວແລ້ວ, ດວງໃຈບອກວ່າ ລາວຖືກວິ​ສາວະ​ກອນຄົນນັ້ນຫລອກລາວໄປ ຂາຍ ແລ້ວສົ່ງເຂົ້າຊ່ອງ ບໍລິການແຂກນັບຄົນບໍ່ໄດ້… ທໍລະມານ ຫລາຍ ຈົນລາວບໍ່ສະບາຍໜັກ ຈຶ່ງລັກລອບຂໍກັບມາ ຕາຍທີ່ບ້ານ..

( ຂອບໃຈເຈົ້າຂອງບົດ ສະດຸດຕາ ສາຍຮຸ່ງ )
ຂອບໃຈທີ່ທ່ານອ່ານຈົນຈົບ.

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...