14.8.11

ມີເງິນແລ້ວບໍ່ແມ່ນຈະມີຄວາມສຸກໂລດ

ບໍ່ແມ່ນເພາະຄວາມຍາກເຮົາຈຶ່ງບໍ່ກ້າເຮັດແຕ່ຖ້າເຮົາບໍ່ກ້າ ມັນກໍເລີຍຍິ່ງຍາກ….. ຂໍນຳເລື່ອງຈິງຂອງຄົນໆຫນຶ່ງມາຝາກເປັນແງ່ຄວາມຄິດໃນການດຳເນີນຊີວິດ ແດ່ທຸກໆທ່ານ….ທີ່ອ່ານພົບຫົກພັນ(໖໐໐໐) ເພື່ອຮັກ...
ປີໃໝ່ປີນີ້ ເຂົາໄດ້ຂີ່ຍົນກັບບ້ານ ແລະ ຄິດພຽງວ່າຈະຢູ່ເຮືອນເປັນເພື່ອນກັບແມ່ເທົ່ານັ້ນ.
ເຊົ້າມື້ຕໍ່ມາ ແມ່ໄດ້ຊວນເຂົາໄປເປັນຫມູ່ເພື່ອຊື້ໄຂ່ໄກ່. ພໍໄດ້ຍິນ ເຂົາອົດທີ່ຈະຍິ້ມບໍ່ໄດ້ ເພາະຢູ່ບໍລິສັດທີ່ຕ່າງປະເທດນັ້ນ ເຂົາເປັນຜູ້ອຳນວຍການໃຫຍ່ ມີເລຂາ ແລະ ມີ ຄົນຂັບລົດສ່ວນຕົວໃຫ້ ແຕ່ມື້ນີ້ເຂົາຕົກລົງໄປຊື້ໄຂ່ໄກ່ນຳແມ່… 


ພໍອອກຈາກເຮືອນ ແມ່ໄດ້ບອກເຂົາວ່າຕ້ອງໄປ ຊື້ໄຂ່ຢູ່ຊຸບເປີມາເກັດໃນເມືອງພຸ້ນ, ເຂົາຖາມແມ່ວ່າ ເປັນຫຍັງຈຶ່ງບໍ່ຊື້ຢູ່ຕລາດໃກ້ບ້ານນີ້ແມ່ກະພິບຕາທຳເຫມືອນ ເປັນຜູ້ຊະນະ ແລະ ບອກເຂົາ ວ່າທີ່ຊຸບເປີມາເກັດນັ້ນໄຂ່ໄກ່ຖືກກວ່າຕລາດນເຮົາ
ແຕະລະ ໒໐໐໐ ເຂົາບໍ່ປາກໄດ້ແຕ່ຄິດໃນໃຈວ່າ ປານນີ້ຫວະ ?”...


ພໍຍ່າງອອກມາຮອດແຄມທາງໃຫຍ່ ເຂົາກຳລັງຈະໂບກແທັກຊີ ແຕ່ແມ່ ບອກກັບເຂົາວ່າຖ້າຂີ່ລົດເມ ສາຍ ໑໒ ດີກວ່າເຂົາຖາມແມ່ວ່າເປັນຫຍັງ
ຕ້ອງຖ້າສາຍ ໑໒ ? ແມ່ບອກເຂົາວ່າລົດເມ ສາຍ ໑໒ ເປັນລົດຂອງຮ້ານຊຸບເປີມາເກັດ ແຫ່ງນີ້ ເພື່ອຮັບສົ່ງລູກຄ້າ ຂີ່ບໍ່ໄດ້ເສຍຄ່າ ຖ້າໄປສາຍອື່ນຕ້ອງຈ່າຍ ໒໐໐໐ 

ເຂົາອົດຍິ້ມບໍ່ໄດ້ ແລະ ບອກກັບແມ່ວ່າ ກໍດີຄືກັນ” ...

ພໍເຂົາຂຶ້ນນັ່ງລັດເມສາຍ ໑໒ ເຂົາເຫັນວ່າ ຜູ້ໂດຍສານສ່ວນໃຫຍ່ເປັນຄົນແກ່ ແລະ ລ້ວນແຕ່ສະຫນິດສະຫນົມກັບແມ່ຂອງເຂົາ...ພໍພວກເພິ່ນຮູ້ວ່າເຂົາໄປເປັນຫມູ່ແມ່ເພື່ອ ຊື້ໄຂ່ໄກ່ ຕ່າງກໍມອງເຂົາດ້ວຍສາຍຕາແຫ່ງຄວາມອົບອຸ່ນເຫມືອນກັບເຂົາເປັນລູກຈິດໃຈຂອງເຂົາເວລານັ້ນກໍອົບອຸ່ນເຫມືອນກັນ 
 ພໍຊື້ໄຂ່ໄກ່ໄດ້ຕາມ ຄວາມຕ້ອງການ ແມ່ດຶງແຂນເຂົາໄປນັ່ງທີ່ເກົ້າອີ້ ແລະ ບອກວ່າ
ອີກ ໑ ຊົ່ວໂມງ ລົດສາຍ ໑໒ ຈະກັບມາ ຮັບອີກເຂົາຮູ້ສຶກບໍ່ສະບາຍໃຈທີ່ຕ້ອງລໍລົດ
ສາຍ ໑໒ ອີກ ໑ ຊົ່ວໂມງ ເພາະຕອນມາ ນັ້ນກໍຖ້າ ໑ ຊົ່ວໂມງແລ້ວ ແຕ່ກໍຕ້ອງຂົ່ມໃຈ
ເອົາໄວ້ ໃນເວລາທີ່ນັ່ງຖ້າລົດນັ້ນແມ່ຂອງເຂົາ ກໍຊວນລົມເລື່ອງນັ້ນເລື່ອງນີ້ເລື່ອງ ຕັ້ງແຕ່ຕອນເຂົາຍັງເດັກ, ຕອນໄປໂຮງຮຽນມື້ທຳອິດ...ຈົນທີ່ສຸດ
  ເວລາ ໑ ຊົ່ວໂມງກໍຜ່ານໄປ

...ເຂົາກັບແມ່ກໍໄດ້ນັ່ງລົດເມສາຍ ໑໒ ກັບບ້ານ ພໍລົງຈາກລົດພ້ອມໄຂ່ໄກ່ທີ່ແມ່ຊື້ ເຂົາຮູ້ສຶກໂລ່ງອົກ ເມື່ອເຫັນແມ່ມີຄວາມສຸກ ພ້ອມທັງນັບນິ້ວໃຫ້ຟັງວ່າ: ໄຂ່ຫນຶ່ງແຕະ ນີ້ປະຫຍັດໄດ້ ໒໐໐໐, ຄ່າລົດໄປກັບ ໒ ຄົນໄປກັບເປັນເງິນ ໔໐໐໐ ລວມແລ້ວປະຫຍັດ
ໄດ້ ໖ ໐໐໐ ກົງກັນຂ້າມ ສ່ວນໃນສະຫມອງຂອງເຂົາພັດຄິດໄປວ່າ ການໄປຊື້ໄຂ່
ພຽງ ໑ ແຕະ ໃຊ້ເວລາ ໔ ຊົ່ວໂມງ ຖ້າເຂົານັ່ງເຮັດວຽກຢູ່ບໍລິສັດ ເຂົາຈະໄດ້ເງິນ
ຫລາຍຫມື່ນ, ຫລາຍແສນ ຫລື ເປັນລ້ານແຕ່ເຂົາກໍທຳໄດ້ພຽງຖອນໃຈ.

ກ່ອນຈະເຂົ້າເຮືອນມີຮ້ານຂາຍຫມາກໂມຢູ່ຮ້ານຫນຶ່ງ ແມ່ໃຊ້ເງິນ ໖໐໐໐ ຊື້ຫມາກໂມຫນ່ວຍໃຫຍ່ໆຫນ່ວຍຫນຶ່ງ ພໍເຂົ້າໄປໃນເຮືອນ ແມ່ເຂົາຈັດແຈງ ຜ່າຫມາກໂມນັ້ນທັນທີເນື້ອຫມາກໂມແດງສົດ ເປັນຕາແຊບແທ້ໆ
ແລະ ໂຕເຂົາເອງ ກໍຮູ້ສຶກວ່າຫິວນ້ຳມາແຕ່ຕອນຢູ່ເທິງລົດສາຍ ໑໒ ກໍເລີຍບໍ່

ໄດ້ລໍໃຫ້ແມ່ເອີ້ນ….ເຂົາຈັບຫມາກໂມມາ ໑ ປ່ຽງ ແລ້ວຍັດເຂົ້າປາກ..

ຫມາກໂມນັ້ນຫວານອີ່ຫລີເຂົາກິນຢ່າງຝັ່ງຟ້າວ ປານວ່າເຂົາບໍ່ເຄີຍກິນ ມາກ່ອນພໍເງີຍຫນ້າຂຶ້ນ ເຂົາເຫັນແມ່ກຳລັງຈ້ອງມອງເຂົາຢູ່ ໃນຕາມີນ້ຳໃສໆ ແຕ່ໃບຫນ້າເຕັມປ່ຽມໄປດ້ວຍຄວາມຮັກເຂົາຄິດ ໄດ້ທັນທີວ່າ ເຂົາເຄີຍເຫັນ ພາບນີ້ມາກ່ອນແຕ່ເຂົາເຫັນຢູ່ໃສ ????

ຕອນຍັງເດັກ ຄອບຄົວເຂົາລຳບາກຫລາຍ ແຕ່ເຂົາພັດເປັນຄົນກິນເກັ່ງ. ຕອນຄໍ່າໆບາງເທື່ອເຂົາມັກຫລອຍໄປເກັບເອົາເປືອກຫມາກໂມທີ່ຄົນ ເຮືອນອື່ນກິນແລ້ວຖິ້ມນັ້ນ ນຳໄປລ້າງນ້ຳກ່ອນ ຈະແກະກິນຢ່າງລຳບາກລຳບົນ ຈົນແມ່ຮູ້ເລື່ອງ ນີ້ເຂົ້າແມ່ໃຊ້ເວລາ ໓ ມື້ຝັ້ນເຊືອກປໍເອົາໄປຂາຍ ເພື່ອໄດ້ເງິນ ມາຊື້ໝາກໂມມາໃຫ້ເຂົາ ແລະ ນັ່ງເບິ່ງ ເຂົາກິນຢ່າງແຊບຊ້ອຍ
ເຂົາຈ້ອງມອງແມ່ດ້ວຍຄວາມສະທ້ານໃຈກ່ອນກືນຫມາກໂມນັ້ນລົງຄໍ.
 ຮອດຕອນນີ້ເຂົາເລີ່ມເຂົ້າໃຈ ແມ່ແລ້ວ….ຕອນທີ່ຍັງລຳບາກແມ່ດຸໝັ່ນ ແລະ ອົດອອມ ຊອກເງິນສົ່ງໃຫ້ເຂົາຮຽນ ແລະລຽ້ງດູເຂົາ ຈົນໃຫຍ່ພໍຖານະດີຂຶ້ນຄວາມດຸໝັ່ນ ແລະ ອົດ ອອມນັ້ນໄດ້ກາຍເປັນແບບແຜນດຳລົງຊີວິດຂອງແມ່ ແລະ ມັນຍັງເຮັດໃຫ້ແມ່ ມີຄວາມພໍໃຈ ແລະ ມີຄວາມ ສຸກສະເໝີມາ...
ຮອຍຍິ້ມໄດ້ຄ່ອຍປາກົດຂຶ້ນບົນໃບໜ້າຂອງເຂົາ.ເຂົາຮູ້ສຶກດີໃຈທີ່ມື້ນີ້ເຂົາອົດທົນໄປ ກັບແມ່ໄດ້ເຮັດໃຫ້ແມ່ປະຫຍັດເງິນໄດ້ ໖໐໐໐ ເງິນຈຳນວນນີ້ ມັນມີຄ່າກວ່າເງິນ ທີ່ເຂົາຫາມາໄດ້ເປັນໝື່ນເປັນແສນເຊິ່ງຄຸນຄ່ານີ້ມັນທຽບກັນບໍ່ໄດ້….
ບາງເທື່ອເວລາ ແລະ ເງິນຄຳ ຈະມີຄ່າກໍຕໍ່ເມື່ອມີຮັກດ້ວຍເທົ່ານັ້ນ...
ຖ້າເຮົາຍັງມີພໍ່ແມ່ໃຫ້ຄິດເຖິງກໍໄປຢາມເພິ່ນແດ່ ການໄປນັ້ນບໍ່ຄວນໄປຕຳນິທ່ານ ຢ່າງນັ້ນຢ່າງນີ້ຕຳນິວ່າເພິ່ນເປັນຄົນບໍ່ທັນສະໄໝເໝືອນເຮົາ. ເພາະຄວາມຈິງແລ້ວ ການທີ່ເພິ່ນບໍ່ຍອມທັນສະໄໝ ນັ້ນລະ ທີ່ມັນຈຸນເຈືອໃຫ້ເຮົາທັນສະໄໝໃນວັນນີ້
 ຂອບໃຈທີ່ອ່ານ

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...