ຂອບໃຈເຈົ້າຂອງບົດເລື່ອງນີ້
ຫລາຍໆເດີ້
則充滿人性的真實故事 - 編輯 楊信堂 ເລື່ອງຈິງທີ່ປຽ່ມລົ້ນໄປດ້ວຍຄວາມເປັນມະນຸດມັນເກີດຂຶ້ນທີ່ຈີນແຜ່ນດິນໃຫຍ່….
ຕອນເໜືອຂອງມົນທົນຫລຽວໜິງ(ປະເທດຈີນ) ມີເມືອງຂະໜາດກາງທີ່ຊື່ວ່າ “ເທືອກເຫລັກ”ທຸກໆເຊົ້າເທົ້າຄໍ່າບົນຖະໜົນກຳມະກອນ ຈະເຫັນຜູ້ເຖົ້າຄົນໜຶ່ງ ຊຸກລໍ້ຂາຍນ້ຳເຕົ້າຫູ້ໄປຢ່າງຊ້າໆ. ລຳໂພງເທິງລໍ້ຊຸກນັ້ນໃຊ້ ຖ່ານໄຟສາຍ ໃນການ ກະຈາຍສຽງ ເຊິ່ງເປັນສຽງຂອງ ຍິງສາວຄົນໜຶ່ງດັງກະຈາຍບໍ່ຂາດທີ່ບອກວ່າ: “ເຕົ້າຫູ້ມາ ແລ້ວເດີ້…ເຕົ້າຫູ້ສູດບູຮານແທ້ໆ….ມັນແຊບຫລາຍ” ນີ້ເປັນສຽງ ຂອງຂ້ອຍເອງ ແຕ່ຄົນຂາຍນັ້ນແມ່ນພໍ່ຂອງຂ້ອຍ...ລາວເປັນຄົນໃບ້.
ມາຮອດມື້ນີ້ຂ້ອຍມີອາຍຸຊາວກ່ວາປີແລ້ວຂ້ອຍຈຶ່ງກ້າພໍທີ່ອັດສຽງຕົວເອງໄວ້ກັບ ລໍ້ຂາຍ ເຕົ້າຫູ້ຂອງພໍ່ແທນກະດິງທີ່ເຮັດດ້ວຍ ທອງເຫລືອງ ທີ່ພໍ່ສັ່ນມັນມາຫລາຍກ່ວາສິບປີແລ້ວ ຂ້ອຍຈື່ໄດ້ວ່າ ຕອນທີ່ຂ້ອຍມີອາຍຸ ໒-໓ ຂວບນັ້ນມັນເປັນເລື່ອງທີ່ອັບປະຍົດທີ່ສຸດທີ່ ຮູ້ວ່າພໍ່ຂອງຕົນເອງ ເປັນຄົນໃບ້ ດ້ວຍເຫດນີ້ ຂ້ອຍຈຶ່ງຈົງ ກຽດຈົງຊັງພໍ່ເອົາແທ້ເອົາວ່າ ໂດຍສະເພາະເວລາເດັກນ້ອຍບາງຄົນທີ່ພໍ່ຫລືແມ່ເຂົາບອກໃຫ້ມາຊື້ເຕົ້າຫູ້ ແຕ່ຈັບເອົາ ຖົງເຕົ້າຫູ້ໄປໂດຍບໍ່ຈ່າຍເງິນ. ເວລານັ້ນຂ້ອຍຈະເຫັນພໍ່ກົ່ງຄໍອອກຍາວໆແຕ່ບໍ່ອາດ ຈະຮ້ອງໃຫ້ສຽງດັງອອກມາໄດ້.
ຂ້ອຍບໍ່ສາມາດເຮັດໄດ້ຄືອ້າຍຂອງຂ້ອຍທີ່ເຫັນເດັກນ້ອຍເຂົາທຳຢ່າງນັ້ນແລ້ວໄລ່ຕາມ ມັນໄປເພື່ອຕົບໜ້າມັນບາດແຮງໆ ແຕ່ຂ້ອຍພັດເສຍໃຈກັບ ເຫດການທີ່ເກີດ ຂຶ້ນໂດຍບໍ່ກ້າປາກ, ຂ້ອຍບໍ່ໄດ້ຊັງເດັກທີ່ມັນເອົາເຕົ້າຫູ້ໄປແຕ່ກັບຊັງພໍ່ທີ່ເປັນໃບ້. ທຸກເທື່ອເມື່ອອ້າຍມາຊ່ວຍຫວີຜົມໃຫ້ຂ້ອຍ ເຖິງວ່າຈະເຈັບຈົນຫລົງຮ້ອງອອກມາກໍຕາມ ແຕ່ຂອຍກໍຍອມໃຈແຂງໂດຍບໍ່ຍອມໃຫ້ພໍ່ເຮັດຜົມເປຍໃຫ້ເດັດຂາດ.
ຕອນທີ່ແມ່ຂ້ອຍເສຍ(ຕາຍ)ນັ້ນເພິ່ນບໍ່ໄດ້ມີຮູບແຜ່ນໃຫຍ່ປະໄວ້ນອກຈາກຮູບຂາວ ດຳຂະໜາດສອງນີ້ວທີ່ຖ່າຍຮ່ວມກັບຄົນຂ້າງ ເຮືອນກ່ອນ ເພິ່ນຈະແຕ່ງງານ. ເມື່ອພໍ່ຖືກຂ້ອຍບໍ່ສົນໃຈລາວມັກຈະຈັບເອົາແວ່ນມາເບິ່ງຮູບແມ່…ເບິ່ງສົມໃຈແລ້ວ ລາວກໍຄ່ອຍໆ ລຸກອອກໄປແລ້ວເຮັດວຽກ ຢ່າງງຽບເຫງົາ. ແຕ່ສິ່ງທີ່ໜ້າໂມໂຫ ທີ່ສຸດກໍຄືມີຄົນອື່ນມາເອີ້ນຂ້ອຍວ່າ: “ອີ່ສາມໃບ້” (ຂ້ອຍເປັນລູກຄົນທີສາມ ແລະ ເປັນລູກຫລ້າ)ເມື່ອດ່າເຂົາ ບໍ່ແພ້ຂ້ອຍກໍຈະແລ່ນກັບບ້ານດ້ວຍຄວາມເຈັບໃຈ.
ຕໍ່ໜ້າພໍ່ທີ່ກຳລັງໂມ້ແປ້ງເພື່ອເຮັດເຕົ້າຫູ້ຂ້ອຍຂີດພື້ນເປັນວົງມົນແລ້ວຖົ່ມນ້ຳລາຍໃສ່
ທີ່ກາງວົງ ຂ້ອຍເອງກໍບໍ່ເຂົ້າໃຈຊ້ຳດອກວ່າມັນມີຄວາມໝາຍວ່າຈັ່ງໃດ ແຕ່ກໍມັກ ເຮັດສິ່ງນີ້ເມື່ອຖືກເດັກຄົນອື່ນເວົ້າໃຫ້ ຫລື ດ່າຂ້ອຍ. ຂ້ອຍຄິດໄດ້ພຽງວ່າ ນີ້ມັນຄົງເປັນ ຄຳດ່າທີ່ຮ້າຍກາດທີ່ສຸດສຳລັບຄົນໃບ້.

ທຳອິດທີ່ຂ້ອຍດ່າພໍ່ດ້ວຍວິທີນີ້ ເຮັດໃຫ້ພໍ່ຕ້ອງຕະລຶງ ເພິ່ນເຊົາ ໂມ້ແປ້ງ ແລ້ວມອງໜ້າ ຂ້ອຍ ຢ່າງມຶນງົງ ນ້ຳຕາເພິ່ນໄຫລນອງໜ້າ ແລະ ຮ້ອງໄຫ້ຢູ່ດົນສົມຄວນ. ຂ້ອຍບໍ່ເຄີຍ ເຫັນພໍ່ຮ້ອງໄຫ້ແບບນີ້ມາກ່ອນ ແຕ່ມື້ນັ້ນພໍ່ຮ້ອງໄຫ້ ໝົດທັງຄືນໂດຍບໍ່ມີສຽງດັງ ຫລືສະອຶກສະອຶ້ນໃດໆ…
ເມື່ອເຫັນພໍ່ລັ່ງນ້ຳຕາຂ້ອຍຈຶ່ງພໍເຫັນທາງອອກໃຫ້ກັບຄວາມນ້ອຍເນື້ອຕໍ່າໃຈຂອງຕົນ ເອງໄດ້ໃນທີ່ສຸດ…ແຕ່ມື້ນັ້ນເປັນຕົ້ນມາ ຂ້ອຍມັກຈະດ່າພໍ່ຕໍ່ ໜ້າຕໍ່ຕາແລ້ວກໍຍ່າງໜີ ປ່ອຍໃຫ້ພໍ່ງົງປານໄກ່ເມົາຄ້ອນ…ແຕ່ພໍ່ບໍ່ໄດ້ລັ່ງນ້ຳຕາອີກແລ້ວ ແຕ່ພໍ່ມັກຈະຂົດຕົວ ທີ່ຈ່ອຍຜອມຂອງລາວນັ້ນລີບລົງ ກ່ວາເກົ່າ ແລະ ແນບໂຕແໜ້ນໃສ່ຄານໂມ້ແປ້ງ… ເບິ່ງແລ້ວມັນຍິ່ງໜ້າລັງກຽດດກ່ວາເດີມອີກ…ຂ້ອຍ ບອກກັບຕົນເອງວ່າ ຕ້ອງຮຽນ ໜັງສືໃຫ້ດີເພື່ອ ເຂົ້າມະຫາວິທະຍາໄລໃຫ້ໄດ້ ເພື່ອຈະໄດ້ໜີຈາກບ້ານນ້ອຍໆ ແຫ່ງນີ້ເຊິ່ງໃຜໆຕ່າງກໍຮູ້ວ່າພໍ່ຂອງ ຂ້ອຍເປັນໃບ້....ນີ້ເປັນຄວາມປຣາຖະໜາອັນ ຍິ່ງໃຫຍ່ ຂອງຂ້ອຍໃນ ເວລານັ້ນ.

ຂ້ອຍບໍ່ຮູ້ຊ້ຳດອກວ່າອ້າຍຂອງຂ້ອຍສອງຄົນນັ້ນມີຢ້າວມີເຮືອນໄດ້ດ້ວຍວິທີໃດ, ບໍ່ຮູ້້ ຊ້ຳວ່າໂຮງໂມ້ເຕົ້າຫູ້ຂອງພໍ່ນັ້ນປ່ຽນ ຄາມໄມ້ມາຈັກຄັ້ງແລ້ວ ແລະ ບໍ່ຮູ້ວ່າກະດິ່ງທອງ ເຫລືອງທີ່ພໍ່ສັ່ນມັນຈົນຂອບຈີກນັ້ນມັນຜ່ານມາແລ້ວຈັກຝົນ ແລະ ຜ່ານບ້ານຄົນ ມາເທົ່າໃດ; ຂ້ອຍຮູ້ພຽງວ່າຂ້ອຍໄດ້ກາຍ ເປັນຄົນທີ່ໃສ່ລະບຽບຕົນເອງໃນການ ຮຽນຢ່າງເຄືອງແຄ້ນ ແລະບ້າບິ່ນ.. ໃນທີ່ສຸດຂ້ອຍກໍເສັງເຂົ້າມະຫາວິທະຍາໄລໄດ້. ເສື້ອທີ່ອາໂກວ໌ຕັດໃຫ້ແຕ່ປີ ໑໙໗໙ ນັ້ນມີ້ນີ້ພໍ່ຫາກໍ່ເອົາອອກມາໜຸ່ງເປັນຄັ້ງທຳອິດໃນ ຕົ້ນລະດູໃບໄມ້ ຫລົ່ນປີ ໑໙໙໒ ທ່າມກາງແສງກະຕຽງໃນຍາມຄໍ່າຄືນພໍ່ໜ້າຊື່ນຕາບານ ໃນເວລາທີ່ພໍ່ກຳເງິນເຕັມມືເຊິ່ງຍັງມີກິ່ນເຕົ້າຫູ້ຕິດຢູ່ນັ້ນຍັດໃສ່ມືຂອງຂ້ອຍ ຢ່າງຖະນຸ ຖະໜອມ ທາງປາກກໍເອະໆອະໆ ບໍ່ຢຸດຢັ້ງ… ຂ້ອຍໄດ້ແຕ່ຈ້ອງມອງຄວາມດີໃຈ ແລະ ພາກພູມໃຈຂອງພໍ່ຈົນວາງໂຕບໍ່ຖືກ.
ຂ້ອຍໄດ້ແຕ່ມອງຕາມຫລັງພໍ່ທີ່ທ່ຽວໄປຫາຄົນນັ້ນຄົນນີ້ດ້ວຍຄວາມດີໃຈເພື່ອແຈ້ງ ໃຫ້ເຂົາເຈົ້າຮູ້ວ່າຂ້ອຍຈະໄດ້ໄປຮຽນທີ່ມະຫາວິທະຍາໄລ. ຂ້ອຍເຫັນພໍ່ພາອາ ແລະ ອ້າຍໆຂອງຂ້ອຍມາຊ່ວຍຂ້າໝູທີ່ພໍ່ຕັ້ງໃຈລ້ຽງຈົນຕຸ້ຍພີມາດົນກ່ວາ ໒ ປີນັ້ນ ເປັນການສະຫລອງເນື່ອໃນໂອກາດ ທີ່ຂ້ອຍເສັງເຂົ້າມະຫາວິທະຍາໄລໄດ້… ຫົວໃຈທີ່ແຂງດັ່ງທ່ອນໄມ້ຂອງຂ້ອຍບໍ່ຮູ້ວ່າມັນຖືກສິ່ງໃດສະກິດເຂົ້າຈົນຂ້ອຍ ຮ້ອງໄຫ້ ອອກມາ…
ເທິງໂຕະອາຫານ ຂ້ອຍຄີບຊີ້ໝູຫລາຍຕ່ອນຂຶ້ນມາໃຫ້ພໍ່ຕໍ່ໜ້າຄົນຫລາຍໆຄົນ… ຂ້ອຍນ້ຳຕານອງໜ້າ ບອກພໍ່ໃຫ້ກິນຕ່ອນຊີ້ນນັ້ນ ພໍບໍ່ໄດ້ຍິນ ທີ່ຂ້ອຍເວົ້າດອກ ແຕ່ເຂົ້າ ໃຈຄວາມໝາຍຂອງມັນ….ໃນຕາພໍ່ມີປະກາຍແວວວາວເຊິ່ງຂ້ອຍບໍ່ເຫັນພໍ່ເຄີຍມີມາກ່ອນ ເພິ່ນຈັບແກ້ວເຫລົ້າຍີ່ຫໍ້ “ ເກົາຫລ໋ຽງ ” ມາເຍັ້ນກິນກັບຊີ້ນທີ່ລູກ ສາວຄີບໃຫ້….
ພໍ່ຄົງເມົາແລ້ວໜ້າຕາແດງກໍ່າ ຫລັງຢືດຕົງສົ່ງພາສາມືຢ່າງອົງອາດ. ເປັນຄວາມຈິງທີ່ວ່າ ຜ່ານມາ ໑໘ ປີເຕັມໆ ພໍ່ຫາກໍເຄີຍເຫັນຮູບຮິມສົບຂ້ອຍທີ່ເອີ້ນ “ພໍ່” ເປັນເທື່ອທຳອິດ. ຜ່ານມາພໍ່ໂມ້ແປ້ງເຮັດເຕົ້າຫູ້ຢ່າງລຳບາກ ຫາແລະເກັບທ້ອນໂຮມເງິນສົ່ງລູກຮຽນ ຈົນຈົບມະຫາວິທະຍາໄລ….
ປີ ...ຂ້ອຍຮຽນຈົບມະຫາວິທະຍາໄລ ແລະ ໄດ້ເຂົ້າເຮັດວຽກທີ່ເມືອງ “ເທືອກເຫລັກ” ເຊິ່ງຫ່າງຈາກບ້ານ ໔໐ ກິໂລແມັດ ເມື່ອໄດ້ທີ່ພັກຮຽບຮ້ອຍ ຂ້ອຍເດີນທາງໄປຮັບເອົາພໍ່ ຜູ້ໃຊ້ຊີວິດຢູ່ຄົນດຽວເພື່ອມາຮັບຄວາມສຸກທີ່ລູກສາວມອບໃຫ້…. ລະຫວ່າງທາງເທັກຊີ ທີ່ຂ້ອຍຂີ່ເພື່ອກັບບ້ານນັ້ນມັນໄດ້ເກີດອຸບັດຕິເຫດ….ເລື່ອງລາວຕ່າງໆຫລັງເກີດອຸບັດ ຕິເຫດຂ້ອຍໄດ້ຮູ້ຈາກການເລົ່າຂອງເອື້ອຍໃພ້…(ເລົ່າວ່າ):
ມີຄົນເດີນທາງຈື່ໄດ້ວ່າຄົນທີ່ພົບອຸບັດຕິເຫດນັ້ນເປັນລູກສາວຫລ້າຂອງ “ເຖົ້າຖູ” (ຊື່ພໍ່ຂອງຂ້ອຍ) ອ້າຍທັງສອງ ແລະ ເອື້ອຍໃພ້ຕ່າງກໍມາເຖິງ ທີ່ເກີດເຫດຢ່າງໄວວາ ທຸກຄົນໄດ້ແຕ່ຮ້ອງໄຫ້ເມື່ອເຫັນຂ້ອຍສະຫລົບສະໄຫລບໍ່ຮູ້ຄວາມຄົນ … ທຸກຄົນຕ່າງກໍ ຕົກ ສະເງີ້ບໍ່ຮູ້ຊິເຮັດຫຍັງດີ…
ພໍ່ມາຮອດບ່ອນເກີດເຫດເປັນຄົນສຸດທ້າຍ…ເພິ່ນຮີບຮ້ອນໂຊມເອົາຮ່າງຂອງຂ້ອຍຂຶ້ນ ມາ ແລະ ໂບກລົດໃຫຍ່ທີ່ແລ່ນມານັ້ນໃຫ້ຢຸດ. ຜູ້ຄົນທີ່ເຫັນ ເຫດການນັ້ນຕ່າງກໍບອກ ວ່າ “ ບໍ່ລອດແນ່…” ພໍ່ໃຊ້ຂາຊູຮ່າງຂອງຂ້ອຍໄວ້ແລ້ວເອົາມືຂ້າງໜຶ່ງຈົກເອົາເງິນປຶກໃຫຍ່ ອອກ ຈາກຖົງເສື້ອຍັດ ໃສ່ມືຄົນຂັບລົດພ້ອມທັງຂຽນຮູບກາກະບາດຖີ່ໆ ( ຂໍໃຫ້ໄປ ສົ່ງທີ່ໂຮງໝໍ).
ເອື້ອຍໃພ້ເລົ່າວ່າ ແຕ່ໃດໆມາຮ່າງກາຍຂອງພໍ່ເບິ່ງຄືອ່ອນແອ ແຕ່ເວລານັ້ນມັນມີພະລັງ ຢ່າງມະຫາສານຈົນບໍ່ໜ້າເຊື່ອ. ຫລັງຈາກການປະຖົມພະຍາບານ ໝໍໃຫ້ຢາຮັກສາ ກ່ອນທີ່ຈະນຳສົ່ງໄປໂຮງໝໍແຫ່ງອື່ນ ແລະ ໝໍໄດ້ເວົ້າເປີຍໆອອກມາໃຫ້ເອື້ອຍໃພ້ໄດ້ຍິນ ວ່າ ສົ່ງໄປກໍຄົງເປົ່າປະໂຫຍດ ເພາະເວລານັ້ນຄວາມດັນເລືອດຂອງຂ້ອຍນັ້ນຕໍ່າທີ່ສຸດ (ແທກເຂັມເກືອບບໍ່ຕີງ),ກະໂຫລກ ຫົວກໍບວມເບັງປານ ໝາກນ້ຳເຕົ້າ. ອ້າຍກົກ ໄດ້ໄປຊື້ຊຸດສວມສົບມາຍ້ອນຄິດວ່າຄົງໝົດຫວັງແລ້ວ ແຕ່ກໍຖືກພໍ່ຮ້າຍແລະ ຈີກຖິ້ມ. ພໍ່ເອົາມືຊີ້ທີ່ຕາຕົວເອງ ຊູຫົວໂປ້ມືໃສ່ທີ່ຂະໝັບຕົນເອງ ຈາກນັ້ນຊູສອງນິ້ວຊີ້ມາໃສ່ ຕົວຂ້ອຍແລ້ຊູຫົວໂປ້ມືອີກ ໂບກມືແລ້ວຫລັບຕາ(ໝາຍຄວາມວ່າພວກເຈົ້າບໍ່ຕ້ອງ ຮ້ອງໄຫ້ ພໍ່ຍັງບໍ່ໄຫ້ເລີຍນ້ອງສາວພວກ ເຈົ້າບໍ່ຕາຍດອກ ເພາະອາຍຸມັນຫາກໍໄດ້ ໒໐ ກ່ວາປີ ມັນທົນໄດ້ ເຮົາຊ່ວຍຊີວິດມັນໄດ້ແນ່ນອນ)....
ສ່ວນໝໍກໍຍັງຢືນຢັນກັບອ້າຍກົກໃຫ້ບອກພໍ່ວ່າໝົດທາງຮັກສາ ແນວໃດກໍບໍ່ລອກແລ້ວ ຖ້າຈະຮັກສາກໍຕ້ອງໃຊ້ເງິນມະຫາສານ ແລະ ຍັງບໍ່ແນ່ໃຈວ່າ ມີເງິນແລ້ວຈະຮັກສາໄດ້. ທັນໄດນັ້ນພໍ່ກໍຄູ້ເຂົ່າລົງແລ້ວລຸກຂຶ້ນທັນທີ ພ້ອມຊີ້ມືມາຫາຂ້ອຍແລ້ວຍົກມືຂຶ້ນສູງ ຈາກນັ້ນກໍທຳທ່າປູກຜັກ ລ້ຽງໝູ ຖາງຫຍ້າ ໂມ້ແປ້ງ ແລ້ວກໍປິ້ນຖົງເສື້ອທີ່ເປົ່າແປນນັ້ນ ແລ້ວກັບຍົກມືສອງຂ້າງຂຶ້ນປິ້ນຝາມືໄປມາສອງຮອບ ມັນໝາຍຄວາມວ່າ: ຂໍຮ້ອງເທາະໝໍເອີຍ ຊ່ວຍຊີວິດລູກຂອງຂ້ອຍແດ່ ລາວຍັງມີອະນາຄົດເປັນຄົນເກັ່ງ ທ່ານໝໍຕ້ອງຊ່ວຍລາວ ຂ້ອຍຈະຫາ ເງິນມາເສຍຄ່າຮັກສາ ຂ້ອຍຈະລ້ຽງໝູ ເຮັດນາ ເຮັດເຕົ້າຫູ້ ຕອນນີ້ຂ້ອຍມີເງິນ ໔ ພັນຢວນ.
ໝໍຈັບມືພໍ່ແລະສັ່ນຫົວ ໔ ພັນຢວນຍັງບໍ່ພໍ…. ພໍ່ບໍ່ລໍຊ້າ ເອົາມືຊີ້ໄປຍັງອ້າຍໆ ແລະ ເອື້ອຍໃພ້ກຳມືແໝ້ນ(ຂ້ອຍຍັງມີພວກເຂົາຊ່ວຍ ພວກເຮົາເຮັດໄດ້ແນ່ນອນ). ໝໍຍັງເສີຍເມີຍ ພໍ່ຊີ້ມືໃສ່ຫລັງຄາກົ້ມຫົວໃຊ້ຕີນທືບພື້ນດິນ ພະນົມມືສອງຂ້າງໄວ້ ຂ້າງຂວາຂອງຫົວແລ້ວຫລັບຕາ(ຂ້ອຍຍັງມີເຮືອນທີ່ຂາຍໄດ້ ແມ່ນຈະໝົດ ຕົວກໍຍອມ ເພື່ອລູກສາວລອດ ຂ້ອຍນອນຕາມພື້ນດິນນີ້ກໍໄດ້) ພໍ່ຊີ້ໃສ່ໜ້າເອິກໝໍ ແລ້ວວາງມືລົງ (ຂໍໃຫ້ໄວ້ໃຈ ເຮົາບໍ່ໂກງຄ່າຮັກສາດອກ ເລື່ອງເງິນເຮົາຊອກໄດ້) ອ້າຍກົກຂອງຂ້ອຍ ເປັນຄົນແປພາສາມືຂອງພໍ່ໃຫ້ໝໍຟັງທັງຮ້ອງໄຫ້ໄປນຳ ຈົນໝໍເອງກໍອົດທີ່ຈະກັ້ນ ນ້ຳຕາໄວ້ໄດ້… ພໍ່ໃຊ້ທ່າມືທີ່ວ່ອງໄວ ສື່ຄວາມໝາຍທີ່ແມ່ນຢຳຈົນໃຜເຫັນກໍອົດກັ້ນ ນ້ຳຕາບໍ່ໄດ້.
ໝໍບອກວ່າ ການທຳໄສຍະກຳກໍບໍ່ຮັບຮອງວ່າຈະຊ່ວຍຊີວິດໄດ້ ເກີດພາດມາຈະເຮັດ ແນວໃດ ? ພໍ່ຕົບຖົງເສື້ອຕົນເອງ ແລ້ວລູບທີ່ໜ້າເອິກ(ຂໍໃຫ້ໝໍຊ່ວຍເຕັມທີ່ ແມ່ນຈະເຮັດ ບໍ່ໄດ້ກໍຈະຈ່າຍເງິນໃຫ້ຄົບແນ່ນອນ).....
ຄວາມຮັກອັນຍິ່ງໃຫຍ່ຂອງພໍ່ບໍ່ພຽງແຕ່ຄ້ຳຈູນຊີວິດຂ້ອຍເທົ່ານັ້ນ ມັນຍັງໃຫ້ກຳລັງໃຈ ແລະ ຄວາມໜັກແໜ້ນແກ່ໝໍໃນການຊ່ວຍຊີວິດຂ້ອຍ ຂ້ອຍຖືກນຳເຂົ້າຫ້ອງຜ່າຕັດ ພໍ່ລໍຖ້າຢູ່ຂ້າງນອກ ເພິ່ນຍ່າງຫລົບໄປຫລົບມາກວ່າຜ່າຕັດແລ້ວຈົນເກີບຂາດເປັນປ່ອງ.
ພໍ່ບໍ່ໄດ້ຮ້ອງໄຫ້ລັ່ງນ້ຳຕາແມ່ນແຕ່ຢົດດຽວ ແຕ່ກັບເປັນແຜພຸພອງເຕັມປາກ ຫລັງຈາກ ການເຝົ້າລໍເວລາຜ່າຕັດ ໑໐ ກ່ວາຊົ່ວໂມງ. ພໍ່ອະທິຖານຂໍພອນ ຈາກສະຫວັນຊ້ຳແລ້ວ ຊ້ຳເລົ່າຢ່າງສັບສົນຈົນຟ້າດິນປານີໃຫ້ຂ້ອຍລອດມາໄດ້.
ພໍ່ບໍ່ໄດ້ຮ້ອງໄຫ້ລັ່ງນ້ຳຕາຕະຫລອດໄລຍະເວລາເຄິ່ງເດືອນທີ່ຂ້ອຍບໍ່ສາມາດຕອບ ສະໜອງໄດ້ຕາມຄວາມຮັກຂອງພໍ່ທີ່ມີ. ທຸກໆຄົນໝົດຄວາມຫວັງກັບຕົວຂ້ອຍ ແລະ ຄິດວ່າຂ້ອຍຕ້ອງເປັນເຈົ້າຍິງນິດທຣາ ມີພຽງພໍ່ຄົນດຽວທີ່ຢືນຢັນ ນັ່ງເຝົ້າຂ້ອຍຢູ່ຂ້າງ ຕຽງລໍຖ້າຂ້ອຍຕື່ນຂຶ້ນມາ. ພໍ່ໃຊ້ມືທີ່ຫຍາບຊານັ້ນບັນຈົງນວດໃຫ້ຂ້ອຍ, ກ່ອງສຽງທີ່ ພິການຂອງພໍ່ໄດ້ແຕ່ເປັ່ງສຽງເອີ ໆ ໆ…ຮຽກຫາຂ້ອຍ ເໝືອນກັບເອີ້ນວ່າ:
“ລູກຫຍູນ ຕື່ນເທີດ…ລູກຫຍູນ ພໍ່ທຳນ້ຳເຕົ້າຫູ້ສົດໆໄວ້ຖ້າລູກຢູ່….”
ເພື່ອເອົາໃຈໝໍ ແລະ ພະຍາບານ ພໍ່ຈະອາໄສເວລາທີ່ມີຄົນມາເຝົ້າ ຂ້ອຍແທນນັ້ນ ໄປເຮັດນ້ຳເຕົ້າຫູ້ຮ້ອນໆໂຖໃຫຍ່ໆມາແຈກທຸກໆຄົນທີ່ຢູ່ ໃນພະແນກໄສຍະກຳ ເຖິງແມ່ນວ່າເພິ່ນມີລະບຽບຫ້າມຮັບຂອງ…ຈາກຄົນໄຂ້ກໍຕາມ ແຕ່ດ້ວຍຄຳຂໍຮ້ອງ ອັນບໍລິສຸດຂອງພໍ່ ພວກເພິ່ນ ກໍບໍ່ກ້າຂັດໃຈ….ແລະ ທຸກຄັ້ງພໍ່ກໍຈະດີໃຈທີ່ສຸດ.
ພໍ່ຈະ ໃຊ້ພາສາມືສື່ຄວາມໝາຍວ່າ “ທ່ານທັງຫລາຍເປັນຜູ້ມີໃຈບຸນ ເຊື່ອວ່າຕ້ອງ ຮັກສາລູກຂອງຂ້ອຍໃຫ້ຫາຍໄດ້ແນ່ນອນ”….. ລະຫວ່າງນັ້ນ ເພື່ອລະດົມຄ່າຮັກສາພໍ່ ຈະເດີນທາງໄປທຸກບ້ານທີ່ພໍ່ເຄີຍໄປຂາຍ ”ເຕົ້າຫູ້” ຍ້ອນຄວາມຊື່ສັດຕະຫລອດຊີວິດ ຂອງພໍ່ຜ່ານມາ ຈຶ່ງໄດ້ຮັບການສະໜັບສະໜູນ ຟຽງພໍທີ່ຈະຊ່ວຍລູກສາວໃຫ້ລອດພົ້ນ ຈາກເສັ້ນຕາຍ. ຊາວບ້ານຕ່າງກໍອອກເງິນຊ່ວຍເຫລືອ ພໍ່ເອງກໍບໍ່ໄດ້ປ່ອຍປະລະເລີຍ ເພິ່ນໄດ້ໃຊ້ສໍຈົດບັນຊີເຕົ້າຫູ້ບັນທຶກລາຍລະອຽດດ້ວຍລາຍມືທີ່ຫງິກງໍແຕ່ຊັດເຈນດັ່ງນີ້: ທ. ຈັງ ໒໐ ຢວນ, ອາຊໍ້ຫວັງ ໖໕ ຢວນ, ທ.ລີ່ ໑໐໐ ຢວນ….
ໃນທີ່ສຸດຂ້ອຍກໍຟື້ນຂຶ້ນມາຈົນໄດ້ໃນຕອນເຊົ້າມືດຂອງວັນໜຶ່ງຫລັງຈາກເຄິ່ງເດືອນ ຜ່ານໄປ. ຂ້ອຍມອງເຫັນຜູ້ເຖົ້າທີ່ຜອມໆຄົນໜຶ່ງ ອ້າປາກເປັ່ງສຽງເອີໆໆໆ…. ດັງລັ່ນດ້ວຄວາມດີໃຈທີ່ໄດ້ເຫັນຂ້ອຍຟື້ນຂຶ້ນມາ…ຜົມຂາວໆທີ່ຫງອກຟູ ຂອງພໍ່ປຽກ ຊຸ່ມດ້ວຍນ້ຳເຫື່ອທີ່ມັນອອກມາຈາກຄວາມຄື່ເຕັ້ນ. ເຄິ່ງເດືອນກ່ອນພໍ່ຍັງມີຜົມດຳ ແຕ່ອີກເຄິ່ງເດືອນຜ່ານມາເບິ່ງແລ້ວເໝືອນພໍ່ເຖົ້າ ຕື່ມອີກ ໒໐ ປີ.
ຫົວທີ່ແຖກ້ຽງຂອງຂ້ອຍກໍເລີ່ມ ມີເສັ້ນຜົມປົ່ງອອກ ມາແລ້ວ ພໍ່ລູບໄລ້ຫົວຂອງຂ້ອຍ ດ້ວຍໃບໜ້າຍິ້ມແຍ້ມ ແລະ ເມດຕາ ການລູບໄລ້ເຊັ່ນນີ້ໃນອະດີດ ຖືວ່າເປັນຄວາມສຸກທີ່ ເກີນພໍແລ້ວສຳລັບພໍ່. ເວລາຜ່ານໄປເຄິ່ງປີຜົມຂ້ອຍກໍຍາວພໍທີ່ຈະມັດຈຸກໄດ້ຂ້ອຍຈັບມື ພໍ່ຂໍຮ້ອງໃຫ້ຊ່ວຍຫວີໃຫ້ ພໍ່ກັບມີອາການເກີ້ເຂີນ ພໍ່ຫວີທີລະຈຸກ ໆຈົນໝົດເວລາໄປ ເກືອບມື້ ກໍຍັງບໍ່ອາດຫາຊົງຜົມທີ່ຖືກໃຈພໍ່ໄດ້.
ມີຄັ້ງໜຶ່ງ ພໍມາຢືນຢູ່ຕໍ່ໜ້າຂ້ອຍ ແລ້ວທຳທ່າເໝືອນອູ້ມແລ້ວ ໂຍນຖິ້ມໄປ ແລ້ວງໍນີ້ວມື ເຂົ້າກັນເໝືອນນັບເງິນ (ໄປຂາຍເອົາເງິນ) ຂ້ອຍທຳທ່າເອົາມືປິດໜ້າແລ້ວຮ້ອງໄຫ້ ສ່ວນພໍ່ດີໃຈຫົວສະອິກສະອ້ອຍ ແລະ ຈາກນັ້ນມາພໍ່ກໍມັກທຳທ່ານີ້ຢອກຂ້ອຍ ຕະຫລອດ….
ທຸກມື້ນີ້ ຂ້ອຍຍັງມີພຽງການປວດຫົວເປັນບາງຄັ້ງຄາວເທົ່ານັ້ນ ໂດຍທົ່ວໄປແລ້ວສຸຂະພາບແຂງແຮງດີ ແລະ ພໍ່ກໍດີໃຈຫລາຍ, ພວກເຮົາຊ່ວຍ ກັນໃຊ້ໜີ້ສິນທີ່ມີນັ້ນໝົດແລ້ວ,ພໍເອງກໍຍ້າຍເຂົ້າມາຢູ່ໃນເມືອງກັບຂ້ອຍທັງໆທີ່ພໍ່ກໍ ຍັງຂະຫຍັນເຮັດວຽກການງານມາຕລອດ(ຢູ່ລ້າບໍ່ເປັນ) ຂ້ອຍໄດ້ເຊົ່າຕູບ ຂາຍເຄື່ອງນ້ອຍໆໃຫ້ພໍ່ຢູ່ໃກ້ໆທີ່ພັກນັ້ນເພື່ອຂາຍ “ນ້ຳເຕົ້າຫູ້”.
ເຕົ້າຫູ້ ທີ່ພໍ່ເຮັດນັ້ນລົດຊາດແຊບ-ຫອມດີ ເປັນທີ່ນິຍົມຂອງ ຊາວບ້ານ, ຂ້ອຍໄດ້ຕິດ ຕັ້ງຊຸດລຳໂພງກັບຖ່ານໄຟສາຍໃສ່ລໍ້ຍູ້ຂອງພໍ່. ແມ່ນວ່າພໍ່ບໍ່ໄດ້ຍິນສຽງທີ່ດັງກັງວານນັ້ນ ແຕ່ເພິ່ນຄົງຮູ້ດີວ່າທຸກຄັ້ງທີ່ກົດປຸ່ມສຽງ ເພິ່ນມັກຈະເຮັດເອິກກວ້າງບ່າໄລ່ຕັ້ງ ເຊິ່ງບອກ ເຖິງຄວາມຮູ້ສຶກ ແລະ ຄວາມພໍໃຈ….ເລື່ອງລາວໃນອະດີດທີ່ຂ້ອຍເຄີຍຢຽດຫຍາມພໍ່ ເພິ່ນບໍ່ໄດ້ໃສ່ໃຈແມ່ນແຕ່ໜ້ອຍ ເໝືອນກັບຕົວຂອງຂ້ອຍທີ່ບໍ່ກ້າພໍທີ່ຈະກ່າວ ຄຳຂໍອະໄພ ທີ່ເຮັດສິ່ງຊົ່ວຮ້າຍໄວ້ກັບພໍ່….
....ມັນເປັນບົດທີ່ປະທັບໃຈຂ້ອຍຫລາຍ....
ແລະ ຂໍອະນຸຍາດເກັບໄວ້ເພື່ອອ່ານ ແລະ
ຂອບໃຈເຈົ້າຂອງບົດເລື່ອງນີ້ ຫລາຍໆເດີ້
則充滿人性的真實故事 - 編輯 楊信堂
ຂອບໃຈຫລາຍໆທີ່ອ່ານຈົນຈົບ

No comments:
Post a Comment