3.8.11

ກຸຫລາບໜາມ-ກຸຫລາບຫີນ



ກຸຫລາບໜາມ  ງາມແທ້ ແລະ ຢາກໄດ້
ກຸຫລາບໃຜ  ຂໍໄປ  ໄດ້ຊົມຊື່ນ
ກຸຫລາບນີ້  ຍືມກ່ອນ  ຊິສົ່ງຄືນ
ກຸຫລາບງາມ ເຖິງຂ້າມຄືນ  ຍັງຊື່ນບານ
ກຸຫລາບຫີນ  ກິ່ນບໍ່ຫອມ  ແຕ່ໃຈຊຶ້ງ
ກຸຫລາບຫີນ  ມັນຄຶງ ຕຶງຕາໄວ້
ກຸຫລາບຫີນ  ມອງແລ້ວ  ປະທັບໃຈ
ກຸຫລາບຫີນ  ຂໍໄວ້ ພຽງເຊີຍຊົມ....
 ກຸຫລາບໜາມ  ກຸຫລາບຫີນ  ຢາມສິ້ນສີ
ຍັງຈະມີ ຄົນຫວັງ  ຄິດໄຂວ່ຫາ
ຍັງຈະມີ  ຄົນຮັກ  ເຊັດນໍ້າຕາ
ຍັງຈະມີ ວາຈາ ມາປອບໃຈ...
 ກຸຫລາບໜາມ ກຸຫລາບຫີນ  ຍາມສິ້ນກິ່ນ
ຜູ່ເຜິ້ງບິນ  ແຊ່ວໜີ  ມິມີສົນ
ກຸຫລາບໜາມ ກຸຫລາບຫີນ  ໝິ່ນໜ້າຕົນ
ໃຜບໍ່ສົນ  ເໝືອນກັບຄົນ ໝົ່ນຣາຄີ…
ຂອບໃຈທີ່ອ່ານ

No comments:

Post a Comment

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...