“ສັກຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;
16.4.21
14.4.21
ບຸນປີໃໝ່ລາວຄືບໍ່ຈັດໃນເດືອນຈຽງ ?
ເປັນຫຍັງຈຶ່ງບໍ່ຈັດງານບຸນປີໃໝ່ລາວໃສ່ເດືອນຈຽງ ?
ມີຫຼາຍຄົນສົງໄສເລື່ອງຂອງການປະເພນີ້ບຸນປີໃໝ່ລາວ(ສົງການຕ໌)ວ່າ ເມື່ອລາວເຮົາກໍມີເດືອນເປັນຂອງຕົນເອງ(ຈຽງ, ຍີ່, ສາມ, ສີ່, ຫ້າ,ຫົກ ຮອດ ເດືອນ ສິບສອງ) ຄືບໍ່ເອົາເດືອນເລີ່ມຕົ້ນເປັນການຈັດສະຫຼອງປີໃໝ່ລາວ ຄືກັນກັບບຸນປີໃໝ່ຂອງຊາວເຜົ່າມົ້ງ ທີ່ເອີ້ນວ່າ "ບຸນກິນຈຽງ"... ເຊິ່ງເປັນບຸນທີ່ຈັດສະຫຼອງໃນເດືອນຈຽງ ຫຼື ເດືອນທຳອິດຂອງປີ.... ຄຳຖາມນີ້....ມີຫຼາຍຄົນກໍຖາມຂ້າພະເຈົ້າຄືກັນ ວ່າ ບຸນປີໃໝ່ລາວ ຫຼື ບຸນເດືອນຫ້າ ຫຼື ບຸນສົງການ ຫຼື ບຸນຫົດນ້ຳ....(ຫຼາຍຊື່ເອີ້ນ)... ເປັນຫຍັງຈຶ່ງມາຈັດຢູ່ລະວ່າງກາງເດືອນ ເມສາ(ລະວ່າງວັນທີ ໑໓-໑໖) ຂອງທຸກໆປີ....
11.2.21
ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ .... ໂອ້ຍເວນ....
.. ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ....
ກຳລັງນັ່ງກິນອາຫານໃຫ້ອຸ່ນທ້ອງ....ວ່າຈະມ່າມແຊບໆຊັ້ນດອກ.... ຊຸມອ້າຍບ່າວ ນາງສາວ ທີ່ກິນເຂົ້າຢູ່ໂຕະຂ້າງໆພັດສົນລະວົນກັບກັບຊື່ຂອງອາຫານ... ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ.... ສຽງສົນລະວົນ ບໍ່ມີໃຜຍອມກັນ ເວົ້າຈົນເຈົ້າຂອງຮ້ານສັບສົນ....ຄົນທີ່ສັ່ງເຂົ້າຜັດໄປແລ້ວ ກໍລໍຖ້າ ພັດຍັງມີຄົນມາຕໍ່ແຍວ່າ ໂຕສັ່ງ "ເຂົ້າຂົ້ວ" ຫັ້ນເບາະ...ເທົ່ານີ້ຍັງບໍ່ພໍ ໝໍໜຶ່ງພັດຕໍ່ແຍຕື່ມອີກ "ຂົ້ວເຂົ້າ" ຕີ້ ເຫັນເພິ່ນແຊຣ໌ກັນໃນເຟຊບຸກບັກຫຼາຍໆ...

ອາການຂອງຄົນກຳລັງກິນ ທີ່ບໍ່ແມ່ນເຂົ້າຜັດ
ຄວາມຈິງແລ້ວ ສິ່ງທີ່ເຂົາເຈົ້າກຳລັງສົນລະວົນນຳກັນຄົງເປັນ “ເຂົ້າຜັດ- 炒饭-Fried rice” ເຊິ່ງແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າຜັດ- 炒饭-Fried rice” ເກີດຂຶ້ນທຳອິດໃນປະເທດຈີນ ຊຶ່ງເກີດຈາກການນຳເອົາເຂົ້າເຢັນທີ່ເຫຼືອຂ້າມຄືນ ມາຂົ້ວປະສົມກັບອາຫານອື່ນໆ ຈົນເຮັດໃຫ້ເກີດເປັນອາຫານເມນູໃໝ່ຂຶ້ນມາ ຈາກນັ້ນ ກໍແພ່ຫຼາຍໄປພ້ອມໆກັບຊາວຈີນ ທີ່ອົບຍົບຍ້າຍຖິ່ນໄປທົ່ວໂລກ ເຊິ່ງແຕ່ລະປະເທດຕ່າງກໍໄດ້ປັບປຸງເມນູນີ້ ໃຫ້ເຂົ້າກັບລີ້ນຂອງຄົນໃນທ້ອງຖິ່ນ ແລະ ວັດຖຸດິບທີ່ມີຢູ່ແຕ່ລະຂົງເຂດນັ້ນໆ. ໂດຍທົ່ວໄປແລ້ວ ສ່ວນປະກອບຫຼັກໆຂອງ “ເຂົ້າຜັດ- 炒饭-Fried rice” ນອກຈາກເຂົ້າຈ້າວແລ້ວ ຍັງປະກອບມີ ຊີ້ນສັດ(ໝູ,ໄກ່,) ກຸ້ງ, ປູ ຫລື ເຕົ້າຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີອິ້ວຂາວ ຫລື ຊອດປຸງລົດຫຼາຍຢ່າງ ເພື່ອຊ່ວຍໃຫ້ເຂົ້າຜັດມີສີສັນທີ່ງົດງາມໜ້າຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດນາ, ແຄຣ໊ອດ, ຖົ່ວ, ຜັກບົ່ວ ເປັນຕົ້ນ.
![]() |
| (ຮູບຈາກ ອິນເຕີເນັທ) |
![]() |
| ລາຍລະອຽດກົດອ່ານລຸ່ມນີ້ ກົດເລີຍ ກົດເລີຍ |
26.1.21
ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ... ເສຍຊີວິດແລ້ວ...
ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ....ເຈົ້າຂອງບົດເພງ: ສຽງເພງຢູ່ບົນທົ່ງຫຍ້າ, ສົ່ງພອນປີໃໝ່ (ເດືອນສາມຄ້ອຍ), ຄິດຮອດເດ່ຊຳເໜືອ ແລະ ໂຕຄວາຍເຫຼັກ....ເສຍຊີວິດແລ້ວ....ລວມອາຍຸໄດ້ 81 ປີ.
ພາຍຫຼັງ ທີ່ທ່ານ ໄດ້ຮັບນາມມະຍົດ ເປັນສິລປິນແຫ່ງຊາດ ໄດ້ບໍ່ດົນ ພວກເຮົາ ຜູ້ທີ່ເຮັດວຽກກັບເດັກໆ ໄດ້ມີໂອກາດໄປຢ້ຽມຢາມ ແລະ ເຮັດກິດຈະກຳມ່ວນຊື່ນ ຢູ່ໂຮງຮຽນອະນຸບານ "ແຕ່ງທອງ" ເມືອງປາກຊັນ ແຂວງ ບໍລິຄຳໄຊ ເຊິ່ງເປັນໂຮງຮຽນຂອງລູກຫຼານເພິ່ນນັ້ນລະ ໄປເຖິງ 2-3 ຄັ້ງ ໂດຍໄດ້ພາກັນເຮັດກິດຈະກຳມ່ວນຊື່ນກັບເດັກໆ ແລະ ສາຍຮູບເງົາ "ກາຕູນບ້ານຂອງຂ້ອຍ" ໃຫ້ເດັກໆເບິ່ງ ເຊິ່ງແຕ່ລະຄັ້ງ ເພິ່ນມັກມານັ່ງເບິ່ງລູກຫຼານ ດ້ວຍຄວາມພູມໃຈ.....

ໃນເວລານັ້ນ ເພິ່ນວ່າ ກຳລັງຂຽນເພງ ເພື່ອຮັບໃຊ້ສັງຄົມ ແຕ່ບໍ່ຮູ້ວ່າເພງຊຸດນັ້ນ ໄດ້ດຳເນີນການຜະລິດຫຼືບໍ່ ເພາະຫຼັງຈາກນັ້ນມາ ກໍບໍ່ມີເວລາໄປຢາມທ່ານອີກເລີຍ....ຜ່ານມາ ຫຼາຍຄົນຄົງຈົດຈຳເພງ ອວຍພອນປີໃໝ່ ຫຼື ທີ່ຫຼາຍຄົນມັກມັກເອີ້ນວ່າ: ເດືອນສາມຄ້ອຍ ລົມວອຍໆພັດໃບໄມ້ອ່ອນ...., ສຽງເພງບົນທົ່ງຫຍ້າ, ຄິດຮອດເດຊຳເໜືອ...... ແຕ່ຫຼາຍຄົນຄົງບໍ່ຮູ້ວ່າ ເພງທີ່ກ່າວມານີ້ ແມ່ນຜົນງານການປະພັນຂອງ " ທ່ານ ບົວທອງ ພູນສະລິດ"....
ສຳລັບຜົນງານດ້ານການແຕ່ງເພງຮ້ອງ ທ່ານ ບົວທອງ ພູນສະລີດ ໄດ້ເລີ່ມຕົ້ນມາແຕ່ປີ 1961 ໂດຍທ່ານໄດ້ເຂົ້າຮ່ວມການປະຕິວັດຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ເຊິ່ງທ່ານໄດ້ເຫັນກັບຕາ ທີ່ພວກສັດຕູໄດ້ບຸກບຽດຢຶດເອົາເຂດປົດປ່ອຍ ກໍຄືບຸກບຽດຢຶດເອົາບ້ານເຮືອນຂອງປະຊາຊົນ ແລ້ວທຳການຈູດເຜົາເຮືອນ, ຂ້າເຈົ້າ-ເອົາຂອງ ແລະ ຈັບປະຊາຊົນໄປທາລຸນດ້ວຍຫຼາຍຮູບແບບ ເຊິ່ງເຮັດໃຫ້ທ່ານຮູ້ສຶກຄຽດແຄ້ນ ແລະ ຄຽດຊັງພວກສັດຕູຫຼາຍທີ່ສຸດ ຈາກນັ້ນ ທ່ານກໍຄິດແຕ່ງເພງທີ່ມີເນື້ອໃນວິຈານ ຄວາມຊົ່ວຮ້າຍປ່າເຖື່ອນຂອງພວກສັດຕູຜູ້ມາຮຸກຮານ ແຕ່ໄລຍະເບື້ອງຕົ້ນ ການແຕ່ງເພງຮ້ອງ ກໍບໍ່ສາມາດປະຕິບັດໄດ້ຍ້ອນຂາດຫຼັກການ ແລະ ວິທີການແຕ່ງເພງທີ່ຖືກຕ້ອງ ມາຮອດໄລຍະເດືອນ ກັນຍາ(9)1962-ກັນຍາ(9) 1966 ສູນກາງແນວລາວສ້າງຊາດ ໄດ້ໃຫ້ທ່ານໄປຮຽນຢູ່ໂຮງຮຽນກະສິກຳຊັ້ນກາງ ຢູ່ພາກເໜືອຂອງ ສ.ສ ຫວຽດນາມ ເຊິ່ງໂຮງຮຽນດັ່ງກ່າວ ໄດ້ມີການຈັດຕັ້ງໜ່ວຍສິລປະວັນນະຄະດີຂອງນັກຮຽນຂຶ້ນ ເພື່ອສະແດງຮັບໃຊ້ງານຕ່າງໆ ອັນໄດ້ເຮັດໃຫ້ທ່ານຖືກບັນຈຸເຂົ້າຢູ່ໃນໜ່ວຍຮ້ອງເພງໝູ່ຊາຍ ທັງເພງລາວ ແລະ ເພງຫວຽດນາມ. ໃນໄລຍະນີ້ເອງ ທີ່ທ່ານໄດ້ສະແຫວງເອົາຄວາມຮູ້ ແລະ ເຕັກນິກການຮ້ອງເພງ ແຕ່ງເພງຈາກບັນດາຄູ - ອາຈານ ທີ່ລົງມາເຝິກສອນ ດ້ວຍຄວາມຫ້າວຫັນ.

ພາຍຫຼັງຮຽນຈົບຈາກໂຮງຮຽນດັ່ງກ່າວ ໃນປີ 1966 ທ່ານກໍກັບມາສັງກັດຢູ່ພະແນກກະສິກຳ-ປ່າໄມ້ ຢູ່ທີ່ລ້ອງກູ່-ນາໄກ ແຂວງຫົວພັນ (ເມືອງວຽງໄຊ ໃນປັດຈຸບັນ) ເຊິ່ງທ່ານກໍໄດ້ເອົາໃຈໃສ່ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນເຮັດນາປີ, ນາແຊງ ປູກພືດທາດແປ້ງທີ່ສາມາດກິນຕາງເຂົ້າໄດ້ເຊັ່ນ: ສາລີ ມັນຕົ້ນ ແລະ ເຜືອກມັນອື່ນໆ ຜ່ານການເຄື່ອນໄຫວປຸກລະດົມ ແລະ ນຳພາປະຊາຊົນເຮັດໄຮ່ - ເຮັດນາ ລ້ຽງສັດ ເຊິ່ງໄລຍະດັ່ງກ່າວ ພວກສັດຕູພັດໄດ້ເພີ່ມທະວີສົງຄາມທຳລາຍຂຶ້ນສູ່ລະດັບສູງ ໂດຍທ່ານໄດ້ເຫັນກັບຕາໃນຫຼາຍເຫດການ ທີ່ປະຊາຊົນຖືກເຮືອບິນຮົບຂອງສັດຕູຜູ້ຮຸກຮານ ຍິງທຳລາຍບ້ານ ເຮືອນຊານ ເຮັດໃຫ້ປະຊາຊົນຈຳນວນຫຼາຍ ໄດ້ຮັບບາດເຈັບຢ່າງໜ້າສົມເພດເວດທະນາ ຍ້ອນເຫດນັ້ນ ຄວາມຄຽດແຄ້ນຂອງປະຊາຊົນຕໍ່ພວກຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ໄປຮອດເຊັ່ນລູກເຊັ່ນຫຼານ ໂດຍບໍ່ມີສິ່ງໃດຈະມາລຶບລ້າງໃຫ້ຈືດຈາງໄດ້ ແລະ ໄລຍະນັ້ນ ທ່ານໄດ້ໄປຮ່ວມຮົບໃນສະໜາມຮົບ "ປ່າຄາ-ຍອດຝາດ" ເພື່ອກະກຽມໃຫ້ແກ່ບັ້ນຮົບປົດປ່ອຍຜາຖີ່ ເຊິ່ງການສູ້ຮົບກໍຖືກຍົນຂອງພວກຈັກກະພັດອາເມລິກາ ຍິງຈະລວດລົງໃສ່ ເຮັດໃຫ້ທ່ານຖືກບາດເຈັບໜັກຈົນເກືອບເອົາຊີວິດບໍ່ລອດ ພ້ອມທັງເຫັນຄວາມຮັກແພງຂອງໝູ່ເພື່ອນ ແລະ ເຫັນຄວາມທຸກຍາກລຳບາກຂອງປະຊາຊົນຜູ້ໄດ້ຮັບເຄາະຮ້າຍ ມັນໄດ້ຖືກບັນທຶກໄວ້ໃນຈິດໃຈຂອງທ່ານຕະຫຼອດມາ. ຍ້ອນມີຕົ້ນກຳເນີດຂອງແນວຄິດແນວນັ້ນ ທ່ານສາມາດແຕ່ງເພງທີ່ມີອຸດົມການຫຼາຍໆເພງ ທີ່ພວກເຮົາມັກເອີ້ນວ່າ: ເພງປະຕິວັດ ເຊິ່ງເປັນເພງທີ່ປຸກລະດົມຄວາມສາມັກຄີບັນດາເຜົ່າ ແລະ ມີເນື້ອໃນວິຈານ ການກະທຳອັນໂຫດຮ້າຍປ່າເຖື່ອນຂອງພວກສັດຕູຜູ້ມາຮຸກຮານ.
ໃນປີ 1968 ທ່ານ ບົວທອງ ພູນສະລີດ ໄດ້ແຕ່ງບົດເພງທຳອິດທີ່ມີຊື່ວ່າ "ສຽງເພງຢູ່ບົນທົ່ງຫຍ້າ" , ມາຮອດປີ 1974 ໄດ້ແຕ່ງສຳເລັດເພງທີ 2 ທີ່ມີຊື່ວ່າ "ສົ່ງພອນປີໃໝ່" (ເດືອນສາມຄ້ອຍ), ວັນທີ 3/8/1974 ເພິ່ນໄດ້ສຳເລັດການແຕ່ງເພງທີ່ມີຊື່ວ່າ "ຄິດຮອດເດຊຳເໜືອ" ແລະ ໃນປີ 1984 ໄດ້ສຳເລັດການແຕ່ງບົດເພງທີ່ມີຊື່ວ່າ "ໂຕຄວາຍເຫຼັກ"

ພາຍຫຼັງ ທີ່ທ່ານ ໄດ້ຮັບນາມມະຍົດ ເປັນສິລປິນແຫ່ງຊາດ ໄດ້ບໍ່ດົນ ພວກເຮົາ ຜູ້ທີ່ເຮັດວຽກກັບເດັກໆ ໄດ້ມີໂອກາດໄປຢ້ຽມຢາມ ແລະ ເຮັດກິດຈະກຳມ່ວນຊື່ນ ຢູ່ໂຮງຮຽນອະນຸບານ "ແຕ່ງທອງ" ເມືອງປາກຊັນ ແຂວງ ບໍລິຄຳໄຊ ເຊິ່ງເປັນໂຮງຮຽນຂອງລູກຫຼານເພິ່ນນັ້ນລະ ໄປເຖິງ 2-3 ຄັ້ງ ໂດຍໄດ້ພາກັນເຮັດກິດຈະກຳມ່ວນຊື່ນກັບເດັກໆ ແລະ ສາຍຮູບເງົາ "ກາຕູນບ້ານຂອງຂ້ອຍ" ໃຫ້ເດັກໆເບິ່ງ ເຊິ່ງແຕ່ລະຄັ້ງ ເພິ່ນມັກມານັ່ງເບິ່ງລູກຫຼານ ດ້ວຍຄວາມພູມໃຈ.....

ໃນເວລານັ້ນ ເພິ່ນວ່າ ກຳລັງຂຽນເພງ ເພື່ອຮັບໃຊ້ສັງຄົມ ແຕ່ບໍ່ຮູ້ວ່າເພງຊຸດນັ້ນ ໄດ້ດຳເນີນການຜະລິດຫຼືບໍ່ ເພາະຫຼັງຈາກນັ້ນມາ ກໍບໍ່ມີເວລາໄປຢາມທ່ານອີກເລີຍ....ຜ່ານມາ ຫຼາຍຄົນຄົງຈົດຈຳເພງ ອວຍພອນປີໃໝ່ ຫຼື ທີ່ຫຼາຍຄົນມັກມັກເອີ້ນວ່າ: ເດືອນສາມຄ້ອຍ ລົມວອຍໆພັດໃບໄມ້ອ່ອນ...., ສຽງເພງບົນທົ່ງຫຍ້າ, ຄິດຮອດເດຊຳເໜືອ...... ແຕ່ຫຼາຍຄົນຄົງບໍ່ຮູ້ວ່າ ເພງທີ່ກ່າວມານີ້ ແມ່ນຜົນງານການປະພັນຂອງ " ທ່ານ ບົວທອງ ພູນສະລິດ"....
ຄວາມຈິງແລ້ວ ຜ່ານມານັ້ນ ທ່ານເຄີຍເປັນນັກສຶກສາໃນຫຼາຍວິຊາຊີບ ເຊັ່ນ: ການບັນຊີການເງິນ, ຮຽນລ້ຽງສັດ-ສັດຕະວະແພດຊັ້ນກາງ ແລະ ລະດັບມະຫາວິທະຍາໄລ ທັງພາຍໃນ ແລະ ຕ່າງປະເທດ. ທ່ານ ບົວທອງ ພູນສະລິດ ເຄີຍເປັນທະຫານ ພະນັກງານວິຊາການ, ເປັນພະນັກງານການນຳຄື: ເປັນຫົວໜ້ານິຄົມລ້ຽງງົວພັນນົມນາບົງ(ກະເສດນາບົງ), ເປັນຫົວໜ້າພະແນກກະສິກຳ-ປ່າໄມ້, ພະແນກແຮງງານສະຫວັດດີການ-ສັງຄົມ, ເປັນຮອງເຈົ້າແຂວງບໍລິຄຳໄຊ, ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກຳ-ປ່າໄມ້ ແລະ ເປັນຜູ້ຊີ້ນຳວຽກງານພັດທະນາຊົນນະບົດຂັ້ນສູນກາງ.

ສຳລັບຜົນງານດ້ານການແຕ່ງເພງຮ້ອງ ທ່ານ ບົວທອງ ພູນສະລີດ ໄດ້ເລີ່ມຕົ້ນມາແຕ່ປີ 1961 ໂດຍທ່ານໄດ້ເຂົ້າຮ່ວມການປະຕິວັດຢູ່ທົ່ງໄຫຫີນ ແຂວງຊຽງຂວາງ ເຊິ່ງທ່ານໄດ້ເຫັນກັບຕາ ທີ່ພວກສັດຕູໄດ້ບຸກບຽດຢຶດເອົາເຂດປົດປ່ອຍ ກໍຄືບຸກບຽດຢຶດເອົາບ້ານເຮືອນຂອງປະຊາຊົນ ແລ້ວທຳການຈູດເຜົາເຮືອນ, ຂ້າເຈົ້າ-ເອົາຂອງ ແລະ ຈັບປະຊາຊົນໄປທາລຸນດ້ວຍຫຼາຍຮູບແບບ ເຊິ່ງເຮັດໃຫ້ທ່ານຮູ້ສຶກຄຽດແຄ້ນ ແລະ ຄຽດຊັງພວກສັດຕູຫຼາຍທີ່ສຸດ ຈາກນັ້ນ ທ່ານກໍຄິດແຕ່ງເພງທີ່ມີເນື້ອໃນວິຈານ ຄວາມຊົ່ວຮ້າຍປ່າເຖື່ອນຂອງພວກສັດຕູຜູ້ມາຮຸກຮານ ແຕ່ໄລຍະເບື້ອງຕົ້ນ ການແຕ່ງເພງຮ້ອງ ກໍບໍ່ສາມາດປະຕິບັດໄດ້ຍ້ອນຂາດຫຼັກການ ແລະ ວິທີການແຕ່ງເພງທີ່ຖືກຕ້ອງ ມາຮອດໄລຍະເດືອນ ກັນຍາ(9)1962-ກັນຍາ(9) 1966 ສູນກາງແນວລາວສ້າງຊາດ ໄດ້ໃຫ້ທ່ານໄປຮຽນຢູ່ໂຮງຮຽນກະສິກຳຊັ້ນກາງ ຢູ່ພາກເໜືອຂອງ ສ.ສ ຫວຽດນາມ ເຊິ່ງໂຮງຮຽນດັ່ງກ່າວ ໄດ້ມີການຈັດຕັ້ງໜ່ວຍສິລປະວັນນະຄະດີຂອງນັກຮຽນຂຶ້ນ ເພື່ອສະແດງຮັບໃຊ້ງານຕ່າງໆ ອັນໄດ້ເຮັດໃຫ້ທ່ານຖືກບັນຈຸເຂົ້າຢູ່ໃນໜ່ວຍຮ້ອງເພງໝູ່ຊາຍ ທັງເພງລາວ ແລະ ເພງຫວຽດນາມ. ໃນໄລຍະນີ້ເອງ ທີ່ທ່ານໄດ້ສະແຫວງເອົາຄວາມຮູ້ ແລະ ເຕັກນິກການຮ້ອງເພງ ແຕ່ງເພງຈາກບັນດາຄູ - ອາຈານ ທີ່ລົງມາເຝິກສອນ ດ້ວຍຄວາມຫ້າວຫັນ.

ພາຍຫຼັງຮຽນຈົບຈາກໂຮງຮຽນດັ່ງກ່າວ ໃນປີ 1966 ທ່ານກໍກັບມາສັງກັດຢູ່ພະແນກກະສິກຳ-ປ່າໄມ້ ຢູ່ທີ່ລ້ອງກູ່-ນາໄກ ແຂວງຫົວພັນ (ເມືອງວຽງໄຊ ໃນປັດຈຸບັນ) ເຊິ່ງທ່ານກໍໄດ້ເອົາໃຈໃສ່ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນເຮັດນາປີ, ນາແຊງ ປູກພືດທາດແປ້ງທີ່ສາມາດກິນຕາງເຂົ້າໄດ້ເຊັ່ນ: ສາລີ ມັນຕົ້ນ ແລະ ເຜືອກມັນອື່ນໆ ຜ່ານການເຄື່ອນໄຫວປຸກລະດົມ ແລະ ນຳພາປະຊາຊົນເຮັດໄຮ່ - ເຮັດນາ ລ້ຽງສັດ ເຊິ່ງໄລຍະດັ່ງກ່າວ ພວກສັດຕູພັດໄດ້ເພີ່ມທະວີສົງຄາມທຳລາຍຂຶ້ນສູ່ລະດັບສູງ ໂດຍທ່ານໄດ້ເຫັນກັບຕາໃນຫຼາຍເຫດການ ທີ່ປະຊາຊົນຖືກເຮືອບິນຮົບຂອງສັດຕູຜູ້ຮຸກຮານ ຍິງທຳລາຍບ້ານ ເຮືອນຊານ ເຮັດໃຫ້ປະຊາຊົນຈຳນວນຫຼາຍ ໄດ້ຮັບບາດເຈັບຢ່າງໜ້າສົມເພດເວດທະນາ ຍ້ອນເຫດນັ້ນ ຄວາມຄຽດແຄ້ນຂອງປະຊາຊົນຕໍ່ພວກຈັກກະພັດ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ໄປຮອດເຊັ່ນລູກເຊັ່ນຫຼານ ໂດຍບໍ່ມີສິ່ງໃດຈະມາລຶບລ້າງໃຫ້ຈືດຈາງໄດ້ ແລະ ໄລຍະນັ້ນ ທ່ານໄດ້ໄປຮ່ວມຮົບໃນສະໜາມຮົບ "ປ່າຄາ-ຍອດຝາດ" ເພື່ອກະກຽມໃຫ້ແກ່ບັ້ນຮົບປົດປ່ອຍຜາຖີ່ ເຊິ່ງການສູ້ຮົບກໍຖືກຍົນຂອງພວກຈັກກະພັດອາເມລິກາ ຍິງຈະລວດລົງໃສ່ ເຮັດໃຫ້ທ່ານຖືກບາດເຈັບໜັກຈົນເກືອບເອົາຊີວິດບໍ່ລອດ ພ້ອມທັງເຫັນຄວາມຮັກແພງຂອງໝູ່ເພື່ອນ ແລະ ເຫັນຄວາມທຸກຍາກລຳບາກຂອງປະຊາຊົນຜູ້ໄດ້ຮັບເຄາະຮ້າຍ ມັນໄດ້ຖືກບັນທຶກໄວ້ໃນຈິດໃຈຂອງທ່ານຕະຫຼອດມາ. ຍ້ອນມີຕົ້ນກຳເນີດຂອງແນວຄິດແນວນັ້ນ ທ່ານສາມາດແຕ່ງເພງທີ່ມີອຸດົມການຫຼາຍໆເພງ ທີ່ພວກເຮົາມັກເອີ້ນວ່າ: ເພງປະຕິວັດ ເຊິ່ງເປັນເພງທີ່ປຸກລະດົມຄວາມສາມັກຄີບັນດາເຜົ່າ ແລະ ມີເນື້ອໃນວິຈານ ການກະທຳອັນໂຫດຮ້າຍປ່າເຖື່ອນຂອງພວກສັດຕູຜູ້ມາຮຸກຮານ.
![]() |
| ຂອບໃຈຮູບຈາກເຟຊຂອງ Nok Phounsalith |

ມື້ເຊົ້ານີ້ ຂ້າພະເຈົ້າໄດ້ອ່ານຂ່າວທາງເຟຊບຸກ ຈາກລູກຫຼານຂອງເພິ່ນ ໄດ້ແຈ້ງບອກວ່າ: ໃນເວລາ 4 ໂມງ ແລງ ຂອງວັນທີ 25/1/2021 ທ່ານບົວທອງ ພູນສະລິດ ອະດີດຮອງເຈົ້າແຂວງບໍລິຄຳໄຊ, ອະດີດ ລັດຖະມົນຕີຊ່ວຍກະຊວງກະສິກຳ-ປ່າໄມ້ ທັງເປັນ ນັກສີລະປິນແຫ່ງຊາດ ໄດ້ຈາກພວກລູກຫລານ, ຈາກການນຳພັກ-ລັດເຮົາໄປ ໂດຍບໍມີວັນຈະກັບມາ ລວມອາຍຸ ໄດ້ 81ປີ ເຫລືອໄວ້ແຕຄຸນງາມຄວາມດີ ແລະ ຜົນງານໃຫ້ລູກຫລານໄດ້ສານຕໍ່ ຂໍໃຫ້ພໍ່ຈົງໄປສູ່ສຸຄະຕິ ເທີ້ນ.... ສົບຂອງເພິ່ນ ໄດ້ບຳເພນກຸສົນຢູ່ເຮືອນຂອງເພິ່ນເອງ ທີ່ບ້ານໂພນໄຊເຫນືອ, ເມືອງປາກຊັນ, ແຂວງບໍລິຄຳໄຊ(ໂຮງຮຽນອະນຸບານແຕ່ງທອງ).
ຂໍໃຫ້ດວງວິນຍານຂອງທ່ານ ໄປສູ່ສຸຄະຕິ ສະຫງົບສຸກ ຊົ່ວນິຣັນດ໌
(ຂອບໃຈທີ່ອ່ານ - ຂໍອະໄພຫາກຂໍ້ມູນໃດຜິດພາດ)
31.10.18
ວຽງໄຊ ເມືອງແຫ່ງໄຊຊະນະ VIENG XAI – THE HIDDEN CITY
ວຽງໄຊ ເມືອງແຫ່ງໄຊຊະນະ
VIENG XAI – THE HIDDEN CITY
ເມືອງວຽງໄຊ ຢູ່ຫ່າງຈາກເມືອງຊໍາເໜືອ ເຊິ່ງເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ ປະມານ 30 ກິໂລແມັດ ມີລົດໂດຍສານ ແລ່ນເປັນປະຈຳແຕ່ລະມື້ຫຼາຍຖ້ຽວ ແຕ່ຄົນສ່ວນຫລາຍ ປັດຈຸບັນ ເສັ້ນທາງສະດວກສະບາຍນິຍົມ ໃຊ້ລົດສ່ວນຕົວເປັນສ່ວນຫລາຍ ແລະ ເຮົາຈະເຫັນນັກທ່ອງທ່ຽວພາກັນເດີນທາງຈາກເມືອງຊຳເໜືອໄປທ່ຽວ ເມືອງວຽງໄຊ ດ້ວຍລົດຈັກທີ່ໃຫ້ເຊົ່າເປັນປະຈຳ ເພາະໄລຍະທາງນັ້ນ ໃຊ້ເວລາປະມານ 1 ຊົ່ວໂມງ ກໍໄປຮອດຈຸດ ໝາຍແລ້ວ.
ວຽງໄຊ ເປັນເມືອງໜຶ່ງໃນແຂວງຫົວພັນ ເຊິ່ງເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດທີ່ງົດງາມ ເຊິ່ງສະຖານທີ່ທ່ອງທ່ຽວເລົ່ານັ້ນ ໄດ້ກາຍເປັນເໝືອນແມ່ເຫຼັກທີ່ດຶງດູດໃຫ້ຜູ້ຄົນພາກັນ ໄປທ່ຽວຊົມເມືອງວຽງໄຊ ໂດຍສະເພາະແມ່ນຖ້ຳທ່ານຜູ້ນຳ ເຊິ່ງເປັນຖ້ຳຫີນປູນ ທີ່ຢັງຢາຍໄປຕາມຜາຫີນທີ່ສູງຊັນ; ຖ້ຳເລົ່ານີ້ ເປັນທັງຖ້ຳທີ່ເກີດໂດຍທຳມະຊາດ ແລະ ມະນຸດເຮົາສ້າງຂຶ້ນໃນສະໄໝສົງຄາມຕ້ານພວກຈັກກະພັດ ອາເມລິກາ ແລະ ລູກແຫຼ້ງຂອງພວກເຂົາ.
ຖ້ຳທຳມະຊາດຫຼາຍແຫ່ງຖືກດັດແປງໃຫ້ເປັນທີ່ຢູ່ອາໄສ, ເປັນໂຮງຮຽນ, ໂຮງໝໍ, ທີ່ຫລົບໄພ, ບ່ອນຫຼິ້ນກິລາ, ຫ້ອງປະຊຸມ ແລະ ອື່ນໆ ມີບາງຖ້ຳສາມາດຮອງຮັບຄົນໄດ້ເປັນພັນໆຄົນກໍມີ ທັງໝົດນີ້ແມ່ນ ສ້າງຂຶ້ນເພື່ອເປັນບ່ອນເຮັດວຽກ ແລະ ຫຼົບໄພຈາກການໂຈມຕີທາງອາກາດຕໍ່ຜູ້ນຳ, ທະຫານ ແລະ ປະຊາຊົນ ໃນໄລຍະທີ່ເກີດມີສົງຄວາມຮຸກຮານ.
| ນີ້ຄືທີ່ພັກຜູ້ນຳ ເວລາມາປະຊຸມ ແລະ ບໍ່ສາມາກັບຖ້ຳທີ່ພັກຂອງຕົນເອງໄດ້ທັນ(ຖ້ຳທ່ານ ໄກສອນ ພົມວິຫານ) |
ຖ້ຳປະຫວັດສາດຜູ້ນຳ ເມືອງວຽງໄຊ ສ່ວນໃຫຍ່ຕັ້ງຢູ່ ພາຍໃນເທດສະບານເມືອງ ຈຶ່ງມີຄວາມສະດວກໃນການທ່ຽວຊົມ, ແຕ່ຖ້ຳຜູ້ນຳ ຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການປັບປຸງ ດ້ານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກໄດ້ທັງໝົດເທື່ອ. ຖ້ຳຜູ້ນຳ ທີ່ຄົນທົ່ວໄປຮູ້ຈັກກັນດີ ແລະ ເປີດໃຫ້ຜູ້ມາທ່ຽວໄດ້ເຂົ້າຊົມໄດ້ແລ້ວຫຼາຍແຫ່ງ ເຊັ່ນ: ຖ້າທ່ານໄກສອນ ພົມວິຫານ, ຖ້ຳທ່ານ ສຸພານຸວົງ, ຖ້ຳທ່ານ ໜູຮັກ ພູມສະຫວັນ,ຖ້ຳທ່ານພູມີວົງວິຈິດ, ຖ້ຳທ່ານ ຄຳໄຕ ສີພັນດອນ, ຖ້ຳທ່ານ ສີສະຫວາດ ແກ້ວບຸນພັນ, ຖ້ຳທ່ານນາຍພົນ ສິງກະໂປ ສີໂຄດຈຸນລະມະນີ, ຖ້ຳທ່ານ ໄຟດ່າງ ລໍເບຼຍຢາວ, ຖ້ຳທ່ານສີທົນ ກົມມະດຳ, ຖ້ຳທ່ານ ພູນ ສີປະເສີດ, ຖ້ຳທ່ານ ສີສົມພອນ ລໍວັນໄຊ ເປັນຕົ້ນ.
| ນີ້ຄືຫ້ອງປະຊຸມບັນດາທ່ານຜູ້ນຳ ລະດັບກົມການເມືອງ(ຖ້ຳທ່ານ ໄກສອນ ພົມວິຫານ) |
ໃນທັດສະນະຂອງຂ້າພະເຈົ້າ ຄິດວ່າການທີ່ທ່ານຜູ້ນຳ ໄດ້ເລືອກເອົາສະຖານທີ່ແຫ່ງນີ້(ວຽງໄຊ) ເປັນຖານທີ່ໝັ້ນຕ້ານພວກຈັກກະພັດນັ້ນ ຄົງເປັນ ເພາະວ່າ ເມືອງວຽງໄຊ ມີພູຜາຫີນສູງຊັນສະຫຼັບສັບຊ້ອນອ້ອມຮອບ ອັນຈະເຮັດໃຫ້ຍາກແກ່ການໂຈມຕີທາງ ອາກາດຂອງສັດຕູຜູ້ຮຸກຮານ.
| (ບໍລິເວນປາກຖ້ຳ ປະທານ ໄກສອນ ພົມວິຫານ) |
ຖ້ຳທ່ານປະທານ ສຸພານຸວົງ ກໍແມ່ນຖ້ຳໜຶ່ງທີ່ໃຫຍ່ ແລະ ຢູ່ບໍ່ໄກຈາກຖ້ຳທ່ານປະທານ ໄກສອນ ເຊິ່ງດ້ານໃນຖ້ຳກໍມີການປັບປຸງ ຕົບແຕ່ງຄືກັນ ພຽງແຕ່ວ່າ ໃນຖ້ານີ້ບໍ່ມີຫ້ອງພັກການນຳເໝືອນ ຖ້າທ່ານ ປະທານ ໄກສອນ.
ບໍລິເວນໜ້າຖ້ຳ ເຮົາຈະເຫັນອ່າງນ້ຳ(ພຸ) ທີ່ມີຂະໜາດໃຫຍ່ ເປັນຮູບຫົວໃຈ ເຊິ່ງອ່າງນ້ຳແຫ່ງນີ້ ຄວາມຈິງແລ້ວມັນເກີດຂຶ້ນຍ້ອນ ຍົນຂອງສັດຕູມາຖິ້ມລະເບີດໃສ່ ແຕ່ບໍ່ສາມາດເຮັດໃຫ້ທ່ານ ສຸພານຸວົງ ແລະ ຄົນອື່ນໆໄດ້ຮັບອັນຕະລາຍ ດັ່ງນັ້ນ ທ່ານ ປະທານ ສຸພານຸວົງ ຈຶ່ງໄດ້ແນະນຳໃຫ້ອ້າຍນ້ອງພະນັກງານ ໄດ້ພາກັນສ້າງເປັນອ່າງນ້ຳ(ພຸ)ເປັນຮູບຫົວໃຈແທນຂຸມລະເບີດດັ່ງກ່າວ ເພື່ອເປັນສັນຍາລັກບອກສັດຕູວ່າ: “ສັດຕູໄດ້ເຂົ້າມາຢ່ຳຍີຫົວໃຈຂອງຄົນລາວ”
ນອກນີ້ແລ້ວ ບໍລິເວນທາງຂຶ້ນຖ້ຳ ເຮົາກໍຈະພົບຕົ້ນໄມ້ທີ່ມີໃບ “ສີແດງ” ເຊິ່ງຄວາມຈິງແລ້ວບໍ່ສະເພາະແຕ່ໃຊ້ເປັນຢາປິ່ນປົວຄົນເຈັບປ່ວຍເທົ່ານັ້ນ ຍັງມີຄວາມໝາຍເຖິງ “ຄວາມກ້າຫານ ທີ່ຍອມເສຍສະຫຼະໄດ້ແມ່ນແຕ່ເລືອດ ແລະ ຊີວິດ ເພື່ອອິດສະຫຼະພາບຂອງຊາດລາວ”

ຖ້ຳຜູ້ນຳ ທີ່ເມືອງວຽງໄຊ ໄດ້ກາຍເປັນສະຖານທີ່ສຳຄັນທາງປະຫວັດສາດ ທີ່ໄດ້ກາຍເປັນສັນຍາລັກ ທີ່ບໍ່ຍອມຈຳນົນຕໍ່ສັດຕູ, ເປັນສັນຍາລັກແຫ່ງຂະບວນການກູ້ຊາດ…ປັດຈຸບັນນີ້ ມັນໄດ້ນອນໃນ ດວງໃຈຂອງຄົນລາວ ແລະ ມັນໄດ້ກາຍເປັນສະຖານທີ່ແຫ່ງຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ໂດຍສະເພາະ “ຄົນວຽງໄຊ” ...
23.3.18
ອຸດົມໄຊ ເຈົ້າໄປມາແລ້ວບໍ່ ?
ອຸດົມໄຊໃນສາຍຕາ ແລະ ຄວາມເປັນມາທີ່ຮູ້ຈັກ
![]() |
| (ເສັ້ນທາງຈາກເມືອງນາໝໍ້ຫາອຸດົມໄຊ) |
ຂ້ອຍໄດ້ໄປແຂວງອຸດົມໄຊຄັ້ງທຳອິດ ໃນປີ 1996 ເຊິ່ງເວລານັ້ນເທດສະບານແຂວງອຸດົມໄຊ ບໍ່ຕ່າງຈາກ ເມືອງນ້ອຍໆແຫ່ງໜຶ່ງ ເຊິ່ງຫົນທາງ ຍັງບໍ່ທັນໄດ້ປູຢາງຊໍ້າ ທັງຄັບແຄບນຳອີກ ມີໂຮງແຮມພຽງຫລັງດຽວ ແລະ ເຮືອນພັກບໍ່ພໍເທົ່າໃດຫລັງ ເຖິງວ່າ ເມືອງໄຊ ຈະເປັນຈຸດໃຈກາງຂອງທາງຜ່ານພາກເໜືອກໍຈິງ ແຕ່ກໍເໝືອນວ່າ ເປັນເມືອງທີ່ມີຄວາມງຽບສະຫງົບ ຈົນຂ້ອຍເຄີຍຄິດວ່າ: ມັນຄືເມືອງນ້ອຍໃນພູເຂົາ.
ແຂວງອຸດົມໄຊ: ເປັນແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງຕັ້ງໃໝ່ ໃນສະໄໝສົງຄາມ. ມີເນື້ອທີ່ປະມານ 15.370 ກີໂລແມັດມົນທົນ, ມີປະຊາກອນ 264.830 ກວ່າຄົນ, ຍິງ: 132.328 ກວ່າຄົນ, ຄວາມໜາແໜ້ນຂອງປະຊາກອນ ແມ່ນ 17 ຄົນຕໍ່ກີໂລແມັດມົນທົນ (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຕັ້ງຢູ່ ເມືອງໄຊ.
![]() |
| (ທຸກຄັ້ງທີ່ໄປ ບໍ່ລືມໄປໄຫວ້ພຣະທີ່ວັດພູທາດ-ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ) |
ແຂວງ ອຸດົມໄຊ ປະກອບດ້ວຍ ຫຼາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນແຕນ, ມົ້ງລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.
![]() |
| (ປີ 2004 ທີ່ໂຮງຮຽນກິນນອນຊົນເຜົ່າ-ອຸດົມໄຊ) |
ຕາມປະຫວັດ “ແຂວງອຸດົມໄຊ” ນີ້ໄດ້ແຍກອອກມາຈາກແຂວງຫຼວງພະບາງເມື່ອປີ ຄ.ສ. 1963 ໃນເມື່ອກ່ອນຕັ້ງຊື່ວ່າ: “ແຂວງລ້ານຊ້າງ” ມາຮອດ ປີ ຄ.ສ. 1965 ຈຶ່ງປ່ຽນຊື່ມາເປັນແຂວງ “ເມືອງໄຊ”, ແລະ ມາຮອດປີ ຄ.ສ. 1967 ຈຶ່ງໄດ້ປ່ຽນຊື່ມາເປັນແຂວງ “ອຸດົມໄຊ” ມາຈົນເຖິງປັດຈຸບັນນີ້. ຕໍ່ມາໃນປີ ຄ.ສ. 1991 ລັດຖະບານໄດ້ໂອນ “ເມືອງປາກທາ” ແລະ “ເມືອງຜາອຸດົມ” ໃຫ້ໄປຂຶ້ນກັບການປົກຄອງຂອງແຂວງບໍ່ແກ້ວ.
ເມື່ອເຮົາເຂົ້າມາເຖິງຕົວເມືອງຈະເຫັນອະນຸສາວະລີຂອງປະທານໄກສອນ ພົມວິຫານ ບ່ອນນີ້ຈະເປັນຈຸດນັດພົບຂອງຊາວອຸດົມໄຊ ເປັນບ່ອນທີ່ມີທາງແຍກເພື່ອໄປ ຫຼວງນ້ຳທາ-ບໍ່ແກ້ວ ແລະ ແຍກໄປຜົ້ງສາລີ, ມາທາງທິດຕາ ເວັນອອກສ່ຽງໃຕ້ ຈະເຫັນຍອດພະທາດສີທອງຕັ້ງສະງ່າ ຕັ້ງຢູ່ເທິງເນີນພູໃຈກາງເມືອງຊື່ວ່າ: ພູພະທາດ, ເຊິ່ງເປັນສາ ສະຫນາສະຖານທີ່ສຳຄັນຂອງຊາວລາວ ແລະ ເປັນຈຸດທີ່ສາມາດຊົມວິວທິວທັດ ໄດ້ຮອບຄອບເມືອງທ່າມກາງການຖືກອ້ອມຮອບດ້ວຍພູ ສະຫລັບສັບຊ້ອນ ແຂວງອຸດົມໄຊ ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ, ທິດໃຕ້ຕິດກັບ ແຂວງໄຊຍະບູລີ, ທິດຕາເວັນອອກຕິດກັບ ແຂວງຫລວງພະບາງ, ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫລວງນ້ຳທາ.
ດ້ານນອກຂອງຕົວເມືອງຕາມເສັ້ນທາງຫລວງຫມາຍເລກ 13 ເໜືອ ຫຼື ເລກ 1 ເຊິ່ງເປັນເສັ້ນທາງຫຼັກທາງດ້ານການຂົນສົ່ງສິນຄ້າ, ການໄປມາຫາສູລະຫວ່າງແຂວງຕ່າງໆ ແລະ ເປັນເສັ້ນທາງຜ່ານຂອງການຂົົນສົ່ງສິນຄ້າລະຫວ່າງປະເທດ. ຕາມສອງຝາກທາງດັັ່ງກ່າວຈະມີຄວາມງົດງາມທາງດ້ານຊັບພະຍາກອນທຳມະຊາດ. ຖ້າເຮົາເດີນ ທາງຈາກຫລວງພະບາງໄປ ກ່ອນຮອດເມືອງໄຊ ປະມານ 11 ກິໂລແມັດ ພວກເຮົາຈະພົບກັບນ້ຳຕົກຕາດທີສວຍສົດງົດງາມ ແລະ ມີນ້ຳໄຫຼ່ຕະຫອດປີ ເຊິ່ງເປັນສະຖານທີຜັກຜ່ອນຍອນໃຈ ຂອງຊາວເມືອງໄຊ ແລະ ແຂກຕ່າງດ່າວທ້າວຕ່າງເມືອງ ທີເຂົ້າມາທ່ຽວຊົມທັດສະນິຍະພາບທາງພາກເໜືອຂອງລາວ ເຊິ່ງບໍ່ດົນມານີ້ ກໍມີການປັບປຸງສະຖານ ທີ່ທ່ອງທ່ຽວດັ່ງກ່າວ ທີ່ມີທຳມະຊາດທຳມະຊາດສວຍງາມ ນ້ຳຕົກດັ່ງກ່າວມີຊື່ວ່າ: “ນ້ຳຕົກຕາດຫຼັກສິບເອັດ”. ທີ່ມີນ້ຳຕົກທີ່ໄຫລ ຜ່ານໂງ່ນຫີນລົງສູ່ແມ່ນ້ຳທາ ລະຫວ່າງການເດີນທາງເຮົາຈະພົບກັບວິວທິວທັດທີ່ສວຍງາມ ປະສານ ກັບບ້ານຂອງຊົນເຜົ່າອາຄາ, ມົ້ງ, ຢ້າວ, ຂະມຸ ເປັນຕົ້ນ.
ຖ້າຂຶ້ນໄປຕາມພາກຕາເວັນອອກສຽງເໜືອ ຫາແຂວງຜົ້ງສາລີ ອອກສູ ປະເທດ ສ ສ ຫວຽດນາມ ຈະຜ່ານແຫຼ່ງທ້ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຄື: ບໍ່ນ້ຳຮ້ອນ(ຕັ້ງຢູ່ ເມືອງຫຼາ)ທີ່ຄົນທ້ອງຖິ່ນເຊື່ອກັນວ່າ ຖ້າໄດ້ລົງອາບນ້ຳດັ່ງກ່າວແລ້ວຈະຊ່ວຍຮັກສາພະຍາດຕ່າງໆໄດ້ ປັດຈຸບັນເພິ່ນກໍໄດ້ພັດທະນາເປັນແລ່ງທ່ອງທ່ຽວຄືກັນ. ນອກນນີ້ຢູ່ໃນເມືອງ ທີ່ບໍ່ຫ່າງໄກຈາກບໍ່ນ້ຳອຸ່ນ ກໍມີວັດບູຮານທີ່ປະດິດສະຖານພະແຊກຄຳ ທີ່ອີ້ນກັນວ່າ: “ພຣະເຈົ້າສິງຄຳ” ເຊິ່ງເປັນພຣະພຸດທະຮູບທີ່ສັກສິດຄູ່ບ້ານຄູ່ເມືອງ ແລະ ເປັນທີ່ສັກກາລະບູຊາ ຂອງຊາວແຂວງອຸດົມໄຊ.ເມື່ອກ່ອນ ຕອນລາວເກີດ ມີສົງຄາມຮຸກຮານ ຊາວບ້ານໄດ້ເລົ່າສູ່ຟັງວ່າ: ພຣະພຸທະຮູບອົງນີ້(ພຣະແຊກຄຳ)ມີນ້ຳຕາໄຫລອອກມາຈາກດວງຕາຂອງເພິ່ນ ເຊິ່ງຊາວເມືອງເຊື່ອວ່າ ເພິ່ນມີຄວາມເປັນຫ່ວງໃຍຊາວເມືອງເຖິງທີ່ສຸດ.
| (ພຣະທາດ ທີ່ວັດພຣະເຈົ້າສິງຄຳ-ເມືອງຫລາ) |
ອຸດົມໄຊ ເຖິງຈະມີສະຖານທີ່ໃຫ້ທ່ຽວຫນ້ອຍ ແຕ່ກໍຍັງເປັນສູນກາງຂອງການເດີນທາງຂອງພາກເໜືອ ເພາະມີສະຖານີຂົນສົ່ງຂະຫນາດໃຫຍ່ນອກເມືອງສາມາດໄປຍັງເມືອງ ແລະ ແຂວງອື່ນໆໄດ້ສະດວກໄດ້ແກ່: ນະຄອນຫລວງວຽງຈັນ, ຫລວງພະບາງ, ຫລວງນ້ຳທາ, ຜົ້ງສາລີ, ບໍ່ແກ້ວ ຫລື ໄປຍັງບໍ່ເຕນ ເຊິ່ງເປັນຊາຍແດນໃນແຂວງຢູນນານຂອງປະເທດຈີນກໍ່ໄດ້.
ສຳລັບສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງແຂວງອຸດົມໄຊມີ:
1) ວັດພູທາດ(ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ-ມ.ໄຊ)
3) ບໍ່ນໍ້າອຸ່ນ ແລະ ບໍ່ເກືອ (ມ. ຫລາ)
4) ວັດພຣະເຈົ້າສິງຄຳ(ມ.ຫລາ)
5) ຂີ່ເຮືອທ່ຽວຊົມທຳມະຊາດແຄມຂອງເມືອງປາກແບ່ງ
6) ສະຖານທີ່ທ່ອງທ່ຽວນ້ຳຕົກຕາດຫລັກສິບເອັດ(ມ.ໄຊ)
7) ນ້ຳຕົກຕາດນ້ຳແຈ(ມ.ແບງ)
8) ຖ້ຳຈອມອອງ(ມ.ໄຊ)
9) ປ່າຫີນ(ມ.ຮຸນ)
10) ຕົ້ນໄມ້ລຳທຽນ(ມ.ຮຸນ) ແລະ ອື່ນໆ
![]() |
| (ປ່າຫີນ ເມືອງຮຸນ) |
(ຂອບໃຈຫລາຍໆເດີ້ທີ່ອ່ານ)
4.3.18
ຄິດມາຍາມໃດສະອຶ້ນໃຈຍາມນັ້ນ...
| ...ສາທຸ ໆໆ...ຂໍໃຫ້ທຸກຄົນມີຄວາມສຸກ ຊີວິດໝັ້ນຍືນນານ... |
Subscribe to:
Posts (Atom)
ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...
-
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກ ຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເ...
-
Guerilla Chaya ຫລື Chaya plant ຫລື “ຕົ້ນແປ້ງນົວ” ຊາຍາ Chaya ເຊິ່ງເປັນປະເພດຜັກ ທີ່ມີຊື່ເອີ້ນຫລາກຫລາຍເຊັ່ນ: ຜັກກາດນາເມັກຊິກໂກ ຫລື Chaya...