14.4.25

ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ

ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແດ່ ແຕ່ປະຈຸບັນນີ້ ແມ່ນມີໃຫ້ເຫັນທຸກໆປີ ກ່ອນຮອດບຸນປີໃຫມ່ລາວ ທີ່ນະຄອນຫລວງພຣະບາງ.  ພິທີການແຫ່ຊ້າງຮຽງເກີຍຢູ່ ຫຼວງພະບາງ ເມື່ອ ໕໐-໖໐ ປີກ່ອນນັ້ນ ເກີຍຊ້າງແມມີຢູ່ ໓ ຈຸດ ກໍ່ຄື:

  Þ    ເກີຍທີ ໑ ຕັ້ງຢູ່ຂ້າງວັດວິຊຸນ ປະຈຸບັນ ແມ່ນບໍ່ມີແລ້ວ ແຕ່ຍັງເຫັນຮ່ອງຮອຍຢູ່. ຫຼາຍຄົນຄິດວ່າຖ້າມີການບູຣະນະຂຶ້ນມາໃຫມ່ ກໍ່ຈະເປັນການດີທີ່ສຸດ;
  Þ         ເກີຍທີ ໒ ແມ່ນຕັ້ງຢູ່ຂ້າງວັດໃຫມ່ ສຸວັນນະພູມມາຣາມ;
  Þ         ເກຍທີ ໓ ແມ່ນຕັ້ງຢູ່ຂ້າງວັດຊຽງທອງ

ຄວາມໝາຍຂອງຄຳວ່າ: “ຊ້າງຮຽງເກີຍ” ໃນສະໄໝກ່ອນແມ່ນການເຝິກແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນ ເພື່ອບອກຊ້າງໃນພິທີການຮຽງເກີຍນັ້ນວ່າ: “ສັງກາດ ສັງຂານໃຫມ່ ເຈົ້າຜູ້ໃຫຍ່ ຖ່າຍປີ ຖ່າຍເດືອນ ເຈົ້າມຶງໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປູມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍຫນ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ....ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ ຄັນໄດ້ຍິນສຽງຄົນໂຮແຊວຢູ່ທາງຫລັງ ຄືພີ່ນ້ອງ ນັ້ນແລ” (ຄຳກ່າວບອກຊ້າງນີ້ໄດ້ຈາກ ພໍ່ລຸງ ຂາວ ຫຸມແພງ ມະນີສຸກ).

ແຕ່ກ່ອນການເຮັດພິທີຊ້າງຮຽງເກີຍນັ້ນ ເຖົ້າແກ່ບູຮານພາກັນປະຕິບັດສືບຕໍ່ກັນມາຄື: ຖ້າປີໃດມີ ໘ ສອງຫົນ ແມ່ນຮຽງ ໓ ມື້ ແລະ ຖ້າປີໃດ ໘ ຫົນດຽວ ແມ່ນຮຽງ ໒ ມື້ ແຕ່ປະຈຸບັນນີ້ ແມ່ນມີການແຫ່ພຽງມື້ດຽວ ກ່ອນມື້ສັງຂານລ່ວງເທົ່ານັ້ນ.

ຊ້າງຮຽງເກີຍ ອີກຄວາມໝາຍຫນຶ່ງ ເນື່ອງຈາກວ່າ ໃນເມື່ອກ່ອນມີຄວາມເຊື່ອວ່າ ເປັນພິທີກັມທີ່ກ່ຽວກັບເສົາຫລັກບ້ານ ຫລັກເມືອງ ທີ່ມີການເຊື່ອມຕໍ່ກັນລະຫວ່າງດິນກັບຟ້າ ໂດຍມີຊ້າງເປັນໂຕກາງ ເຊິ່ງຊ້າງນັ້ນເປັນພາຫານະຂອງພຣະອິນ ຫລື ພຣະຍາແຖນ ອັນເປັນສັນຍາລັກຂອງເຈົ້າມະຫາຊີວິດໃນຕຳນານ. ດັ່ງນັ້ນ ພິທີຮຽງເກີຍຈຶ່ງເປັນພິທີກັມ ທີ່ກ່ຽວກັບຟ້າແຖນ ເຊິ່ງການຈັດພິທີກັມ ຊ້າງຮຽງເກີຍນີ້ ກໍເພື່ອເປັນການ ຄອບລາ ຫລື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ ສັກກະຣາຊ ຫລື ສັງກາດປີໃຫມ່ ນັ້ນເອງ.

ໃນພິທີແຫ່ຊ້າງຮຽງເກີຍນີ້ ຍັງຖືວ່າເປັນພິທີສ່ຽງທວາຍ ໃນປີນັ້ນໆວ່າ ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ວ່າຈະອຳນວຍຄວາມສະດວກ ຫລື ຫຍຸ້ງຍາກຫຍັງແດ່ ມີຫຍັງຈະເກີດຂຶ້ນ ກັບບ້ານເມືອງ ແລະ ບັນດາພົນລະເມືອງ ເພື່ອຈະອາໄສການທຳນາຍ ດິນຟ້າອາກາດໃນການ ເຮັດກະສິກຳ ຈະໄດ້ກະກຽມຮັບມືກັບເຫດການທີຈະເກີດຂຶ້ນ ເພື່ອເປັນການເຕືອນໃຫ້ມີສະຕິລະວັງຕົວໃນການດຳລົງຊີບ.

ພິທີຮຽງເກີຍ ນັ້ນເພິ່ນຈະມີບັນດາພືດພັນທັນຍາຫານຫລາຍໆເຍື່ອງ ໃຫ້ຊ້າງກິນເພື່ອສ່ຽງທວາຍເຊັ່ນ : ຫຍ້າ, ກ້ວຍ, ອ້ອຍ ຖົ່ວ, ງາ, ເຫລົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ ແລະ ອື່ນໆ ...

ຕົວຢ່າງ: ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ປີນັ້ນດິນຟ້າອາກາດ, ສະພາບການບ້ານເມືອງ ກໍ່ຈະສະຫງົບສຸຂ ຮົ່ມເຢັນ, ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ; ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ບໍ່ສງົບຮົ່ມເຢັນ ປວງປະຊາຈະເດືອດເນື້ອຮ້ອນໃຈ ເຫລົ່ານີ້ເປັນຕົ້ນ (ປີນີ້ ໑໓ ເມສາ ໒໐໒໕ ຊ້າງກິນຫຍ້າ).

ອີກທັດສະນະໜຶ່ງ ການເອີ້ນວ່າຊ້າງຮຽງເກີຍນັ້ນຍ້ອນວ່າ: ໃນເມື່ອກ່ອນ ປວງຊົນລາວຈະມີເຮືອນສູງ ມີຊານ, ມີເຊຍ, ມີພະນັກ ປ່ອງຢ້ຽມຂຶ້ນເມືອເຮືອນ, ກ່ອນຈະລົງເຮືອນ ກໍ່ຕ້ອງລົງຫາຊານ, ຫາເຊຍ ແລະ ພະນັກ ແລ້ວກໍ່ຂຶ້ນຂີ່ຊ້າງ ເວລາກັບເຮືອນກໍ່ລົງຫາຊານ, ຫາເຊຍ ແລ້ວກໍ່ຂຶ້ນເທິງເຮືອນ.

ແຕ່ຄວາມໝາຍຕົ້ນຕໍຂອງຊ້າງຮຽງເກີຍ ແມ່ນການເຝິກແອບຊ້າງ ກ່ອນເຂົ້າສະໜາມຮົບ ເພາະວ່າໃນເມື່ອກ່ອນເພິ່ນເອົາຊ້າງເປັນພາຫະນະຂີ່ອອກຮົບ ຕໍ່ສູ້ກັບສັດຕູ ສະນັ້ນ ຈຶ່ງເອົາຊ້າງມາຝຶກແອບໃຫ້ລື້ງເຄີຍສຽງຮ້ອງ, ສຽງໂຫ່ ແລະ ລື້ງເຄີຍກັບຄົນຈໍານວນຫລາຍ ທັງຝຶກແອບຊ້າງໃຫ້ຍ່າງໄປຕາມທາງ. ສມັຍກ່ອນ ໃນປີໜຶ່ງໆຈະມີສອງຄັ້ງ: ຄືເດືອນຫ້າບຸນປີໃໝ່ລາວ ແລະ ເດືອນສິບສອງ.

ກ່ອນຈະຮອດມື້ສັງຂານລ່ວງບຸນປີໃໝ່ລາວຂອງທຸກໆປີ ທີ່ຫຼວງພຣະບາງ ແມ່ນຈະໄດ້ເອົາຊ້າງມາຮຽງເກີຍ; ໃນເມື່ອກ່ອນ ເພິ່ນຈະເອົາຊ້າງມາໂຮມກັນຢູ່ເຂດບ້ານນາຫຼວງ ຫຼັງຈາກນັ້ນກກໍ່ເອົາຊ້າງຍ່າງມາທາງປາກຫ້ວຍມາວ ເຊິ່ງບໍລິເວນດັ່ງກ່າວສະມັຍກ່ອນແມ່ນປະຕູເຂົ້າເມືອງ ໂດຍຜ່ານບ້ານຫົວນາກາງ ມາເກີຍຊ້າງຢູ່ວັດວິຊຸນ ແລ້ວເພິ່ນກໍຈະສັ່ງສອນກວານຊ້າງ ແລ້ວຈຶ່ງໃຫ້ກວານຊ້າງໄດ້ນຳເອົາຊ້າງມາເກີຍຢູ່ວັດໃໝ່ ແລະ ວັດຊຽງທອງ ເຊິ່ງຈະມີພິທີບາສີສູ່ຂວັນຊ້າງຕາມຮີດຄອງປະເພນີ.

ຂອບໃຈຂໍ້ມູນຂ່າວຈາກ : ຫ້ອງການມໍລະດົກໂລກ ຫຼວງພະບາງ / Luang Prabang World Heritage Office

No comments:

Post a Comment

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...