19.4.17

ຄວາມເປັນມາ ແລະ ຄວາມໝາຍຂອງ “ ວັນວິສາຂະບູຊາ ”

ຄວາມເປັນມາ ແລະ ຄວາມໝາຍຂອງ “ ວັນວິສາຂະບູຊາ ”
ຄຳຜ່ອນ ໄຊອຸດົມ ຮຽບຮຽງ, ຂອບໃຈຂໍ້ມູນຈາກ: http://bhuttakamuny.blogspot.com
ຮູບໄດ້ຈາກ: ອິນເຕີເນັທ
ຄຳວ່າ ວິສາຂະບູຊາ ຫຍໍ້ມາຈາກຄຳວ່າ "ວິສາຂະປຸຣະນະມີບູຊາ" ແປວ່າ "ການບູຊາໃນມື້ເພັງເດືອນວິສາຂະ" ດັ່ງນັ້ນ ວິສາຂະບູຊາ ຈຶ່ງໝາຍເຖິງ ການບູຊາໃນວັນເພັງເດືອນຫົກ(໖). ວັນວິສາຂະບູຊາ ກົງກັບວັນຂຶ້ນ ໑໕ ຄ່ຳ ເດືອນ ໖ ຊຶ່ງຈະກົງກັບເດືອນ ພຶດສະພາ(໕) ຫຼື ມິຖຸນາ(໖) ຂອງປີ ຄ.ສ(ຄຣິດຕະສັກກະລາດ) ແຕ່ຖ້າປີໃດມີ ເດືອນແປດ(໘) ສອງຫົນ ກໍ່ເລື່ອນໄປເປັນວັນຂຶ້ນ ໑໕ ຄ່ຳ ເດືອນ ໗ ຫຼືປະມານເດືອນມີຖຸນາ ຂອງປີ ຄ.ສ ນັ້ນໆ.

   ວັນວິສາຂະບູຊາ ເປັນມື້ບຸນປາງໜຶ່ງ ທີ່ການດຳເນີນກິດຈະກຳທາງສາສນາຫລາຍຢ່າງ ແລະໄດ້ດຳເນີນໃນຫລາຍປະ ເທດ ເຊິ່ງໃນແຕ່ລະປະເທດນັ້ນເວລາອາດບໍ່ກົງກັບຂອງບ້ານເຮົາ ເນື່ອງຈາກປະເທດເຫຼົ່ານັ້ນຢູ່ໃນຕຳແໜ່ງທີ່ຕ່າງໄປຈາກ ປະເທດເຮົາ ຈຶ່ງເຮັດໃຫ້ ວັນເວລາ ຄາດເຄື່ອນໄປຕາມເວລາຂອງປະເທດນັ້ນໆ.
ຮູບໄດ້ຈາກ: ອິນເຕີເນັທ
ປະວັດວັນວິສາຂະບູຊາ ແລະຄວາມສຳຄັນຂອງວັນວິສາຂະບູຊາ
ວັນວິສາຂະບູຊາ ຖືເປັນວັນສຳຄັນຫຼາຍທາງພຣະພຸດທະສາສນາ ເພາະເປັນວັນທີ່ມີ ໓ ເຫດການ ສຳຄັນເກີດຂຶ້ນໃນວັນ ດັ່ງກ່າວ (ຕ່າງປີກ່ອນພຸດທະສັກກະລາດ ຫລື ພ.ສ) ທີ່ກ່ຽວກັບວິຖີຊີວິດ ຂອງພຣະສັມມາສັມພຸດທະເຈົ້າ. ເຖິງວ່າຈະ ມີໄລຍະເວລາຫ່າງກັນນັບຫຼາຍສິບປີກໍຕາມ ຊຶ່ງເຫດການອັດສະຈັນ ໓ ປະການໄດ້ແກ່:

໑. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າປະສູດ(ເກີດ):
ຕາມພຸດທະປະຫວັດກ່າວ່າ: ເມື່ອພຣະນາງ ສິຣິມະຫາມາຍາ ເຊິ່ງເປັນພຣະມະເຫສີຂອງ ພຣະເຈົ້າສຸດໂທທະນະ ແຫ່ງກຸງ ກະບິນລະພັດ ທຣົງພຣະຄັນແກ່ຈວນຈະປະສູດ ພຣະນາງ ໄດ້ປ່ຽນພຣະຣາຊຖານໄປປະທັບທີ່ກຸງເທວະທະຫະ ເພື່ອປະ ສູດບຸຕ, ໃນຕະກຸນຂອງພຣະນາງຕາມປະເພນີນິຍົມໃນ ສະໄໝນັ້ນ ຂະນະສະເດັດແວ່ພັກຜ່ອນ ພຣະອິຣິຍະບົດໃຕ້ຕົ້ນ ສາລະ ທີ່ ສວນລຸມພີນີວັນ ພຣະນາງກໍ່ໄດ້ປະສູດ ພຣະ ໂອຣົສ ໃຕ້ຕົ້ນສາລະ ນັ້ນ ຊຶ່ງກົງກັບວັນເພັງເດືອນຫົກ(໖) ກ່ອນ ພຸດທະສັກກະຣາຊ ໘໐ ປີ; ພໍປະ ສູດໄດ້ກຸມມານພຽງ ໕ ມື້ ກໍ່ໄດ້ຮັບການຖວາຍພຣະນາມວ່າ "ສິທທັດຖະ" ແປວ່າ "ສົມປາຖະນາ".

ເມື່ອຂ່າວການປະສູດແຜ່ໄປເຖິງອະສິຕະດາບົດ ໔ (ນັກບວດ) ຜູ້ອາໄສຢູ່ໃນອາສົມເທິງເຂົາຫິມາໄລ ເຊິ່ງເປັນບຸກຄົນທີ່ມີ ຄວາມຄຸ້ນເຄີຍກັບພຣະເຈົ້າສຸດໂທທະນະ ດາບົດຈຶ່ງຍ່າງໄປເຂົ້າເຝົ້າ ແລະເມື່ອເຫັນພຣະຣາຊກຸມານກໍ່ທຳນາຍໄດ້ທັນທີວ່າ ນີ້ຄືຜູ້ຈະ ຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ຈຶ່ງກລ່າວພຣະຍາກອນວ່າ: "ພຣະຣາຊກຸມານນີ້ຈະບັນລຸພຣະສັມພັນຍູ ຕະຍານ ເຫັນແຈ້ງພຣະນິບພານອັນບໍລິສຸດຢ່າງຍິ່ງ ທຣົງຫວັງປະໂຫຍດແກ່ຊົນເປັນອັນຫຼາຍ ຈະປະກາດທັມມະຈັກ ພົມມະຈັນຂອງພຣະກຸມານນີ້ຈັກແຜ່ຫຼາຍ" ແລ້ວຂາບລົງແທບພຣະບາດຂອງພຣະກຸມານ, ພຣະເຈົ້າສຸດໂທທະນະທອດ ພຣະເນດເຫັນເຫດການນັ້ນທຣົງຮູ້ສຶກອັດສະຈັນ ແລະເປີ່ຍມປິຕິ ເຖິງກັບຊູດພຣະອົງລົງອະພິວາດພຣະຣາຊກຸມານຕາມ ຢ່າງດາບົດ.

໒. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າຕຣັສຮູ້ອະນຸຕຕະຣະສັມໂພທິຍານ
ຫຼັງຈາກອອກບວດໄດ້ ໖ ປີ ຈົນເມື່ອພຣະຊົນມາຍຸ ໓໕ ພັນສາ ເຈົ້າຊາຍສິດທັດຖະກໍ່ໄດ້ຕຣັສຮູ້ເປັນພຣະພຸດທະເຈົ້າ ທີ່ໃຕ້ຮົ່ມໄມ້ ສີມະຫາໂພ ຝັ່ງແມ່ນ້ຳເນຣັນຊາ ເມືອງ ອຸຣຸເວລາເສນານິຄົມ ໃນຕອນເຊົ້າມືດຂອງວັນພຸດ ຂຶ້ນ ໑໕ ຄ່ຳ ເດືອນຫົກ(໖) ປີຣະກາ ກ່ອນພຸດທະສັກກະຣາຊ ໔໕ ປີ ປັຈຈຸບັນສະຖານທີ່ຕຣັສຮູ້ແຫ່ງນີ້ເອີ້ນວ່າ: ພຸດທະຄະຍາ ເຊິ່ງຕັ້ງຢູ່ເມືອງ ຄະຍາ ແຫ່ງ ລັດພິຫານ ຂອງປະເທດ ອິນເດຍ.
ຮູບໄດ້ຈາກ: ອິນເຕີເນັທ
ສິ່ງທີ່ຕຣັສຮູ້ ຄື ອຣິຍສັຈສີ່ (ອະລິຍະສັດ ໔) ເຊິ່ງ ເປັນຄວາມຈິງອັນປະເສີດ ໔ ປະການຂອງພຣະພຸດທະເຈົ້າ ຊຶ່ງພຣະພຸດ ທະເຈົ້າໄດ້ສະເດັດໄປທີ່ຕົ້ນມະຫາໂພ ແລະໄດ້ຈະເລີນສະມາທິພາວະນາຈົນຈິຕເປັນສະມາທິໄດ້ ເຊິ່ງຊະນະໄດ້ໝູ່ມານທັງມວນ ຈົນເວລາຜ່ານໄປ ພຣະອົງຊົງບັນລູຮູບຊານ ຄື:

- ຍາມຕົ້ນ: ໄດ້ບັນລຸ "ປຸບເພນິວາສານຸຕິຍານ" ຄື ໄດ້ລະນຶກຊາດໃນອະດີດທັງຂອງຕົນ ແລະຜູ້ອື່ນໄດ້.
- ຍາມສອງ: ໄດ້ບັນລຸ "ຈຸຕູປປາຕຍານ" ຄື ການຮູ້ແຈ້ງການເກີດ ແລະ ດັບຂອງສັບພະສັດທັງຫຼາຍ ດ້ວຍການມີຕາທິບສາມາດເຫັນການຈຸຕິ ແລະ ອຸບັດຂອງວິນຍານທັງຫຼາຍ.
- ຍາມສາມ ຫຼື ຍາມສຸດທ້າຍ: ໄດ້ບັນລຸ "ອາສະວັກຂະຍານ" ຄື ຮູ້ວິທີກຳຈັດກິເລສດ້ວຍ ອຣິຍສັຈ ໔ (ທຸກຂ໌, ສມຸທັຍ, ນິໂຣທ, ມັຄ) ໄດ້ຕຣັສຮູ້ເປັນພຣະສັມມາສັມພຸດທະເຈົ້າ ໃນຄືນວັນເພັງເດືອນຫົກ(໖) ຊຶ່ງຂະນະນັ້ນພຣະພຸດທະອົງມີພຣະຊົນມາຍຸໄດ້ ໓໕ ພັນສາ.

໓. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ປຣິນິບພານ (ດັບສັງຂານ)
ເມື່ອພຣະພຸດທະເຈົ້າໄດ້ຕຣັສຮູ້ ແລະ ສະແດງທັມເປັນເວລານານເຖິງ ໔໕ ປີ ຈົນມີພຣະຊົນມາຍຸໄດ້ ໘໐ ພັນສາ ໄດ້ປະທັບຈຳພັນສາ ຢູ່ທີ່ ເວລຸຄາມ ໃກ້ເມືອງ ເວສາລີ ແຄວ້ນ ວັດຊີ ໃນລະຫວ່າງນັ້ນເພິ່ນປະຊວນຢ່າງໜັກ ເມື່ອເຖິງວັນ ເພັງເດືອນຫົກ(໖) ພຣະພຸດທະອົງກັບພຣະພິກຂຸສົງທັງຫຼາຍກໍ່ໄປຮັບພັດຕາຫານບິນທະບາດທີ່ເຮືອນຂອງ ທ້າວ ຈຸນທະ ຕາມຄຳຂໍນິມົນ ພຣະອົງສະເຫວີຍສຸກອນມັດທະວະ ທີ່ທ້າວຈຸນທະຕັ້ງໃຈເຮັດຖວາຍ ຫລັງຈາກນັ້ນກໍ່ເກີດອາພາດລົງ ແຕ່ໄດ້ອົດກັ້ນມຸ່ງສະເດັດໄປຍັງເມືອງ ກຸສິນາຣາ ປະທັບທີ່ ປ່າສາລະ ເພື່ອສະເດັດດັບຂັນທ໌ປຣິນິບພານ.

ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍ່ທຣົງປະທານປັຈສິມໂອວາດວ່າ: "ດູກ່ອນພິກຂຸທັງຫຼາຍ ອັນວ່າ ສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນ ປະໂຫຍດຂອງຕົນ ແລະປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ, ດູກ່ອນອານົນ ທຳມະ ແລະ ວິໄນ ທີ່ເຮົາໄດ້ເທສນາໄປແລ້ວ, ບັນຍັດໄປແລ້ວ ແກ່ທ່ານທັງຫລາຍ ທຳມະວິໄນນັ້ນ ຈະເປັນສາສດາຂອງຄົນທັງຫລາຍ ຍາມເມື່ອເຮົາໄດ້ລ່ວງລັບໄປ " ຫຼັງຈາກນັ້ນກໍ່ສະເດັດ ດັບຂັນທ໌ປຣິນິບພານ ໃນຣາຕຣີເພັງເດືອນຫົກ(໖) ນັ້ນແລ.
ຣູບໄດ້ຈາກ: ອິນເຕີເນັທ
ວັນວິສາຂະບູຊາ ເປັນວັນສຳຄັນສາກົນ ຫຼື ຂອງສະຫະປະຊາຊາດ
      ວັນວິສາຂະບູຊາ ຖືເປັນວັນສຳຄັນທີ່ສຸດທາງພຣະພຸດທະສາສນາ ເນື່ອງຈາກວ່າມີເຫດການທີ່ກ່ຽວຂ້ອງກັບການ ຖືກຳເນີດຂອງພຣະພຸດທະສາສນາ ຄື: ເປັນວັນທີ່ພຣະສາສດາ ຄື ພຣະສັມມາສັມພຸດທະເຈົ້າປະສູດ, ຕຣັສຮູ້ ແລະ ປຣິນິບພານ. ດັ່ງນັ້ນ ພຸດທະສາສນິກຊົນທົ່ວໂລກຈຶ່ງໃຫ້ຄວາມສຳຄັນກັບວັນວິສາຂະບູຊານີ້ 

    ໃນວັນທີ ໑໓ ທັນວາຄົມ ພ.ສ ໒໕໔໒ ອົງການສະຫະປະຊາຊາດໄດ້ຮອງຮັບ ແລະ ກໍານົດໃຫ້ວັນວິສາຂະບູຊາ ເປັນວັນສຳຄັນຂອງໂລກ ໂດຍເອີ້ນວ່າ: “Vesak Day” ຕາມຄຳເອີ້ນຂອງຊາວສີລັງກາ ຜູ້ທີ່ຍື່ນເລື່ອງໃຫ້ສະຫະປະຊາຊາດ ເພື່ອພິຈາລະນາ ແລະໄດ້ກໍານົດອົາ ວັນວິສາຂະບູຊາ ນີ້ເປັນວັນຢຸດວັນໜຶ່ງຂອງສະຫະປະຊາຊາດອີກດ້ວຍ. ທັງນີ້ ກໍ່ເພື່ອໃຫ້ຊາວພຸດທົ່ວໂລກໄດ້ມີໂອກາດບຳເພັນກຸສົນເນື່ອງໃນວັນປະສູດ, ຕຣັສຮູ້, ແລະ ປຣິນິບພານ ຂອງພຣະບຣົມ ສາສດາ.

ການທີ່ອົງການສະຫະປະຊາຊາດໄດ້ກຳນົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກນັ້ນ ແມ່ນມາຈາກເຫດຜົນທີ່ວ່າ: ອົງສົມເດັດພຣະສັມມາສັມພຸດທະເຈົ້າທຣົງເປັນມະຫາບຸຣຸດຜູ້ໃຫ້ຄວາມເມຕຕາຕໍ່ໝູ່ມວນມະນຸດ, ແລະ ເປີດໂອກາດ ໃຫ້ທຸກໆຄົນທີ່ນັບຖືສາສານາອື່ນຢູ່ແລ້ວນັ້ນສາມາດເຂົ້າມາສຶກສາພຸດທະສາສນາ ເພື່ອພິສູດຫາຂໍ້ຄວາມຈິງໄດ້ ໂດຍບໍ່ ຈຳເປັນຕ້ອງປ່ຽນມານັບຖືສາສນາພຸດ ແລະ ໄດ້ສັ່ງສອນທຸກຄົນ ໄດ້ນຳໃຊ້ປັນຍາທິຄຸນໂດຍບໍ່ຄິດຄ່າຕອບແທນ.
ຮູບໄດ້ຈາກ: ອິນເຕີເນັທ
ການປະກອບພິທີໃນວັນວິສາຂະບູຊາ
ການປະກອບພິທີໃນວັນວິສາຂະບູຊາ ໃນປະເທດລາວນັ້ນຈະແບ່ງອອກເປັນ ໒ ພິທີໄດ້ແກ່:
໑. ພິທີຂອງອຸປາສົກອຸປາສິກາ ຫລື ພິທີຂອງປະຊາຊົນທົ່ວໄປ.
໒. ພິທີຂອງພຣະສົງ ຄື ພິທີ ທີ່ພຣະສົງປະກອບສາສນະກິຈສະເພາະ.

ກິດຈະກຳທີ່ພຸດທະສາສນິກຊົນນິຍົມປະຕິບັດໃນວັນວິສາຂະບູຊາ ໄດ້ແກ່:
໑. ທຳບຸນໃສ່ບາດ ຢາດນ້ຳອຸທິດສ່ວນກຸສົນໃຫ້ພີ່ນ້ອງທີ່ລ່ວງລັບ ແລະ ເຈົ້າກຳນາຍເວນ.
໒. ຕຽມຂອງຄາວຫວານໄປທຳບຸນຖວາຍພັດຕາຫານທີ່ວັດ ແລະ ປະຕິບັດທັມ ຟັງທັມມະເທສນາ.
໓. ປ່ອຍນົກປ່ອຍປາ ໄຖ່-ໃຫ້ຊີວິດຜູ້ອື່ນ ເພື່ອສ້າງບຸນກຸສົນ.
໔. ຮ່ວມວຽນທຽນອ້ອມສິມທີ່ວັດໃນຕອນຄ່ຳ ເພື່ອລະນຶກເຖິງຄຸນພຣະພຸດ ພຣະທັມ ພຣະສົງ.
໕. ຮ່ວມກິຈກຳກ່ຽວກັບວັນສຳຄັນທາງພຸດທະສາສນາ ເຊິ່ງອາດມີຄວາມຫລາກຫລາຍແຕກຕ່າງຕາມແຕ່ລະທ້ອງຖິ່ນ
໖. ຈັດສະແດງນິທັດສະການ, ປະວັດ ຫຼື ເລື່ອງຄວາມເປັນມາກ່ຽວກັບວັນວິສາຂະບູຊາຕາມໂຮງຮຽນ ຫຼືສະຖານທີ່ຣາຊການນຕ່າງໆ ເພື່ອໃຫ້ຄວາມຮູ້ ແລະເປັນການຮ່ວມລະນຶກເຖິງຄວາມສຳຄັນຂອງວັນວິສາຂະບູຊາ
໗. ປະດັບທຸງຊາດ, ສາສນາໃນວັດວາອາຮາມ.
໘. ບຳເພັນກຸສົນທີ່ເປັນສາທາລະນະປະໂຫຍດ ແລະ ອື່ນໆ.
ຮູບໄດ້ຈາກ: ອິນເຕີເນັທ
ຫຼັກທັມທີ່ສຳຄັນໃນວັນວິສາຂະບູຊາ ທີ່ຄວນນຳມາປະຕິບັດ
ໃນວັນວິສາຂະບູຊາ ພຸດທະສາສນິກຊົນທັງຫຼາຍຄວນຢຶດໝັ້ນໃນຫຼັກທັມ ຊຶ່ງຫຼັກທັມທີ່ນໍາມາປະຕິບັດ ໃນວັນວິສາຂະບູຊາໄດ້ແກ່:
໑. ຄວາມກະຕັນຍູກະຕະເວທີ.
ຄືການຮູ້ຄຸນຄົນ ເປັນຄຸນນະທັມທີ່ຄູ່ກັບຄວາມກະຕະເວທີ ຊຶ່ງໝາຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້. ຄວາມກະຕັນຍູ ແລະ ຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງຄົນດີ ເຮັດໃຫ້ຄອບຄົວ ແລະ ສັງຄົມມີຄວາມສຸກ ຊຶ່ງຄວາມກະຕັນຍູກະຕະເວທີນັ້ນສາມາດເກີດຂຶ້ນໄດ້ກັບທັງ ບິດາ, ມານດາ ແລະ ລູກ, ຄູອາຈານ ກັບ ນັກຮຽນ, ນາຍຈ້າງກັບລູກຈ້າງ ແລະ ອື່ນໆ.
       ໃນພຣະພຸດທະສາສນາ ປຽບພຣະພຸດທະເຈົ້າດັ່ງກັບບຸພກາຣີ ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ ດັ່ງນັ້ນ ພຸດທະສາສ ນິກຊົນຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີ ດ້ວຍການທະນຸບຳລຸງພຣະພຸດທະສາສນາ ແລະ ຮັກສາພຣະພຸດທະສາສນາໃຫ້ຢູ່ສືບໄປ.

໒. ອຣິຍສັຈ ໔.
ຄືຄວາມຈິງອັນປະເສີດ ໔ ປະການ ທີ່ພຣະພຸດທະເຈົ້າທຣົງຕຣັສຮູ້ໃນວັນວິສາຂະບູຊາ ໄດ້ແກ່:
- ທຸກ ຄື ປັນຫາຂອງຊີວິດ ສະພາວະທີ່ທົນໄດ້ຍາກ. ທຸກຂັ້ນພື້ນຖານປະກອບມີ: ການເກີດ, ແກ່, ເຈັບ ແລະ ຕາຍ ລ້ວນເປັນສິ່ງທີ່ທຸກຄົນຕ້ອງປະເຊີນ.

- ສະມຸທັຍ ຄື ຕົ້ນເຫດຂອງປັນຫາ ຫຼື ສາເຫດຂອງການເກີດແຫ່ງຄວາມທຸກ ເຊິ່ງສາເຫດສ່ວນໃຫຍ່ຂອງບັນຫາກໍ່ໃຫ້ ເກີດຄວາມທຸກແມ່ນມາຈາກ "ຕັນຫາ" ອັນໄດ້ແກ່ ຄວາມຢາກໄດ້ຕ່າງໆຢ່າງບໍ່ມີທີ່ສິ້ນສຸດ.

- ນິໂຣທ ຄື ຄວາມດັບທຸກ ເປັນສະພາບທີ່ຄວາມທຸກໝົດໄປ ເປັນຕົນແມ່ນການດັບກິເລສ, ຕັນຫາ, ອຸປາທານໄດ້.

- ມັຄ ຄື ຫົນທາງທີ່ນຳໄປສູ່ການດັບທຸກ ເປັນການປະຕິບັດເພື່ອແກ້ປັນຫາຕ່າງໆ ເຊິ່ງປະກອບມີ ໘ ປະການ ໄດ້ແກ່: ຄວາມເຫັນຊອບ, ດຳຣິຊອບ, ວາຈາຊອບ, ກະທໍາຊອບ, ລ້ຽງຊີບຊອບ, ພະຍາຍາມຊອບ, ລະນຶກຊອບ ແລະ ການຕັ້ງຈິຕໝັ້ນທ່ຽງໂດຍຊອບ.

໓. ຄວາມບໍ່ປະໝາດ.
ຄືການມີສະຕິຕລອດເວລາ ບໍ່ວ່າຈະເຮັດອັນໃດ, ເວົ້າອັນໃດ, ຄິດອັນໃດ ລ້ວນຕ້ອງໃຊ້ສະຕິ ເພາະສະຕິຄືການລະນຶກໄດ້. ການລະນຶກໄດ້ຢູ່ສະເໝີຈະເຮັດໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ຊຶ່ງຄວາມປະໝາດນັ້ນຈະເຮັດໃຫ້ເກີດປັນຫາຫຍຸ້ງຍາກ ຕາມມາ ດັ່ງນັ້ນ ໃນວັນ ວິສາຂະບູຊານີ້ ນີ້ພຸດທະສາສນິກຊົນຈະພາກັນນ້ອມລະນຶກເຖິງຄຸນພຣະພຸດທະເຈົ້າ, ພຣະທັມ ແລະ ພຣະສົງ ດ້ວຍຄວາມມີສະຕິ.

ວັນ ວິສາຂະບູຊາ ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູ ຊາ ເພື່ອເປັນການນ້ອມລະນຶກເຖິງພຣະວິສຸດທິຄຸນ, ພຣະປັນຍາທິຄຸນ ແລະ ພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາ ສັມພຸດທະເຈົ້າທີ່ມີຕໍ່ມວນມະນຸດ ແລະສັບພະສັດ; ທັງເປັນການລະນຶກເຖິງເຫດການອັນໜ້າອັດສະຈັນທັງ ໓ ປະການ ທີ່ໄດ້ບັງເກີດໃນວັນດຽວກັນ ແລະ ນຳຫຼັກທັມຄຳສັ່ງສອນຂອງພຣະພຸດທະອົງມາເປັນແນວທາງການປະຕິບັດໃນ
ການ ດຳລົງຊີວິດ….
ຮູບຈາກ: ອິນເຕີເນັທ
ຂອບໃຈທີ່ອ່ານ

...ສະບາຍດີ...

10.12.16

ຕົ້ນໄມ້ຫລາຍຊື່


Guerilla Chaya ຫລື Chaya plant ຫລື “ຕົ້ນແປ້ງນົວ”
ຊາຍາ Chaya ເຊິ່ງເປັນປະເພດຜັກ ທີ່ມີຊື່ເອີ້ນຫລາກຫລາຍເຊັ່ນ: ຜັກກາດນາເມັກຊິກໂກ ຫລື Chaya plant ຫລື Guerilla Chaya ສ່ວນຢູ່ປະເທດລາວນັ້ນມັກເອີ້ນວ່າ: “ຕົ້ນແປ້ງນົວ” ແລະ ອື່ນໆ. 
“ຕົ້ນແປ້ງນົວ” ສາມາດນໍາມາປຸງແຕ່ງອາຫານໄດ້ຫລາຍຢ່າງ ບໍ່ວ່າຈະເປັນຂົ້ວ, ແກງ, ຕົ້ມ, ອົບ, ອ່ອມ…ເປັນຕົ້ນ ການນິຍົມນຳມາປະກອບອາຫານນັ້ນ ກໍເພາະຕ້ອງການໃຫ້ມີລົດຊາດແຊບນົວ ເຊິ່ງປັດຈຸບັນຫລາຍຄົນໃຊ້ປະກອບອາຫານ ເພື່ອທົດ ແທນ ແລະ ຫລຸດຜ່ອນການໃຊ້ແປ້ງນົວ ເພາະແປ້ງນົວມີຜົນກະທົບທີ່ບໍ່ດີຕໍ່ສຸຂະພາບ. ນອກນີ້ “ຕົ້ນແປ້ງນົວ” ຍັງມີສັບພະຄຸນເປັນຢານຳອີກເຊັ່ນເປັນຢາຕ້ານການເກີດເປັນພະຍາດເບົາຫວານ, ພະຍາດເຈັບປວດຂໍ່ກະດູກ(Gout) ແລະ ຫລຸດຜ່ອນຄວາມດັນຂອງເລືອດ ເປັນຕົ້ນ.
“ຕົ້ນແປ້ງນົວ” ຫລື Chaya plant ເປັນພືດທີ່ຄົນກິນໄດ້ ມີຫລາຍສາຍພັນ ເຊິ່ງມີຖິ່ນ ກຳເນີດທີ່ຊາຍຝັ່ງມະຫາສະໝຸດ ຢູຄາທານ ປະເທດ ເມັກຊິກໂກ ແລະ ເປັນພືດທີ່ຕິດພັນກັບຊົນເຜົ່າພື້ນເມືອງມາດົນ ໂດຍສະເພາະຊົນເຜົ່າ ມາຍາ ດົນນັບພັນປີມາແລ້ວ. ໃບ, ກ້ານ ຂອງ Chaya plant ມີສານອາຫານຫລາຍຊະນິດ ທີ່ມີປະໂຫຍດ ຈາກການຄົ້ນຄ້ວາມີລາຍງານວ່າ: “ຕົ້ນແປ້ງນົວ” ມີສານອາຫານສູງກ່ວາຜັກຫົມ 2 ເທົ່າ, ມີໂປຣຕີນ ແລະ ການໂຊມສູງ ນອກນີ້ຍັງມີວິຕາມິນ ອີກຫລາຍຊະນິດ ແຕ່ບໍ່ຄວນບໍລິໂພກໃບທີ່ດິບໆ ເພາະໃບດິບຈະມີສານ ໄຮໂດຣ ໄຊຍານິກ ເຊິ່ງເປັນສານທຳມະຊາດທີ່ເປັນພິດຄືກັບໃບມັນຕົ້ນ ແຕ່ເມື່ອເຮັດໃຫ້ສຸກ ສານພິດຊະນິດນີ້ຈະສະຫລາຍໄປເອງ.
Chaya ຂອງດີມີມາກ່ວາພັນປີ ປູກງ່າຍ ຕາຍຍາກ ໃບຂຽວໄດ້ຕະລອດປີ…
ສາມາດຂະຫຍາຍພັນໄດ້ດ້ວຍລຳຕົ້ນ ແລະ ແກ່ນ.
ກຳລັງທົດລອງຊໍາດ້ວຍລຳຕົ້ນ ເພື່ອຂະຫຍາຍພັນ

ຂອບໃຈທີ່ຕິດຕາມ
ທີ່ມາຂອງຂໍ້ມູ: ກົດອ່ານເພີ່ມເຕີມ

3.9.16

ໝາຈອກຫາງກຸດ

ຕອນຍັງນ້ອຍ....ຂ້ອຍເປັນຄົນມັກຟັງນິທານທີ່ແມ່ຕູ້ເລົ່າ
.....10 ເທື່ອ 100 ເທື່ອ ກໍຟັງບໍ່ເບື່ອເຖິງຈະເປັນເລື່ອງເກົ່າກໍຕາມ.....


29.1.16

ອ່າຍອຸ່ນ ແຫ່ງຫົວໃຈ

ພາບເລົ່ານີ້ ພຽງຮັກສາໄວ້ ເພື່ອຄວາມພູມໃຈຂອງຂ້າພະເຈົ້າ
ໃນບາງກິດຈະກຳ ທີ່ໄດ້ກະທຳໄວ້...ແລະ ຂອບໃຈຜູ້ຍິງຄົນນີ້ ທີ່ຄອຍສະໜັບສະໜູນ...
ໂອ້ລົມໜາວ ພັດໂບຍໂບກ ສະໂຫງກຫາ
ຜືນເສື້ອຜ້າ ຫົ່ມກາຍ ສຸດໄຮ້ໜໍ
ເນື້ອກາຍແຫງ ຜິວແຕກ ແບກໃຈລໍ
ມີໃຜໜໍ ພໍເພື່ອໃຫ້ ໄດ້ອຸ່ນກາຍ…
ຫາກອຸ່ນກາຍ ອຸ່ນໃຈ ໄດ້ຝັນຫວານ
ຈະບໍ່ລືມ ສາຍທານ ທີ່ຫລັ່ງໄຫລ
ຈາກສ່ວນເລິກ ບື້ງຫົວໃຈ ຂອງຄົນໄກ
ທີ່ສົ່ງໃຫ້ ຄົນດອຍ ທີ່ຄອຍຄອງ
ຈະຂໍຈອງ ຈ່ອງໃຈ ໃນອ້ອມກອດ
ຈະຂໍສອດ ສຳພັນຈິດ ສະໜິດແໜ້ນ
ຈະຈາລຶກ ສົ່ງພອນໄຊ ໃຫ້ທົດແທນ
ຈະຂໍນ້ອມ ແລະຍຶດແໜ້ນ ແທນພະຄຸນ…
ຂອບໃຈ
ຂອບໃຈທີ່ທ່ານ ມີຫົວໃຈ,ແນວຄິດ ແລະ ການກະທຳເພື່ອ
ຄວາມສຸກ

8.7.15

ວັງວຽງແດນມິ່ງເມືອງຊອງ

ມາວັງວຽງ ນັບຄັ້ງຈົນບໍ່ຈື່ ຄິດຢາກເວົ້າກ່ຽວກັບວັງວັງ ແຕ່ບໍ່ມີໂອກາດ ຈຶ່ງຍາດເວລາທີ່ມາມາເຝິກອົບຮົມຄັ້ງວັນທີ 6-10 ກໍລະກົດ 2015 ນີ້ລະ ພໍໄດ້ມີເວລາເປັນຂອງຕົນເອງແດ່ເລັກນ້ອຍ ກໍເລີຍຂຽນໄປຕາມອາລົມ...
ກ່ອນນີ້ຫລາຍປີ ໄດ້ມີໂອກາດໜ້ອຍໜຶງ ພາຄອບຄົວມາທ່ຽວວັງວຽງ ແຕ່ມາຍາມທີ່ຝົນຕົກ ເລີຍທ່ຽວບໍ່ມ່ວນປານໃດ ແຕ່
ດ້ວຍ​ພູມສັນຖານ ​ແລະ ​ບັນຍາກາດ​ຂອງ​ເມືອງ​ວັງ​ວຽງ ​ທີ່​ໂອ​ບອ້ອມ​ໄປ​ດ້ວຍ​ພູ​ຜາ​​ ແລະ​ ສາຍ​ນ້ຳ ​ເຮັດ​ໃຫ້​ວັງ​ວຽງ​ຖືກຍົກ​ຍ້ອງ​ໃຫ້​​ຄື​ ກຸ້ຍ​ຫຼິນ ຂອງ​ປະ​ເທດ​ຈີນ ​ໂດຍ​ສະ​ເພາະ​ໃນ​ຕອນ​ເຊົ້າທີ່​ມີສາຍ​ໝອກລອຍ​ພາດ​ຜ່ານຂຸນ​ເຂົາ​ ແລະ ​​ແມ່ນໍ້າຊອງ ຈຶ່ງຢາກໃຫ້ຫລາຍຄົນໃຫ້ໂອກາດຕົນເອງໄດ້ມາພັກຜ່ອນຢ່ອນອາລົມ ພໍໄດ້ສະບາຍໃຈ....
ປັດຈຸບັນ​ເມືອງ​ວັງ​ວຽງ​ ເປັນ​ສະຖານ​ທີ່​ຍອດ​ນິຍົມ ​ຂອງ​ບັນດາ​ນັກ​ທ່ອງທ່ຽວມີທັງມາແບບເປັນໝູ່ຄະນະ ຫລື ມາແບບແບັກ​ແພັກ​ເກີ້ຢ່າງ​ເຕັມ​ໂຕ ເພາະມີກິດຈະ​ກຳ​ອັນ​ຫຼາກຫຼາຍ ເຊິ່ງສ່ວນ​ໜຶ່ງ​ແມ່ນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ທີ່ມັກ ການປະຈົນ​ໄພ ບໍ່​ວ່າ​ຈະ​ເປັນ​ການພາຍ​ຄາ​ຍັກ, ຂີ່​ກົງ​ເບັງ, ທ່ຽວຊົມ​ຖ້ຳງາມ ​ເປັນຕົ້ນ.
ເມືອງ​ວັງ​ວຽງ​ນອກ​ຈາກ​ຈະ​ເປັນ​ເມືອງ​ທີ່​ສວຍ​ງາ​ມທີ່​ຖືກ​ໂອບອ້ອມ​ດ້ວຍ​ໜ່ວຍພູ​ແລະ​ຜາ​ຫິນ​ອັນ​ສະຫຼັບຊ້ອນ​ ພ້ອມ​ທັງ​ສາຍ​ນ້ຳຊອງ​ທີ່​ແສນ​ງາມ​ແລ້ວ ຍັງ​ມີ​ຖ້ຳທີ່ໜ້າທ່ອງ​ທ່ຽວ​ຈຳນວນ​ຫຼວງຫຼາຍ ​ເຊັ່ນ ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູ​ຄຳ, ຖ້ຳນ້ຳ, ​ຖ້ຳນອນ ​ແລະ​ ຜາຕັ້ງ. 
ຖ້ຳຈັງ​ຕັ້ງຢູ່ ​ໄກ​ຈາກ​ສະໜາມບິນ​ເກົ່າ​ປະມານ 500 ​ແມັດ ​ເພິ່ນ​ຈະ​ເປີດ​ໃຫ້​ເຂົ້າທ່ຽວ​ຊົມ ​ແຕ່​ເວລາ 8:00 ​ 17:00 ​ໂມງ ​ເປັນ​ຖ້ຳ​ແຫ່ງ​ດຽວ​ທີ່​ມີ​ໄຟຟ້າ​ຕິດ​ຕັ້ງຢູ່​ພາຍ​ໃນ​ຖ້ຳກ່ອນໝູ່, ​ໃນ​ອະດີດ​ປະ​ຊະ​ຊາ​ຊົນ​ເຊື່ອ​ວ່າ​ຖ້ຳ​ແຫ່ງ​ນີ້​ເປັນ​ຖໍ້າສັກສິດ ຖ້າ​ໃຜ​ເຮັດ​ສິ່ງ​ທີ່​ບໍ່​ດີ​ບໍ່ງາມ​ໃນ​ຖ້ຳຈະ​ເກີດ​ອາການ​ຈັງ ​ເຊິ່ງອາການ​ຈັງ​ໄດ້​ກາຍ​ມາ​ເປັນ​ຊື່ຂອງຖໍ້າ ທີ່ເອີ້ນກັນສືບມາວ່າ “ຖ້ຳຈັງ”. ຫາກຕ້ອງການທ່ຽວຊົມຖໍ້າຈັງ ທ່ານຕ້ອງອອກ​ແຮງ​ຂຶ້ນຂັ້ນ​ໄດ 147 ຂັ້ນ ທີ່ມີລັກສະນະຊັນ ​ເຊິ່ງທາງ​ຂ້າງ​ເທິງ​ນັ້ນ ເຮົາຈະ ມອງເຫັນວິວທີ່​ງາມໆ​ຂອງ​ຂົວ​ສີແສດຂ້າມນ້ຳຊອງ ແລະ​ ເມືອງ​ວັງ​ວຽງ​ ໃຫ້​ເບິ່ງ​ເຊິ່ງຖືວ່າເປັນ​ລາງ​ວັນ​ສຳລັບ​ຄົນ​ອົດ​ທົນ​ຂຶ້ນຂັ້ນ​ໄດ ນັບ​ວ່າ​ເປັນ​ຈຸດ​ຊົມ​ວິວທິວ​ທັດ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ເມືອງ​ວັງ​ວຽງ​ອີກ​ດ້ວຍ.
​ເມື່ອ​ເຂົ້າ​ໄປ​ພາຍ​ໃນ​ຖ້ຳຈັງ​ທ່ານ​ຈະ​ໄດ້​ສຳ​ຜັດ​ກັບ​ອາກາດ​ເຢັນ​ສະບາຍທ່າມກາງ​ຫີນ​ຍ້ອຍ​ຫີນ​ງອກອັນ​ງົດ​ງາມ​ທີ່​ສຸດ ​ເມື່ອ​ມີ​ແສງ​ໄຟຟ້າ​ສາດ​ສ່ອງ​​ເກີດມີ​ສີ​ສັນ​ເປັ່ງປະກາຍ ​ເຮັດ​ໃຫ້​ພາຍ​ໃນ​ເບິ່ງ​ລຶກລັບ​ຄື​ດັ່ງ​ເມືອງ​ໃນ​ເທບ​ນິຍາຍ​ທີ່​ມີ​ສະ​ເໜ່ຊວນຫຼົງ​​ໄຫຼ ​ໂດຍ​ທ່ານ​ສາມາດຍ່າງ​​ເລາະ​ຊົມ​ໄດ້​ຕາ​ມທາງ​ຊີ​ມັງ​ທີ່​ເຮັດ​ໄວ້​ຢ່າງ​ດີ ​ແລະ ​ຖ້າ​ຍ່າງ​​ໄປ​ທາງ​ຊ້າຍ​ສຸດ​​ເສັ້ນທາງ​ຈະ​ພົບ​ກັບ​ຈຸດ​ຊົມ​ວິວທີ່ສວຍ​ງາມ​ບໍ່​ນ້ອຍໜ້າບໍລິ​ເວນ​ປາກ​ທາງ​ເຂົ້າຖ້ຳ.
ເວລາຊ່າງສັ້ນ ບໍ່ມີເວລາພໍທີ່ຈະບັນຍາຍສູ່ຟັງ ຫວ່າງໆຍາມໃດຈະກັບມາເວົ້າສູ່ຟັງໃໝ່ ມື້ນີ້ທ້ອງຟ້າບໍ່ສົດໃສ ເພາະມີຝົນຕົກມາແຕ່ວານນີ້ ແຕ່ກໍມີນັກທ່ອງທ່ຽວ ຢ່າງຫລວງຫລາຍ ຍ່າງໄປມາ....ຈົນຫູໜວກ ແລະ ລາຍຕາ...

ຫາກມື້ໃດມີເວລາ, ມື້ໃດທີ່ຍັງມີໂອກາດມາວັງວຽງອີກ....ເລື່ອງເລົ່າຈະມີໃໝ່...
ສະບາຍດີ

21.5.15

ບ້ານນອກບ້ານອກໆໆໆ

....ບ້ານນອກໆ...ຂໍເລົ່າສູ່ຟັງ...

ພື້ນຖານຂອງຂ້ອຍຄືຄົນບ້ານນອກໆ....ອີ່ຫລີ....ອາຍຸໄດ້13-14 ປີກໍຈາກບ້ານມາ ເພື່ອການສຶກສາ ແລະ ການງານ....ມາຮອດດຽວນີ້(ດົນເຕີບແລ້ວ) ຈຶ່ງຄິດໄດ້ວ່າ ຄວາມສຸກມັນບໍ່ໄດ້ຢູ່ທີ່ເງິນ, ຖານະຕຳແນ່ງ....ເທົ່ານັ້ນ ແຕ່ຄວາມສຸກມັນເກີດ ໄດ້ແມ່ນແຕ່ເວລາທີ່ເຮັດວຽກທີ່ໜັກໜ່ວງໃນທົ່ງໄຮ່ທົ່ງນາ....
ກ່ອນນີ້ຂ້ອຍຄິດວ່າ່ ການເປັນຊາວໄຮ່-ນາ ແມ່ນຄົນທຸກຍາກລຳບາກ ແຕ່ຄວາມ ຈິງແລ້ວມັນບໍ່ແມ່ນທັງໝົດ....ຫາກເຮົາພ້ອມກັບການຍອມຮັບຄວາມຈິງ....
ຂ້ອຍຈຳໄດ້ວ່າ ແຕ່ລະມື້ຫລັງຈາກກັບຈາກວຽກໄຮ່ການນາມາ ພໍ່-ແມ່-ລູກ ຊ່ວຍ ກັນແຕ່ງຢູ່ຄົວກິນຕາມອັດຕະພາບ ບາງມື້ກໍມີລວກຜັກທີ່ເກັບໄດ້ຈາກ ຫົວໄຮ່ ປາຍນາ, ມີປູປາໂຕນ້ອຍໆ ທີ່ໄດ້ຈາກລຳຫ້ວຍ ຫລື ກົບຂຽດທີ່ໄປໄຕ້(ໄປກ້ານ)ມາໄດ້ແຕ່ ມື້ຄືນນີ້....ໄດ້ພໍເຮັດປົ່ນເຮັດແຈ່ວ....ແລ້ວກໍພາກັນກິນ ຄອບຄົວໃດ ມີຫ້າຄົນ, ສິບຄົນ ກໍນັ່ງອ້ອມພາເຂົ້າກິນພ້ອມກັນ ລົມກັນວ່າມື້ອື່ນຈະເຮັດຫັຍງດີ ກ່ອນຈະພັກຜ່ອນຫລັບນອນເອົາແຮງໄວ້ເຮັດວຽກໃນມື້ໃໝ່....
ຄົນບ້ານຂ້ອຍ ເມື່ອເຖິງຍາມແລງຍາມງາຍ ຍ່າງກາຍກັນກໍຈະຖາມວ່າ ກິນເຂົ້າ ແລ້ວເບາະ ?....ໄປກິນເຂົ້ານຳກັນເດີ້ ມື້ນີ້ມີແນວແຊບ....ຫລື ບໍ່ກໍຖາມກັນວ່າ ມື້ນີ້ເຮັດຫຍັງກິນ, ກິນເຂົ້າກັບຫຍັງ ?...ຄຳເວົ້າເລົ່ານີ້ ຂ້ອຍຍັງຈົດຈຳມາຕລອດ ແລະ ຫາກມີອາຫານແຊບ ຫລື ມືການມີງານ ກໍຈະວານກັນມາຊ່ວຍເຮັດຊ່ວຍກິນ ໂດຍບໍ່ມີການຮຽກຮ້ອງຄ່າຕອບແທນ.... 
ຕອນເຊົ້າໆ ເອົາງົວ-ຄວາຍໄປລ້ຽງ ຕອນແລງໆເອົາງົວຄວາຍເຂົ້າແລ່ງ...ເວລາທີ່ ຊາວບ້ານມາພົບກັນມັກຈະຖາມກັນວ່າ ນາເຈົ້າເປັນແນວໃດ ເຂົ້າງາມບໍ່ ? ມີເພ້ຍ ມີແມງລົງບໍ່ ? ແລ້ວນາແລ້ວຈະໄປເຮັດຫຍັງດີ...ມື້ອື່ນຊິໄປລ້ຽງຄວາຍຢູ່ໂຄກນັ້ນ ໂຄກນີ້ນຳຂ້ອຍບໍ່ ຫຍ້າຫລາຍ...ໄປຊອກເກັບເຫັດ-ຫາປານຳກັນເບາະ....ຈີ່ນາຍຢູ່ ເລົ່ານັ້ນ ຜັກຫວານຢູ່ໂຄກນີ້ມີຫລາຍໄປຊອກຫານຳກັນບໍ່ ຂ້ອຍຊິໄປເອີ້ນເດີ້...
ເຖິງຍາມນາ ຫລາຍຄົນບໍ່ກັບບ້ານ ເອົາຖຽງນາເປັນເຮືອນ ເພາະບໍ່ຢາກເສຍເວລາ ຍ່າງໄປ-ກັບ ເວລາຄຸມວຽກໄຮ່ການນາ, ຍາມນີ້ອາຫານການກິນບໍ່ອຶດ ມີຫອຍ ປູປາຂີ້ຄາດ, ມີໜໍ່ໄມ້ທີ່ເກີດໃນກໍແຄມຮົ້ວ, ມີເຫັດໄລ່ເຫັດຮວກ, ມີເຫັດປວກ ເຫັດດົງ...ໂອ້ຍ...ພຽງຄິດກໍສຸກໃຈແລ້ວ...ມີໃຜຢາກໄປຢາມບ້ານເກີດຄືຂ້ອຍບໍ່...
 ກິນເຂົ້າແລ້ວ ກໍພານ້ອງໄປຫລິ້ນວັດ ໄປກໍ່ກອງດິນຊາຍ, ໄປຫລິ້ນໝາກຕີ່, ໄປຫລິ້ນໝາກລີ້ ແລະ ຂໍເຂົ້າຕົ້ມຄູບາ.....
ຄິດໄປຄິດມາລະບໍ່ຢາກບັນຍາຍ....ຄິດຮອດບ້ານ....
.....ທຸກຢ່າງມັນເປັນອະດີດໄປແລ້ວ......
ອະດີດນັ້ນເຖິງຈະລົບໄດ້ດ້ວຍຄວາມຕາຍກໍຕາມ ຍາມມີລົມຫາຍໃຈຢູ່ນີ້
ຂໍຄິດຄວບຄູ່ກັບການປະຕິບັດໜ້າທີ່ຂອງຕົນເອງໃຫ້ສຳເລັດຜົນ ເພື່ອຄົນຜູ້ທີ່ ຈະສືບທອດເຊື້ອສາຍລາຍລ່ອງ....ໃຜມີເລື່ອງດີໆກໍຢ່າລືມແບ່ງປັນ ຜ່ານການ Comment ຂ້າງລຸ່ມນີ້ແດ່ເດີ້....ຮັກແພງທຸກຄົນ
(ຂອບໃຈທີ່ຕິດຕາມ)

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...