21.5.15

ບ້ານນອກບ້ານອກໆໆໆ

....ບ້ານນອກໆ...ຂໍເລົ່າສູ່ຟັງ...

ພື້ນຖານຂອງຂ້ອຍຄືຄົນບ້ານນອກໆ....ອີ່ຫລີ....ອາຍຸໄດ້13-14 ປີກໍຈາກບ້ານມາ ເພື່ອການສຶກສາ ແລະ ການງານ....ມາຮອດດຽວນີ້(ດົນເຕີບແລ້ວ) ຈຶ່ງຄິດໄດ້ວ່າ ຄວາມສຸກມັນບໍ່ໄດ້ຢູ່ທີ່ເງິນ, ຖານະຕຳແນ່ງ....ເທົ່ານັ້ນ ແຕ່ຄວາມສຸກມັນເກີດ ໄດ້ແມ່ນແຕ່ເວລາທີ່ເຮັດວຽກທີ່ໜັກໜ່ວງໃນທົ່ງໄຮ່ທົ່ງນາ....
ກ່ອນນີ້ຂ້ອຍຄິດວ່າ່ ການເປັນຊາວໄຮ່-ນາ ແມ່ນຄົນທຸກຍາກລຳບາກ ແຕ່ຄວາມ ຈິງແລ້ວມັນບໍ່ແມ່ນທັງໝົດ....ຫາກເຮົາພ້ອມກັບການຍອມຮັບຄວາມຈິງ....
ຂ້ອຍຈຳໄດ້ວ່າ ແຕ່ລະມື້ຫລັງຈາກກັບຈາກວຽກໄຮ່ການນາມາ ພໍ່-ແມ່-ລູກ ຊ່ວຍ ກັນແຕ່ງຢູ່ຄົວກິນຕາມອັດຕະພາບ ບາງມື້ກໍມີລວກຜັກທີ່ເກັບໄດ້ຈາກ ຫົວໄຮ່ ປາຍນາ, ມີປູປາໂຕນ້ອຍໆ ທີ່ໄດ້ຈາກລຳຫ້ວຍ ຫລື ກົບຂຽດທີ່ໄປໄຕ້(ໄປກ້ານ)ມາໄດ້ແຕ່ ມື້ຄືນນີ້....ໄດ້ພໍເຮັດປົ່ນເຮັດແຈ່ວ....ແລ້ວກໍພາກັນກິນ ຄອບຄົວໃດ ມີຫ້າຄົນ, ສິບຄົນ ກໍນັ່ງອ້ອມພາເຂົ້າກິນພ້ອມກັນ ລົມກັນວ່າມື້ອື່ນຈະເຮັດຫັຍງດີ ກ່ອນຈະພັກຜ່ອນຫລັບນອນເອົາແຮງໄວ້ເຮັດວຽກໃນມື້ໃໝ່....
ຄົນບ້ານຂ້ອຍ ເມື່ອເຖິງຍາມແລງຍາມງາຍ ຍ່າງກາຍກັນກໍຈະຖາມວ່າ ກິນເຂົ້າ ແລ້ວເບາະ ?....ໄປກິນເຂົ້ານຳກັນເດີ້ ມື້ນີ້ມີແນວແຊບ....ຫລື ບໍ່ກໍຖາມກັນວ່າ ມື້ນີ້ເຮັດຫຍັງກິນ, ກິນເຂົ້າກັບຫຍັງ ?...ຄຳເວົ້າເລົ່ານີ້ ຂ້ອຍຍັງຈົດຈຳມາຕລອດ ແລະ ຫາກມີອາຫານແຊບ ຫລື ມືການມີງານ ກໍຈະວານກັນມາຊ່ວຍເຮັດຊ່ວຍກິນ ໂດຍບໍ່ມີການຮຽກຮ້ອງຄ່າຕອບແທນ.... 
ຕອນເຊົ້າໆ ເອົາງົວ-ຄວາຍໄປລ້ຽງ ຕອນແລງໆເອົາງົວຄວາຍເຂົ້າແລ່ງ...ເວລາທີ່ ຊາວບ້ານມາພົບກັນມັກຈະຖາມກັນວ່າ ນາເຈົ້າເປັນແນວໃດ ເຂົ້າງາມບໍ່ ? ມີເພ້ຍ ມີແມງລົງບໍ່ ? ແລ້ວນາແລ້ວຈະໄປເຮັດຫຍັງດີ...ມື້ອື່ນຊິໄປລ້ຽງຄວາຍຢູ່ໂຄກນັ້ນ ໂຄກນີ້ນຳຂ້ອຍບໍ່ ຫຍ້າຫລາຍ...ໄປຊອກເກັບເຫັດ-ຫາປານຳກັນເບາະ....ຈີ່ນາຍຢູ່ ເລົ່ານັ້ນ ຜັກຫວານຢູ່ໂຄກນີ້ມີຫລາຍໄປຊອກຫານຳກັນບໍ່ ຂ້ອຍຊິໄປເອີ້ນເດີ້...
ເຖິງຍາມນາ ຫລາຍຄົນບໍ່ກັບບ້ານ ເອົາຖຽງນາເປັນເຮືອນ ເພາະບໍ່ຢາກເສຍເວລາ ຍ່າງໄປ-ກັບ ເວລາຄຸມວຽກໄຮ່ການນາ, ຍາມນີ້ອາຫານການກິນບໍ່ອຶດ ມີຫອຍ ປູປາຂີ້ຄາດ, ມີໜໍ່ໄມ້ທີ່ເກີດໃນກໍແຄມຮົ້ວ, ມີເຫັດໄລ່ເຫັດຮວກ, ມີເຫັດປວກ ເຫັດດົງ...ໂອ້ຍ...ພຽງຄິດກໍສຸກໃຈແລ້ວ...ມີໃຜຢາກໄປຢາມບ້ານເກີດຄືຂ້ອຍບໍ່...
 ກິນເຂົ້າແລ້ວ ກໍພານ້ອງໄປຫລິ້ນວັດ ໄປກໍ່ກອງດິນຊາຍ, ໄປຫລິ້ນໝາກຕີ່, ໄປຫລິ້ນໝາກລີ້ ແລະ ຂໍເຂົ້າຕົ້ມຄູບາ.....
ຄິດໄປຄິດມາລະບໍ່ຢາກບັນຍາຍ....ຄິດຮອດບ້ານ....
.....ທຸກຢ່າງມັນເປັນອະດີດໄປແລ້ວ......
ອະດີດນັ້ນເຖິງຈະລົບໄດ້ດ້ວຍຄວາມຕາຍກໍຕາມ ຍາມມີລົມຫາຍໃຈຢູ່ນີ້
ຂໍຄິດຄວບຄູ່ກັບການປະຕິບັດໜ້າທີ່ຂອງຕົນເອງໃຫ້ສຳເລັດຜົນ ເພື່ອຄົນຜູ້ທີ່ ຈະສືບທອດເຊື້ອສາຍລາຍລ່ອງ....ໃຜມີເລື່ອງດີໆກໍຢ່າລືມແບ່ງປັນ ຜ່ານການ Comment ຂ້າງລຸ່ມນີ້ແດ່ເດີ້....ຮັກແພງທຸກຄົນ
(ຂອບໃຈທີ່ຕິດຕາມ)

No comments:

Post a Comment

ຮູບ​ແບບ​ຂອງ​ໄຟ​ລ໌​ສຽງ waveform ໄຟ​ລ໌​ສຽງ​ທີ່​ໃຊ້ຢູ່ປັດຈຸບັນມີ​ຫຼາຍ​ປະ​ເພດ ຊຶ່ງ​ແຕ່​ລະ​ປະ​ເພດ​ເໝາະ​ກັບ​ງານ​ທີ່​ຕ່າງ​ກັນ. ໄຟ​ລ໌ສຽງຮູບ​ແບບ​ຫຼັກ...