6.3.13

ເມື່ອມີຄຳຖາມກໍຍ່ອມມີຄຳຕອບ

ແດ່...ນ້ອງໆນັກສຶກສາ ມຊ ສາຍ ສື່ສານມວນຊົນ ປີ 4
ນີ້ແມ່ນຄຳຖາມ ແລະ ຄຳຕອບງ່າຍໆ ໃນການສອບ... ຫົວຂໍ້“ການຈັດລາຍການບັນເທີງ”ເຊິ່ງໄດ້ສອບຜ່ານໄປແລ້ວໃນເຊົ້າ ຂອງວັນພຸດ ມີ 6 ມີນາ 2013 ມີໃຜຈຳຄຳຕອບຂອງຕົນໄດ້ແດ່.... ລອງອ່ານເບິ່ງເດີ້..





ຫວັງວ່າທຸກຄົນຄົງໂຊກດີ

18.10.12

ມັນຄັກດີເນາະ ອ່ານເບິ່ງແມ້

ຄັກຂະໜາດ ການປະດິດເຄື່ອງສາກແບັທດ້ວຍລົມຫາຍໃຈ
ແຫລ່ງຂ່າວຈາກ http://www.mthainews.org/

ອີກບໍ່ດົນການແລ່ນອອກກຳລັງກາຍນອກຈາກເປັນຜົນດີຕໍ່ສຸຂະພາບແລ້ວ ພະລັງງານທີ່ ໃຊ້ໄປຈະບໍ່ສູນຫາຍໄປໃສ ເພາະມີນັກປະດິດເຄື່ອງສາກແບັທໂທລະສັບມືຖືດ້ວຍລົມຫາຍໃຈ. ໂທລະສັບທີ່ສາໃາດໃຊ້ກັບເຄື່ອງປະດິດນີ້ໄດ້ມີຫລາຍຢ່າງເຊັ່ນ: Iphone, Ipod.
ອຸປກອນຊະນິດນີ້ມັນສາມາດປ່ຽນລົມຫາຍໃຈຂອງມະນຸດທີ່ເປັ່ງອອກມາຈາກປອດ ປ່ຽນເປັນກະແສໄຟຟ້າໄດ້ ດ້ວຍເຫດວ່າ ດ້ານໃນຂອງອຸປະກອນຊະນິດດັ່ງກ່າວມີລັກສະນະຄ້າຍຄື ເຄື່ອງອັດດັງໍ-ປາກ ເພື່ອກອງອາກາດ ແຕ່ໃນນັ້ນມັນມີພັດລົມຢູ່ເຊິ່ງເປັນສ່ວນສຳຄັນໃນການປ່ຽນ ລົມຫາຍໃຈເປັນກະແສໄຟຟ້າ ເມື່ອພັດລົມໄດ້ ຮັບການກະທົບຈາກລົມຫາຍໃຈມັນກໍຈະທຳງານ ທັນທີ ແລະ ສາມາດນຳໃຊ້ໄດ້ທຸກສະຖານທີ່ ບໍ່ຍົກເວັ້ນແມ່ນແຕ່ການນອນຫລັບ.

ນອກນີ້ແລ້ວຄາດວ່າອຸປະກອນດັ່ງກ່າວຈະເປັນອີກສ່ວນໜຶ່ງໃນການຫລຸດຜ່ອນປະລິມານ ກາຊຄາຮ໌ບອນ ແລະ ອະນຸລັກສິ່ງແວດລ້ອມ, ຄາດວ່າຈະມີວາງຈຳໜ່າຍໃນອະນາຄົດອັນໃກ້ນີ້.

ອຸປະກອນຊະນິດນີ້ ເປັນແນວຄິດ ແລະ ປະດິດໂດຍ: ໂຈໂຄ ພອນໂລ ຊາວບຣາຊີລ
(ຂອບໃຈທີ່ອ່ານ)

25.9.12

ລູກສາວດີໃຈທີ່ໄດ້ຮັບການຍ້ອງຍໍ

ນາງພອນນະພາ(ນຸ້ນ) ແມ່ນຄົນໜຶ່ງທີ່ໄດ້ຮັບການຍ້ອງຍໍວ່າເປັນນັກຮຽນເກັ່ງຮອບດ້ານຂອງໂຮງຮຽນສົດທະຈິດປະຈຳປີຮຽນ ໒໐໑໑-໒໐໑໒ ເຊິ່ງທາງໂຮງຮຽນໄດ້ຈັດການມອບໃຍຍ້ອງຍໍຂຶ້ນໃນວັນທີ່ ໒໒ ກັນຍາ ໒໐໑໒ ທີ່ ຫໍວັດທະນະທຳແຫ່ງຊາດ ເຊິ່ງໃນໂອກາດນີ້ເພິ່ນຍັງໄດ້ມອຍໃບປະກາດໃຫແກ່ຜູ້ຮຽນຈົບຊັ້ນ ປ໕, ມ໔ ແລະ ມ໗ ນຳ.




ຂອບໃຈນຳທຸກຄົນທີ່ເປັນກຳລັງໃຈໃຫ້
ຂອບໃຈທີ່ອ່ານ

31.8.12

ຢ່າໃຊ້ຄຳວ່າ“ມື້ອື່ນກ່ອນ” ຈຶ່ງຈະ....


ສະບາຍດີ....ທ່ານຄິດບໍ່ວ່າ ທຸກມື້ນີ້ ເຮົາມີຕຶກ-ອາຄານສູງຂຶ້ນ,ຫລາຍຂຶ້ນ, ມີຖະໜົນກວ້າງອອກ ແຕ່ຄວາມອົດທົນໜ້ອຍລົງ; ເຮົາມີເຮືອນຫລັງໃຫຍ່ກ່ວາເກົ່າ ແຕ່ຄົນໃນຄອບຄົວຂອງເຮົາພັດຫນ້ອຍລົງ, ເຮົາມີຢາປົວພະຍາດໃໝ່ໆຫລາຍຂຶ້ນ ແຕ່ສຸຂະພາບພັດຊຸດໂຊມລົງ

 -  ເຮົາມີຄວາມຮັກຫນ້ອຍລົງ ແຕ່ມີຄວາມໂກດຄວາມກຽດຫລາຍຂຶ້ນ, ມະນຸດໄປເຖິງດວງຈັນມາແລ້ວ ແຕ່ເຮົາພັດເຫັນວ່າການຍ່າງຂ້າມທາງໄປທັກທາຍ ກັບຄົນເຮືອນໃກ້ຄຽງພັດເປັນ ເລື່ອງທີ່ຍາກ, ຄົນເຮົາພິຊິດຫ່ວງອະວະກາດມາແລ້ວ ແຕ່ສ່ວນເລິກຂອງຫົວໃຈຍັງສຳຜັດບໍ່ເຖິງ, ເຮົາມີລາຍໄດ້ສູງຂຶ້ນ ແຕ່ສີນລະທຳພັດຕ່ຳລົງ, ເຮົາມີອາຫານດີໆຫລວງຫລາຍ ແຕ່ຮ່າງກາຍບໍ່ແຂງແຮງພໍ 


ດັ່ງນັ້ນ ແຕ່ນີ້ຕໍ່ໄປ ຂໍໃຫ້ພວກເຮົາຢ່າເກັບສິ່ງທີ່ດີໆໄວ້ໂດຍອ້າງວ່າລໍໂອກາດພິເສດຈຶ່ງຊົມໃຊ້… ເພາະທຸກມື້ນີ້ ການທີ່ເຮົາມີຊີວິດຢູ່ນັ້ນຖືວ່າເປັນໂອກາດພິເສດສຸດໆແລ້ວ… ຈົ່ງໃຊ້ເວລາກັບຄອບຄົວ, ເພື່ອນໆ ຫລື ຄົນທີ່ເຮົາຮັກ ແລະ ຮັກເຮົາໃຫ້ຫລາຍຂຶ້ນ, ກິນອາຫານໃຫ້ແຊບຊ້ອຍ, ໄປທ່ຽວໃນສະຖານທີ່ທີ່ຢາກຈະໄປ…

 - ແກ້ວທີ່ເຈຍລະໄນສຸດສວຍທີ່ແສນແພງ, ນໍ້າຫອມດີໆ…ກໍຟ້າວເອົາມາໃຊ້ສາ. ຈົ່ງເອົາຄໍາວ່າ “ມື້ໜ້າກ່ອນ…” ອອກຈາກສະໝອງສາ ແລະ ຢ່າລືມບອກຄົນທີ່ເຮົາຮັກທຸກຄົນວ່າເຮົາຮັກພວກເຂົາຊໍ່າໃດ ເພາະເຮົາບໍ່ສາມາດ ຮູ້ໄດ້ວ່າ…ມັນຈະສິ້ນສຸດລົງ ແລະ ເວລານີ້ ຖ້າເຈົ້າຄິດວ່າ ຂ້ອຍບໍ່ມີເວລາທີ່ຈະ….ໃຫ້ຄົນທີ່ເຮົາຮັກໂດຍຍັງໃຊ້ຄຳວ່າ: “ມື້ໜ້າກ່ອນ” ຈຶ່ງຈະບອກ.. ຈົ່ງຢ່າລືມວ່າ… ວັນນັ້ນເຮົາອາດບໍ່ມີໂອກາດກະທຳໃນສິ່ງທີ່ເຮົາຕ້ອງການນັ້ນອີກກໍເປັນໄດ້… 

 (ຂອບໃຈທີ່ອ່ານ)

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...