ຂອບໃຈທີ່ອ່ານ
10.10.12
25.9.12
ລູກສາວດີໃຈທີ່ໄດ້ຮັບການຍ້ອງຍໍ
ນາງພອນນະພາ(ນຸ້ນ) ແມ່ນຄົນໜຶ່ງທີ່ໄດ້ຮັບການຍ້ອງຍໍວ່າເປັນນັກຮຽນເກັ່ງຮອບດ້ານຂອງໂຮງຮຽນສົດທະຈິດປະຈຳປີຮຽນ ໒໐໑໑-໒໐໑໒ ເຊິ່ງທາງໂຮງຮຽນໄດ້ຈັດການມອບໃຍຍ້ອງຍໍຂຶ້ນໃນວັນທີ່ ໒໒ ກັນຍາ ໒໐໑໒ ທີ່ ຫໍວັດທະນະທຳແຫ່ງຊາດ ເຊິ່ງໃນໂອກາດນີ້ເພິ່ນຍັງໄດ້ມອຍໃບປະກາດໃຫແກ່ຜູ້ຮຽນຈົບຊັ້ນ ປ໕, ມ໔ ແລະ ມ໗ ນຳ.



ຂອບໃຈນຳທຸກຄົນທີ່ເປັນກຳລັງໃຈໃຫ້
ຂອບໃຈນຳທຸກຄົນທີ່ເປັນກຳລັງໃຈໃຫ້
ຂອບໃຈທີ່ອ່ານ
10.9.12
31.8.12
ຢ່າໃຊ້ຄຳວ່າ“ມື້ອື່ນກ່ອນ” ຈຶ່ງຈະ....
ສະບາຍດີ....ທ່ານຄິດບໍ່ວ່າ ທຸກມື້ນີ້ ເຮົາມີຕຶກ-ອາຄານສູງຂຶ້ນ,ຫລາຍຂຶ້ນ, ມີຖະໜົນກວ້າງອອກ ແຕ່ຄວາມອົດທົນໜ້ອຍລົງ; ເຮົາມີເຮືອນຫລັງໃຫຍ່ກ່ວາເກົ່າ ແຕ່ຄົນໃນຄອບຄົວຂອງເຮົາພັດຫນ້ອຍລົງ, ເຮົາມີຢາປົວພະຍາດໃໝ່ໆຫລາຍຂຶ້ນ ແຕ່ສຸຂະພາບພັດຊຸດໂຊມລົງ
- ເຮົາມີຄວາມຮັກຫນ້ອຍລົງ ແຕ່ມີຄວາມໂກດຄວາມກຽດຫລາຍຂຶ້ນ, ມະນຸດໄປເຖິງດວງຈັນມາແລ້ວ ແຕ່ເຮົາພັດເຫັນວ່າການຍ່າງຂ້າມທາງໄປທັກທາຍ ກັບຄົນເຮືອນໃກ້ຄຽງພັດເປັນ ເລື່ອງທີ່ຍາກ, ຄົນເຮົາພິຊິດຫ່ວງອະວະກາດມາແລ້ວ ແຕ່ສ່ວນເລິກຂອງຫົວໃຈຍັງສຳຜັດບໍ່ເຖິງ, ເຮົາມີລາຍໄດ້ສູງຂຶ້ນ ແຕ່ສີນລະທຳພັດຕ່ຳລົງ, ເຮົາມີອາຫານດີໆຫລວງຫລາຍ ແຕ່ຮ່າງກາຍບໍ່ແຂງແຮງພໍ
ດັ່ງນັ້ນ ແຕ່ນີ້ຕໍ່ໄປ ຂໍໃຫ້ພວກເຮົາຢ່າເກັບສິ່ງທີ່ດີໆໄວ້ໂດຍອ້າງວ່າລໍໂອກາດພິເສດຈຶ່ງຊົມໃຊ້… ເພາະທຸກມື້ນີ້ ການທີ່ເຮົາມີຊີວິດຢູ່ນັ້ນຖືວ່າເປັນໂອກາດພິເສດສຸດໆແລ້ວ… ຈົ່ງໃຊ້ເວລາກັບຄອບຄົວ, ເພື່ອນໆ ຫລື ຄົນທີ່ເຮົາຮັກ ແລະ ຮັກເຮົາໃຫ້ຫລາຍຂຶ້ນ, ກິນອາຫານໃຫ້ແຊບຊ້ອຍ, ໄປທ່ຽວໃນສະຖານທີ່ທີ່ຢາກຈະໄປ…
- ແກ້ວທີ່ເຈຍລະໄນສຸດສວຍທີ່ແສນແພງ, ນໍ້າຫອມດີໆ…ກໍຟ້າວເອົາມາໃຊ້ສາ. ຈົ່ງເອົາຄໍາວ່າ “ມື້ໜ້າກ່ອນ…” ອອກຈາກສະໝອງສາ ແລະ ຢ່າລືມບອກຄົນທີ່ເຮົາຮັກທຸກຄົນວ່າເຮົາຮັກພວກເຂົາຊໍ່າໃດ ເພາະເຮົາບໍ່ສາມາດ ຮູ້ໄດ້ວ່າ…ມັນຈະສິ້ນສຸດລົງ ແລະ ເວລານີ້ ຖ້າເຈົ້າຄິດວ່າ ຂ້ອຍບໍ່ມີເວລາທີ່ຈະ….ໃຫ້ຄົນທີ່ເຮົາຮັກໂດຍຍັງໃຊ້ຄຳວ່າ: “ມື້ໜ້າກ່ອນ” ຈຶ່ງຈະບອກ.. ຈົ່ງຢ່າລືມວ່າ… ວັນນັ້ນເຮົາອາດບໍ່ມີໂອກາດກະທຳໃນສິ່ງທີ່ເຮົາຕ້ອງການນັ້ນອີກກໍເປັນໄດ້…
(ຂອບໃຈທີ່ອ່ານ)
ຄັນແລ້ວຕ້ອງເກົາ ເກົາແລ້ວຍິ່ງຄັນ...
ແກ້ອາການຄັນຕາມຕົນໂຕ.....
ສິ່ງເລັກໆນ້ອຍໆທີ່ຄວນຮູ້ໄວ້, ສະໜຸນໄພທີ່ຊອກໄດ້ໃນຮົ້ວສວນຂອງເຮົາ.....ຄົນເຮົາໃຜໆກໍ່ມີອາການຄັນເກີດຂື້ນໄດ້ຄົນບູຮານບອກໄວ້ວ່າ ໃຫ້ນຳເອົາເປືອກໜາກສົ້ມໂອ ມາຕາກໃຫ້ແຫ້ງ ແລ້ວຕົ້ມຈົນຟົດປະໃຫ້ອຸ່ນພໍດີ ແລ້ວນຳມາອາບອາການຄັນກໍ່ຈະເຊົາ.ຖ້າ ຫາກຄັນຕາມມືຕາມຕົນໂຕຍ້ອນຖືກໜາກຕຳແຍ ໃຫ້ເອົາຜັກຕຳນິນມາຍ່ອງໃຫ້ ແຫຼກປົນນ້ຳພໍປະມານແລ້ວ ທາບໍ່ລິິເວນທີ່ຄັນກໍ່ຈະະເຊົາໄດ້.
(ຂອບໃຈທີ່ອ່ານ-ຄັດຈາກໜັງສືພິມ)
26.8.12
ສຸກສັນວັນເກີດນາງພອນນະພາ
ມື້ນີ້ ວັນດີ ມີສະຫງ່າ
ໃຕ້ລຸ່ມຟ້າ ນະພາກ້ວາງ ເບີກບານສີ
ມີມາກມາຍ ຫລາຍໜ້າ ຫ່າງຣາຄີ
ຄວາມສຸກໃນໂລກມີ ຂໍຍໍຍື່ນ ໃຫ້……ເອີຍ.
ຂໍເອີ່ຍຄຳ ນຳຈາກໃຈ ມອບໃຫ້ເຈົ້າ
ຢ່າມີທຸກ ຢ່າມີເຫງົາ ເສົ້າໝົ່ນໝອງ
ມີແຕ່ຣາບ ຍົດຖາບັນດາສັກ ມາກກ່າຍກອງ
ຈົ່ງສົມປອງ ສົມປຣາຖນາ ໄດ້ດັ່ງໃຈ….
Happy Birthday to you


ຂອບໃຈທຸກຄົນທີ່ມາອວຍພອນ ນາງພອນນະພາ ຫລື ນາງ ນຸ້ນ
31.7.12
Subscribe to:
Posts (Atom)
ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...
-
ເດືອນນີ້(ເມສາ)ເປັນເດືອນທີ່ຊາວລາວທັງຫລາຍ ໄດ້ຮ່ວມກັນສະເຫລີມສະຫລອງບຸນກຸດສົງການ ຫຼື ບຸນປີໃໝ່ລາວ ຢ່າງຄຶກ ຄື້ນມ່ວນຊື່ນ, ຜູ້ເຖົ້າຜູ້ແກ່ເພິ່ນເຄີຍ ເ...
-
Guerilla Chaya ຫລື Chaya plant ຫລື “ຕົ້ນແປ້ງນົວ” ຊາຍາ Chaya ເຊິ່ງເປັນປະເພດຜັກ ທີ່ມີຊື່ເອີ້ນຫລາກຫລາຍເຊັ່ນ: ຜັກກາດນາເມັກຊິກໂກ ຫລື Chaya...



