2.6.11

ເຊີນຮ່ວມສະຫລອງວັນເດັກສາກົນ ໒໐໑໑

ເຊີນຊວນຜູ້ປົກຄອງເດັກນ້ອຍ ທີ່ເປັນສະມາຊິກສູນວັດທະນະທຳເດັກ ພາລູກຫລານຂອງຕົນເອງມາຮ່ວມງານສະຫລອງວັນເດັກນ້ອຍສາກົນ ເຊິ່ງງານຈະຈັດຂຶ້ນໃນມື້ວັນເສົາ ວັນທີ ໔ ມິຖຸນາ ໒໐໑໑ ....ຢ່າລືມເດີ້....
ເດັກມື້ນີ້ ຄືຜູ້ໃຫຍ່ໃນວັນໜ້າ
ໃຫ້ໂອກາດ, ຊ່ວຍເຫລືອ ແລະ ຊຸກຍູ້ໃຫ້ເດັກມີຄວາມຮູ້ຄວາມສາມາດ
ເພື່ອອະນາຄົດສົດໃສຂອງຊາດ.....

31.5.11

ພວກເຮົາໄດ້ເຮັດແລ້ວດ້ວຍຄວາມພູມໃຈ

ໃນເວລາອັນໃກ້ໆນີ້ ພວກເຮົາຍັງຈະສືບຕໍ່ຊ່ວຍເຫລືອຜູ້ດ້ອຍໂອກາດຄື:
໑໖-໑໘ ກັນຍາ ໒໐໑໑ ຈະໄປມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມໃຫ້ນັກຮຽນທີ່ເມືອງປາກລາຍ(ໄຊຍະບູລີ) ແລະ ຈາກນັ້ນຈະເອົາເຄື່ອງນຸ່ງຫົ່ມໄປຊ່ວຍເຫລືອຜູ້ທີ່ຍັງທຸກຍາກທີ່ແຂວງ ເຊກອງ ແລະ ອັດຕະປື....ທ່ານເອງສາມາດມີສ່ວນຮ່ວມກັບພວກເຮົາໄດ້ທີ່:
ວິທະຍຸກະຈາຍສຽງແຫ່ງຊາດລາວ
 ໂທຣ (໘໕໖-໒໑) ໒໔໓ ໓໘໖ ຫລື (໘໕໖-໒໐) ໕໕ ໓໓ ໘໘ ໖໓ ຫລື
E-mail: openheartsopenairwaves@gmail.com or kp.saioudom@yahoo.com
ທ່ານສາມາດຕິດຕາມການເຄື່ອນໄຫວຂອງພວກເຮົາໄດ້ກົດລິ້ງລຸ່ມນີ້:

23.5.11

ຄວາມສຸກພົບໄດ້ຕະຫລອດການເດີນທາງ ໑


ຈົ່ງເຊົາຄິດທີ່ຈະປ່ຽນທຸກສິ່ງທຸກຢ່າງທ່ີຢູ່ອ້ອມຕົວເຮົານັ້ນໃຫ້ໄດ້ຕາມທ່ີເຮົາມັກ

ແຕ່ຈົ່ງປ່ຽນແປງໃຈຕົນເອງໃຫ້ເຂົ້າກັບສິ່ງແວດລ້ອມນັ້ນຈະດີກ່ວາ...

....ພ້ອມແລ້ວບໍ່ທີ່ຈະເດີນທາງ ດ້ວຍຈິນຕະນາການຜ່ານຄຳເວົ້າ ແລະ ຮູບເຫລົ່ານີ້…..

# ພາບນີ້ ຮ້ອຍເທື່ອຈ້ອງ ຂ້ອຍສ່ອງຕາແນມ

ເຫັນໜໍ່ໜາມ******ນຜາ ພົ້ນດິນສູງຊີ້

ສາມເສົ້າ ເຫງົາໃຈລົ້ນ ຫາກຄົນເຮົາເປັນເໝືອນດັ່ງ“....”

ນ້ຳຕາລັ່ງແທ້ໆ ຫາກເຮົາຫ້າມຮັກບໍ່ລົງ....

# ແຕ່ວ່າ ຂົງເຂດນີ້ ມີອາກາດເຢັນສະບາຍ ຫລາຍເດີ້

ສ່ວນຫລາຍ ດິນດອນຜືນ ປູກສາລອຍ-ສາລີປ້ອນ

ຊາວນະຄອນວຽງກວ້າງ ຫລາຍຄົນກິນບໍ່ຮູ້ຖິ່ນ ທີ່ເຂົາປູກ

ລູກສາວຊາວສວນອວນອ່າວເອີ້ນ ເຊີນເມືອຢ້ຽມເບິ່ງແດ່ເດີ....ວ່າເດ


# ມີບໍ່ ໃຜຜູ້ຍັງໜຸ່ມເນື້ອ ແຂງແກ່ນພະລັງເຫລືອ

ເມືອແມ້...ເມືອຢາມສາວກາສີ ເພິ່ນຜູ້ດີຂະຫຍັນຫ້າວ

ເຖິງບໍ່ເອົາຫວັງຊ້ອນ ບໍ່ຫ່ອນຫັນຫາເຫດ

ພຽງຢາກ ບົງບອກໃຫ້ ວ່າແດນນີ້ມາກອຸດົມ...ເຈົ້າເອີຍ

# ປາກເອີ່ຍຂານຕອບໂຕ້ ນຳແດ່ຈັກຄວາມ.....

ຢາກແວ່ເມືອງກາສີ ຕົ້ມໄກ່ມີເພງເຂົາຮ້ອງ

ນ້ອງນາງສາວກາສີເວົ້າ ຕົ້ມໄກ່ລໍຖ້າ”......“ຢູ່ ມັກບໍ່

ຄັນບໍ່ແວ່ ຂ້ອຍຊິພາເພັ່ນຂຶ້ນ ພູສູງຊັນສຽດຟ້າ ມີຄົນຖ້າຕົ້ມໄກ່ຄອຍ....ຄືກັນນັ້ນລະ...

...ຄົນສ່ວນຫລາຍ ມັກມອງເຫັນແຕ່ອຸບປະສັກ

ມີໜ້ອຍຄົນແທ້ໆທີ່ຈະມອງເຫັນເປົ້າຫມາຍທີ່ແທ້ຈິງຂອງຕົນເອງ…..

....ຕອນນີ້ຮູ້ແລ້ວວ່າຂ້ອຍຕ້ອງການສິ່ງໃດ ?....

ໄປຊອກກິນເຂົ້າກ່ອນ ແລ້ວຈະມາເວົ້າໃໝ່ໃນຕອນທີ ໒

ຂອບໃຈທີ່ອ່ານ

18.3.11

ເຄື່ອນໄຟຟ້ານ້ຳຂອງ ແກ້ງຫລວງ ຫ້ວຍຊຸຍ ໄຊຍະບູລີ

ຂໍອະນຸຍາດນຳເອົາຜົນການສຳຫລວດຂອງ Team Consulting Engineering and Management Co.,Ltd ກ່ຽວກັບເຄື່ອນໄຟຟ້ານ້ຳຂອງ ທີ່ ໄຊຍະບູລີ ເພື່ອການຮຽນຮູ້...


















17.3.11

ແດ່....ນາງຄົນໜຶ່ງ

ຈ.ຈ....ທີ່ຮັກ

ກອນບົດນີ້ຂຽນໄວ້ກ່ອນນີ້ ໑໖ ປີ ບັງເອີນໄປພົບເວລາຄົ້ນເອກະສານເກົ່າ



ຂອບໃຈທີ່ອ່ານ

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...