27.8.21

ເກັບໄວ້ເບິ່ງ... ການປ່ຽນຕົວອັກສອນໃນໄຟລ໌ຮູບພາບ​ເປັນ​ຕົວ​ອັກສອນໃນ Word ​ດ້ວຍ Google Docs

ປ່ຽນຕົວອັກສອນໃນໄຟລ໌ຮູບພາບ​ເປັນ​ຕົວ​ອັກສອນໃນ Word ​ດ້ວຍ Google Docs
ຫຼາຍຄົນມີບັນຫາເລື່ອງ "ຂີ້ຄ້ານພິມຄືນ" ເອກະສານທີ່ມີໃນແຜ່ນເຈ້ຍ ດັ່ງນັ້ນ ຈຶ່ງຂໍແນະນຳ ສໍ່າທີ່ເຮັດໄດ້ ດ້ວຍການໃຊ້ Google Docs

ລາຍລະອຽດ ກົດອ່ານໄດ້


3.7.21

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ

ຫວ້ານຈັກຈັ່ນ ສິ່ງນຳໂຊກ ຫຼື ນຳໄພມາໃຫ້ເຮົາ
ໄລຍະລະດູຝົນ ຫຼາຍປີຜ່ານມາແລ້ວ ​ຢູ່ໃນ​ໂລກ​ອອນ​ໄລ​ນ໌ ຈະພົບເຫັນ​ຢ່າງ​ຫລາຍ ສຳລັບເລື່ອງລາວທີ່ກ່ຽວພັນກັບຄຳວ່າ: “ຫວ້ານ​ຈັກ​ຈັ່ນ” ທີ່​ມີ​ລັກສະນະ​ເໝືອນ​ຊາກ​ຈັກ​ຈັ່ນ​ທີ່​ຕາຍ​ແລ້ວ ແລະ ​ມີ​ເໝືອນ​ຕົ້ນ​ໄມ້​ຕົ້ນ​ນ້ອຍ​ໆ ໂພ່​ອອກ​ມາ​ຈາກ​ຫົວ​ຂອງ​ຈັກ​ຈັ່ນ ພົ້ນພື້ນດິນຂຶ້ນມາ ເຊິ່ງຫຼາຍຄົນເຊື່ອ​ວ່າ “​ຫວ້ານ​ຈັກ​ຈັ່ນ” ​ເປັນ “ພືດ​ມຸງ​ຄຸນ” ທີ່ຊາວ​ບ້ານບາງຄົນ​ມັກ​ເກັບ​ໄວ້​ບູຊາ​ເພື່ອ​ຄວາມ​ຈະເລີນ​ກ້າວ​ໜ້າ​ທາງ​ຫນ້າທີ່​ການ​ງານ ແລະ​ ລ້ຳລວຍ​ມີ​ເງີນ​ ມີ​ຄຳໃຊ້ ບໍ່ຂາດແຄນ ນອກນີ້ແລ້ວ ບາງຄົນກໍແນະນຳກັນວ່າ: ຫວ້ານ​ຈັກ​ຈັ່ນ​ ເມື່ອເອົາໄປ​ຕົ້ມ​ນ້ຳ​ດື່ມ​ ຫຼື ນຳມາຂົ້ວກິນ ເປັນປະຈຳ​ຈະ​ຊ່ວຍ​ບັນ​ເທົາ​ໂລກ​ໄພ​ໄຂ້​ເຈັບ​ໄດ້​ສາລະພັດ...
..... ແມ່ນແທ້ບໍ່ ?.....
ລາຍລະອຽດກົດອ່ານລຸ່ມນີ້

16.4.21

ທຳຄວາມເຂົ້າໃຈກັບຄຳວ່າ:“ສັງກາດ ຫຼື ສັກຣາຊ”

“ສັກ​ຣາຊ” (ສັກກະລາດ ເປັນຄໍານາມ-ພາສາ ປາລີ)ໝາຍເຖິງ: ປີ ຫຼື ວິທີນັບປີ, ໝວດປີທີ່ຕັ້ງຂຶ້ນ ຫຼື ເປັນເຄື່ອງໝາຍຈາລຶກເຫດການສຳຄັນ;

ກົດອ່ານລາຍລະອຽດໄດ້


14.4.21

ບຸນປີໃໝ່ລາວຄືບໍ່ຈັດໃນເດືອນຈຽງ ?

ເປັນຫຍັງຈຶ່ງບໍ່ຈັດງານບຸນປີໃໝ່ລາວໃສ່ເດືອນຈຽງ ?
ມີຫຼາຍຄົນສົງໄສເລື່ອງຂອງການປະເພນີ້ບຸນປີໃໝ່ລາວ(ສົງການຕ໌)ວ່າ ເມື່ອລາວເຮົາກໍມີເດືອນເປັນຂອງຕົນເອງ(ຈຽງ, ຍີ່, ສາມ, ສີ່, ຫ້າ,ຫົກ ຮອດ ເດືອນ ສິບສອງ) ຄືບໍ່ເອົາເດືອນເລີ່ມຕົ້ນເປັນການຈັດສະຫຼອງປີໃໝ່ລາວ ຄືກັນກັບບຸນປີໃໝ່ຂອງຊາວເຜົ່າມົ້ງ ທີ່ເອີ້ນວ່າ "ບຸນກິນຈຽງ"... ເຊິ່ງເປັນບຸນທີ່ຈັດສະຫຼອງໃນເດືອນຈຽງ ຫຼື ເດືອນທຳອິດຂອງປີ.... ຄຳຖາມນີ້....ມີຫຼາຍຄົນກໍຖາມຂ້າພະເຈົ້າຄືກັນ ວ່າ ບຸນປີໃໝ່ລາວ ຫຼື ບຸນເດືອນຫ້າ ຫຼື ບຸນສົງການ ຫຼື ບຸນຫົດນ້ຳ....(ຫຼາຍຊື່ເອີ້ນ)... ເປັນຫຍັງຈຶ່ງມາຈັດຢູ່ລະວ່າງກາງເດືອນ ເມສາ(ລະວ່າງວັນທີ ໑໓-໑໖) ຂອງທຸກໆປີ....


ກົດ ກົດ ກົດອ່ານໄດ້ເລີຍ




11.2.21

ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ .... ໂອ້ຍເວນ....

.. ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ....

ກຳລັງນັ່ງກິນອາຫານໃຫ້ອຸ່ນທ້ອງ....ວ່າຈະມ່າມແຊບໆຊັ້ນດອກ.... ຊຸມອ້າຍບ່າວ ນາງສາວ ທີ່ກິນເຂົ້າຢູ່ໂຕະຂ້າງໆພັດສົນລະວົນກັບກັບຊື່ຂອງອາຫານ... ເຂົ້າຜັດ, ເຂົ້າຂົ້ວ, ຂົ້ວເຂົ້າ.... ສຽງສົນລະວົນ ບໍ່ມີໃຜຍອມກັນ ເວົ້າຈົນເຈົ້າຂອງຮ້ານສັບສົນ....ຄົນທີ່ສັ່ງເຂົ້າຜັດໄປແລ້ວ ກໍລໍຖ້າ ພັດຍັງມີຄົນມາຕໍ່ແຍວ່າ ໂຕສັ່ງ "ເຂົ້າຂົ້ວ" ຫັ້ນເບາະ...ເທົ່ານີ້ຍັງບໍ່ພໍ ໝໍໜຶ່ງພັດຕໍ່ແຍຕື່ມອີກ "ຂົ້ວເຂົ້າ" ຕີ້ ເຫັນເພິ່ນແຊຣ໌ກັນໃນເຟຊບຸກບັກຫຼາຍໆ...
ອາການຂອງຄົນກຳລັງກິນ ທີ່ບໍ່ແມ່ນເຂົ້າຜັດ

ຄວາມຈິງແລ້ວ ສິ່ງທີ່ເຂົາເຈົ້າກຳລັງສົນລະວົນນຳກັນຄົງເປັນ “ເຂົ້າ​ຜັດ- 炒饭-Fried rice” ເຊິ່ງແມ່ນຊື່ຂອງອາຫານຊະນິດໜຶ່ງ ທີ່ມີແພ່ຫລາຍໃນທຸກຂົງເຂດ ໃນໂລກເຮົານີ້; ມີການເຊື່ອກັນມາວ່າ “ເຂົ້າ​ຜັດ- 炒饭-Fried rice” ເກີດ​ຂຶ້ນ​ທຳອິດໃນ​ປະເທດ​ຈີນ ຊຶ່ງ​ເກີດ​ຈາກ​ການ​ນຳ​ເອົາ​ເຂົ້າ​ເຢັນ​ທີ່ເຫຼືອ​ຂ້າມ​ຄືນ ມາຂົ້ວ​ປະສົມ​ກັບ​ອາຫານອື່ນ​ໆ ຈົນ​ເຮັດໃຫ້​ເກີດ​ເປັນ​ອາຫານ​ເມ​ນູ​ໃໝ່​ຂຶ້ນ​ມາ ຈາກ​ນັ້ນ​ ​ກໍ​ແພ່ຫຼາຍ​ໄປ​ພ້ອມ​ໆ​ກັບ​ຊາວ​ຈີນ ທີ່​ອົບ​ຍົບ​ຍ້າຍ​ຖິ່ນ​​ໄປ​ທົ່ວ​ໂລກ ເຊິ່ງແຕ່​ລະ​ປະເທດ​ຕ່າງ​ກໍ​ໄດ້ປັບປຸງ​ເມ​ນູນີ້ ​ ໃຫ້​ເຂົ້າ​ກັບ​ລີ້ນ​ຂອງ​ຄົນ​ໃນທ້ອງ​ຖິ່ນ ແລະ ​ວັດ​ຖຸ​ດິບ​ທີ່​ມີ​ຢູ່​ແຕ່​ລະ​ຂົງເຂດນັ້ນໆ. ໂດຍທົ່ວໄປແລ້ວ ສ່ວນ​ປະກອບ​ຫຼັກ​ໆ​ຂອງ “ເຂົ້າ​ຜັດ- 炒饭-Fried rice” ນອກ​ຈາກ​ເຂົ້າຈ້າວ​ແລ້ວ​ ຍັງ​ປະກອບ​ມີ ຊີ້ນ​ສັດ(ໝູ,ໄກ່,) ກຸ້ງ, ​ປູ ຫລື ​ເຕົ້າ​ຫູ້ ແລະ ໄຂ່ ເປັນຕົ້ນ. ນອກນັ້ນຍັງມີເຄື່ອງປຸງລົດຊາດເຊັ່ນ: ຊີ​ອິ້ວ​ຂາວ ຫລື​ ຊອດ​ປຸງ​ລົດຫຼາຍຢ່າງ ເພື່ອຊ່ວຍ​ໃຫ້​ເຂົ້າ​ຜັດ​ມີ​ສີ​ສັນທີ່ງົດງາມ​ໜ້າ​ຮັບປະທານ; ສ່ວນຜັກທີ່ນິຍົມໃສ່ກໍປະກອບດ້ວຍ: ຜັກກາດ​ນາ, ແຄ​ຣ໊ອດ, ຖົ່ວ​, ​ຜັກບົ່ວ ເປັນຕົ້ນ.
(ຮູບຈາກ ອິນເຕີເນັທ)

ລາຍລະອຽດກົດອ່ານລຸ່ມນີ້
ກົດເລີຍ ກົດເລີຍ



26.1.21

ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ... ເສຍຊີວິດແລ້ວ...

ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ....ເຈົ້າຂອງບົດເພງ: ສຽງເພງຢູ່ບົນທົ່ງຫຍ້າ, ສົ່ງພອນປີໃໝ່ (ເດືອນສາມຄ້ອຍ), ຄິດຮອດເດ່ຊຳເໜືອ ແລະ ໂຕຄວາຍເຫຼັກ....ເສຍຊີວິດແລ້ວ....ລວມອາຍຸໄດ້ 81 ປີ.

ພາຍຫຼັງ ທີ່ທ່ານ ໄດ້ຮັບນາມມະຍົດ ເປັນສິລປິນແຫ່ງຊາດ ໄດ້ບໍ່ດົນ ພວກເຮົາ ຜູ້ທີ່ເຮັດວຽກກັບເດັກໆ ໄດ້ມີໂອກາດໄປຢ້ຽມຢາມ ແລະ ເຮັດກິດຈະກຳມ່ວນຊື່ນ ຢູ່ໂຮງຮຽນອະນຸບານ "ແຕ່ງທອງ" ເມືອງປາກຊັນ ແຂວງ ບໍລິຄຳໄຊ ເຊິ່ງເປັນໂຮງຮຽນຂອງລູກຫຼານເພິ່ນນັ້ນລະ ໄປເຖິງ 2-3 ຄັ້ງ ໂດຍໄດ້ພາກັນເຮັດກິດຈະກຳມ່ວນຊື່ນກັບເດັກໆ ແລະ ສາຍຮູບເງົາ "ກາຕູນບ້ານຂອງຂ້ອຍ" ໃຫ້ເດັກໆເບິ່ງ ເຊິ່ງແຕ່ລະຄັ້ງ ເພິ່ນມັກມານັ່ງເບິ່ງລູກຫຼານ ດ້ວຍຄວາມພູມໃຈ.....



ໃນເວລານັ້ນ ເພິ່ນວ່າ ກຳລັງຂຽນເພງ ເພື່ອຮັບໃຊ້ສັງຄົມ ແຕ່ບໍ່ຮູ້ວ່າເພງຊຸດນັ້ນ ໄດ້ດຳເນີນການຜະລິດຫຼືບໍ່ ເພາະຫຼັງຈາກນັ້ນມາ ກໍບໍ່ມີເວລາໄປຢາມທ່ານອີກເລີຍ....ຜ່ານມາ ຫຼາຍຄົນຄົງຈົດຈຳເພງ ອວຍພອນປີໃໝ່ ຫຼື ທີ່ຫຼາຍຄົນມັກມັກເອີ້ນວ່າ: ເດືອນສາມຄ້ອຍ ລົມວອຍໆພັດໃບໄມ້ອ່ອນ...., ສຽງເພງບົນທົ່ງຫຍ້າ, ຄິດຮອດເດຊຳເໜືອ...... ແຕ່ຫຼາຍຄົນຄົງບໍ່ຮູ້ວ່າ ເພງທີ່ກ່າວມານີ້ ແມ່ນຜົນງານການປະພັນຂອງ " ທ່ານ ບົວທອງ ພູນສະລິດ"....
ຄວາມຈິງແລ້ວ ຜ່ານມານັ້ນ ທ່ານ​ເຄີຍ​ເປັນ​ນັກ​ສຶກ​ສາ​ໃນ​ຫຼາຍ​ວິຊາ​ຊີບ ເຊັ່ນ: ການ​ບັນຊີ​ການ​ເງິນ, ຮຽນ​ລ້ຽງສັດ-ສັດຕະວະແພດ​ຊັ້ນ​ກາງ ແລະ ລະດັບ​ມະຫາວິທະຍາໄລ ທັງ​ພາຍ​ໃນ ແລະ ຕ່າງປະເທດ. ທ່ານ ບົວທອງ ພູນ​ສະ​ລິດ ເຄີຍ​ເປັນ​ທະຫານ ພະນັກງານ​ວິຊາ​ການ, ເປັນ​ພະນັກງານ​ການ​ນຳ​ຄື: ເປັນ​ຫົວໜ້າ​ນິຄົມ​ລ້ຽງ​ງົວ​ພັນ​ນົມ​ນາ​ບົງ(ກະເສດນາບົງ), ເປັນ​ຫົວໜ້າ​ພະ​ແນກ​ກະສິກຳ-ປ່າໄມ້, ພະ​ແນກ​ແຮງ​ງານ​ສະຫວັດດີ​ການ-ສັງຄົມ, ເປັນ​ຮອງ​ເຈົ້າແຂວງ​ບໍ​ລິ​ຄຳ​ໄຊ, ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ກະສິກຳ-ປ່າໄມ້ ແລະ ເປັນ​ຜູ້​ຊີ້​ນຳ​ວຽກ​ງານ​ພັດທະນາ​ຊົນນະບົດ​ຂັ້ນ​ສູນ​ກາງ.


ສຳລັບ​ຜົນງານ​ດ້ານ​ການ​ແຕ່ງເພງ​ຮ້ອງ ທ່ານ ບົວທອງ ພູນ​ສະ​ລີດ ໄດ້​ເລີ່ມ​ຕົ້ນ​ມາແຕ່​ປີ 1961 ໂດຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິວັດ​ຢູ່​ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ ເຊິ່ງທ່ານ​ໄດ້​ເຫັນ​ກັບ​ຕາ ທີ່​ພວກ​ສັດຕູ​ໄດ້​ບຸກ​ບຽດ​ຢຶດ​ເອົາ​ເຂດ​ປົດ​ປ່ອຍ ກໍ​ຄື​ບຸກ​ບຽດ​ຢຶດ​ເອົາ​ບ້ານ​ເຮືອນ​ຂອງ​ປະ­ຊາຊົນ ແລ້ວ​ທຳ​ການ​ຈູດ​ເຜົາ​ເຮືອນ, ຂ້າ​ເຈົ້າ​-ເອົາ​ຂອງ ແລະ ຈັບ​ປະຊາຊົນ​ໄປ​ທາລຸນ​ດ້ວຍ​ຫຼາຍ​ຮູບ​ແບບ ເຊິ່ງ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ຄຽດ​ແຄ້ນ ແລະ ຄຽດ​ຊັງ​ພວກ​ສັດຕູ​ຫຼາຍ​ທີ່​ສຸດ ຈາກ​ນັ້ນ ທ່ານ​ກໍ​ຄິດ​ແຕ່ງ​ເພງ​ທີ່​ມີ​ເນື້ອ​ໃນ​ວິຈານ ຄວາມ​ຊົ່ວ​ຮ້າຍ​ປ່າ​ເຖື່ອນ​ຂອງ​ພວກ​ສັດຕູ​ຜູ້​ມາ​ຮຸກ​ຮານ ແຕ່​ໄລຍະ​ເບື້ອງ​ຕົ້ນ ການ​ແຕ່ງ​ເພງ​ຮ້ອງ ກໍ​ບໍ່​ສາມາດ​ປະຕິບັດ​ໄດ້​ຍ້ອນ​ຂາດ​ຫຼັກການ ແລະ ວິທີ​ການ​ແຕ່ງ​ເພງ​ທີ່​ຖືກຕ້ອງ ມາ​ຮອດ​ໄລຍະ​ເດືອນ ກັນຍາ(9)1962-ກັນຍາ(9) 1966 ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ໃຫ້​ທ່ານ​ໄປ​ຮຽນ​ຢູ່​ໂຮງຮຽນ​ກະສິກຳ​ຊັ້ນ​ກາງ ຢູ່​ພາກ​ເໜືອ​ຂອງ ສ.ສ ຫວຽດນາມ ເຊິ່ງ​ໂຮງຮຽນ​ດັ່ງກ່າວ ໄດ້​ມີ​ການຈັດຕັ້ງ​ໜ່ວຍ​ສິລປະວັນນະຄະດີ​ຂອງນັກຮຽນຂຶ້ນ ເພື່ອ​ສະແດງ​ຮັບ​ໃຊ້​ງານ​ຕ່າງໆ ອັນ​ໄດ້​ເຮັດ​ໃຫ້​ທ່ານ​ຖືກ​ບັນ­ຈຸ​ເຂົ້າ​ຢູ່​ໃນ​ໜ່ວຍ​ຮ້ອງເພງ​ໝູ່​ຊາຍ ທັງ​ເພງ​ລາວ ແລະ ເພງ​ຫວຽດນາມ. ໃນໄລຍະນີ້ເອງ ທີ່​ທ່ານ​​ໄດ້​ສະແຫວງ​ເອົາ​ຄວາມ​ຮູ້ ແລະ ເຕັກນິກ​ການ​ຮ້ອງເພງ ແຕ່ງ​ເພງ​ຈາກ​ບັນດາ​ຄູ - ອາຈານ ທີ່​ລົງ​ມາ​ເຝິກ​ສອນ ດ້ວຍ​ຄວາມ​ຫ້າວຫັນ.

ພາຍຫຼັງ​ຮຽນ​ຈົບ​ຈາກ​ໂຮງຮຽນ​ດັ່ງກ່າວ ໃນ​ປີ 1966 ທ່ານ​ກໍ​ກັບ​ມາ​ສັງກັດ​ຢູ່​ພະ​ແນກ​ກະສິກຳ-ປ່າໄມ້ ຢູ່​ທີ່​ລ້ອງ​ກູ່-ນາ​ໄກ ແຂວງ​ຫົວພັນ (ເມືອງ​ວຽງ​ໄຊ ໃນ​ປັດຈຸບັນ) ເຊິ່ງ​ທ່ານ​ກໍ​ໄດ້​ເອົາໃຈໃສ່​ປຸກລະດົມ ໃຫ້​ພໍ່​ແມ່​ປະຊາຊົນ​ເຮັດ​ນາປີ, ນາແຊງ ປູກ​ພືດ​ທາດ​ແປ້ງ​ທີ່​ສາມາດ​ກິນ​ຕາງ​ເຂົ້າ​ໄດ້​ເຊັ່ນ: ສາລີ ມັນຕົ້ນ ແລະ ເຜືອກ​ມັນ​ອື່ນໆ ຜ່ານ​ການເຄື່ອນໄຫວ​ປຸກລະດົມ ແລະ ນຳພາ​ປະຊາຊົນ​ເຮັດ​ໄຮ່ - ເຮັດ​ນາ ລ້ຽງສັດ ເຊິ່ງ​ໄລຍະ​ດັ່ງກ່າວ ພວກ​ສັດຕູ​ພັດໄດ້​ເພີ່ມ​ທະວີ​ສົງຄາມ​ທຳລາຍ​ຂຶ້ນ​ສູ່​ລະດັບ​ສູງ ໂດຍ​ທ່ານ​ໄດ້​ເຫັນ​ກັບ​ຕາ​ໃນ​ຫຼາຍ​ເຫດການ ທີ່​ປະຊາຊົນ​ຖືກ​ເຮືອບິນ​ຮົບ​ຂອງ​ສັດຕູ​ຜູ້​ຮຸກ​ຮານ ຍິງ​ທຳລາຍ​ບ້ານ ເຮືອນ​ຊານ ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫຼາຍ ໄດ້​ຮັບ​ບາດເຈັບ​ຢ່າງ​ໜ້າ​ສົມ​ເພດ​ເວດທະນາ ຍ້ອນ​ເຫດ​ນັ້ນ ຄວາມ​ຄຽດ​ແຄ້ນ​ຂອງ​ປະຊາຊົນ​ຕໍ່​ພວກ​ຈັກກະພັດ ແລະ ລູກແຫຼ້ງ​ຕີນ​ມື​ຂອງ​ພວກ​ເຂົາ ໄປ​ຮອດ​ເຊັ່ນ​ລູກ​ເຊັ່ນ​ຫຼານ ໂດຍ​ບໍ່​ມີ​ສິ່ງ​ໃດ​ຈະ​ມາ​ລຶບລ້າງ​ໃຫ້​ຈືດຈາງ​ໄດ້ ແລະ ໄລ­ຍະ​ນັ້ນ ທ່ານ​ໄດ້​ໄປ​ຮ່ວມ​ຮົບ​ໃນ​ສະໜາມຮົບ "​ປ່າ​ຄາ​-ຍອດ​ຝາດ" ເພື່ອ​ກະກຽມ​ໃຫ້​ແກ່​ບັ້ນ​ຮົບ​ປົດ​ປ່ອຍ​ຜາ​ຖີ່ ເຊິ່ງ​ການ​ສູ້​ຮົບ​ກໍ​ຖືກ​ຍົນ​ຂອງ​ພວກ​ຈັກກະພັດ​ອາເມລິກາ ຍິງ​ຈະ​ລວດ​ລົງ​ໃສ່ ເຮັດ​ໃຫ້​ທ່ານ​ຖືກ​ບາດເຈັບ​ໜັກ​ຈົນ​ເກືອບ​ເອົາ​ຊີວິດ​ບໍ່​ລອດ ພ້ອມ​ທັງ​ເຫັນ​ຄວາມ​ຮັກແພງ​ຂອງ​ໝູ່​ເພື່ອນ ແລະ ເຫັນ​ຄວາມທຸກ​ຍາກ​ລຳບາກ​ຂອງ​ປະຊາຊົນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ມັນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ຈິດໃຈ​ຂອງ​ທ່ານ​ຕະຫຼອດ​ມາ. ຍ້ອນ​ມີ​ຕົ້ນ​ກຳເນີດ​ຂອງແນວ​ຄິດ​ແນວ​ນັ້ນ ທ່ານ​ສາມາດ​ແຕ່ງ​ເພງ​ທີ່​ມີ​ອຸດົມ​ການຫຼາຍໆເພງ ທີ່ພວກເຮົາມັກເອີ້ນວ່າ: ​ເພງ​ປະຕິວັດ ເຊິ່ງເປັນເພງທີ່​​ປຸກລະດົມ​ຄວາມ​ສາມັກຄີ​ບັນດາເຜົ່າ ແລະ ມີ​ເນື້ອ​ໃນ​ວິຈານ ການ​ກະທຳ​ອັນ​ໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ພວກ​ສັດຕູ​ຜູ້​ມາ​ຮຸກ​ຮານ.
ຂອບໃຈຮູບຈາກເຟຊຂອງ Nok Phounsalith 

ໃນ​ປີ 1968 ທ່ານ ບົວທອງ ພູນ​ສະ​ລີດ ໄດ້ແຕ່ງ​ບົດ​ເພງ​ທຳ​ອິດ​ທີ່​ມີ​ຊື່ວ່າ "ສຽງ​ເພງ​ຢູ່​ບົນ​ທົ່ງ​ຫຍ້າ" , ມາຮອດປີ 1974 ໄດ້​ແຕ່ງ​ສຳເລັດ​ເພງ​ທີ 2 ທີ່​ມີ​ຊື່ວ່າ "ສົ່ງ​ພອນ​ປີ​ໃໝ່" (ເດືອນສາມຄ້ອຍ), ວັນ​ທີ 3/8/1974 ເພິ່ນໄດ້ສຳເລັດ​ການ​ແຕ່ງ​ເພງ​ທີ່​ມີ​ຊື່ວ່າ "ຄິດ​ຮອດ​ເດ​ຊຳ​ເໜືອ" ແລະ ໃນປີ 1984 ໄດ້​ສຳເລັດ​ການ​ແຕ່ງ​ບົດ​ເພງ​ທີ່​ມີ​ຊື່ວ່າ "ໂຕ​ຄວາຍ​ເຫຼັກ"



ມື້ເຊົ້ານີ້ ຂ້າພະເຈົ້າໄດ້ອ່ານຂ່າວທາງເຟຊບຸກ ຈາກລູກຫຼານຂອງເພິ່ນ ໄດ້ແຈ້ງບອກວ່າ: ໃນເວລາ 4 ໂມງ ແລງ ຂອງວັນທີ 25/1/2021 ທ່ານບົວທອງ ພູນສະລິດ ອະດີດຮອງເຈົ້າແຂວງບໍລິຄຳໄຊ, ອະດີດ ລັດຖະມົນຕີຊ່ວຍກະຊວງກະສິກຳ-ປ່າໄມ້ ທັງເປັນ ນັກສີລະປິນແຫ່ງຊາດ ໄດ້ຈາກພວກລູກຫລານ, ຈາກການນຳພັກ-ລັດເຮົາໄປ ໂດຍບໍມີວັນຈະກັບມາ ລວມອາຍຸ ໄດ້ 81ປີ ເຫລືອໄວ້ແຕຄຸນງາມຄວາມດີ ແລະ ຜົນງານໃຫ້ລູກຫລານໄດ້ສານຕໍ່ ຂໍໃຫ້ພໍ່ຈົງໄປສູ່ສຸຄະຕິ ເທີ້ນ.... ສົບຂອງເພິ່ນ ໄດ້ບຳເພນກຸສົນຢູ່ເຮືອນຂອງເພິ່ນເອງ ທີ່ບ້ານໂພນໄຊເຫນືອ, ເມືອງປາກຊັນ, ແຂວງບໍລິຄຳໄຊ(ໂຮງຮຽນອະນຸບານແຕ່ງທອງ).


ຂໍໃຫ້ດວງວິນຍານຂອງທ່ານ ໄປສູ່ສຸຄະຕິ ສະຫງົບສຸກ ຊົ່ວນິຣັນດ໌
(ຂອບໃຈທີ່ອ່ານ - ຂໍອະໄພຫາກຂໍ້ມູນໃດຜິດພາດ)






31.10.18

ວຽງໄຊ ເມືອງແຫ່ງໄຊຊະນະ VIENG XAI – THE HIDDEN CITY

ວຽງໄຊ ເມືອງແຫ່ງໄຊຊະນະ 
VIENG XAI – THE HIDDEN CITY

ເມືອງວຽງໄຊ ຢູ່ຫ່າງຈາກເມືອງຊໍາເໜືອ ເຊິ່ງເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ ປະມານ 30 ກິໂລແມັດ ມີລົດໂດຍສານ ແລ່ນເປັນປະຈຳແຕ່ລະມື້ຫຼາຍຖ້ຽວ ແຕ່ຄົນສ່ວນຫລາຍ ປັດຈຸບັນ ເສັ້ນທາງສະດວກສະບາຍນິຍົມ ໃຊ້ລົດສ່ວນຕົວເປັນສ່ວນຫລາຍ ແລະ ເຮົາຈະເຫັນນັກທ່ອງທ່ຽວພາກັນເດີນທາງຈາກເມືອງຊຳເໜືອໄປທ່ຽວ ເມືອງວຽງໄຊ ດ້ວຍລົດຈັກທີ່ໃຫ້ເຊົ່າເປັນປະຈຳ ເພາະໄລຍະທາງນັ້ນ ໃຊ້ເວລາປະມານ 1 ຊົ່ວໂມງ ກໍໄປຮອດຈຸດ ໝາຍແລ້ວ. 
ວຽງໄຊ ເປັນເມືອງໜຶ່ງໃນແຂວງຫົວພັນ ເຊິ່ງເຕັມໄປດ້ວຍສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະ ທຳມະຊາດທີ່ງົດງາມ ເຊິ່ງສະຖານທີ່ທ່ອງທ່ຽວເລົ່ານັ້ນ ໄດ້ກາຍເປັນເໝືອນແມ່ເຫຼັກທີ່ດຶງດູດໃຫ້ຜູ້ຄົນພາກັນ ໄປທ່ຽວຊົມເມືອງວຽງໄຊ ໂດຍສະເພາະແມ່ນຖ້ຳທ່ານຜູ້ນຳ ເຊິ່ງເປັນຖ້ຳຫີນປູນ ທີ່ຢັງຢາຍໄປຕາມຜາຫີນທີ່ສູງຊັນ; ຖ້ຳເລົ່ານີ້ ເປັນທັງຖ້ຳທີ່ເກີດໂດຍທຳມະຊາດ ແລະ ມະນຸດເຮົາສ້າງຂຶ້ນໃນສະໄໝສົງຄາມຕ້ານພວກຈັກກະພັດ ອາເມລິກາ ແລະ ລູກແຫຼ້ງຂອງພວກເຂົາ. 
ຖ້ຳທຳມະຊາດຫຼາຍແຫ່ງຖືກດັດແປງໃຫ້ເປັນທີ່ຢູ່ອາໄສ, ເປັນໂຮງຮຽນ, ໂຮງໝໍ, ທີ່ຫລົບໄພ, ບ່ອນຫຼິ້ນກິລາ, ຫ້ອງປະຊຸມ ແລະ ອື່ນໆ ມີບາງຖ້ຳສາມາດຮອງຮັບຄົນໄດ້ເປັນພັນໆຄົນກໍມີ ທັງໝົດນີ້ແມ່ນ ສ້າງຂຶ້ນເພື່ອເປັນບ່ອນເຮັດວຽກ ແລະ ຫຼົບໄພຈາກການໂຈມຕີທາງອາກາດຕໍ່ຜູ້ນຳ, ທະຫານ ແລະ ປະຊາຊົນ ໃນໄລຍະທີ່ເກີດມີສົງຄວາມຮຸກຮານ. 
ນີ້ຄືທີ່ພັກຜູ້ນຳ ເວລາມາປະຊຸມ ແລະ ບໍ່ສາມາກັບຖ້ຳທີ່ພັກຂອງຕົນເອງໄດ້ທັນ(ຖ້ຳທ່ານ ໄກສອນ ພົມວິຫານ)
ຖ້ຳປະຫວັດສາດຜູ້ນຳ ເມືອງວຽງໄຊ ສ່ວນໃຫຍ່ຕັ້ງຢູ່ ພາຍໃນເທດສະບານເມືອງ ຈຶ່ງມີຄວາມສະດວກໃນການທ່ຽວຊົມ, ແຕ່ຖ້ຳຜູ້ນຳ ຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການປັບປຸງ ດ້ານສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກໄດ້ທັງໝົດເທື່ອ. ຖ້ຳຜູ້ນຳ ທີ່ຄົນທົ່ວໄປຮູ້ຈັກກັນດີ ແລະ ເປີດໃຫ້ຜູ້ມາທ່ຽວໄດ້ເຂົ້າຊົມໄດ້ແລ້ວຫຼາຍແຫ່ງ ເຊັ່ນ: ຖ້າທ່ານໄກສອນ ພົມວິຫານ, ຖ້ຳທ່ານ ສຸພານຸວົງ, ຖ້ຳທ່ານ ໜູຮັກ ພູມສະຫວັນ,ຖ້ຳທ່ານພູມີວົງວິຈິດ, ຖ້ຳທ່ານ ຄຳໄຕ ສີພັນດອນ, ຖ້ຳທ່ານ ສີສະຫວາດ ແກ້ວບຸນພັນ, ຖ້ຳທ່ານນາຍພົນ ສິງກະໂປ ສີໂຄດຈຸນລະມະນີ, ຖ້ຳທ່ານ ໄຟດ່າງ ລໍເບຼຍຢາວ, ຖ້ຳທ່ານສີທົນ ກົມມະດຳ, ຖ້ຳທ່ານ ພູນ ສີປະເສີດ, ຖ້ຳທ່ານ ສີສົມພອນ ລໍວັນໄຊ ເປັນຕົ້ນ. 
ນີ້ຄືຫ້ອງປະຊຸມບັນດາທ່ານຜູ້ນຳ ລະດັບກົມການເມືອງ(ຖ້ຳທ່ານ ໄກສອນ ພົມວິຫານ)
ໃນທັດສະນະຂອງຂ້າພະເຈົ້າ ຄິດວ່າການທີ່ທ່ານຜູ້ນຳ ໄດ້ເລືອກເອົາສະຖານທີ່ແຫ່ງນີ້(ວຽງໄຊ) ເປັນຖານທີ່ໝັ້ນຕ້ານພວກຈັກກະພັດນັ້ນ ຄົງເປັນ ເພາະວ່າ ເມືອງວຽງໄຊ ມີພູຜາຫີນສູງຊັນສະຫຼັບສັບຊ້ອນອ້ອມຮອບ ອັນຈະເຮັດໃຫ້ຍາກແກ່ການໂຈມຕີທາງ ອາກາດຂອງສັດຕູຜູ້ຮຸກຮານ. 
(ບໍລິເວນປາກຖ້ຳ ປະທານ ໄກສອນ ພົມວິຫານ)
ຖ້ຳທ່ານ ໄກສອນ ພົມວິຫານ ເປັນຖ້ຳຫີນປູນ ເຊິ່ງມີການປັບປຸງຈາກຖ້ຳໂດຍທຳມະຊາດ ໃນປີ 1964 ໃຫ້ເປັນທີ່ຢູ່ອາໄສ, ຫ້ອງພັກການນຳ, ຫ້ອງເຮັດວຽກ, ຫ້ອງປະຊຸມ , ຫ້ອງຫຼິ້ນກິລາ ໂດຍສະເພາະກິລາ ປິ່ງປ່ອງ ເພາະໂດຍສ່ວນໂຕແລ້ວ ທ່ານ ປະທານ ໄກສອນ ພົມວິຫານ ເພິ່ນມັກກິລາປະເພດນີ້.

ຖ້ຳທ່ານປະທານ ສຸພານຸວົງ ກໍແມ່ນຖ້ຳໜຶ່ງທີ່ໃຫຍ່ ແລະ ຢູ່ບໍ່ໄກຈາກຖ້ຳທ່ານປະທານ ໄກສອນ ເຊິ່ງດ້ານໃນຖ້ຳກໍມີການປັບປຸງ ຕົບແຕ່ງຄືກັນ ພຽງແຕ່ວ່າ ໃນຖ້ານີ້ບໍ່ມີຫ້ອງພັກການນຳເໝືອນ ຖ້າທ່ານ ປະທານ ໄກສອນ.

ບໍລິເວນໜ້າຖ້ຳ ເຮົາຈະເຫັນອ່າງນ້ຳ(ພຸ) ທີ່ມີຂະໜາດໃຫຍ່ ເປັນຮູບຫົວໃຈ ເຊິ່ງອ່າງນ້ຳແຫ່ງນີ້ ຄວາມຈິງແລ້ວມັນເກີດຂຶ້ນຍ້ອນ ຍົນຂອງສັດຕູມາຖິ້ມລະເບີດໃສ່ ແຕ່ບໍ່ສາມາດເຮັດໃຫ້ທ່ານ ສຸພານຸວົງ ແລະ ຄົນອື່ນໆໄດ້ຮັບອັນຕະລາຍ ດັ່ງນັ້ນ ທ່ານ ປະທານ ສຸພານຸວົງ ຈຶ່ງໄດ້ແນະນຳໃຫ້ອ້າຍນ້ອງພະນັກງານ ໄດ້ພາກັນສ້າງເປັນອ່າງນ້ຳ(ພຸ)ເປັນຮູບຫົວໃຈແທນຂຸມລະເບີດດັ່ງກ່າວ ເພື່ອເປັນສັນຍາລັກບອກສັດຕູວ່າ: “ສັດຕູໄດ້ເຂົ້າມາຢ່ຳຍີຫົວໃຈຂອງຄົນລາວ”
ນອກນີ້ແລ້ວ ບໍລິເວນທາງຂຶ້ນຖ້ຳ ເຮົາກໍຈະພົບຕົ້ນໄມ້ທີ່ມີໃບ “ສີແດງ” ເຊິ່ງຄວາມຈິງແລ້ວບໍ່ສະເພາະແຕ່ໃຊ້ເປັນຢາປິ່ນປົວຄົນເຈັບປ່ວຍເທົ່ານັ້ນ ຍັງມີຄວາມໝາຍເຖິງ “ຄວາມກ້າຫານ ທີ່ຍອມເສຍສະຫຼະໄດ້ແມ່ນແຕ່ເລືອດ ແລະ ຊີວິດ ເພື່ອອິດສະຫຼະພາບຂອງຊາດລາວ” 
ຖ້ຳຜູ້ນຳ ທີ່ເມືອງວຽງໄຊ ໄດ້ກາຍເປັນສະຖານທີ່ສຳຄັນທາງປະຫວັດສາດ ທີ່ໄດ້ກາຍເປັນສັນຍາລັກ ທີ່ບໍ່ຍອມຈຳນົນຕໍ່ສັດຕູ, ເປັນສັນຍາລັກແຫ່ງຂະບວນການກູ້ຊາດ…ປັດຈຸບັນນີ້ ມັນໄດ້ນອນໃນ ດວງໃຈຂອງຄົນລາວ ແລະ ມັນໄດ້ກາຍເປັນສະຖານທີ່ແຫ່ງຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ໂດຍສະເພາະ “ຄົນວຽງໄຊ” ...
(ຕິດຕາມຕອນຕໍ່ໄປ)
ສະບາຍດີ

 ຊ້າງຮຽງເກີຍ ປະເພນີບູຮານທີ່ສືບທອດກັນມາ ຊ້າງຮຽງເກີຍ ເປັນພິທີທີ່ສຳຄັນຫນຶ່ງທີ່ ຍັງມີການສຶບທອດກັນມາຍາວນານຢູ່ໃນປະເທດລາວ ມີບາງໄລຍະອາດຈະຂາດຊ່ວງໄປແ...