ນັກຮຽນດີ ແລະ ນັກຮຽນເກັ່ງຄົນໜຶ່ງ ຂອງໂຮງຮຽນມັດທະຍົມປາຍ
“…..” ທີ່ໄດ້ຮັບລາງວັນ…ມີຊື່ວ່າ: “ ທ້າວ ຈັນດີ ” ເວົ້າແລ້ວ ລາວຮຽນເກັ່ງມາແຕ່ຕອນລາວຢູ່ປະຖົມພຸ້ນລະ.
ປັດຈຸບັນລາວຮຽນຢູ່ຫ້ອງ ມ໖ ແລ້ວ ລາວເປັນຂວັນໃຈ ຂອງໝູ່ເພື່ອນໃນຫ້ອງ ກໍຄືໂຮງຮຽນຂອງເຮົາ….
ປີກາຍນີ້ ໃຮໂຮງຮຽນຂອງພວກເຮົາໄດ້ຈັດແຂ່ງຂັນນັກຮຽນເກັ່ງລະດັບເມືອງຂຶ້ນ
ຈັນດີລາວຄວ້າໄປ ໒ ວິຊາ ຄືໂລກອ້ອມໂຕ ແລະ ພາສາລາວ…ນອກນີ້ລາວຍັງມັກຫລິ້ນກິລາປະເພດບານສົ່ງ,
ການຂຽນບົດກາບ ກອນກວນໆແຕ່ມີຄະ ຕິເຕືອນໃຈຕິດ ກະດານຂ່າວຂອງໂຮງຮຽນເປັນປະຈຳ….
ຍ້ອນກອນກວນໆຂອງລາວນັ້ນເອງຈຶ່ງເປັນເຫດເຮັດໃຫ້ຂ້ອຍຜິດກັບລາວຫລາຍຄັ້ງ
ຂ້ອຍຄິດວ່າ ລາວ ພະຍາຍາມຕຳນິຂ້ອຍ ແລະ ເວົ້າສຽດໃຫ້ຂ້ອຍຍ້ອນການປະພຶດຂອງຂ້ອຍນີ້ລະ ແຕ່ບາງຢ່າງພຶດຕິກຳນັ້ນມັນ
ກໍບໍ່ໄດ້ແມ່ນທາດແທ້ຂອງຂ້ອຍເລີຍ ຮອດມື້ນີ້ເຖິງກອນບົດນັ້ນຖືກດຶງອອກຈາກກະດານຂ່າວຂອງໂຮງຮຽນໄປ
ແລ້ວກໍຕາມ ແຕ່ຂ້ອຍຍັງຈຳມັນໄດ້:
“ ພໍ່ທຳງານ ຮ້ອນແດດ ສຸດແຜດເຜົາ, ລູກດື່ມເຫລົ້າ ຟັງເພງ ສະໜຸກເຫລືອ,ແມ່ຂາຍຜັກ
ກິນເຂົ້າ ກັບກ້ອນເກືອ, ລູກເອື້ອເຟື້ອ ເພື່ອນຝຸງທ່ຽວໂລເລ,
ພໍ່ຫາເງິນ ສົ່ງລູກຮຽນ ພຽນອຸດສາ, ລູກກັບພານ ພົບຄົນຊົ່ວ ມົ້ວໃຫ້ເຫັນ, ແມ່ກະຫາຍ ຟາຍດື່ມນ້ຳ
ບໍ່ມີເຢັນ, ລູກໂລດເຕັ້ນ ດື່ມເຫລົ້າແດງ ແພງເຈັບໃຈ….” ແລະ ໃນຕອນທ້າຍຂອງກອນ ບົດນັ້ນອ່ານແລ້ວ ມັນຍິ່ງເຮັດໃຫ້ຂ້ອຍຢາກຮ້າຍຕື່ມອີກທີ່ເຂົາບອກວ່າຫວັງດີກັບເຮົາ
“ ທີ່ຂຽນມາ ກໍເພາະວ່າ ໃຈມັນຫວັງ, ຢາກໃຫ້ນາງ ໃນໜຶ່ງນັ້ນ ທີ່ຝັນຫາ,
ມີຄວາມສຸກ ທຸກວັນຄືນ ຊື່ນຊີວາ, ຈາກຄົນທີ່ ຄອຍຫ່ວງຫາ ທຸກໆນາທີ….”
ໃນຫ້ອງຮຽນທີ່ງຽບເຫງົາໃນມື້ທີ່ອາຈານບໍ່ຂຶ້ນຫ້ອງ
“ຈັນດີ” ພະຍາຍາມຊວນຊວນໝູ່ຂຶ້ນໜ້າກະດານ ເຮັດເໝືອນກັບວ່າ “ເປັນອາຈານສອນ” ຂ້ອຍເອງກໍບໍ່ເຂົ້າໃຈວ່າ
ຈັນດີ ເຖິງຈະເປັນນັກຮຽນເກັ່ງ ແຕ່ກໍບໍ່ໄດ້ໝາຍ ຄວາມວ່າລາວຈະໄດ້ທີ ໑ ຫລື ໒ ທຸກເດືອນ ຍັງມີຄົນທີ່ຮຽນໄດ້ຄະແນນດີກວ່າລາວຢູ່
ແຕ່ຂ້ອຍຍັງສັບສົນໃນໃຈ ຢູ່ວ່າ ເປັນຫຍັງທຸກຄົນໃນຫ້ອງຈຶ່ງເຊື່ອຟັງ ແລະ ປະຕິບັດຕາມລາວ…ທັງໆທີ່ວ່າລາວບໍ່ໄດ້ເປັນຫົວໜ້າຫ້ອງ,
ບໍ່ໄດ້ເປັນຫົວໜ້າຊາວໜຸ່ມ, ບໍ່ໄດ້ເປັນຫົວໜ້າປ້ອງກັນໂຮງຮຽນ….ເພື່ອນຮ່ວມຫ້ອງທີ່ຂ້ອຍເຄີຍຖາມຍ້ອນຄວາມ
ອິດສາທີ່ເຫັນເຂົາມີໝູ່ຄູ່ເປັນບໍລິວານ… ເຂົາໃຫ້ ເຫດຜົນວ່າ: ຈັນດີ ເປັນຄົນທີ່ເປັນມິດກັບທຸກຄົນ,
ມີລະບຽບ, ມີຄວາມ ຈິງໃຈ, ເອື້ອເຟື້ອເພື່ອແພ່ ແລະ ບໍ່ຫວັງຜົນກັບສິ່ງທີ່ເຂົາໄດ້ຊ່ວຍເຫລືອຄົນອື່ນໄປແລ້ວ….
ເຊົ້າວານກ່ອນຂຶ້ນຫ້ອງຮຽນ
ຂ້ອຍເຫັນເຂົາທີ່ຫ້ອງການຄູ ໃນໃຈກໍຄິດຢາກຫົວເຍາະເຍີ້ຍໃຫ້ສຽງດັງໆ ເພາະການທີ່ນັກຮຽນເຂົ້າໄປຫ້ອງການຄູນັ້ນບັນຫາດຽວກໍຄືການປະພຶດຜິດກົດ…ແລ້ວເຂົາກໍຫາຍໜ້າໄປໝົດມື້
ເຊິ່ງຂ້ອຍເອງກໍບໍ່ໄດ້ໃສ່ໃຈ ມີພຽງເພື່ອນຮ່ວມຫ້ອງຂອງຂ້ອຍເທົ່ານັ້ນທີ່ຈັບກຸ່ມກັນ…ຄິດວ່າເຂົາຄົງເວົ້າເຖິງເລື່ອງທີ່
ເກີດຂຶ້ນກັບຄົນຊື່ “ຈັນດີ”…
ຕອນບ່າຍມື້ນີ້
ມີສິ່ງໜຶ່ງທີ່ສ້າງຄວາມຕະລຶງແກ່ຂ້ອຍ ແລະ ເພື່ອນຮ່ວມຫ້ອງຫລາຍຄົນ ເມື່ອຄູປະຈຳຫ້ອງ ກ້າວເຂົ້າມາໃນຫ້ອງຮຽນຂອງພວກເຮົາແລ້ວເວົ້າວ່າ:
“ ມື້ນີ້ຄູມີຂ່າວດີມາບອກ ”, ນັກຮຽນທຸກຄົນງຽບປານ ແປ້ນປິດປາກ….ຄູປະຈຳຫ້ອງກ່າວຕໍ່ວ່າ:
“ ນັກຮຽນໃນຫ້ອງຂອງເຮົາໜຶ່ງຄົນໄດ້ຮັບການຍ້ອງຍໍຈາກ ກະຊວງ ສຶກສາ-ກິລາ ຍ້ອນການເສັງນັກຮຽນເກັ່ງທົ່ວປະເທດປີນີ້…ທັງໄດ້ຮັບທຶນການສຶກສາຈາກສະມາຄົມພໍ່ແມ່ນ
ນັກຮຽນ ແລະ ຈະໄດ້ເດີນທາງໄປທັດສະນະສຶກສາທີ່ປະເທດຍີ່ປຸ່ນໜຶ່ງອາທິດ ”….ພວກຂ້ອຍໂຮແຊວຂຶ້ນດ້ວຍ
ຄວາມດີໃຈ ທັງທີ່ບໍ່ທັນຮູ້ວ່າແມ່ນໃຜທີ່ໄດ້ຮັບສິ່ງນີ້….ແລະແລ້ວ ອາຈານໂຈ້ຜູ້ອຳນວຍການໂຮງຮຽນກໍຍ່າງເຂົ້າ
ມາໃນຫ້ອງໂດຍທີ່ພວກເຮົາບໍ່ໄດ້ຕັ້ງໂຕກ່ອນ ຕາມມາດ້ວຍ“ທ. ຈັນດີ” ແລະ ຍິງໄວກາງຄົນອີກຄົນໜຶ່ງ
ເຊິ່ງທັງ ສອງຄົນນີ້ ມີດອກໄມ້ຊໍ່ໃຫຍ່ ແລະ ກ່ອງຂອງຂວັນ…..
ຜູ້ອຳນວຍການເວົ້າກັບພວກເຮົາວ່າ: ປີກາຍນີ້
ຈັນດີ ໄດ້ເຂົ້າຮ່ວມສອບເສັງນັກຮຽນເກ່ງລະດັບເມືອງ ແຕ່ບໍ່ເຖິງຂັ້ນວ່າໄດ້ດີເລີດ, ປີນີ້ເຂົາໄດ້ເຂົ້າເສັງນັກຮຽນເກັ່ງລະດັບປະເທດ
ລາວກໍຍັງບໍ່ໄດ້ລະດັບທີ່ດີເລີດ ແຕ່ສິ່ງ ທີ່ດີເລີດໃນວິຊາທີ່ຖືກຂັ້ນເທິງຍ້ອງຍໍນັ້ນກໍຄື
“ການໃຊ້ພາສາລາວທີ່ຖືກຕ້ອງ”…ພວກນ້ອງຄວນຖືເປັນ ແບບຢ່າງ ສ່ວນວ່າລາວຮຽນເກ່ງໄດ້ແນວໃດນັ້ນ
ຄັນຢາກຮູ້ຖາມເອົາເອງເດີ້….ແຕ່ອັນສຳຄັນ ຖ້າພວກນ້ອງຕັ້ງໃຈຮຽນ, ເປັນ ນັກຮຽນດີ, ເປັນລູກທີ່ດີ
ແລະ ເປັນຄົນດີຂອງສັງຄົມແລ້ວ….ທຸກຄົນຈະໄດ້ຮັບການຍ້ອງຍໍຄືກັບ ຈັນດີນີ້ລະ…
No comments:
Post a Comment